ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວ​ໄທ ​ເປັນ​ຫ່ວງ ຢ້ານ​ບໍ່​ໄດ້​ດຳ​ເນີນ​ການ ພຽງ​ພໍ ເພື່ອ​ປ້ອງ​ກັນ ການ​ລະ​ບາດ ຂອງ​ໄວ​ຣັ​ສ​ ໂຄ​ໂຣ​ນາ


Thailand Coronavirus -- WEB
please wait

No media source currently available

0:00 0:02:03 0:00

ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ​ໃໝ່ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ກາຍ 1100 ຄົນ​ແລ້ວ ໃນ​ຂະ​ນະ​ທີ່ປະ​ຊາ​ຄົມ​ຢູ່​ໃນ​ທົ່ວ​ໂລກພວມ​ເພີ້ມ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຮັບ​ມື​ກັບ​ວິ​ກິດການ​ດັ່ງ​ກ່າວ. ຢູ່​ທີ່​ປະ​ເທດ​ໄທ ບ່ອນ​ທີ່​ພວກ​ນັກ​ວິ​ທະ​ຍາ​ສາດ ໄດ້​ທຳ​ນາຍ​ກ່ຽວກັບ​ການ​ລະ​ບາດ​ທີ່​ຮ້າຍ​ແຮງຂຶ້ນກວ່າ​ເກົ່າ​ຂອງ​ເຊື້ອ​ໄວ​ຣັ​ສ ໄດ້​ອອກຂໍ້​ມູນຫຼ້າ​ສຸດ​ຂອງພວກ​ເຂົາ​ເຈົ້າ ຢ່າງ​ບໍ່​ເປັນ​ລະ​ບົບ ຈຶ່ງ​ເຮັດ​ໃຫ້​ຊາວ​ໄທ​ຫຼາຍໆ​ຄົນ ໂດຍ​ສະເພາະ​ພວກ​ອອກ​ອາ​ກາດ ແລະ​ສື່ມວນ​ຊົນ​ອື່ນໆມີ​ຄວາມ​ສົງ​ໄສວ່າ ມີບໍ​ທີ່​ບາງ​ກໍ​ລະ​ໄດ້​ເກີດ​ຂຶ້ນ​ໂດຍ​ບໍ່​ມີ​ການ​ຄົ້ນ​ພົບຫຼື​ບໍ່​ໄດ້​ມີ​ການ​ລາຍ​ງານ. Steve Sanford ມີ​ລາຍ​ງານ​ເລື້ອງນີ້ ຈາກ​ຈັງ​ຫວດກ​ຣະ​ບີ່ ປະ​ເທດ​ໄທ ຊຶ່ງ​ໄພ​ສານ ຈະ​ນຳ​ເອົາ ລະອຽດ​ມາສະເໜີທ່ານ ໃນອັນດັບ ຕໍ່ໄປ.


ພວກ​ນັກ​ຊ່ຽວ​ຊານ​ທຳ​ນາຍ​ວ່າ ໄທ​ແມ່ນ​ນຶ່ງ​ໃນ​ຫຼາຍໆ​ປະ​ເທດ ທີ່​ມີ​ຄວາມ​ສ່ຽງ​ທີ່​ສຸດ ໃນ​ການ​ຕິດ​ແປດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ຍ້ອນການ​ຈຳ​ກັດ​ໃນ​ການເດີນ​ທາງມີ​ການຜ່ອນ​ຜັນ ແລະ​ການ​ຫຼັ່ງ​ໄຫຼ​ເຂົ້າ​ປະ​ເທດ ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍຂອງ​ພວກ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນ ໃນ​ເດືອນ​ແລ້ວ​ນີ້.

ແຕ່​ລາຍ​ງາ​ນ ກ່ຽວ​ກັບ​ກໍ​ລະ​ນີ​ຕິດ​ເຊື້ອ ​ໃນ​ຈຳ​ນວນ​ຕ່ຳ ແລະ​ການ​ເປີດ​ເຜີຍ​ຂໍ້​ມູນ​ແບບ​ຈຳ​ກັດໂດຍ​ລັດ​ຖະ​ບານພາ​ໃຫ້​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ໃຫຍ່​ຂອງ​ຫຼາຍໆ​ຄົນຢູ່​ໃນ​ວົງ​ການສື່ມວນ​ຊົນ.

ຍາ​ນາງ​ຣຸ້​ງ​ທິບ ຈັນ​ຄົງ ຜູ້​ປະ​ກາດ​ລາຍ​ການ​ວິ​ທະ​ຍຸ ກ່າວ​ວ່າ “ຂ້ອຍ​ຢາກ​ໃຫ້​ເຈົ້າ​ໜ້າ​ທີ່​ເປີດ​ເຜີ​ຍ​ຂໍ້​ມູນ​ໃຫ້​ພວກ​ເຮົາ​ຊາບ​ເປັນ​ປະ​ຈຳ ຈົນ​ເທົ່າ​ການ​ລະ​ບາດ ​ໄດ້​ຮັບ​ການ​ຄວບ​ຄຸມ ​ແລະ​ສິ້ນ​ສຸດ ລົງແລ້ວ. ເຖິງ​ແມ່ນ​ເຊື້ອ​ໄວ​ຣັ​ສ​ຈະ​ກັບ​ຄືນ​ມາ ມັນ​ກໍບໍ່​ສຳ​ຄັນ ແຕ່​ດຽວນີ້ຂ້ອຍ​ຄິດ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ຄວນ​ຖື​ວ່າ​ມັນ​ເປັນ​ເຫດ​ການ​ສຸກ​ເສີນ. ດັ່ງ​ນັ້ນ ພວກ​ເຮົາ​ຄວນ​ໄດ້​ຮັບ​ຂໍ້​ມູນ​ທັງ​ໝົດ​ທີ່​ຖືກ​ຕ້ອງ ແລະ​ແຈ້ງ​ໃຫ້​ພວກຜູ້​ຟັງ​ຂອງ​ເຮົາ​ຊາບ​ເພື່ອ​ໃຫ້​ເຂົາ​ເຈົ້າ​ໄດ້​ປ້ອງ​ກັນຕົນ​ເອງ.”

ພວກ​ນັກ​ທ່ອງ​ທ່ຽວ​ບາງ​ຄົນ​ທີ່​ໄດ້​ໂອ້​ລົມ​ກັບ​ວີ​ໂອ​ເອ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ຄຳ​ແນະ​ນຳ​ຂັ້ນ​ພື້ນ​ຖານຊ້ຳ​ແລ້ວ​ຊ້ຳ​ອີກ​ໃນ​ຫຼາຍໆ​ພາ​ສາ ໂດຍ​ພວກ​ນຳ​ທ່ຽວ​ເພື່ອບໍ່​ໃຫ້​ຕິດ​ເຊື້ອໄວ​ຣັ​ສ​ດັ່ງ​ກ່າວ.

ທ່ານ​ມາ​ທີ​ອາ​ສ ມົກກລາ ນັກ​ທ່ອງ​ທ່ຽວ​ຈາກ​ເຢຍ​ຣະ​ມັນ ກ່າວ​ວ່າ “ເປັນ​ພາ​ສາ​ໄທ ພາ​ສາ​ຈີນ ພາ​ສາ​ເກົາ​ຫຼີ ແລະ​ພາ​ສາ​ຍີ່​ປຸ່ນ ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ ເຂົາ​ເຈົ້າຈະ​ຊ່ວຍ​ບໍ່​ໃຫ້​ພວກ​ເຮົາ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ​ແບບ​ໃດ. ພວກ​ເຮົາ​ສາ​ມາດ​ທຳຄວາມ​ສະ​ອາດ​ມື ລ້າງ​ມື ແລະ​ພວກ​ເຮົາ​ຮູ້​ແລ້ວ ຢູ່​ເຢຍ​ຣະ​ມັນ. ສຳ​ລັບ​ພວກ​ເຮົາ​ແລ້ວ ມັນ​ໂອ​ເຄ.”

