ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ວິກິດການທາງການເມືອງ ໃນໄທ ກໍ່ໂຕຂຶ້ນມາໄດ້ ຫລາຍປີແລ້ວ (ວີດີໂອ)


ວິ​ກິດ​ການທາງການ​ເມືອງ​ໃນ​ປັດຈຸບັນຂອງ​ໄທ ທີ່​ມີ​ການ​ປະ​ທ້ວງ​
ຫຼາຍ​ບັ້ນ ຢູ່​ຕາມ​ຖະໜົນ​ຫົນທາງ ​ຍັງ​ຜົນ​ໃຫ້ມີຄົນ​ເສຍ​ຊີວິດ​ໄປ
ແລ້ວ​ ຢ່າງ​ໜ້ອຍ 4 ຄົນ ​ແລະບາດ​ເຈັບ​ອີກຫຼາຍ​ຮ້ອຍ​ຄົນນັ້ນ ​
ແມ່ນ​ໄດ້ກໍ່​ໂຕ​ຂຶ້ນ​ມາໄດ້​ຫຼາຍ​ປີ​ແລ້ວ​. ຜູ້​ສື່​ຂ່າວ​ວີໂອ​ເອທີ່​ບາງ
ກອກ Steve Herman ພິຈາລະນາ​ເບິ່ງ​ບັນຫາ​ທີ່​ນອນ​ຢູ່​ເບື້ອງ
​ຫຼັງ ທີ່​ຂັບ​ດັນ​ໃຫ້​ມີ​ການ​ປະ​ທ້ວງນັ້ນ ຊຶ່ງ​ດາຣາຈະ​ນໍາ​ເອົາ​ລາຍ
​ລະອຽດ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ລິງໂດຍກົງ

ກາ​ນປະ​ທ້ວງ​ບັ້ນ​ລ່າ​ສຸດ​ໂດຍ​ພວກ​ເສື້ອ​ເຫຼືອງ​ ໃນການ​ເມືອງຂອງ​ໄທ ​ທີ່​ໃຊ້​ສີ​ເປັນ​ລະຫັດ​ຂອງ​ຝ່າ​ຍຕ່າງໆ​ນັ້ນ​ ແມ່ນ​ສະທ້ອນເຖິງ​ການ​ປະ​ທ້ວງ ທໍານອງ​ດຽວ​ກັນ​ນີ້​ ໃນ​ປີ 2006 ຕໍ່ຕ້ານ​ອະດີດ​ນາຍົກ​ລັດຖະມົນຕີ ທັກສິນ ຊິນນະ​ວັດ.

ກຸ່ມ​ປະສົມ​ທີ່ປະກອບ​ດ້ວຍ ພວກ​ທີ່​ຈົ່ງ​ຮັກ​ພັກດີຕໍ່​ກະສັດ ​ແລະ​ກຸ່ມ​ຊົນ​ຊັ້ນ​ກາງ​ໃນ​ຕົວ​ເມືອງ ​ໄດ້​ກ່າວ​ຫາ ທ່ານ​ທັກສິນ ​ນັກການ​ເມືອງ​ມະຫາ​ເສດ​ຖີ ວ່າ​ສໍ້ລາດ​ບັງ​ຫຼວງ ​ແລະ​ທ່ານ​ກໍ​ໄດ້​ຖືກໂຄ່ນ​ລົ້ມລົງ​ຈາກ​ອໍານາດ ໂດຍ​ການກໍ່​ລັດຖະປະຫານ​ທີ່ປາດ​ສະ​ຈາກການ
ນອງ​ເລືອດ ຂອງ​ກອງທັບ.

ທ່ານ​ທັກສິນ ​ໄດ້​ຫຼົບໜີ​ໄປ​ຂໍ​ລີ້​ໄພ​ໃນ​ຕ່າງປະ​ເທດ ​ແຕ່​ກໍ​ຍັງໄດ້​ຮັບຄວາມ​ນິຍົມ​ຊົມ​ຊອບ​ຢູ່​
ໃນກຸ່ມ​ຊົນ​ຊັ້ນກໍາມະກອນ​ໄທ ພວກ​ທີ່​ມັກ​ນະ​ໂຍບາຍ​ໃຫ້​ເງິ​ນ​ເກື້ອ​ກຸນຄ່າຮັກສາ​ສຸ​ຂະພາບ ​
ແລະການ​ສຶກສາ ຂອງ​ທ່ານ.

​ເວລາຜູ້​ນໍາ​ພັກ​ຝ່າຍ​ຄ້ານ ກໍ​ຄື​ພັກ​ປະຊາທິປັດ ຖືກ​ເລືອກ​ໃຫ້​ເປັນ​ນາຍົກລັດຖະມົນຕີ​ໃນ​ປີ 2008 ນັ້ນ ກໍ​ເປັນ​ໂອກາດ​ແກ້​ແຄ້ນ​ຄືນຂອງ​ພວກ​ທີ່ນິຍົມ​ທັກສິນ ​ຄືພວກປະ​ທ້ວງເສື້ອແດງ
ທີ່​ໄດ້​ເຮັດ​ໃຫ້​ນະຄອນຫຼວງ​ບາງກອກ​ເປັນ​ອໍາມະພາດ​ໄປ ​ໃນ​ເວລາ​ນັ້ນ. ກຸ່ມ​ປະ​ທ້ວງ​ເສື້ອ​ແດງຊຶ່ງ​ປະກອບ​ດ້ວຍ​ກຸ່ມ​ຄົນ​ງານ​ແລະ​ພວກຊາວນາ ​ເປັນສ່ວນ​ໃຫຍ່ນັ້ນ ​ເຫັນ​ຄູ່​ປໍ​ລະ​ປັກ
​ຂອງ​ພວກ​ຕົນ​ ວ່າເປັນ​ພວກຊາວ​ເມືອງ​ຊັ້ນ​ສູງທີ່​ຮັ່ງມີ ບໍ່ເຂົ້າ​ໃຈ​ແລະບໍ່​ເອົາ​ໃຈ​ໃສ່​ຕໍ່ຄວາມ
ຮຽກຮ້ອງ​ຕ້ອງການ​ຂອງ​ຊາວ​ໄທໃນຊົນ​ນະ​ບົດ​ແຕ່​ຢ່າງ​ໃດເລີຍ.


ຕໍ່​ມາ​ໃນ​ປີ 2011 ທ່ານ​ນາງ ຢິ່ງລັກ ຊິນນະ​ວັດ ນ້ອງ​ສາວ​ຂອງ​ທ່ານ​ທັກສິນ ຊະນະ​ການ​ເລືອກ​ຕັ້ງ​ແລະໄດ້ຂຶ້ນເປັນ​ນາຍົກລັດຖະມົນຕີ. ຫຼັງ​ຈາກໄດ້​ຊົມ​ໃຊ້ສະຖຽນ​ລະ​ພາບມາ​ໄດ້​ສອງ​ປີ ການ​ແຕກ​ແຍກ​ທາງ​ການ​ເມືອງ​ກໍ​ໄດ້​ລະ​ເບີດ​ຂຶ້ນ​ມາ​ອີກ ຍ້ອນ​ຮ່າງ​ກົດໝາຍ​ນີລະ​ໂທດ​ກໍາສະບັບ​ນຶ່ງ ທີ່​ຈະ​ເປີດ​ໂອກາດ​ໃຫ້​ທ່ານທັກສິນ​ກັບ​ຄືນ​ສູ່​ປະ​ເທດໄດ້ ​ໂດຍບໍ່ຕ້ອງ​
ປະ​ເຊີນ​ກັບ​ໂທດ​ຈໍາ​ຄຸກ​ ​ໃນຂໍ້​ຫາ​ສໍ້​ລາດ​ບັງ​ຫຼວງ​ນັ້ນ.

ຮ່າງ​ກົດໝາຍ​ດັ່ງກ່າວ​ໄດ້ຖືກ​ຖອນອອກ ​ແຕ່​ພວກ​ຕໍ່ຕ້ານ​ທັກສິນ​ກໍ​ຍັງບໍ່​ຍອມ ພ້ອມ​ກັບ​ສືບ​ຕໍ່ທໍາ​ການ​ປະ​ທ້ວງ ທວງ​ໃຫ້ຈັດຕັ້ງສະພາ​ປະຊາຊົນ ​ໂດຍທີ່​ບໍ່​ມີ​ການ​ເລືອກ​ຕັ້ງ​ເອົາ​ນັ້ນ ​ຂຶ້ນ​ມາບໍລິຫານ​ປະ​ເທດ​ແທນ​ລັດຖະບານ​.

ຕະຫຼອດ​ເວລາ​ຂອງ​ຂໍ້​ຂັດ​ແຍ້​ງກັນ​ນີ້ ກະສັດ​ ພູມິ​ພົນ ອະດຸນ​ຍະ​ເດດ ​ຊົງ​ຖືກ​ເບິ່ງ​ເຫັນ​ວ່າ
ເປັນ​ຜູ້​ຖືຫາງ​ເສືອ​ທີ່ສໍາຄັນ.

ຂະນະ​ທີ່​ປະ​ເທດ​ຊາດ​ຢຸດການ​ຜິດ​ຖຽງ​ກັນ​ໄວ້​ຊົ່ວຄາວ ​ເພື່ອສະ​ເຫຼີມສະຫຼອງວັນ​ຄ້າຍວັນ
ປະສູດ​ຄົບຮອບ 86 ພັນ​ສາຂອງ​ພະ​ອົງ ກະສັດ​ພູມິ​ພົນບໍ່​ໄດ້​ຊົງ​ດໍາລັດ​ໂດຍກົງ​ ກ່ຽວ​ກັບວິ​ກິດ
​ການ​ທາງການ​ເມືອງໃນ​ປັດຈຸບັນ ​ແຕ່​ຊົງກ່າວ​ວ່າ ປະ​ເທ​ດຊາດມີ​ສັນຕິ​ສຸກ ຍ້ອນປະຊາຊົນ
ປຸ້ມລຸມ​ກັນ.

ກະສັດພູມີ​ພົນ ​ຊົງ​ກ່າວວ່າ ​“ຊາວ​ໄທ​ທຸກ​ຄົນຄວນ​ຈະ​ສໍານຶກ​ໃນ​ຂໍ້​ນີ້​ໃຫ້ດີ​ ແລະ​ຄວນ​
ຈະຕັ້ງ​ໃຈປະພຶດ​ຕົວ ປະຕິບັດ​ງານ​ໃຫ້​ສົມ​ກັບ​ຖານະ​ແລະ​ໜ້າ​ທີ່ ​ເພື່ອ​ໃຫ້​ສໍາ​ເລັດ​
ປະ​ໂຫຍ​ດຂອງ​ສ່ວນ​ລວ​ມ ​ເພື່ອ​ຄວາມ​ໝັ້ນຄົງ ປອດ​ໄພ​ຂອງ​ຊາດ​ບ້ານ​ເມືອງ.”


ສະ​ຖາ​ບັນ​ທີ່​ມີ​ອິດ​ທິພົນ​ຫຼາຍທີ່​ສຸດ ​ລອງ​ຈາກກະສັດ ກໍ​ຄື​ກອງທັບ. ພວກ​ນາຍ​ພົນ​ໄດ້​ເຂົ້າ​
ໄປ​ແຊກ​ແຊງໃນການ​ເມືອງ​ໄທ​ 18 ຄັ້ງ ນັບ​ຕັ້ງ​ແຕ່​ການ​ ​ປົກຄອງ​ໂດຍລະ​ບອບ​ກະສັດທີ່​
ມີ​ອໍານາດເດັດຂາດ ສິ້ນ​ສຸດ​ລົງ​ໃນ​ປີ 1932.

ທ່ານ ຊອນ ບຸນ​ປຣະຄົງ ທີ່​ປຶກສາ​ຄວາມ​ໝັ້ນຄົງ​ຂອງ​ຊາດ ຢືນ​ຢັດວ່າ ບັນດານາຍ​ພົນ​
ທັງຫຼາຍ​ໄດ້ເປັນ​ຜູ້​ສະ​ໜັບສະ​ໜຸນ​ຢ່າງ​ແຂງ​ຂັນ ຂອງ​ລັດຖະບານ​ຊຸດ​ປັດຈຸບັນ.

​ທ່ານ ຊອນ ​ເວົ້າ​ວ່າ: “ຂ້າພ​ະ​ເຈົ້າ​ເຊື່ອ​ວ່າ ທ່າ​ທີ່​ຂອງ​ຝ່າຍທະຫານໄດ້​ປ່ຽນ​ແປງ​ໄປ
​ຢ່າງ​ໃຫຍ່​ຫຼວງ ນັບຕັ້ງ​ແຕ່​ການ​ກໍ່ລັດຖະປະຫານ​ເມື່ອ​ປີ 2006 ເປັນ​ຕົ້ນ​ມາ. ຄື​
ພວກ​ເຂົາ​ເຈົ້າ​ໄດ້​ປະຕິບັດ​ງານ​ກັບ​ນາຍົກລັດຖະມົນຕີ ​ເພື່ອ​ຍຸຕິ​ຄວາມ​ເຄັ່ງ​ຕຶງ​.”

​ແຕ່ຄົນ​ອື່ນໆ ​ເຊັ່ນທ່ານ ປາ​ນິທານ ວັດທະນະ​ຢາກ​ອນ ອາ​ຈານ​ສອນ​ແລະ​ອະດີດໂຄສົກ
​ລັດຖະບານ​ພັກ​ປະຊາ​ທິປັດ ກ່າວ​ວ່າ ຝ່າຍທະຫານ​ໄດ້​ໃຫ້ສົ່ງ​ສັນຍານໃຫ້​ເຫັນ​ເຖິງຄວາມ​
ເຫັນ​ໃຈ​ຕໍ່​ຝ່າຍ​ຄ້ານ ຊຶ່ງ​ອາດ​ເປັນ​ຄໍາ​ອະທິບາຍ​ໄດ້​ວ່າ​ ເປັນ​ຫຍັງ​ຝ່າຍ​ຕໍາຫຼວດ​ຈຶ່ງ​ມີ​ທ່າ​ທີ
ລັງ​ເລ​ໃຈຫຼາຍຂຶ້ນ​ໄປ​ນັບ​ມື້​ ຕໍ່​ການ​ປະ​ເຊີນໜ້າ ຫຼື​ຂັດຂວາງ​ພວກປະ​ທ້ວງ.

ທ່ານ ປາ​ນິທານ​ເວົ້າ​ວ່າ: “ຝ່າຍ​ທະຫານ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າສະໜັບສະໜຸນ
ປະ​ເທດ​ຊາດ ພວກ​ເຂົາ​ເຈົ້າບໍ່​ໄດ້ເວົ້າ​ວ່າ​ ສະໜັບສະໜຸນ​ລັດຖະບານ. ສະ​ນັ້ນ
ຈຶ່ງ​ຖືວ່າ​ເປັນ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່ຫຼວງ​ປະການ​ນຶ່ງສໍາລັບ​ທ່ານ​ນາງ ຢິ່ງລັກ ​ໃນ​
ຖານະລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ທີ່​ຈະ​ຕ້ອງພະຍາຍາມ​ໃຫ້ ໄດ້​ຮັບການ​
ສະໜັບສະໜຸນ​ໂດຍ​ເຕັມ​ ຄື​ການ​ສະໜັບສະໜຸນ​ໂດຍ​ເດັດຂາດ ຈາກ​ຝ່າຍ​ທະ
ຫານ ຊຶ່ງ​ ບໍ່​ຊົງ​ວ່າ ທ່ານ​ນາງຈະ​ໄດ້​ຮັບ​ການ​ສະໜັບ​ສະ​ໜຸນ​ດັ່ງກ່າວນັ້ນ​ເລີຍ.”


ທາງ​ຝ່າຍທ່ານ​ຊອນ ທີ່​ປຶກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ແລະ​ອະດີດ​ໂຄສົກ​ຄົນ​ນຶ່ງ​ຂອງ
ຝ່າຍ​ເສື້ອ​ແດງ ສະ​ແດງ​ຄວາມ​ຫວັງ​ວ່າ ​ໄທ​ໄດ້​ກ່າວ​ເຂົ້າສູ່​ຍຸກ​ ທີ່ການ​ແຊກແຊງ​ຂອງ​ຝ່າຍ​ທະຫານນັ້ນ ​ໄດ້​ກາຍ​ເປັນ​ປະຫວັດສາດ​ໄປ​ແລ້ວ. ທ່ານ​ຊອນ​ເວົ້າ​ຕໍ່​ໄປ​ວ່າ:

“ຂ້າພະ​ເຈົ້າຄິດ​ວ່າ ຄໍາ​ວ່າ “ລັດຖະປະຫານ” ​ເປັນ​ຄໍາທີ່​ລ້າ​ສະ​ໄໝແລ້ວ ບໍ່​ຫຼາຍ
​ກໍໜ້ອຍ ​ແຕ່​ໄທກໍ​ຍັງ​ເປັນ​ໄທ ຄືແທ້ໆ​ແລ້ວ ເຮົາ​ຈະ​ບໍ່​ມີ​ວັນ​ລຶບ​ຄໍາ​ນັ້ນອອກ​ໄດ້.”


​ໄທ​ຈະ​ຫຼີກລ່ຽງ​ເຫດການ​ນອງ​ເລືອດ​ຢ່າງ​ໃຫຍ່​ໄດ້ຫຼື​ບໍ່ນັ້ນ ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ ແຕ່ຫຼາຍໆ​
ຄົນກໍ​ຫວັງ​ວ່າ ຊາວ​ໄທ​ຈະ​ຖອດ​ຖອນ​ບົດຮຽນຈາກຄວາມ​ວຸ້ນວາຍທາງ​ການ​ເມືອງ ທີ່ມີມາ
​ໄດ້​ເກືອບ​ນຶ່ງ​ທົດ​ສະ​ວັດ​ແລ້ວ​ນັ້ນ.



XS
SM
MD
LG