ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ປະກາດພາວະສຸກເສີນ ຫຼັງຈາກການປະທ້ວງ ຕໍ່ຕ້ານລັດຖະບານ ຂະໜາດໃຫຍ່


ຜູ້ປະທ້ວງສະໜັບສະໜູນປະຊາທິປະໄຕ ຍູ້ຕຳຫຼວດດ້ວຍສິ່ງຄຸ້ມກັນ ໃນລະຫວ່າງການປະທ້ວງ ໃນ ບາງກອກ, ໄທ. 15 ຕຸລາ, 2020.
ຜູ້ປະທ້ວງສະໜັບສະໜູນປະຊາທິປະໄຕ ຍູ້ຕຳຫຼວດດ້ວຍສິ່ງຄຸ້ມກັນ ໃນລະຫວ່າງການປະທ້ວງ ໃນ ບາງກອກ, ໄທ. 15 ຕຸລາ, 2020.

ນາຍົກລັດຖະມົນຕີ ໄທ ໄດ້ປະກາດພາວະສຸກເສີນ ເພື່ອເປັນການຮັບມືກັບການປະທ້ວງຂະໜາດໃຫຍ່ທີ່ຮຽກຮ້ອງໃຫ້ທ່ານລາອອກຈາກຕຳແໜ່ງ ແລະ ປະຕິຮູບສະຖາບັນກະສັດພາຍໃຕ້ລັດຖະທຳ ມະນູນຂອງປະເທດໃໝ່.

ນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ໄດ້ເຊັນດຳລັດດັ່ງກ່າວ ໃນຕອນຄໍ່າ ຂອງວັນພຸດວານນີ້ ຫຼັງຈາກຜູ້ປະທ້ວງຫຼາຍສິບພັນຄົນໄດ້ເດີນຂະບວນໄປຍັງທຳນຽບລັດຖະບານຂອງທ່ານຢູ່ ບາງກອກ ຫຼາຍຊົ່ວໂມງກ່ອນໜ້ານັ້ນ, ໂດຍປະຕິຍານວ່າຈະບໍ່ອອກໄປຈົນກວ່າທ່ານຈະລາອອກຈາກຕຳແໜ່ງ. ບໍ່ດົນຫຼັງຈາກນັ້ນ ກໍມີການປະກາດພາວະສຸກເສີນ, ຊຶ່ງຕຳຫຼວດໄດ້ຂັບໄລ່ຝູງຊົນໃຫ້
ແຕກກະຈາຍໄປ ແລະ ໄດ້ຈັບກຸມຫຼາຍກວ່າ 20 ຄົນ ຜູ້ທີ່ໄດ້ປະຕິເສດບໍ່ຍອມອອກໄປ, ລວມທັງບັນດາຜູ້ນຳການປະທ້ວງທ່ານ ອານົນ ນຳພາ ແລະ ທ່ານ ປາຣິດ ຊິວາຣັກ ຫຼື ເພັງກວິນ.”

ບັນດາເຈົ້າໜ້າທີ່ໄດ້ເຕືອນຜູ້ປະທ້ວງບໍ່ໃຫ້ຈັດແຜນການປະທ້ວງ ຂອງພວກເຂົາເຈົ້າ ໃນນະຄອນ ຫຼວງຂອງປະເທດ ໄທ ໃນວັນພະຫັດມື້ນີ້.

ທ່ານ ປຣະຢຸດ ແມ່ນອະດີດນາຍພົນທະຫານບົກ ຜູ້ທີ່ໄດ້ຍຶດອຳນາດໃນການກໍ່ລັດຖະປະຫານເມື່ອປິ 2014 ເພື່ອຂັບໄລ່ລັດຖະບານພົນລະເຮືອນທີ່ຖືກເລືອກຂຶ້ນມາ. ທ່ານໄດ້ຊະນະການເລືອກຕັ້ງໃນປີກາຍນີ້, ແຕ່ບັນດາຜູ້ປະທ້ວງເວົ້າວ່າ ການເລືອກຕັ້ງດັ່ງກ່າວມີການສໍ້ໂກງເພື່ອໃຫ້ທ່ານຊະນະ ຍ້ອນກົດໝາຍທີ່ຖືກຮ່າງຂຶ້ນໂດຍກອງທັບ.

ນອກຈາການປ່ຽນແປງລັດຖະທຳມະນູນທີ່ຖືກຮ່າງຂຶ້ນໂດຍກອງທັບແລ້ວ, ຜູ້ປະທ້ວງຍັງພະຍາ ຍາມທີ່ຈະຫຼຸດຜ່ອນອິດທິພົນຂອງກະສັດ ໄທ. ສະຖາບັນດັ່ງກ່າວທີ່ມີສະຖານະຄືກັບເທບພະເຈົ້າໃນບັນດາຜູ້ມີອິດທິພົນຂອງ ໄທ, ແລະ ຖືກ ປົກປ້ອງໂດຍກົດໝາຍ “ດູໝິ່ນສະຖາບັນ” ເຊິ່ງໄດ້ກຳນົດໂທດຂັງຄຸກສຳລັບຜູ້ໃດກໍຕາມທີ່ຖືກຕັດສິນວ່າມີຄວາມຜິດ ກ່ຽວກັບ ການດູຖູກກະສັດ.

ຜູ້ປະທ້ວງໄດ້ຮ້ອງໃສ່ຂະບວນພະລາດຊະລົດທີ່ນຳພາກະສັດມະຫາ ວະຈິຣາ ລົງກອນ ແລະ ລາຊິ ນີ ສຸດທິດາ ໃນຂະນະທີ່ຂະບວນລາດຊະລົດຂັບຜ່ານຝູງຊົນໃນວັນພຸດວານນີ້ ແລະ ໄດ້ຍົກມືສາມນິ້ວຄຳນັບ, ເຊິ່ງເປັນສັນຍາລັກຂອງການຄັດຄ້ານທີ່ຖືກຢືມມາໃຊ້ຈາກປື້ມ ແລະ ຮູບເງົາ Hunger Games ຂອງ ສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG