ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໗ ມິຖຸນາ ໒໐໒໓

ສະຫະລັດ ສະໜັບສະໜຸນ ການເລືອກຕັ້ງ ໃນໄທ (ສະໄລດ໌/ວີດີໂອ)


ນາຍົກລັດຖະມົນຕີໄທ ສະແດງຄວາມຮູ້ສຶກສະເທືອນອາລົມ ແລະທໍ້ໃຈ ຫລັງຈາກຖະແຫລງຕໍ່ນັກຂ່າວ ຢູ່ບາງກອກ ເມື່ອວັນທີ 10 ທັນວາ 2013.
ວັນອັງຄານວານນີ້ ລັດຖະບານໄທໄດ້ປະຕິເສດ
ອີກຄັ້ງນຶ່ງ ຕໍ່ຄໍາຮຽກຮ້ອງຈາກບັນດາຜູ້ນໍາຂອງພວກປະທ້ວງ
ທີ່ໃຫ້ລາອອກ ແລ້ວປ່ອຍໃຫ້ສະພາປະຊາຊົນ ທີ່ຖືກແຕ່ງຕັ້ງ
ເອົານັ້ນ ເຂົ້າມາບໍລິຫານປະເທດແທນ. Steve herman ຜູ້ສື່
ຂ່າວວີໂອເອ ທີ່ບາງກອກ ມີລາຍງານເລື້ອງນີ້ ຊຶ່ງດາຣາຈະນໍາ
ມາສະເໜີທ່ານ.

ລິງໂດຍກົງ

ນຶ່ງ​ມື້​ຫລັງ​ຈາກ​ທີ່​ນາຍົກລັດຖະມົນຕີ​ໄທ ທ່ານ​ນາງຢິ່ງລັກ ຊິນນະ
​ວັດ ​ໄດ້​ອອກ​ມາ​ປະກາດຍຸບ​ສະພາ ​ແລະ​ຮຽກ​ການ​ເລືອກ​ຕັ້ງ​ໃໝ່​
ຂຶ້ນ ກໍປະກົດ​ແລ​ເຫັນ​ໄດ້​ວ່າ ການ​ປະ​ທ້ວງ​ຢູ່​ຕາມ​ຖະໜົນ​ຫົນທາງ
​ໃນ​ເມືອງ​ຫລວງ​ບາງກອກ ຕໍ່ຕ້ານ​ລັດຖະບານ​ຂອງ​ທ່ານ​ນາງ​ນັ້ນ ​ໄດ້​ສ້າງ​ຄວາມ​ສະ​ເທືອ​ນ
ອາລົມ ​ແລະ​ຄວາມທໍ້​ໃຈ​ໃຫ້​ແກ່​ທ່ານ​ນາງ ຢ່າງ​ໃຫຍ່. ໃນ​ການ​ອອກ​ມາ​ຖະແຫລ​ງສັ້ນໆ​ຕໍ່​ນັກ​ຂ່າວ ທີ່​ຖືກ​ຖ່າຍ​ທອດ​ອອກໂທລະພາບ ​ໃນ​ວັນ​ອັງຄານ​ວານ​ນີ້ ທ່ານ​ນາງ​ໄດ້​ຮ້ອງ​ຂໍ​ເອົາ​ຄວາມ​ເຂົ້າອົກເຂົ້າ​ໃຈ ຈາກ​ປະຊາຊົນ​ວ່າ ທ່ານ​ນາງ​ຈະ​ຕ້ອງ​ໄດ້​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່ເປັນ
​ນາຍົກລັດຖະມົນຕີ​ຮັກສາ​ການ​ຊົ່ວຄາວ​ຕໍ່​ໄປ ຈົນ​ຮອດ​ມື້​ເລືອກ​ຕັ້ງ ​ຄື​ວັນ​ທີ 2 ກຸມພາ ປີໜ້າ
​ນັ້ນ ​ເຖິງ​ແມ່ນ​ມີ​ການ​ຮຽກຮ້ອງ​ຊໍ້າ​ແລ້ວ​ຊໍ້າ​ອີກຈາກ​ຝ່າຍຄ້ານ ​ໃຫ້​ທ່ານ​ນາງ​ລາ​ອອກໂດຍ
ທັນທີ​ກໍ​ຕາມ. ນາຍົກລັດຖະມົນຕີ​ໄທ ກ່າວ​ດ້ວຍ​ນໍ້າ​ສຽງ​ສັ່ນໆ​ວ່າ:

“ພວກ​ເຮົາ​ຈະ​ເປັນ​ແບບ​ນີ້​ກັນ​ຕໍ່​ໄປ​ບໍ? ຂ້າພະ​ເອງ​ກໍ​ໄດ້​ຖອຍ​ຈົນ​
ບໍ່​ມີ​ບ່ອນ​ຈະ​ຖອຍ​ແລ້ວ. ຂໍ​ຄວາມ​ເປັນ​ທໍາ​ນໍາ​ບັນດາ​ທ່ານ​ດ້ວຍ.”


ຂະນະ​ທີ່​ທ່ານ​ນາງ​ຢິ່ງລັກ ກ້າວ​ລົງ​ມາ​ຈາກ​ແທ່ນ​ກ່າວ​ຄໍາ​ປາ​ໄສ​ນັ້ນ ພວກ​ນັກ​ຂ່າວ​ສັງ​ເກດ​
ເຫັນ​ນໍ້າຕາ ​ ຢູ່ໃນ​ເບົ້າຕາ​ຂອງ​ທ່ານ​ນາງ. ຢູ່​ທາງ​ນອກ​ສະ​ໂມ​ສອນ​ຂອງ​ກອງທັບ ບ່ອນ​ທີ່​
ທ່ານ​ນາງ​ທໍາ​ການ​ພົບ​ປະ​ຫາລື​ກັບ​ຄະນະ​ລັດຖະບານ​ນັ້ນ ພວກ​ປະ​ທ້ວງ​ສືບ​ຕໍ່​ກົດ​ດັນ​ໃຫ້​
ທ່ານ​ນາງ ລົງ​ຈາກ​ອໍານາດ.

ໃນ​ມື້ກ່ອນ ຄື​ມື້​ວັນ​ຈັນ​ນັ້ນ ພວກ​ປະ​ທ້ວງ​ກ່ວາ 150 ພັນ​ຄົນ ​ໄດ້​ພາກັນ​ເດີນ​ຂະ​ບວນ ​ໄປ​ຍັງ​ທໍານຽບລັດຖະບານ ​ເພື່ອ​ສະ​ແດງ​ການ​ຄັດຄ້ານ​ຕໍ່​ອັນ​ທີ່​ເຂົາ​ເຈົ້າ​ກາ​ໜ້າ​ວ່າ ​ເປັນ​ອໍານາດ​ປົກຄອງ​ທີ່​ບໍ່​ຖືກຕ້ອງ​ຕາມກົດ ໝາຍ ທີ່​ຄວບ​ຄຸມ​ໂດຍ​ອ້າຍ​ຂອງ​ທ່ານ​ນາງ​ຢິ່ງລັກ ອະດີດ​ນາຍົກລັດ ຖະມົນຕີ​ ທັກສິນ ຊິນນະ​ວັດ ທີ່​ໄດ້​ຫລົບໜີ​ໄປ​ຢູ່​ຕ່າງປະ​ເທດ ​ເພື່ອຫລີກ​ລ່ຽງ​
ໂທດ​ຈໍາ​ຄຸກ ຍ້ອນ​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ໃນ​ຂໍ້ຫາ​ສໍ້​ລາດ​ບັງ​ຫລວງ.


ໃນ​ຂະນະ​ທີ່​ລັດຖະບານ​ກະກຽມ​ຫ້າງ​ຫາ ສໍາລັບ​ການ​ເລືອກ​ຕັ້ງ ທີ່​ຈະ​ມີ​ຂຶ້ນ​ໃນ​ອີກ​ບໍ່​ຮອດ
60 ມື້ ຄື​ໃນ​ວັນ​ທີ 2 ກຸມພາ​ນັ້ນ ພວກ​ທີ່​ຄັດຄ້ານ​ຕໍ່ ທ່ານ​ນາງ​ຢິ່ງລັກ ກໍ​ສືບ​ຕໍ່​ຮຽກຮ້ອງ​ໃຫ້​
ຈັດ​ຕັ້ງ​ສະພາ​ປະຊາຊົນ​ຂຶ້ນ​ມາ ບໍລິຫານ​ປະ​ເທດ​ແທນ​ລັດຖະບານ​ຂອງ​ທ່ານ​ນາງ.

ສະພາບ​ການ​ບໍ່​ໄປ​ບໍ່​ມາ​ທາງ​ການ​ເມືອງ​ຂອງ​ໄທ ຊຶ່ງ​ເປັນ​ນຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ການ​
ເປີດ​ກ້ວາງ​ທາງ​ການ​ເມືອງ ຫລາຍ​ກ່ວາ​ປະ​ເທດ​ອື່ນໆ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​
ໃຕ້​ນັ້ນ ​ໄດ້​ສ້າງ​ຄວາມ​ເປັນ​ຢູ່​ໃນ​ຕ່າງປະ​ເທດ. ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້​
ອອກ​ຄໍາ​ຖະ​ແຫລ​ງສະບັບ​ນຶ່ງ ສະໜັບສະໜຸນ​ຂັ້ນ​ຕອນ​ປະຊາທິປະ​ໄຕ ຢູ່​ໃນ​ໄທ ​ໂຮມ​ທັງ​
ການ​ເລືອກ​ຕັ້ງ​ນັ້ນ. ​ໂຄສົກ​ກະຊວງ​ຕ່າງປະ​ເທດ ທ່ານ​ນາງ Jen Psaki ກ່າວ​ວ່າ ວໍ​ຊິງ​ຕັນ​
ຢາກ​ເຫັນ​ສະຖານະ​ການ​ຖືກ​ແກ້​ໄຂ ​ໂດຍ​ປາດ​ສະ​ຈາກ​ຄວາມ​ຮຸນ​ແຮງ​ໃດໆ​ຕື່ມ​ອີກ. ​
ໂຄສົກ Psaki ​ເວົ້າ​ວ່າ:

“ຈຸດ​ສຸມ​ຂອງ​ພວກ​ເຮົາ​ໃນ​ເລື້ອງ​ນີ້ ກໍ​ຄື​ສືບ​ຕໍ່​ຊຸກຍູ້​ໃຫ້​ມີ​ການ​ແກ້​ໄຂ​ແບບ​ສັນຕິ
ກ່ຽວ​ກັບ​ສິ່ງ​ທີ່​ກໍາລັງ​ດໍາ​ເນີນ​ໄປ​ຢູ່​ໃນ​ໄທ​ນັ້ນ ​ແລະ​ແນ່​ນອນ​ວ່າ ພວກ​ເຮົາ​ກໍາລັງ​ຕິດຕາມ​ເບິ່ງ​ສະຖານະ​ການ​ຢ່າງ​ໃກ້ຊິດ ດັ່ງ​ທີ່​ຄໍາ​ຖະ​ແຫລ​ງຂອງ​ພວກ​ເຮົາ​ເປັນ​
ຫລັກ​ຖານ​ໄດ້​ດີ ​ແຕ່​ກໍ​ບໍ່​ໄດ້​ໝາຍ​ຄວາມ​ ວ່າ ພວກ​ເຮົາ​ໃຫ້ການ​ສະໜັບ​ສະ​ໜຸນ
​ແກ່​ຝ່າຍ​ໃດ​ຝ່າຍ​ນຶ່ງ​ໂດຍ​ສະເພາະ​ ໃນ​ເລື້ອງ​ນີ້.”