ແຕ່​ແນ​ວໃດ​ກໍ​ຕາມ ສຳ​ລັບ​ບຸກ​ຄົນ​ອື່ນໆ​ແລ້ວ ເຂົາ​ເຈົ້າ​ໄດ້​ໃຊ້​ວິ​ທີ​ການ ​ທີ່​ລະ​ມັດ​ລະ​ວັງ ຫຼາຍກວ່ານັ້ນ.

ຍາ​ນາງ​ນິກ​ກີ ໂວ​ເກ​ນາ​ສ໌ ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ແບ​ລ​ຈ້ຽມ​ກ່າວ​ວ່າ “ບໍ່​ໄດ້​ມີ​ຂ່າວ​ຄາວ​ຫຍັງ​ຫຼາຍ​ກ່ຽວ​ກັບ​ເລື້ອງນີ້ ແຕ່​ຂ້ອຍ​ກໍ​ຄິດ​ວ່າ ມັນ​ດີ​ແລ້ວ​ໃນ​ເມື່ອ​ວ່າ​ມັນບໍ່​ມີ​ຫຍັງ​ຫຼາຍ​ເກີດ​ຂຶ້ນ​ຢູ່​ທີ່ນີ້ເທື່ອ ແຕ່​ເຈົ້າ​ບໍ່​ຮູ້​ຈັກ​ເລີຍ​ວ່າ ເຈົ້າ​ໄດ້​ຕິດ​ເຊື້ອ​ຫຼື​ບໍ່ ຈົນເທົ່າ​ມັນ​ສວຍ​ເກີນ​ໄປແມ່ນບໍ. ດັ່ງ​ນັ້ນ​ຈຶ່ງ​ຄວນ​ເອົາ​ມາດ​ຕະ​ການ​ປ້ອງ​ກັນ​ດີກວ່າ.”

ໃນ​ຂະ​ນະ​ດຽວ​ກັນ ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ບາງ​ຄົນຢູ່​ໃນ​ປະ​ເທດ​ທີ່​ປະ​ຊາ​ຊົນ​ສ່ວນນັບ​ຖື​ພຸ​ດ​ທະ​ສ​າ​ສະ​ໜານັ້ນ ໄດ້​ເອົາ​ມາດ​ຕະ​ການ​ຕາມ​ຄວາມ​ເຊື່ອ​ທາງ​ສາ​ສະ​ໜາທີ່​ເຄີຍ​ມີ​ມາ​ແຕ່​ໃດໆ​ ເພື່ອ​ປົກ​ປ້ອງ​ບໍ່​ໃຫ້​ຕິດ​ເຊື້ອ​ໄວ​ຣັ​ສ​ຮ້າຍ​ແຮງ​ດັ່ງ​ກ່າວ.

Sathit Sakulphan Act

ທ່ານ​ສະ​ຖິດ ​ສະກຸ​ລ​ພັນ ຄົນ​ຂາຍ​ຂອງ​ດີ ກ່າວ​ວ່າ “ພ​ວກ​ລູກ​ຄ້າ​ຫຼາຍໆ​ຄົນແມ່ນ ​ຍັງ​ມີ​ຄອບ​ຄົວ​ຢູ່​ຈີນ ແລະ​ເຂົາ​ເຈົ້າ​ກໍ​ມີ​ຄວ​າມ​ເປັນ​ຫ່ວງ ແຕ່​ກໍບໍ່​ສາ​ມາດ​ເຮັດ​ຫຍັງ​ ໄດ້ ແລະ​ຢາກ​ຫາ​ທາງ​ປົກ​ປ້ອງ​ເຂົາ​ເຈົ້າ ດ້ວຍ​ເຫດນີ້​ເຂົາ ເຈົ້າ​ຈຶ່ງ​ຫັນ​ໄປ​ເຊື່ອ​ໃນ ​ສາ​ສະ​ໜາ​ພຸດ. ເວ​ລາ​ເຂົາ​ເຈົ້າ​ເລືອກຂອງ​ດີ ເຂົາ​ເຈົ້າ​ກໍ​ເລືອກ​ເອົາ​ຂອງ​ດີ​ທີ່​ມີ​ອິດທິ​ພົນ​ສູງ​ ແລະ​ສາ​ມາດ​ປົກ​ປ້ອງ​ເຂົາ​ເຈົ້າ​ຈາກ​ອັນ​ຕະ​ລາຍ​ໄດ້. ບາງ​ຄົນ​ກໍ​ເລືອກ​ເອົາຂອງ​ດີ​ທີ່​ໃຫ້​ໂຊກ​ໃຫ້​ລາບ​ແລະ​ມີ​ຄວາມ​ເມດ​ຕາ​ກາ​ລຸ​ນາ.”

ໃນ​ຂະ​ນະ​ທີ່​ຄວາມ​ສົນ​ໃຈ​ຂອງ​ລະ​ຫວ່າງ​ປະ​ເທດ​ໄດ້​ເພັ່ງ​ເລັງ​ໃສ່​ຈີນ ເພື່ອ​ຊ່ວຍ​ຫຼຸດ​ຜ່ອນ​ການ​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສ​ກໍ​ຈິງ​ຢູ່ ແຕ່​ພວກ​ນັກ​ຊ່ຽວ​ຊານ​ຫຼາຍໆ​ຄົນ​ມີ​ຄວາມ​ເປັນ​ຫ່ວງວ່າ ປະ​ເທດ​ເພື່ອນ​ບ້ານ​ເຊັ່ນ​ໄທແມ່ນ​ຖື​ເອົາ​ເລື້ອງ​ທຸ​ລະ​ກິດມາ​ກ່ອນ​ເລື້ອງ​ຄວາມ​ປອດ​ໄພ.

The new coronavirus, has exceeded 1,1000 deaths as the global community intensifies efforts to stem the crisis. In Thailand, where scientists had predicted a bigger outbreak of the virus, updated information has been sporadic, leaving many Thais - especially broadcasters and other in the media -to wonder if some cases are going undetected, or unreported. Steve Sandford reports from Krabi, Thailand.

Experts predicted that Thailand would be one of the countries most at risk' for coronavirus transmission, because of lenient travel restrictions and the massive influx of Chinese visitors last month.

But the low number of reported cases and limited information released by the government has led to major concerns by many in the media.

RUNGTHIP JUNKONG, Radio announcer:
"I want officials to give us information regularly until it is under control and completely finished. Even if the virus comes back it doesn't matter, but right now I think officials should treat it like an emergency. So we can get all the accurate information and provide it to our audience for their protection."

Some tourists who spoke to VOA said they had been given basic advice - repeated in many languages - by tour guides to avoid getting the virus.

MATHIAS MOKKLAR, German tourist:
"In Thai, China, Korea and Japan - they say how they can save us from the Coronavirus. We can take clean hands, wash hands and we know it from Germany. For us it's ok."

((NARRATOR))
Still, others were taking a more cautious approach.

NIKKI WOGENAARS , Belgium tourist:
"There's not much news about it but I guess that's alright in the sense that there hasn't been much here, yet, but you don't really know you're infected until it's too late, right. So, better take some precautions."

Meanwhile, some locals in the predominately Buddhist nation were taking to more traditional spiritual measures for protection from the deadly virus.

SATITH SAKULPHAN, Amulet vendor:
"Many customers have family still in China and they worry but can't do anything about it and want ways to protect themselves so they turn to Buddhist faith. When they choose an amulet they pick ones that are powerful and can protect them from the danger zone. Some choose amulets that provide good luck and kindness."

As international attention is focused on China to help curb the virus, many observers are concerned that neighboring countries like Thailand are putting business ahead of safety.

XS
SM
MD
LG