ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ລ້ຽງ​ສັດ​ໃນ​ລາວ ຍັງ​ບໍ່​ທັນ​ໄດ້ ມາດ​ຕະ​ຖານ ​ສາ​ກົນ ຈຶ່ງ​ຕ້ອງ​ໃຊ້​ເວ​ລາ ​ປັບ​ປຸງ ເຖິງ 5 ​-10 ປີ ຈຶ່ງ​ຈະ​ສາ​ມາດ ​ສົ່ງ​ງົວ​ອອກ​ໄດ້


​ບັນ​ດາ​ເຈົ້າ​ໜ້າ​ທີ່​ລາວ ລົງ​ຢ້ຽມ​ຢາມຟາມ​ລ້ຽງ​ງ​ົວ​ ລາວ​-ຍີ່​ປຸ່ນ ໃນ​ແຂ​ວງ​ຊຽງ​ຂວາງ ທີ່​ໄດ້​ມາດ​ຕະ​ຖານ​ສາ​ກົນ
​ບັນ​ດາ​ເຈົ້າ​ໜ້າ​ທີ່​ລາວ ລົງ​ຢ້ຽມ​ຢາມຟາມ​ລ້ຽງ​ງ​ົວ​ ລາວ​-ຍີ່​ປຸ່ນ ໃນ​ແຂ​ວງ​ຊຽງ​ຂວາງ ທີ່​ໄດ້​ມາດ​ຕະ​ຖານ​ສາ​ກົນ

ລັດ​ຖະ​ມົນ​ຕີ​ລາວ ລະ​ບຸ​ວ່າ ການ​ພັດ​ທະ​ນາ​ປັບ​ປຸງ​ລະ​ບົບ​ການ​ລ້ຽງ​ສັດ​ໃນ​ລາວ ທີ່​ໄດ້​ມາດ​ຕະ​ຖານ​ສາ​ກົນ ຈະ​ຕ້ອງ​ໃຊ້​ເວ​ລາ ລະ​ຫວ່າງ 5 ຫາ 10 ປີ ຈຶ່ງ​ຈະ​ສາ​ມາດ​ສົ່ງ​ງົວ​ໄປ​ໃຫ້​ຈີນ​ໄດ້​ຕາມ​ໂຄວ​ຕ້າ 5 ແສນ​ຕ​ໂຕ​ຕໍ່​ປີ.


ທ່ານ​ລຽນ ທິ​ແກ້ວ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ​ແລະ​ປ່າ​ໄມ້ ຖະ​ແຫລງວ່າ ລະ​ບົບ​ການ​ລ້ຽງ​ສັດ​ຂອງ​ລາວ​ໃນ​ປັດ​ຈຸ​ບັນ​ນີ້ ຍັງ​ບໍ່​ໄດ້​ມາດ​ຕະ​ຖານ​ສາ​ກົນ ຈຶ່ງ​ຍັງ​ບໍ່​ສາ​ມາດ​ເປັນ​ສິນ​ຄ້າສົ່ງອອກ​ໄປ​ຕະຫຼາດ​ໃນ​ຕ່າງ​ປະ​ເທດ​ໄດ້​ຢ່າງ​ແທ້​ຈິງ ໂດຍ​ສະ​ເພາະ​ແມ່ນ​ການ​ສົ່ງ​ໄປ​ຈີນ ທີ່​ໄດ້​ຕົກ​ລົງ​ຈະ​ຊື້​ງົວ​ຈາກ​ລາວ ເຖິງ 5 ແສນ​ໂຕ​ຕໍ່​ປີນັ້ນ ຈະ​ຕ້ອງ​ໃຊ້​ເວ​ລາ​ລະ​ຫວ່າງ 5 ຫາ 10 ປີ ຈຶ່ງ​ຈະ​ສາ​ມາດ​ດຳ​ເນີນ​ການ​ພັດ​ທະ​ນາ​ປັບ​ປຸງ​ລະ​ບົບ​ການ​ລ້ຽງ​ສັດ​ຂອງ​ລາວ​ໃຫ້​ໄດ້​ມາດ​ຕະ​ຖານ​ສາ​ກົນ​ຢ່າງ​ແທ້​ຈິງ ດັ່ງ​ທີ່​ ທ່ານ​ລຽນ ຢືນ​ຢັນ​ວ່າ:

“ກຽວ​ກັບ​ການ​ສ້າງ​ເງື່ອນ​ໄຂ ເພື່ອ​ປະ​ຕິ​ບັດ​ຕາມ​ໂຄວ​ຕ້າ​ສົ່ງ​ງົວ 5 ແສນ​ໂຕ ທີ່ ສ​ປ ຈີນ​ ໃຫ້​ໂຄ​ຕ້າ ແມ່ນ​ເພື່ອ​ໃຫ້​ ສ​ປ​ປ ລາວ ກະ​ກຽມ​ຄວາມ​ພ້ອມ​ເງື່ອນ​ໄຂ​ດ້ານ​ຕ່າງໆ ໃຫ້​ຖືກ​ຕ້ອງ​ຕາມ​ມາດ​ຕະ​ຖານ​ທີ່​ອົງ​ການ ຄຸ້ມ​ຄອງ​ນຳ​ເຂົ້າ​ສິນ​ຄ້າ​ຂອງ​ຈີນ​ກຳ​ນົດ​ໃຫ້ ຊຶ່ງ ສ​ປ​ປ ລາວ ຈະ​ຕ້ອງ​ໄດ້​ຮີບ​ຮ້ອນ​ດຳ​ເນີນ​ມາດ​ຕະ​ການ​ທີ່​ຈະ​ເປັນ ແລະ​ມີ​ເວ​ລາ​ຢ່າງ​ໜ້ອຍ 5 ຫາ 10 ປີ ຈຶ່ງ​ຈະ​ມີ​ຄວາມ​ສາ​ມາດ​ພຽງ​ພໍ ໃນ​ການສົ່ງ​ອອກ​ຕາມ​ໂຄວ​ຕ້າ ທີ່​ກຳ​ນົດ​ໄວ້.”

ສ່ວນ​ທ່ານ​ພັນ​ທະ​ພົງ ວົງ​ສຳ​ພັນ ຫົວ​ໜ້າ​ພະ​ແນກ​ລ້ຽງ​ສັດ ກະ​ຊວງ​ກະ​ສິ​ກຳ ແລະ​ປ່າ​ໄມ້ ຍອມ​ຮັບ​ວ່າ ລະ​ບົບ​ການ​ລ້ຽງ​ສັດ​ໃນ​ລາວ ທີ່​ຍັງ​ບໍ່​ໄດ້​ມາດ​ຕະ​ຖານ​ສາ​ກົນ ຈຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ໄດ້​ຮັບ​ການ​ພັດ​ທະ​ນາ ປັບ​ປຸງ​ໃນ​ທຸກ​ດ້ານ ຈຶ່ງ​ຈະ​ສາ​ມາດ​ສົ່ງ​ເປັນ​ສິນ​ຄ້າ ອອກ​ໄປ​ແຂ່ງ​ຂັນ​ໃນ​ຕະຫຼາດ​ໃນ​ຕ່າງ​ປະ​ເທດ​ໄດ້​ຢ່າງ​ແທ້​ຈິງ ທັງ​ນີ້ ໂດຍ​ຈາກ​ການ​ສຶກ​ສາ​ວິ​ໄຈ ພົບ​ວ່າ ການ​ລ້ຽງ​ສັດ​ໃນ​ລາວ ຈະ​ຕ້ອງ​ໄດ້​ຮັບ​ການ​ພັດ​ທະ​ນາ​ປັບ​ປຸງ​ໃນ 7 ດ້ານ​ດ້ວຍ​ກັນ ໂດຍ​ສະ​ເພາະ​ແມ່ນ​ການ​ລ້ຽງ​ງົວ​ນັ້ນ ດັ່ງ​ທີ່ ທ່ານ​ພັນ​ທະ​ພົງ ຢືນ​ຢັນ​ວ່າ:

“ນຶ່ງ​ຫລະ​ແມ່ນ ຍົກ​ລະ​ດັບ​ການ​ຜະ​ລິດ ເພື່ອ​ໃຫ້​ການ​ລ້ຽງ​ງົວ​ນີ້​ກາຍ​ເປັນ​ອາ​ຊີບ​ຄົງ​ທີ່ ພັດ​ທະ​ນາ​ຮູບ​ແບບ​ເທັກ​ນິກ​ໃຫ້​ເປັນ​ຕົວ​ແບບ​ທີ່​ດີ ສອງ​ຫລະ​ແມ່ນ​ພັດ​ທະ​ນາ ຜະ​ລິດ​ງົບ​ເປັນ​ສິນ​ຄ້າ​ຂອງ​ຜູ້​ປະ​ກອບ​ການ ຂອງ​ນັກ​ລົງ​ທຶນນີ້ ເພາະ​ວ່າ ຕ້ອງ​ໄດ້​ອາ​ໄສ​ຜູ້​ປະ​ກອບ​ການ​ລົງ​ທຶນ​ເຂົ້າ​ມາ​ຊ່ວຍ​ ສາມ​ຫລະ​ແມ່ນ ເລື້ອງ​ແນວ​ພັນ ສີ່​ຫລະ​ແມ່ນ​ຮັບ​ປະ​ກັນ​ສະ​ໜອງ​ອາ​ຫານ​ໃຫ້​ພຽງ​ພໍ ຫ້າ​ຫລະ​ແມ່ນ ສ້າງ​ຄວາມ​ເຂັ້ມ​ແຂງ​ ຄວາມ​ສາ​ມາດ​ໃຫ້​ແກ່ດ້ານ​ບໍ​ລິ​ການ​ຮັກ​ສາ​ສຸ​ຂະ​ພາບ​ສັດ ຫົກ​ຕ້ອງ​ໄດ້​ສ້າງ​ນັກ​ຄົ້ນ​ຄວ້າ​ລົງ​ເຜີຍ​ແຜ່​ໃຫ້​ປະ​ຊາ​ຊົນ ສາ​ມາດ​ຮັບ​ຮູ້​ຂໍ້​ມູນ​ໃໝ່ໆ ເຈັດ​ເອົາ​ການ​ລ້ຽງ​ສັດ​ນີ້ ສະ​ໜັບ​ສະ​ໜຸນ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ສີ​ຂຽວ.”

​ຟາມ​ລ້ຽງ​ງົວ​ຂອງ​ເອ​ກະ​ຊົນ​ລາວ​ແຫ່ງ​ນຶ່ງ ທີ​ຍັງ​ຈະ​ຕ​້ອງ​ໄດ້​ປັບ​ປຸງ​ໃຫ້​ໄດ້​ມາດ​ຕະ​ຖານ​ສາ​ກົນ
​ຟາມ​ລ້ຽງ​ງົວ​ຂອງ​ເອ​ກະ​ຊົນ​ລາວ​ແຫ່ງ​ນຶ່ງ ທີ​ຍັງ​ຈະ​ຕ​້ອງ​ໄດ້​ປັບ​ປຸງ​ໃຫ້​ໄດ້​ມາດ​ຕະ​ຖານ​ສາ​ກົນ

ທັງ​ນີ້ ໂດຍ​ກະ​ຊວງ​ການ​ຄ້າ​ຂອງ​ຈີນ ໄດ້​ສະ​ແດງ​ຄວາມ​ຕ້ອງ​ການ​ທີ່​ຈະ​ຮັບ​ຊື້​ງົບ​ຈາກ​ລາວ 5 ແສນ​ໂຕ ໃນ​ແຕ່​ລະ​ປີ ທັງ​ຍັງ​ຈະ​ເພີ້ມ​ຈຳ​ນວນຫຼາຍ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ອີກ​ດ້ວຍ ຖ້າ​ຫາກວ່າ ການ​ລ້ຽງ​ງົວ​ໃນ​ລາວ ໄດ້​ມາດ​ຕະ​ຖານ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ​ຈີນ ໂດຍ​ທາງ​ການ​ຈີນ ຈະ​ຕັ້ງ​ດ່ານກວດ ແລະ​ຈັດ​ສົ່ງ​ຄະ​ນະ​ຜູ້​ຊ່ຽວ​ຊານ​ມາດກວດ​ຟາມ​ລ້ຽງ​ງົວ​ໃນ​ລາວ ທີ່​ຈະ​ສົ່ງ​ງົວ​ໄປ​ຈີນ ເພາະ​ທີ່​ຜ່ານ​ມາ ການ​ສົ່ງ​ງົວ​ຈາກ​ລາວ​ໄປ​ຈີນ ເປັນ​ການ​ລັກ​ລອບ​ຢ່າງ​ຜິດ​ກົດ​ໝາຍ ແລະ​ທາງ​ການ​ຈີນ​ຢ້ານ​ວ່າ ຈະ​ເຮັດ​ໃຫ້​ເກີດ​ພະ​ຍາດ​ໃນ​ສັດ ຈຶ່ງ​ຕ້ອງ​ຕັ້ງ​ດ່ານກວດ​ສັດ​ດັ່ງ​ກ່າວ.

ນອກ​ຈາກນັ້ນ ງົບ​ທີ່​ຈະ​ສາ​ມາດ​ສົ່ງ​ໄປ​ຈີນ​ໄດ້ ກໍ​ຍັງ​ຈະ​ຕ້ອງ​ມີ​ນ້ຳ​ໜັກ​ຕັ້ງ​ແຕ່ 350 ກິ​ໂລກ​ຣາມ ຂຶ້ນ​ໄປ ແລະ​ມີ​ອາ​ຍຸບໍ່ເກີນ 4 ປີ ໂດຍ​ໃນ​ແຕ່​ລະ​ປີ ຈີນ​ຕ້ອງ​ການ​ບໍ​ລິ​ໂພກ​ຊີ້ນ​ງົ​ວ​ຫຼາຍກວ່າ 13 ລ້ານ​ໂຕ ຫາກ​ແຕ່​ສາ​ມາດ​ຜະ​ລິ​ດ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໄດ້​ພຽງ 7 ລ້ານ​ໂຕ ຈຶ່ງ​ຕ້ອງ​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດຫຼາຍກວ່າ 6 ລ້ານ​ໂຕ​ໃນ​ແຕ່​ລະ​ປີ ສ່ວນ​ໃນ​ປີ 2019 ທີ່​ຜ່ານ​ມາ ມີ​ລາຍ​ງານ​ວ່າ ລາວ ໄດ້​ສົ່ງ​ງົວ ແລະ​ຄວາຍ ໄປ​ຈີນ 8 ໝື່​ໂຕ ແລະ 2 ໝື່ນ​ໂຕ ຕາມ​ລຳ​ດັບ.

ບັດ​ຈຸ​ບັນ ໃນ​ທົ່ວ​ປະ​ເທດ​ລາວ ມີ​ຟາມ​ລ້​ຽງ​ງົວ ທີ່​ໄດ້​ມາດ​ຕະ​ຖານ 284 ແຫ່ງ ມີ​ງົວ 45,000 ໂຕ ແລະ​ມີ​ຟາມ​ລ້ຽງ​ຄວາຍ ພຽງ 6 ແຫ່ງ​ມີ​ຄວາມ 7,000 ໂຕ​ເທົ່າ​ນັ້ນ ໂດຍ​ທີ່​ມີ​ມາດ​ຕະ​ຖານ​ສູງ​ສຸດ ຄື​ຟາມ​ລ້ຽງ​ງົບ​ຂອງ​ບໍ​ລິ​ສັດ​ຍີ່​ປຸ່ນ​ພັດ​ທະ​ນາ​ກະ​ສິ​ກຳ​ຈຳ​ກັດ ມີ​ພື້ນ​ທີ່​ລ້ຽງ​ງົວ 500 ເຮັກ​ຕາ ຢູ່​ເມືອງ​ແປກ ໃນ​ແຂວງ​ຊຽງ​ຂວາງ ທີ່​ນຳ​ພໍ່​ພັນ​ແມ່​ພັນງົວຄຸ​ນ​ນະ​ພາບ​ດີ ມາ​ຈາກ​ອອ​ສ​ເຕ​ຣ​ເລຍ ໃນ​ນີ້​ເປັນ​ແມ່ນ​ພັນ​ທີ່​ອອກ​ລູກ ແລ້ວກວ່າ 1,000 ໂຕ ຈຶ່ງ​ເຮັດ​ໃຫ້​ຟາມ​ແຫ່ງນີ້ ມີ​ງົວ​ພັນ​ດີຫຼາຍກວ່າ 1,700 ໂຕ​ໃນ​ປັດ​ຈຸ​ບັນ​ນີ້.

XS
SM
MD
LG