ທີ່​ປັກ​ກິ່ງ ​ໂຄາກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ Hong Lei ກໍ​ໄດ້​ສະແດງ​ການ​ສະໜັບ​ສະໜຸນ ຕໍ່​ການ​ເລືອກ​ຕັ້ງ​ເຊ່ນ​ກັນ ​ໂດຍ​ກ່າວ​ວ່າ:

“​ໃນ​ຖານະ​ເປັນ​ປະ​ເທດ​ເພື່ອນ​ບ້ານ​ທີ່​ເປັນ​ມິດ​ກັບ​ໄທ​ນັ້ນ ຈີນ​ຫວັງ​ວ່າການ​
ເລືອກ​ຕັ້ງ​ຈະ​ດໍາ​ເນີນ​ໄປຢ່າງ​ລາຍ​ລື່ນ ​ແລະ​ຈີນ​ຢາກ​ເຫັນ​ທຸກ​ພັກ​ຝ່າຍ​ປະຕິ
ບັດ​ການ ຢູ່​ພາຍ​ໃນ​ຂອບ​ເຂດ​ຂອງ​ລັດຖະທໍາ​ມະນູນ ​ແລະ​ກົດໝາຍ.”


ບໍ່​ເປັນ​ທີ່​ແຈ້ງ​ຂາວ​ໃນ​ເວລາ​ນີ້​ເທື່ອ​ວ່າ ຝ່າຍ​ຄ້ານ​ຈະ​ຂໍ້​ວາ​ບາດ​ ການ​ເລືອກ​ຕັ້ງ​ຫລື​ບໍ່ ຊຶ່ງ​ເຂົາ​ເຈົ້າ​ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ເປັນ​ຝ່າຍ​ເສຍ​ປຽບ​ຕາມ​ເຄີຍ.

ທ່ານ​ສຸ​ເທບ ​ເທືອ​ກສຸບັນ ຜູ້​ນໍາ​ຝ່າຍ​ຄ້ານ​ຄົນ​ນຶ່ງ ທີ່​ໄດ້​ລາ​ອອກ​ຈາກ​ພັກ​ປະຊາທິປັດ ​ໄດ້​
ຮຽກຮ້ອງ​ໃຫ້​ບັນດາ​ລັດຖະກອນ ​ໄປ​ລາຍ​ງານ​ໂຕ​ຕໍ່​ກຸ່ມ​ປະ​ທ້ວງ ​ແທນ​ທີ່​ຈະ​ໄປ​ຫາ​ລັດຖະ
ບານ. ນອກ​ນີ້ ທ່ານ​ສຸ​ເທດ ຊຶ່ງ​ປະ​ເຊີນ​ກັບ​ການ​ຖືກ​ຈັບ ​ໃນຂໍ້​ຫາ​ກໍ່​ກະບົດ​ນັ້ນ ຍັງ​ໄດ້​ຮຽກ
ຮ້ອງ​ໃຫ້​ມີ​ການ ຈັດ​ຕັ້ງ​ກໍາລັງ​ອາສາ​ສະມັກ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຄຸ້ມ​ບ້ານ​ຂຶ້ນ ມາ
ເພື່ອ​ຮັກສາ​ຄວາມ​ສະ​ງົບ ​ແທນ​ຕໍາຫລວດ​ທີ່​ທ່ານ​ກ່າວ​ວ່າ ສໍ້​ລາດບັງ​ຫລວງ ກັບ​ເຂົ້າ​ຂ້າງ​
ແລະ​ປ້ອງ​ກັນ​ລັດຖະບານ​ຊຸດ​ປັດຈຸບັນ​ນັ້ນ.

ເບິ່ງລາຍງານວີດີໂອ ຂອງ Steve Herman ກ່ຽວກັບການເມືອງໄທ:

Thai Protest Continues Despite Prime Minister’s Call for New Elections
please wait

No media source currently available

0:00 0:03:02 0:00
ລິງໂດຍກົງ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG