ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ປະຊຸມ​ສຸດ​ຍອດ ​ເອ​ເຊຍ-ຢູ​ໂຣບ ຄັ້ງ​ທີ 9 ສິ້ນ​ສຸດ​ລົງ​ແລ້ວ


ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວກ່າວຄໍາປາໄສທີ່ກອງປະຊຸມ ASEM ໃນວັນທີ 6 ພະຈິກ, 2012
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວກ່າວຄໍາປາໄສທີ່ກອງປະຊຸມ ASEM ໃນວັນທີ 6 ພະຈິກ, 2012
ກອງ​ປະຊຸມ​ສຸດ​ຍອດ​ເອ​ເຊຍ-ຢູ​ໂຣບຄັ້ງ​ທີ 9 ໄດ້ສິ້ນ​ສຸດ​ລົງ​ດ້ວຍ​
ການ​ຕົກລົງ​ເສີມ​ຂະ​ຫຍາ​ຍຄວາມ​ຮ່ວມ​ມື​ໃນ​ກາ​ນພັດທະນາ​
ຢ່າງ​ຍືນ​ຍົງ​ລະຫວ່າງ​ສອງ​ທະວີບ ສ່ວນ​ລາວ​ນັ້ນກໍ​ໄດ້​ຮັບ​ກາ​ນ
ຊ່ວຍ​ເຫຼືອ​ຫຼາຍ​ຂຶ້ນ.

ພິທີ​ປິດ​ກອງ​ປະຊຸມ​ສຸດ​ຍອດ​ເອ​ເຊຍ-ຢູ​ໂຣບ (ASEM) ຄັ້ງ​ທີ 9
​ໄດ້​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 6 ພະຈິກ​ນີ້​ຢູ່​ນະຄອນ​
ວຽງ​ຈັນ ​ໂດຍ​ທາງ​ການ​ລາວ​ໃນ​ຖານະ​ທີ່​ເປັນ​ເຈົ້າພາບ​ຈັດ​ກອງ​
ປະຊຸມ​ໃນ​ຄັ້ງ​ນີ້ ກໍ​ໄດ້​ຢືນຢັນ​ວ່າ​ ຜົນ​ທີ່​ໄດ້​ຮັບ​ຈາກ​ກອງ​ປະຊຸມ​ຄັ້ງ​
ນີ້ ກໍ​ຄື​ໝາກຜົນ ​ທີ່​ຈະ​ນໍາ​ໄປ​ສູ່​ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​
ຢ່າງຍືນ​ຍົງ ລະຫວ່າງ​ເອ​ເຊຍ​ກັບ​ຢູ​ໂຣບ ທັງ​ໃນ​ປັດຈຸບັນ​ແລະ​ ໃນ​ອະນາຄົດ.
ນາຍົກລັດຖະມົນຕີຈີນ, ທ່ານເຫວນ ເຈຍບາວ ພົບປະກັບປະທານປະເທດລາວ ທ່ານຈູມະລີ ໄຊຍະສອນ
ນາຍົກລັດຖະມົນຕີຈີນ, ທ່ານເຫວນ ເຈຍບາວ ພົບປະກັບປະທານປະເທດລາວ ທ່ານຈູມະລີ ໄຊຍະສອນ

ທັງ​ນີ້​ ​ບັນດາ​ຜູ້​ນໍາ​ເອ​ເຊຍ-ຢູ​ໂຣບ​ໄດ້​ເຫັນ​ພ້ອງ​ທີ່​ຈະ​ເສີມ​ຂະຫຍາຍ​
ການ​ຮ່ວມ​ມືກັນ​ພາຍ​ໃຕ້​ເປົ້າໝາຍ​ທີ່​ຈະ​ແກ້​ໄຂ​ບັນຫາ​ວິ​ກິດການ
​ເສດຖະກິດ ​ແລະ​ການ​ເງິນ​ສາກົນ ລວມ​ເຖິງ​ບັນຫາ​ຄຸກ​ຄາມ​ຕ່າງໆ
ທີ່​ທ້າ​ທາຍ​ຕໍ່​ຄວາມ​ໝັ້ນຄົງ​ທັງ​ໃນ​ລະດັບ​ພູ​ມິ​ພາກ ​ແລະ​ໃນລະດັບ
​ໂລກ. ​ໂດຍ​ປະຕິບັດ​ຕາມ​ຖະ​ແຫຼ​ງການ​ວຽງ​ຈັນ ວ່າ​ດ້ວຍການ​ຮັດ
ແໜ້ນ​ການ​ເປັນ​ຄູ່​ຮ່ວມ​ມື​ເພື່ອ​ສັນຕິພາບ ​ແລະ​ການ​ພັດທະນາ​ທີ່
ບັນດາ​ຜູ້​ນໍາ​ເອ​ເຊຍ-ຢູ​ໂຣບ​ໄດ້​ຮັບຮອງ​ເອົາ​ຢ່າງ​ເປັນ​ທາງ​ການ​ໃນ​
ກອງ​ປະຊຸມ​ຄັ້ງ​ນີ້.

ນອກ​ຈາກ​ນີ້ ກອງ​ປະຊຸມ​ຍັງ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ບັນດາ​ຜູ້​ນໍາ​ເອ​ເຊຍ- ຢູ​ໂຣບ ຊຶ່ງ​ມີ​ສາລະ​ສໍາຄັນ​ເຖິງ 15 ຂໍ້ ທີ່​ເປັນ​ການ​ເນັ້ນ​ຢໍ້າ​ເຖິງ​ການ​ເສີມສ້າງ​ການ​ຮ່ວມ​ມື​ລະຫວ່າງ​ເອ​ເຊຍ-ຢູ​ໂຣບຢ່າງ​ໃກ້ຊິດ ດັ່ງ​ທີ່​ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ ລາວ​ໃນ​ຖານະ​ປະທານ​ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້​ຖະ​ແຫຼ​ງຢືນຢືນ​ວ່າ:
ທ່ານທອງສິງທໍາມະວົງ ນາຍົກລັດຖະມົນຕີລາວ ຈັບມືກັບທ່ານເຫວນ ເຈຍບາວ ໃນຍົກລັດຖະມົນຕີຈີນ
ທ່ານທອງສິງທໍາມະວົງ ນາຍົກລັດຖະມົນຕີລາວ ຈັບມືກັບທ່ານເຫວນ ເຈຍບາວ ໃນຍົກລັດຖະມົນຕີຈີນ

ກອງ​ປະຊຸມ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ນໍາ​ກັນ
​ຫຼາຍ​ບັນຫາ ​ເຊັ່ນ​ດ້ານ​ການເມືອງ ​ເສດຖະກິດ ສັງຄົມ​
ແລະ​ວັດທະນະ​ທໍາ ​ໄດ້​ຮັບຮອງ​ເອົາ​ສອງ​ເອກ​ກະສາ​ນ ຄື
ຖະ​ແຫຼ​ງການ​ວຽງ​ຈັນ ວ່າ​ດ້ວຍ​ການ​ຮັດ​ແໜ້ນ ການ​ເປັນ​
ເພື່ອນ​ມິດ​ເພື່ອ​ສັນຕິພາບ ​ແລະ​ຄູ່​ຮ່ວມ​ມື​ເພື່ອ​ການ​ພັດທະ
ນາ ​ແລະ​ບົດ​ຖະ​ແຫຼ​ງຂອງ​ປະ​ທານ​ກອງ​ປະຊຸມສຸດ​ຍອດ
ASEM ຄັ້ງ​ທີ 9.”


​ເຂົ້າຮ່ວມ​ກອງ​ປະຊຸມ ASEM ຄັ້ງ​ນີ້​ກໍ​ປະກອບ​ດ້ວຍ​ຜູ້​ນໍາ​ທີ່​ເປັນປະມຸກ​ລັດ​ຈາກ 10 ປະ​ເທດ ຜູ້​ນໍາ​ລັດຖະບານ​ຈາກ 22 ປະ​ເທດ ຮອງ​ນາຍົກລັດຖະມົນຕີ ຈາກ 1 ປະ​ເທດ ລັດຖະມົນຕີ​ຈາກ 14 ປະ​ເທດ ​ເອກອັກຄະ​ລັດຖະທູດ​ຈາກ 2 ປະ​ເທດ ​ພ້ອມ​ດ້ວຍ​ເລຂາທິການ​ກຸ່ມ​ອາ​ຊ່ຽນ ປະທານຄະນະ​ມົນຕີ​ສະຫະພາບ​ຢູ​ໂຣບ​ແລະ​ປະທານ​ຄະນະ​ກໍາມາ​ທິການ​ສະຫະພາບ​ຢູ​ໂຣບ ​ຊຶ່ງ​ກໍ​ໝາຍ​ຄວາ​ມວ່າ​ມີ​ຄະນະ​ຜູ້​ແທນ 52 ຄະນະ​ຈາກ 49 ປະ​ເທດ ກັບ 3 ອົງການລະ ຫວ່າງ​ປະ​ເທດ​ຈາກ​ສອງ​ທະວີບ ​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ພາຍ​ໃຕ້​ຫຼັກການໃຫຍ່​ທີ່​ວ່າ “​ເພື່ອນ​ມິດ​ເພື່ອ​ສັນຕິພາບ ຄູ່​ຮ່ວມ​ມື​ເພື່ອ​ຄວາມ​ສົມບູນ​ພູນ​ສຸກ” ນັ້ນ​ເອັງ.

ທາງ​ການ​ລາວ​ຖື​ວ່າການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ ASEM ນີ້ ​ເປັນ​ບາດກ້າວ ຄັ້ງ​ປະຫວັດສາດ​ຂອງ ສປປ.ລາວ ​ໃນ​ເວທີ​ສາກົນ ຊຶ່ງ​ກໍ​ປາກົດ​ວ່າ​ມີ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ການ​ຮ່ວມ​ມື​ລະຫວ່ງລາວ​ກັບ​ຕ່າງປະ​ເທດ​ເກີດ​ຂຶ້ນ​ໃນ​ຫຼາຍ​ເຫດການ​ດ້ວຍ​ກັນ ​ໂດຍສ​ະ​ເພາະ​ແມ່ນ​ໃນ​ດ້ານ​ການ​ຊ່ວຍ​ເຫຼື​ອ​ແລະ​ກູ້​ຢືມ​ເງິນ​ທຶນ​ຈາກ​ຕ່າງ ປະ​ເທດ​ສໍາລັບ​ນໍາ​ໃຊ້​ເຂົ້າ​ໃນ​ການ​ພັດທະນາ​ໃນ​ດ້ານ​ຕ່າງໆ​ໃນ​ລາວ​ນັ້ນ ຖື​ວ່າ​ເປັນ ຄວາມ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ

ໂຄງການສ້າງດາວທຽມທີ່ຈີນຊ່ວຍເຫລືອລາວ
ໂຄງການສ້າງດາວທຽມທີ່ຈີນຊ່ວຍເຫລືອລາວ

ທັງ​ນີ້​ໂດຍ​ປະ​ເທດ​ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ລາວ​ຫຼາຍ​ທີ່​ສຸດ
​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ກໍ​ຄື ສາທາລະນະ​ລັດ​ປະຊາຊົນ​ຈີນ ຊຶ່ງ
​ໄດ້​ມີ​ການ​ລົງ​ນາມ​ໃນ​ສັນຍາ​ແລະ​ຂໍ້​ຕົກລົງ​ກ່ຽວກັບ​ການ​ຮ່ວມ
​ມື​ກັບ​ລາວ​ພ້ອມ​ກັນ​ເຖິງ 9 ສະບັບ ​ໂດຍ​ມີ​ມູນ​ຄ່າ​ການ​ຊ່ວຍ
​ເຫຼືອ​ແລະ ກູ້​ຢືມ​ລວມກັນ​ຫຼາຍ​ກວ່າ 1,000 ລ້ານ​ໂດ​ລາ.
ການ​ຕົກລົງ​ທີ່​ມີ​ມູນ​ຄ່າ​ຫຼາຍ​ທີ່​ສຸດ​ນັ້ນ​ກໍ​ຄື​ການ​ກູ້​ຢືມ​ເງິນ​ທຶນ
770 ລ້ານ​ໂດ​ລາ ສໍາລັບ​ນໍາ​ໃຊ້​ເພື່ອ​ການ​ກໍ່ສ້າງ​ເຂື່ອນ​ນໍ້າ​ອູ່
ຕິດຕາມ​ດ້ວຍ​ໂຄງການ​ສ້າງ​ດາວ​ທຽມ ​ໂຄງການ​ຂະຫຍາຍ​ເຄືອ​
ຂ່າຍ​ສາຍເຄ​ເບິ້ລ​ໄຍ​ແກ້ວ ລະຍະ​ທີ່ 2 ການ​ກູ້​ຢືມ​ເງິນ ທຶນ​ສໍາລັບ​ນໍາໄປ​ຊື້ເຮືອບິນ​ແອບັສ A-320 ຈໍານວນ 2 ລໍາ ​ແລະ​ການ​ຕົກ​ລົງ​ຮ່ວມມືກ່ຽວ​ກັບ​ລົດ​ໄຟ​ຄວາມ​ໄວ​ສູງ ຫາກ​ແຕ່​ກໍ​ຍັງ​ບໍ່​ມີ​ຄວາ​ຊັດ​ເຈນ​ວ່າ​ທາງ​ການ​ລາວ​ ຈະກູ້​ຢືມ​ເງິນ​ທຶນ​ຈາກ​ຈີນ​ໃນ​ມູນ​ຄ່າ
7,000 ລ້ານໂດ​ລາ ​ເພື່ອ​ນໍາ​ໃຊ້​ເຂົ້າ​ໃນ​ການ​ກໍ່ ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ໃນ ລາວ​ຫຼື​ບໍ່.

​ແຕ່​ຢ່າງ​ໃດ​ກໍ​ຕາມ ໂຄງການ​ທີ່​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ເປັນ​ຮູບ​ປະ​ທໍາ​ທີ່​ເກີດ​ຂຶ້ນ​ໃນ​ໄລຍະ​ດຽວ​ກັນ​ນີ້ ກໍ​ຄື​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ທີ່​ເຊື່ອມ​ຕໍ່​ຈາກ​ ແຂວງ​ສະຫວັນ​ນະ​ເຂດ​ໄປ​ຫວຽດນາມ ທີ່​ມີ​ລະຍະ​ທາງ​ຍາງ 220 ກິ​ໂລ​ແມັດ ຊຶ່ງຈະ​ລົງທຶນ​ໃນ​ມູນ​ຄ່າ​ເຖິງ 5,000 ລ້ານ​ໂດ​ລາ ​ໂດຍ​ກຸ່ມ​ບໍລິສັດ Giant ຈາກ​ປະ ​ເທດ​ມາ​ເລ​ເຊຍ ພາຍ​ໃຕ້​ເປົ້າໝາຍ​ທີ່​ຈະ​ດໍາ​ເນີນ​ການ​ກໍ່ສ້າງ​ໃຫ້​ສໍາ​ເລັດ​ພາຍ​ໃນ 5 ປີ​ຂ້າງ​ໜ້າ​ນີ້.
XS
SM
MD
LG