ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມະ​ຫ​າ​ວິ​ທະ​ຍາ​ໄລ ​ອິນ​ເດຍ​ນາ ​​ຈັດ​ງານສະ​ຫລອງ ບຸນຂອບ​ຄຸນ​ພະ​ເຈົ້າ ໃຫ້ແກ່​ນັກ​ສຶກ​ສາ ຕ່າງ​ປະ​ເທດ​


ທ້າວ ຮາ​ດີ ອາ​ລາ​ຈ​ມີ, ປະ​ທານອົງ​ການ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ໃນມະ​ຫາ​ວິ​ທະ​ຍາ​ໄລ​ອິນ​ເດຍ​ນາ ໂອ້​ລົມ​ກັບ​ພວກ​ເຂົ້າ​ຮ່ວມ​ງານ​ບຸນ Thanksgiving ສາ​ກົນ ປີ 2019
ທ້າວ ຮາ​ດີ ອາ​ລາ​ຈ​ມີ, ປະ​ທານອົງ​ການ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ໃນມະ​ຫາ​ວິ​ທະ​ຍາ​ໄລ​ອິນ​ເດຍ​ນາ ໂອ້​ລົມ​ກັບ​ພວກ​ເຂົ້າ​ຮ່ວມ​ງານ​ບຸນ Thanksgiving ສາ​ກົນ ປີ 2019

ຢູ່​ໃນວິ​ທະ​ຍາເຂດຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ອິນ​ເດຍ​ນາ ໃນເມືອງ​ຊາວ​ດ໌ເບນ (South Bend) ເປັນ​ບ່ອນສຶກ​ສາ​ຮ່ຳ​ຮຽນ​ຂອງ​ນັກ​ສຶກ​ສາ 5,000 ຄົນ ​ຊຶ່ງ​ໃນ​ນັ້ນເກືອບ​ຮອດ10 ເປີ​ເຊັນ​ແມ່ນ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ. ໄດ້ນຶ່ງ​ທົດ​ສະ​ວັດ​ມາ ແລ້ວ​ທີ່ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງນັ້ນໄດ້​ຈັດງານ​ລ້ຽງ​ອາ​ຫານ​ຄ່ຳ​ໃນ​ໂອ​ກາດ​ບຸນ​ຂອບ​ຄຸນ​ພະ​ເຈົ້າ ຫລື Thanksgiving ຂຶ້ນ ເພື່ອ​ໃຫ້​ນັກ​ສຶກ​ສາຕ່າງ​ປະ​ເທດ ແລະ​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ລັດອິນ​ເດຍ​ນາໄດ້ມາ​ພົບປະ​ໂອ້​ລົມ​ກັນ. Esha Sarai ມີ​ລາຍ​ລະ​ອຽດ​ເພີ້ມ​ເຕີມ​ກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ໄດ້​ຫລາຍກວ່ານຶ່ງທົດ​ສະ​ຫວັດ​ມາ​ແລ້ວທີ່​ນັກ​ສຶກ​ສາ​ຕ່າງ​ປະ​ເທດໃນມະ​ຫາ​ວິ​ທະ​ຍາ​ໄລ​ອິນ​ເດຍ​ນາ​ຢູ່​ວິ​ທະ​ຍາ​ເຂດເມືອງ​ຊາວ​ດ໌ເບນ (South Bend)​ ໄດ້​ຈັດ​ງານ​ລ້ຽງສຳ​ລັບ​ບຸນ​ຂອບ​ຄຸນ​ພະ​ເຈົ້າ ຫລື Thanksgiving ຕາມ​ປະ​ເພ​ນີ​ຂອງ​ຊາວ ອາມ​ເຣິ​ກັນຂຶ້ນ.

​ນາງ ເຊີ​ລິນ ​ແຈນ (Celynn Chan), ນັກ​ສຶກ​ສາໃນມະ​ຫາ​ວິ​ທະ​ຍາ​ໄລ​ອິນ​ເດຍ​ນາທີ່​ມາ​ຈາກ​ມາ​ເລ​ເຊຍເວົ້າ​ວ່າ:

"ຂ້ອຍ​ໄດ້​ອ່ານກ່ຽວ​ກັບເລື້ອງບຸນນີ້​ຕະ​ຫລອ​ດ ແລະ​ໄດ້​ຍິນ​ຄົນ​ເວົ້າ​ວ່າເຈົ້າ​ໄດ້​ກິນ​ໄກ່​ງວງ​ຕະ​ຫລອດ​ ໃນ​ວັນ​ບຸນ​ຂອບ​ຄຸນ​ພະ​ເຈົ້າ ຫລື Thanksgiving... ຂ້ອຍບໍ່​ຮູ້​ຈັກເຫດ​ຜົນ​ທີ່​ແທ້​ຈິງ​ຈັກ​ເທື່ອ​ວ່າ​ເປັນ​ຫຍັງ​ຈຶ່ງ​ເປັນ​ແນວນັ້ນ, ຂ້ອຍ​ຄິດ​ວ່າ​ຂ້ອຍ​ໄດ້​ຮຽນ​ຮູ້ຫລາຍ​ຂຶ້ນ​ແດ່ແລ້ວ ແລະ​ທີ່​ຈິງ​ແລ້ວ​ການຈັດງານ​ບຸນ​ທັງໝົດ​ນີ້ ເຮັດ​ໃຫ້ຂ້ອຍ​ຕ້ອງ​ໄດ້​ສຶກ​ສາ​ຄົ້ນ​ຄວ້າ​ໜ້ອຍ​ນຶ່ງ. ສະ​ນັ້ນ ຂ້ອຍ​ຂ້ອນ​ຂ້າງ​ຮູ້​ວ່າ​ມັນ​ມາ​ຈາກ​ໃສ? ​ມັນ​ມີຕົ້ນ​ກຳ​ເນີດມາ​ແຕ່​ໃສ ແລະ​ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ຈັດງານນີ້ຂຶ້ນ. ຂ້ອຍ​ຂ້ອນ​ຂ້າງມັກ​ຂອງຫວານ​ແດ່ ສະ​ນັ້ນ ເມື່ອ​ຂ້ອຍ​ເຫັນ​ເຂົ້າ​ໜົມພາຍ​ເຮັດ​ດ້ວຍໝາກ​ອຶ ແລະ​ຂ້ອຍ​ກໍຢາກ​ຊິມມັນລອງ​ເບິ່ງ​ຫລາຍອີ່​ຫລີ ແລະ​ຂ້ອຍບໍ່​ເຄີຍ​ໄດ້ກິນ​ມັນ​ຈັກ​ເທື່ອ ອີ່​ຫລີ​ໄດ໋."

ທ້າວ ເດ​ວິດ ພູ (David Pugh) ນັກ​ສຶກ​ສາມະ​ຫາ​ວິ​ທະ​ຍາ​ໄລ​ອິນ​ເດຍ​ນາທີ່ເປັນ​ຄົນ​ເມືອງ​ຊາວ​ດ໌ເບນ (South Bend) ເວົ້າ​ວ່າ:
"ເຫດ​ຜົນ​ຂອງ​ການ​ຈັດ​ງານນີ້ ຂ້ອຍ​ຄິດ​ວ່າ ແທ້​ຈິງ​ແລ້ວ​ກໍ​ເກືອບຢາກວ່າ- ມັນ ຈະ​ແຈ້ງ​ຢູ່​ແລ້ວ ​ແມ່ນ​ເພື່ອ​ແນະ​ນຳ​ໃຫ້​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ໃຫ້​ຮູ້​ຈັກ​ປະ​ເພ​ນີບຸນ​ຂອບ​ຄຸນ​ພະ​ເຈົ້າ ຫລື Thanksgiving. ຂ້ອຍ​ຄິດ​ວ່າ ​ສ່ວນ​ໃຫຍ່​ຂອງ​ງານ​ບຸນນີ້, ຄ້າຍໆ​ກັນ​ກັບ​ການງານເທດ​ສະ​ການ​ອາ​ຫານ​ທີ່​ພວກ​ເຮົາ​ຈັດ, ກໍ​ແມ່ນ​ເພື່ອ​ໃຫ້ປະ​ຊາ​ຄົມຮູ້​ວ່າ​ມີ​ຄົນ​ຕ່າງ​ປະ​ເທດມາ​ຢູ່​ບ່ອນ​ໜີ້ ເພາະ​ຫລາຍ​ຄົນ​ກໍບໍ່​ຮູ້​ແທ້ໆ."

ຫົວ​ຂໍ້​ຂອງ​ງານ​ບຸນປີນີ້ກໍ​ຄື -- ‘ພວກ​ເຮົາ​ຂອບ​ໃຈ​ທີ່ເຈົ້າ​ມາ​ຢູ່ທີ່ນີ້' ຊຶ່ງ​ດັງ​ກ້ອງ​ຢູ່​ໃນ​ຫ້ວງ​ຄວາມ​ຄິດ​ຂອງ​ບັນ​ດາ​ນັກ​ສຶກ​ສາຫລາຍ​ຄົນ.

​ທ້າວຄາ​ລີລ ລໍ ອິ​ສ​ມາຍ​ລາ (Khalil Lo Ismaila), ນັກ​ສຶກ​ສາມະ​ຫາ​ວິ​ທະ​ຍາ​ໄລ​ອິນ​ເດຍ​ນາ ມາ​ຈ​າກ​ປະ​ເທດໄອ​ວໍ​ຣີ ໂຄ​ສ​ທ໌ (Ivory Coast) ເວົ້າ​ເປັນ​ພາ​ສາ​ຝ​ຣັ່ງ​ສູ່​ຟັງ​ວ່າ:
"ມັນ​ຄັກ​ອີ່ຫລີ. ຂ້ອຍ​ຮູ້​ສຶກວ່າ​ຕົນ​ເອງ​ຖືກ​ຫ້ອມ​ລ້ອມ​ໄປ​ດ້ວຍ​ຄົນ​ໃນ​ຄອບ​ຄົວ ແບບ​ໃດ​ແບບ​ນຶ່ງ. ມັນ​ດີ​ຫລາຍ. ແລະ​ເວົ້າ​ເຖິງ​ອາ​ຫານຫວະ? ແຊບ​ຫລາຍ​ອີ່​ຫລີ!"

ເຖິງ​ແມ່ນ​ວ່າ ລັດ​ອິນ​ເດຍ​ນາ​ທີ່ຕັ້ງ​ຢູ່​ໃນ​ເຂດ​ຕາ​ເວັນ​ຕົກ​ຕອນ​ກາງ​ຂອ​ງ​ສະ​ຫະ​ລັດນັ້ນ ອາດ​ຈະ​ບໍ່​ແມ່ນ​ບ່ອນ​ທີ່​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ມັກ​ໄປ​ຮຽນ​ຢູ່​ບ່ອນ​ຫັ້ນ​ຫລາຍ ຫລາຍ​ທີ່​ສຸດກໍ​ຕາມ ແຕ່​ຫລາຍ​ຄົນ​ກໍ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າ​ດີ​ໃຈ​ທີ່​ໄດ້​ເລືອກ​ມາ​ຮຽນ​ຢູ່ທີ່ນີ້.

ທ້າວ ຮາ​ດີ ອາ​ລາ​ຈ​ມີ (Hadi Alajmi), ປະ​ທານອົງ​ການ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ໃນມະ​ຫາ​ວິ​ທະ​ຍາ​ໄລ​ອິນ​ເດຍ​ນາເວົ້າ​ສູ່​ຟັງ​ວ່າ:
"ຂ້ອຍ​ຢາກ​ຈະ​ແນະ​ນຳ​ໃຫ້​ໃ​ຜ​ກໍ​ຕາມ​ທີ່​ພະ​ຍາ​ຍາມ​ມາ​ຮຽນ​ຢູ່​ໃນ​ສະ​ຫະ​ລັດ ແມ່ນ​ໃຫ້​ມາຢູ່​ໃນ​ເມືອງ​ນ້ອຍກວ່າ ຫລື​ລັດ​ທີ່​ນ້ອຍກວ່າ. ຖ້າ​ຫາກ​ໄປ​ຢູ່​ໃນ​ນິວຢອກ ກາ​ຄື​ຮູ້​ຫັ້ນ​ແລ້ວ ເຈົ້າ​ກໍ​ຈະ​ຫຍຸ້ງ​ນຳທຸກ​ສິ່ງ​ທຸກ​ຢ່າງຢູ່​ໃນ​ນະ​ຄອນນິວຢອກນັ້ນ- ເອີ ກະມັນ​ແມ່ນ​ນິວຢອກ. ແຕ່​ວ່າ​ເມືອງຊາວ​ດ໌ເບນ (South Bend) ຢາກຂ້ອນ​ຂ້າງວ່າຊ່ວຍ​ຂ້ອຍ​ໃຫ້​ສຸມ​ຈິດ​ສຸ​ມ​ໃຈ​ໃສ່​ການ​ຮຽນ ແລະມີ​ຄົນ​ທີ່​ສົນ​ໃຈ​ຢາກເວົ້າ ຢາກລົມ​ກັບ​ຄົນ​ຫລາຍກວ່າ."

ແລະເມື່ອ​ຖາມ​ວ່າ ​ພວກ​ເຂົາ​ເຈົ້າ​ມັກ​ອາ​ຫານ​ຫລືບໍ່ …

ກໍ​ມີ​ຄົນ​ຕອບ​ວ່າ "ມັນ​ກໍ​ພໍກິນ​ໄດ້"

ພວກ​ທີ່​ເຂົ້າ​ຮ່ວມ​ໃນ​ງານນີ້​ທີ່​ມາຈາກ​ໃກ້ ແລະ​ໄກ ລ້ວນ​ແຕ່​ມີ​ຄວາມ​ຮູ້​ສຶກວ່າຢູ່​ບ່ອນ​ໜີ້ ຄື​ຢູ່​ບ້ານຂອງ​ຕົນ​ເອງ.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ລຸ່ມນີ້

Indiana University's South Bend campus is home to 5,000 students almost 10 percent of whom are international. For the past decade, the school has put on a Thanksgiving dinner to bring international students and Indiana residents together. Esha Sarai has more.

For over a decade, international students at Indiana University's South Bend campus have organized a traditional American Thanksgiving feast.

Celynn Chan, IU Student from Malaysia:
"I've always read about stories and heard from people that you always eat turkey for Thanksgiving. ... I never really knew the idea why, but being here, I guess I learned a little bit more and actually making this whole event I had to research a little bit so I kind of know where it's coming from, where it originated and why we have it. I have a little sweet tooth, so I saw pumpkin pies around and I really want to try it and never really tried it before."

David Pugh, IU Student from South Bend:
"The motivation is really I think mostly to sort of bring - obviously to introduce the international students to the tradition of Thanksgiving. I think a big part of it, similar to the food festival that we do, is so that the community is aware of the international presence that's here, because a lot of people really don't know."

The theme of this year's fest -- We're thankful you're here,' resonated with a lot of students.

Khalil Lo Ismaila, IU Student from Ivory Coast IN FRENCH:
"It's been really cool. I felt like I was surrounded by a sort of little family. It's been great. And the food? Really good!"

Though the midwestern U.S. state Indiana my not be the most common destinations for international students, many said they are glad they chose to come here.

Hadi Alajmi, IU International Student Organization President:
"I would recommend anybody who's trying to come to the U.S. to come to a smaller city or a smaller state. Going to New York, you would be busy with, you know, everything around New York - it's New York. But South Bend kind of helped me to focus on school (and) more to be more of a people's person."

And whether or not they like the food…

((natpop: "It was edible"))

Attendees from near and from very far feel a sense of home here.

XS
SM
MD
LG