ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວຸດ​ທິສະມາຊິກ​ໄ​ທ ຍື່ນ​ຈົດໝາຍ​ຕໍ່​ ນາຍົກ​ໄທ ເລື້ອງເຂື່ອນໄຊຍະບູລີ


ພາບຈໍາລອງເຂື່ອນໄຊຍະບູລີເທິງແມ່ນໍ້າຂອງຢູ່ຝັ່ງລາວ
ພາບຈໍາລອງເຂື່ອນໄຊຍະບູລີເທິງແມ່ນໍ້າຂອງຢູ່ຝັ່ງລາວ
ທ່ານ ປຣະສານ ມະລຶ​ຄະ​ພິທັກ ສະມາຊິກວຸດທິສະພາໄທ
ຖະ​ແຫຼງຢືນ​ຢັນ​ວ່າ ຄະນະ​ກໍາມາ​ທິການ​ສຶກສາກ​ວດສອບ​
ເລື້ອງທຸ​ດຈະລິດ ​ແລະ​ເສີ​ມສ້າງ​ທໍາ​ມາ​ພິບານ​ຂອງວຸດທິ
ສະພາ​ໄທ ​ໄດ້ຍື່ນ​ຈົດໝາຍ​ເຖິງ​ທ່ານ​ນາງຍິ່ງລັກ ຊິນນະ​ວັດ
ນາຍົກລັດຖະມົນຕີ​ໄທ​ ຢ່າງ​ເປັນ​ທາງ​ການ​ແລ້ວ ​ເມື່ອ​ບໍ່​ດົນ
​ມາ​ນີ້ ​ເພື່ອ​ຂໍ​ໃຫ້​ທົບ​ທວນ​ແຜນການ​ຮັບ​ຊື້ ​ກະ​ແສ​ໄຟຟ້າ​ຈາກ​
ໂຄງການ​ເຂື່ອນ​ໄຊ​ຍະບູລີ​ ເທິງ​ແມ່​ນໍ້າຂອງ​ໃນ​ລາວ ​ເນື່ອງ​
ຈາກ​ຍັງ​ບໍ່​ໝັ້ນ​ໃຈ​ຕໍ່​ມາດ​ຕະການ​ປ້ອງ​ກັນ​ບັນຫາ​ຜົນ​ກະທົບ
​ຕໍ່​ສິ່ງ​ແວດ​ລ້ອມ​ທໍາ​ມະ​ຊາດ​ຂອງ​ໂຄງການ​ດັ່ງ​ກ່າວ.
ປະຊາຊົນສົນທະນາກັນກ່ຽວກັບຜົນກະທົບຂອງເຂື່ອນໄຊຍະບູລີ
ປະຊາຊົນສົນທະນາກັນກ່ຽວກັບຜົນກະທົບຂອງເຂື່ອນໄຊຍະບູລີ

ເຖິງແມ່ນວ່າໂຄງການເຂື່ອນໄຊຍະບູລີ ຈະມີທີ່ຕັ້ງຢູ່ໃນເຂດ
ອະທິປະໄຕຂອງລາວກໍຕາມ ແຕ່ວ່າກໍຍັງຄົງບໍ່ມີຫຼັກປະກັນໃດ
ເລີຍທີ່ຈະຮັບປະກັນໄດ້ວ່າ ເຂື່ອນດັ່ງກ່າວຈະບໍ່ສົ່ງຜົນກະທົບ
ຂ້າມແດນ ຫຼືຂ້າມປະເທດ ເນື່ອງຈາກເປັນໂຄງການເຂື່ອນທີ່ ຈະຕ້ອງສ້າງຢູ່ເທິງແມ່ນໍ້າຂອງທີ່ມີສະຖານະເປັນແມ່ນໍ້າລະ
ຫວ່າງປະເທດນັ້ນເອງ ດັ່ງທີ່ທ່ານປຣະສານ ໄດ້ໃຫ້ການຊີ້ ແຈງວ່າ:

“ຜົນກະທົບຂ້າມພົມແດນນີ້ ໃຜເປັນຜູ້ຮັບຜິດຊອບ?
ບໍລິສັດ ຊ.ການຊ່າງເປັນຜູ້ຮັບຜິດຊອບ ຫຼືລັດຖະບານ
ລາວເປັນຜູ້ຮັບຜິດຊອບ ແລ້ວຈະຮັບຜິດຊອບຢ່າງໃດ
ໃນເມື່ອພັນປາມັນຫາຍໄປ ໃນເມື່ອແຫຼ່ງປະມົງນໍ້າຈືດ ທີ່ດີທີ່ສຸດໃນໂລກມັນຖືກ
ທໍາລາຍ ໃນເມື່ອຕະຫຼິ່ງມັນພັງ ໃນເມື່ອສານອາຫານທີ່ມາຕາມສາຍນໍ້າມັນຫລຸດ ລົງໄປ.”


ກ່ອນໜ້ານີ້ ເຄືອຂ່າຍປະຊາຊົນໄທເພື່ອການອະນຸລັກແມ່ນໍ້າຂອງ ກໍໄດ້ຍື່ນຄໍາຮ້ອງຕໍ່ ສານປົກຄອງຂອງໄທເພື່ອຂໍໃຫ້ມີຄໍາສັ່ງລະງັບແຜນການຂອງລັດຖະບານໄທທີ່ ຈະ ຮັບຊື້ກະແສໄຟຟ້າຈາກໂຄງການເຂື່ອນໄຊຍະບູລີມາແລ້ວ ດ້ວຍເຫດຜົນທີ່ວ່າ ການ ຕົກລົງຮັບຊື້ກະແສໄຟຟ້າດັ່ງກ່າວ ເປັນການກະທໍາທີ່ຂັດຕໍ່ກົດໝາຍລັດຖະທໍາມະນູນ ຂອງໄທ ຫາກແຕ່ວ່າຈົນເຖິງຂະນະນີ້ ກໍຍັງບໍ່ມີຄວາມຊັດເຈນ ວ່າສານປົກຄອງຂອງ
ໄທ ຈະມີຄໍາສັ່ງອອກມາໃນແນວທາງໃດ.

ທາງດ້ານທ່ານວີລະພົນ ວີລະພົງ ລັດຖະມົນຕີຊ່ວຍວ່າການກະຊວງພະລັງ ງານແລະບໍ່
ແຮ່ ກໍໄດ້ໃຫ້ການຢືນຢັນວ່າ ການປະຊຸມລະດັບລັດຖະມົນຕີຈາກ 4 ປະເທດສະມາຊິກ ຂອງຄະນະກໍາມາທິການແມ່ນໍ້າຂອງ MRC ຄັ້ງທີ 19 ຊຶ່ງທາງການລາວເປັນເຈົ້າພາບ
ຈັດຂຶ້ນໃນວັນທີ 16-17 ມັງກອນນີ້ ຢູ່ແຂວງຫຼວງພະບາງ ກໍບໍ່ປາກົດວ່າ ມີວາລະການ
ປະຊຸມ ກ່ຽວກັບໂຄງການເຂື່ອນໄຊຍະບູລີແຕ່ຢ່າງໃດ ທັງໆທີ່ວ່າ ການກໍ່ສ້າງໄດ້ເລີ່ມ
ລົງມືຢ່າງເປັນທາງການ ນັບແຕ່ວັນທີ 7 ພະຈິກປີຜ່ານມາ ເປັນຕົ້ນມາແລ້ວກໍຕາມ.

ຍິ່ງໄປກວ່ານັ້ນ ລັດຖະບານລາວຍັງຖືວ່າໂຄງການເຂື່ອນໄຊຍະບູລີເປັນຕົວແບບຂອງ ການພັດທະນາຢ່າງຍືນຍົງ ທີ່ນອກຈາກຈະສ້າງຜົນປະໂຫຍດທາງເສດຖະກິດ ໄດ້ຢ່າງ ຄຸ້ມຄ່າແລ້ວ ຍັງເປັນໂຄງການທີ່ຈະບໍ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດ ຢູ່ທີ່ເຂດຕອນລຸ່ມຂອງເຂື່ອນອີກດ້ວຍ ດັ່ງທີ່ທ່ານ ວີລະພົນ ໄດ້ໃຫ້ການຊີ້ແຈງວ່າ:

ໂຄງການເຂື່ອນໄຊຍະບູລີເຮົານີ້ ເປັນໂຄງການຕົວແບບທັງໃນດ້ານທຸລະກິດ ເພາະມັນມີຜົນປະໂຫຍດທາງດ້ານທຸລະກິດກຸ້ມຕົວມັນເອງໄດ້ ອີກດ້ານນຶ່ງ ກໍ ເປັນໂຄງການພັດທະນາໄປພ້ອມໆກັນ ສະນັ້ນມັນສໍາຄັນກໍຄືເປັນເຂື່ອນໄຟຟ້າ ທີ່ນອກຈາກວ່າມັນຈະເປັນແຫຼ່ງພະລັງງານສະອາດແລ້ວ ມັນກໍຍັງຍືນຍົງອີກ ໝາຍຄວາມວ່າໃຊ້ໝົດບໍ່ເປັນ ຖ້າເຮົາອອກແບບໄດ້ຢ່າງຖືກຕ້ອງ ແລະການ
ຄຸ້ມຄອງມັນຢ່າງຖືກຕ້ອງ.”


ໂຄງການເຂື່ອນໄຊຍະບູລີມີກໍາໜົດການກໍ່ສ້າງໃຫ້ສໍາເລັດ ແລະເລີ່ມສົ່ງກະແສໄຟຟ້າ ຂາຍໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ນັບແຕ່ປີ 2019 ເປັນຕົ້ນໄປ ຊຶ່ງກໍຈະ ເຮັດໃຫ້ກຸ່ມລົງທຶນ ມີລາຍຮັບຈາກການຂາຍພະລັງງານໄຟຟ້າສ່ວນໃຫຍ່ ທີ່ຜະລິດໄດ້
ເຖິງ 1,285 ເມກາວັດນັ້ນ ຄິດເປັນມູນຄ່າລວມຫຼາຍກວ່າ 13,000 ລ້ານໂດລາ ໃນ
ຕະຫຼອດໄລຍະສໍາປະທານ 29 ປີ ສ່ວນລັດຖະບານລາວກໍຈະໄດ້ສ່ວນແບ່ງເຖິງ 3,900 ລ້ານໂດລາ ໃນຕະຫຼອດໄລຍະສໍາປະທານດັ່ງກ່າວ.
XS
SM
MD
LG