ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ​ຈະ​ສົ່ງ​ອອກ​ໝາກ​ໄມ້​ ກວ່າ 2 ຮ້ອຍ​ພັນລ້ານ​ບາດ​ຜ່ານ​ລາວ​ໄປ ຈີນ ໂດຍ​ລົດ​ໄຟ ລາວ-ຈີນ ໃນ​ປີ 2023 ນີ້


​ໝາກ​ຖົ່ວ​ລຽນ​ໄທ ທີ່​ຖືກ​ສົ່ງ​ອອກ​ໄປ ຈີນ.
​ໝາກ​ຖົ່ວ​ລຽນ​ໄທ ທີ່​ຖືກ​ສົ່ງ​ອອກ​ໄປ ຈີນ.

ໄທ​ຈະ​ສົ່ງ​ອອກ​ໝາກ​ໄມ້​ກວ່າ 2 ແສນ​ລ້ານ​ບາດ​ຜ່ານ​ລາວ​ໄປ ຈີນ ໂດຍ​ລົດ​ໄຟ ລາວ-ຈີນ ໃນ​ປີ 2023 ນີ້​ໃນ​ຂະ​ນະ​ທີ່​ທາງ​ການ​ລາວ​ມີ​ຄວາມ​ຫວັງ​ວ່າ​ຈະ​ສົ່ງ​ອອກ​ສິນ​ຄ້າ​ກະ​ສິ​ກຳ​ໄປ ຈີນ ໄດ້​ເພີ່ມ​ຂຶ້ນ​ໃນ​ປີ​ດຽວ​ກັນ​ນີ້.

ເຈົ້າ​ໜ້າ​ທີ່​ໃນ​ກະ​ຊວງ​ພາ​ນິດ​ຂອງ ໄທ ເປີດ​ເຜີຍ​ວ່າ​ການ​ທີ່ ໄທ ໄດ້​ມີ​ການ​ປັບ​ປ່ຽນ​ການ​ຂົນ​ສົ່ງ​ສິນ​ຄ້າ​ກະ​ສິ​ກຳ​ໄປ ຈີນ ໂດຍ​ການ​ຫັນ​ມາ​ຂົນ​ສົ່ງ​ດ້ວຍ​ລົດ​ໄຟ ລາວ-ຈີນ ເພີ່ມ​ຂຶ້ນ​ນັບ​ແຕ່​ເດືອນ​ມັງ​ກອນ 2022 ເປັນ​ຕົ້ນ​ມາ​ນອກ​ຈາກ​ຈະ​ເຮັດ​ໃຫ້​ການ​ສົ່ງ​ອອກ​ສິນ​ຄ້າ​ກະ​ສິ​ກຳ​ຂອງ ໄທ ໄປ ຈີນ ມີ​ຄວາມ​ສະ​ດວກວ່ອງ​ໄວ​ແລະ​ປະ​ຢັດ​ຄ່າ​ຂົນ​ສົ່ງ​ຈາກ​ເດີມ​ເກີນກວ່າ 40 ເປີ​ເຊັນ​ແລ້ວ​ກໍ​ຍັງ​ເຮັດ​ໃຫ້​ມູນ​ຄ່າ​ການ​ສົ່ງ​ອອກ​ສິນ​ຄ້າ​ກະ​ສິດ​ກຳ​ຂອງ ໄທ ຜ່ານ ລາວ ໄປ ຈີນ ເພີ່ມ​ຂຶ້ນ​ດ້ວຍ ໂດ​ຍ​ສະ​ເພາະ​ແມ່ນ​ໝາກ​ໄມ້ 13 ຊະ​ນິດ​ເຊັ່ນ ຖົ່ວ​ລຽນ, ລຳ​ໄຍ, ມັງ​ຄຸດ ແລະ ໝາກ​ພ້າວ​ອ່ອນ​ນັ້ນ ມີ​ມູນ​ຄ່າ​ສົ່ງ​ອອກ​ລວມ​ເກີນກວ່າ 90,800 ລ້ານ​ບາດ​ໃນ​ປີ 2022 ແລະ ຄາດ​ໝາຍ​ວ່າ​ຈະ​ເພີ່ມ​ຂຶ້ນ​ເປັນ 2 ແສນກວ່າ​ລ້ານ​ບາດ​ໃນ​ປີ 2023 ຊຶ່ງ​ລວມ​ເຖິງ​ຢາງ​ພາ​ລາ ແລະ ເຂົ້າ​ໜຽວ​ທີ່ ຈີນ ນຳ​ເຂົ້າ​ຈາກ​ໄທ ຫຼາຍ​ທີ່​ສຸດ ແລະ ໃນ​ໄວໆ​ນີ້ ໄທ ຍັງ​ຈະ​ເພີ່ມ​ການ​ສົ່ງ​ອອກ​ໝາກ​ໄມ້​ໄປ ຈີນ ຈາກ​ເດີມ 13 ຊະ​ນິດ​ເປັນ 22 ຊະ​ນິດ​ອີກ​ດ້ວຍ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງໄທ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ຢາ​ງ​ພາ​ລາ​ຂອງ​ເຮົາ​ນີ້ ເຮົາ​ເປັນ​ເຈົ້າ​ຕະຫຼາດ​ໃນ ຈີນ ເນາະ. ເຮົາ​ກໍ​ພ້ອມ​ທີ່​ຈະ​ສົ່ງ​ຢາງ​ພາ​ລາດ​ເທິງ​ເສັ້ນ​ທາງ​ສາຍນີ້​ໂດຍບໍ່​ຕ້ອງ​ຜ່ານ​ໄປ​ທາງ​ເຮືອ ອັນ​ທີ​ສອງ​ກໍ​ຄື​ເຂົ້າ​ເຮົາ​ກໍ​ຄອງ​ແຊັ້ມ​ໃນ​ການ​ສົ່ງ​ເຂົ້າ​ໄປ ຈີນ ອີກ​ເໝືອນ​ກັນ ສອງ​ລາຍ​ການນີ້​ກໍ​ໜ້າ​ຈະ​ມີບໍ່​ຕ່ຳ​ກວ່າ 6 ລ້ານ​ໂຕນ. ໝາກ​ໄມ້​ນີ້​ເປັນ​ເລື່ອງ​ທີ່​ເຮົາ​ເຈ​ລະ​ຈາ​ເລັ່ງ​ດ່ວນ​ທີ່​ສຸດ ເຮົາ​ໄດ້​ເຮັດ​ພິ​ທີ​ສານ​ໃນ​ການ​ເປີດ​ດ່ານ​ໜອງ​ຄາຍ-ດ່ານ​ລົດ​ໄຟ​ບໍ່​ຫານ​ຂົນ​ສົ່ງ​ໝາກ​ໄມ້ 22 ຊະ​ນິດ.”

ທັງ​ນີ້​ການ​ທ່າ​ເຮືອ​ແຫ່ງ​ປະ​ເທດ ໄທ ລາຍ​ງານ​ວ່າ​ການ​ຂົນ​ສົ່ງ​ສິນ​ຄ້າ​ທາງ​ເຮືອ​ໃນ​ແມ່​ນ້ຳ​ຂອງ​ລະ​ຫວ່າງ ຈີນ-ລາວ-ໄທ ໃນ​ປີ 2021 ແລະ ໃນ​ປີ 2022 ໄດ້​ປັບ​ຕົວຫຼຸດ​ລົງ​ເກີນກວ່າ 85 ເປີ​ເຊັນ​ທຽບ​ໃສ່​ປີ 2019 ໂດຍ​ມີ​ສາ​ເຫດ​ມາ​ຈາກ​ການ​ລະ​ບາດ​ໂຄວິດ-19 ທີ່​ເຮັດ​ໃຫ້​ທາງ​ການ ຈີນ ຫ້າມບໍ່​ໃຫ້​ຂົນ​ສົ່​ງ​ສິນ​ຄ້າ​ຈາກ ລາວ ແລະ ໄທ ໄປ​ໃນ​ແຂວງ​ຢຸ່ນ​ໜານ ຈຶ່ງ​ເຮັດ​ໃຫ້​ການ​ຄ້າ​ໃນ​ແມ່​ນ້ຳ​ຂອງ​ລະ​ຫວ່າງ ຈີນ-ລາວ-ໄທ ຢູ່​ທີ່​ທ່າ​ເຮືອ​ຊຽງ​ແສນ​ມີ​ມູນ​ຄ່າຫຼຸດ​ລົງ​ຈາກ​ລະ​ດັບ​ສະ​ເລ່ຍ 50,000 ກວ່າ​ລ້ານ​ບາດ​ໃນ​ແຕ່​ລະ​ປີ ເຫຼືອ​ພຽງ 10,000 ກວ່າ​ລ້ານ​ບາດ​ຕໍ່​ປີ​ນັບ​ຈາກ​ປີ 2020 ເປັນ​ຕົ້ນ​ມາ ໂດຍ​ສະ​ເພາະ​ໃນ​ປີ 2020 ນັ້ນ​ການ​ຄ້າ​ທາງ​ເຮືອ​ໃນ​ແມ່​ນ້ຳ​ຂອງ​ລະ​ຫວ່າງ ຈີນ-ລາວ-ໄທ ຢູ່​ທີ່​ທ່າ​ເຮືອ​ຊຽງ​ແສນ ມີ​ມູນ​ຄ່າ​ລວມ​ພຽງ​ແຕ່ 8,500 ກວ່າ​ລ້ານ​ບາດ​ເທົ່າ​ນັ້ນ.

ໃນ​ປີ 2020 ໄທ​ມີ​ມູນ​ຄ່າ​ການ​ຄ້າ​ຊາຍ​ແດນ​ກັບ​ການ​ຄ້າ​ຜ່ານ​ແດນ​ລວມກວ່າ 1.79 ລ້ານ​ລ້ານ​ບາດ ໂດຍ​ໄທ​ໄດ້​ປຽບ​ດຸນ​ການ​ຄ້າ​ຕໍ່​ລາວ ແລະ ຈີນ ໃນ​ມູນ​ຄ່າ​ 89,925 ກວ່າລ້ານ​ບາດ ແລະ 22,247 ລ້ານ​ບາດ​ຕາມ​ລຳ​ດັບ ສ່ວນ​ການ​ຄ້າ​ລະ​ຫວ່າງ​ລາວ​ກັບ ຈີນ ກໍ​ມີ​ມູ​ນ​ຄ່າ​ລວມ 3,978 ລ້ານ​ໂດ​ລາ ໂດຍ​ລາວ​ໄດ້​ປຽບ​ດຸນ​ການ​ຄ້າ​ໃນ​ມູນ​ຄ່າ 488 ລ້ານ​ໂດ​ລາ​ເພາະ ຈີນ ໄດ້​ວາງ​ບົດ​ບາດ​ໃຫ້ ລາວ ເປັນ​ຜູ້​ຜ​ະ​ລິດ​ສະ​ບຽບ​ອາ​ຫານ​ເພື່ອ​ຕອບ​ສະ​ໜອງ​ໃຫ້ ຈີນ ຫຼາຍ​ຂຶ້ນ​ນັບ​ມື້ ດັ່ງ​ທີ່​ນັກ​ທຸ​ລະ​ກິດໃນ​ລາວ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ລັດ​ຖະ​ບານ ສ​ປ ຈີນ ໄດ້​ປະ​ກາດ​ວ່າ​ເອົາ ສ​ປ​ປ ລາວ ເປັນ​ນຶ່ງ​ຢູ່​ໃນ​ເຂດ​ຜະ​ລິດ​ສະ​ບຽບ​ອາ​ຫານ​ສະ​ໜອງ​ໃຫ້​ຜູ້​ບໍ​ລິ​ໂພກ​ໃນ ສ​ປ ຈີນ ດ້ວຍ​ຄວາມ​ສະ​ອາດ, ປອດ​ໄພ ເພາະ​ສະ​ນັ້ນ​ໂຕນີ້​ກໍ​ເປັນ​ໂອ​ກາດ​ຊຸກ​ຍູ້​ຜູ້​ຜະ​ລິດ ຫຼື ຊາວ​ກະ​ສິ​ກອນ​ໃຫ້​ຜະ​ລິດ​ມີ​ຄຸນ​ນະ​ພາບ​ເພື່ອ​ສະ​ໜອງ​ໃຫ້​ຕະຫຼາດ ສ​ປ ຈີນ ອັນ​ນີ້​ລັດ​ຖະ​ບານ ຈີນ ແລະ ລັດ​ຖະ​ບານ ລາວ ກະ​ໄດ້​ເຊັນ​ອະ​ນຸ​ສັນ​ຍາ ກ່ຽວ​ກັບ ພືດ​ຈາກ ສ​ປປ ລາວ ສົ່ງ​ໄປ ສ​ປ ຈີນ 13 ພືດ.”

ລັດ​ຖະ​ບານ ລາວ ກັບ ຈີນ ໄດ້​ຕົກ​ລົງ​ຮ່ວມ​ມື​ກັນ​ທາງ​ດ້ານ​ການ​ຄ້າ​ຜົນ​ຜະ​ລິດ​ກະ​ສິ​ກຳ​ເມື່ອ​ປີ 2018 ຊຶ່ງ​ເຮັດ​ໃຫ້​ບໍ​ລິ​ສັດ ຈີນ ໄດ້​ພາ​ກັນຫຼັ່ງ​ໄຫຼ​ເຂົ້າ​ມາ​ລົງ​ທຶນ​ໃນ​ພາກ​ກະ​ສິ​ກຳ​ໃນ ລາວ ເພີ່ມ​ຂຶ້ນ​ນັບ​ມື້ເຊັ່ນ​ບໍ​ລິ​ສັດ ZhengZhou ອຸດ​ສາ​ຫະ​ກຳ​ສະ​ບຽງ​ອ​າ​ຫານ​ໄດ້​ລົງ​ທຶນ​ຜະ​ລິດ ຖົ່ວ​ດິນ, ຖົ່ວ​ເຫຼືອງ, ແປ້ງ​ມັນ​ຕົ້ນ, ກ້ວຍ​ຫອມ, ນ້ຳ​ຕານ, ໝາກ​ມ່ວງ, ໝາກ​ມ່ວ​ງ​ຫິ​ມະ​ພານ, ຖົ່ວ​ລຽນ ເພື່ອ​ສົ່ງ​ໄປ ຈີນ 1,500 ລ້ານ​ໂດ​ລາ​ຕໍ່​ປີ. ສ່ວນ​ບໍ​ລິ​ສັດ​ສ​າງ​ຈຽງ ກໍ​ໄດ້​ລົງ​ທຶນ​ຜະ​ລິດ​ຊີ້ນ​ງົວ​ໄປ ຈີນ ໃຫ້​ໄດ້ 80 ເປີ​ເຊັນ​ຂອງ​ໂຄ​ຕ້າ​ທີ່​ລັດ​ຖະ​ບານ ຈີນ ໄດ້​ຕົກ​ລົງ​ຮັບ​ຊື້​ງົວ​ຈາກ​ລາວ 5 ແສນ​ຕົວ​ຕໍ່​ປີ​ນັ້ນ.

XS
SM
MD
LG