ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ທຸ​ລະ​ກິດ​ໄທ​ຄາດ​ວ່າ​ ການ​ຄ້າ​ລະ​ຫວ່າງ ໄທ ກັບ​ ຈີນ ໂດຍ​ການ​ຂົນ​ສົ່ງ​ສິນ​ຄ້າ​ດ້ວ​ຍ​ລົດ​ໄຟ​ລາ​ວ-ຈີນ ໃນ​ປີ 2024 ຈະ​ຂະ​ຫຍາຍ​ຕົວ​ 30 ເປີ​ເຊັນ


ຂະບວນລົດໄຟຂົນສົ່ງສິນຄ້າ ສາມາດເຫັນໄດ້ ຈອດຢູ່ສະຖານີ ໃນນະຄອນຫຼວງວຽງຈັນ.
ຂະບວນລົດໄຟຂົນສົ່ງສິນຄ້າ ສາມາດເຫັນໄດ້ ຈອດຢູ່ສະຖານີ ໃນນະຄອນຫຼວງວຽງຈັນ.

ນັກ​ທຸ​ລະ​ກິດ​ໄທ​ຄາດ​ວ່າ​ການ​ຄ້າ​ລະ​ຫວ່າງ ໄທ ກັບ​ ຈີນ ໂດຍ​ການ​ຂົນ​ສົ່ງ​ສິນ​ຄ້າ​ດ້ວ​ຍ​ລົດ​ໄຟ​ລາ​ວ-ຈີນ ໃນ​ປີ 2024 ຈະ​ຂະ​ຫຍາຍ​ຕົວ​ເພີ່ມ​ຂຶ້ນ 30 ເປີ​ເຊັນ ແລະ ຍັງ​ຈະ​ເຊື່ອມ​ຕໍ່​ການ​ຄ້າ​ໄທ-ຈີນ​ໄປ​ເຖິງ​ມາ​ເລ​ເຊຍ​ດ້ວຍ.

ນັກ​ທຸ​ລະ​ກິດ ໄທ ຄາດ​ໝາຍ​ວ່າ​ການ​ຄ້າ​ລະ​ຫວ່າງ ໄທ ກັບ ຈີນ ທີ່​ຂົນ​ສົ່ງ​ສິນ​ຄ້າ​ດ້ວຍ​ລົດ​ໄຟ​ລາວ-ຈີນໃນ​ປີ 2024 ຈະ​ຂະ​ຫຍາຍ​ຕົວ​ເພີ່ມ​ຂຶ້ນ​ເຖິງ 30 ເປີ​ເຊັນ​ທຽບ​ໃສ່​ປີ 2023 ເພາະ​ວ່າ​ໄດ້​ມີ​ການ​ປັບ​ປຸງ​ລະ​ບົບ​ໃຫ້​ບໍ​ລະ​ການ​ການ​ຂົນ​ສົ່ງ​ທີ່​ມີ​ຄວາມ​ສະ​ດວກ ແລະ ວ່ອງ​ໄວຫຼາຍ​ຂຶ້ນ​ໂດຍ​ການຫຼຸດ​ຂັ້ນ​ຕອນ​ໃນ​ການກວດ​ກາ​ສິນ​ຄ້າ​ໃຫ້​ໜ້ອຍ​ລົງ ກໍ​ຄື​ການກວດ​ກາ​ສິນ​ຄ້າ​ສະ​ເພາະ​ຢູ່​ທີ່​ຕົ້ນ​ທາງ ແລະ ປາຍ​ທາງ​ເທົ່າ​ນັ້ນ​ຊຶ່ງ​ເມື່ອ​ສົມ​ທົບ​ດ້ວຍ​ການ​ຕົກ​ລົງ​ເຊື່ອມ​ຕໍ່​ການ​ຂົນ​ສົ່ງ​ສິນ​ຄ້າ​ທາງ​ລົດ​ໄຟ​ລະ​ຫວ່າງ​ໄທ-ຈີນ ແລະ ມາ​ເລ​ເຊຍ ທີ່​ຈະ​ເລີ່ມ​ດຳ​ເນີນ​ການ​ໃນ​ເດືອນ​ມີ​ນາ 2024 ນີ້​ຈຶ່ງ​ໝັ້ນ​ໃຈ​ວ່າ​ການ​ຄ້າ​ລະ​ຫວ່າງ ຈີນ-ໄທ ທີ່​ຜ່ານ​ມາ​ລາວ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ແນ່ນອນ​ໂດຍ​ສະ​ເພາະ​ແມ່ນ​ການ​ສົ່ງ​ໝາກ​ໄມ້​ຈາກ​ໄທ​ໄປ​ຈີນ ດັ່ງ​ທີ່​ນັກ​ທຸ​ລະ​ກິດ​ໄທ​ຢືນ​ຢັນ​ວ່າ

“ຈະ​ມີ​ຕູ້​ເຢັນ ເພື່ອ​ຈະ​ຂົນ​ສົ່ງ​ລຳ​ໄຍ, ມັງ​ຄຸດ, ຖົ່ວ​ລຽນ. ໃນ​ການ​ສົ່ງ​ໄປ​ປະ​ເທດ ຈີນ​ ຊຶ່ງ​ຄາດ​ວ່າ​ເຮົາ​ຈະ​ສົ່ງ​ໄປ​ໄດ້ຫຼາຍ​ເລື່ອງ​ຖົ່ວ​ລຽນ, ມັງ​ຄຸດ ເຮົາ​ໝັ້ນ​ໃຈ​ວ່າ​ຢ່າງ​ໜ້ອຍ​ຕ້ອງ​ມີ 20 ເຖິງ 30 ເປີ​ເຊັນ​ຂອງ​ປະ​ລິ​ມານ ຂົນ​ສົ່ງ​ທາງ​ລາງ ຊຶ່ງ​ເຮົາ​ຄາດ​ວ່າ​ປະ​ເທດ ຈີນ ຈະ​ສົ່ງ​ຕູ້​ສິນ​ຄ້າບໍ່​ວ່າ​ຈາກ​ເມືອງ ສົງ​ຈິ່ງ ຫຼື ຄຸນ​ໝິງ, ຈະ​ສົ່ງ​ຜ່ານ​ລາວແລ້ວ​ກໍ​ຜ່ານ​ທາງ ໄທ ກໍ​ສົ່ງ​ໄປ​ເກາະ ປີ​ນັງ ເພື່ອ​ສົ່ງ​ອອກ​ໄປ​ທາງ​ເຮືອ​ເປັນ​ໂຄງ​ການ​ທີ່​ເຮົາ​ໄດ້​ມີ​ການ​ລົມ​ກັນ.”

ສ່ວນ​ນັກ​ທຸ​ລະ​ກິດ​ລາວ​ໃຫ້​ທັດ​ສະ​ນະ​ວ່າ​ເພື່ອ​ເປັນ​ການ​ສົ່ງ​ເສີມ​ໃຫ້​ສິນ​ຄ້າ​ຂອງ​ລາວ​ສາ​ມາດ​ແຂ່ງ​ຂັນ​ທາງ​ດ້ານ​ລາ​ຄາ​ໃນ​ຕະຫຼາດ​ການ​ຄ້າ​ສາ​ກົນ​ໃຫ້​ໄດ້​ຢ່າງ​ແທ້​ຈິງ​ນັ້ນ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງທີ່​ຈະ​ຕ້ອງ​ປັບຫຼຸດ ແລະ ກຳ​ນົດ​ອັດ​ຕາ​ຄ່າ​ທຳ​ນຽມ​ການ​ໃຊ້​ບໍ​ລິ​ການ​ທ່າ​ບົກ​ໃຫ້​ເປັນ​ມາດ​ຕະ​ຖານ​ດຽວ​ໃນ​ທົ່ວ​ປະ​ເທດ ລວມ​ທັງ​ການບໍ່​ອະ​ນຸ​ຍາດ​ໃຫ້​ເກັບ​ຊື້​ສິນ​ຄ້າ​ກະ​ສິ​ກຳ​ໃນ​ລາວ​ດ້ວຍ​ການ​ຊຳ​ລະ​ລາ​ຄາ​ສິນ​ຄ້າ​ເປັນ​ເງິນ​ຕາ​ຕ່າງ​ປະ​ເທດ​ດ້ວຍ ຈຶ່ງ​ຈະ​ເຮັດ​ໃຫ້​ເງິນ​ກີບ​ແຂງ​ຄ່າ​ຂຶ້ນ​ໄດ້​ຢ່າງ​ແທ້​ຈິ​ງ​ຫາກບໍ່​ສະ​ນັ້ນ​ປະ​ຊາ​ຊົນ​ລາວ​ກໍ​ຕ້ອງ​ປະ​ເຊີນ​ກັບ​ວິ​ກິດ​ການ​ທາງ​ເສດ​ຖະ​ກິດ​ຕໍ່​ໄປ ດັ່ງ​ນັກ​ທຸ​ລະ​ກິດ​ລາວ​ຢືນ​ຢັນ​ວ່າ

“ການ​ແກ້​ໄຂ​ບັນ​ຫາ​ຄວາມ​ຫຍຸ້ງ​ຍາກ​ທາງ​ດ້ານ​ເສດ​ຖະ​ກິດ​ການ​ເງິນ​ກະ​ເປັນ​ບັນ​ຫາ​ລະ​ອຽດ​ອ່ອນ ແລະ ເປັນ​ສິ່ງ​ທ້າ​ທາຍຫຼາຍ​ບັນ​ຫາ​ເປັນ​ຕົ້ນ​ການ​ຜັນ​ຂະ​ຫຍາຍ ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ທາງ​ດ້ານ​ເສດ​ຖະ​ກິດ​ການ​ເງິນ​ເຫັນ​ວ່າ​ຍັງ​ຊັກ​ຊ້າຫຼາຍ ຄວາມ​ຮັບ​ຮູ້​ເຂົ້າ​ໃຈ​ຂອງ​ສັງ​ຄົມ​ລວມ​ທັງ​ອົງ​ການ​ຈັດ​ຕັ້ງ​ຂອງ​ພັກ-ຂອງ​ລັດ​ກະ​ບໍ່​ທັນ​ເລິກ​ເຊິ່ງ​ແທ້​ເຮັດ​ໃຫ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບໍ່​ທັນ​ໄປ​ຕາມ​ກົນ​ໄກ​ຕາມ​ຈຸດ​ປະ​ສົງ​ເປົ້າ​ໝາຍ​ວາ​ລະ​ແຫ່ງ​ຊາດ.”

ທັງ​ນີ້​ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ​ໃນ​ລາວ​ໄດ້​ເວນ​ຄືນ​ທີ່​ດິນ ແລະ ສິ່ງ​ປູກ​ສ້າງ​ຕ່າງໆ​ຂອງ​ປະ​ຊາ​ຊົນ​ຈຳ​ນວນ 8,139 ຄອບ​ຄົວ​ໃນ​ນີ້​ສາ​ມາດ​ຕົກ​ລົງ ແລະ ຈ່າຍ​ເງິນ​ຊົດ​ເຊີຍ​ຕາມ​ລະ​ບຽບ​ກົດ​ໝາຍ​ຂອງ​ລາວ​ໄດ້​ແລ້ວ 7,306 ຄອບ​ຄົວ ຄິດ​ເປັນ​ມູນ​ຄ່າ​ການ​ຊົດ​ເຊີຍ 1,530 ກວ່າ​ຕື້​ກີບ​ຈຶ່ງ​ຍັງ​ເຫຼືອ 833 ຄອບ​ຄົວ​ທີ່​ຍັງ​ບໍ່​ຍອມ​ຮັບ​ເອົາ​ຄ່າ​ຊົດ​ເຊີຍ​ໃນ​ມູນ​ຄ່າ 313.48 ຕື້​ກີບ ເພາະ​ເຫັນ​ວ່າ​ເປັນ​ການ​ຊົດ​ເຊີຍ​ທີ່​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ ທັງ​ຍັງ​ປາ​ກົດ​ວ່າ​ທາງ​ການ​ລາວບໍ່​ສາ​ມາດ​ຕິດ​ຕາມ​ຕົວ​ຜູ້​ທີ່​ເປັນ​ເຈົ້າ​ຂອງ​ທີ່​ດິນ​ຈຳ​ນວນ​ນຶ່ງ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ ຊຶ່ງ​ກໍ​ເປັນ​ຍ້ອນ​ພວກ​ເຂົາ​ເຈົ້າ​ບໍ່​ຍອມ​ຮັບ​ຄ່າ​ຊົດ​ເຊີຍ​ທີ່​ຕ່ຳ​ເກີນ​ໄປ​ນັ້ນ ໂດຍ​ສະ​ເພາະ​ແມ່ນ​ຢູ່​ແຂວງວຽງ​ຈັນ ແລະ ນະ​ຄອນຫຼວງວຽງ​ຈັນ ຊຶ່ງ​ມີ​ການ​ຊົດ​ເຊີຍ 15,000-137,000 ກີບ​ຕໍ່​ຕາ​ແມັດ​ໃນ​ຂະ​ນະ​ທີ່​ດິນ​ຢູ່​ເຂດ​ເມືອງ​ນາ​ຊາຍ​ທອງ, ນະ​ຄອນຫຼວງວຽງ​ຈັນ​ມີ​ລາ​ຄາ​ຊື້​ຂ​າຍ​ເກີນກວ່າ 3 ລ້ານ​ກີບ​ຕໍ່​ຕາ​ແມັດ​ໝາຍ​ຄວາມ​ວ່າ​ຄ່າ​ຊົດ​ເຊີນ​ທີ່​ດິນ​ໃນ​ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ ຕ່ຳ​ກວ່າ​ລາ​ຄາ​ທີ່​ເປັນ​ຈິງ​ເກີນກວ່າ 20 ເທົ່າ​ຕົວ​ນັ້ນ​ເອງ.

ນອກ​ຈາກ​ນັ້ນ​ການ​ຈັດ​ຕັ້​ງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ລາວ​ໃຫ້​ເປັນ​ສູນ​ກາງ​ການ​ເຊື່ອມ​ໂຍງ​ດ້ານ​ການ​ຂົນ​ສົ່ງ​ສິນ​ຄ້າ​ໃນ​ລຸ່ມ​ນ້ຳ​ຂອງ ກໍ​ຍັງ​ປະ​ສົບ​ກັບ​ບັນ​ຫາ​ຊັກ​ຊ້າ​ມາ​ໂດຍ​ຕະ​ຫຼອດ​ໂດຍ​ສະ​ເພາະ​ແມ່ນ​ໂຄງ​ການ Vientiane Logistics Park ທີ່​ຮອງ​ຮັບ​ການ​ຂົນ​ສົ່ງ​ສິນ​ຄ້າ​ໂດຍ​ທາງ​ລົດ​ໄຟ​ລາວ-ຈີນ ຊຶ່ງ​ໄດ້​ດຳ​ເນີນ​ການ​ເວນ​ຄືນ​ທີ່​ດິນ​ຂອງ​ປະ​ຊາ​ຊົນ​ນັບ​ແຕ່​ປີ 2019 ເປັນ​ຕົ້ນ​ມາ​ນັ້ນ ປາ​ກົດ​ວ່າ​ບໍ​ລິ​ສັດ​ລົງ​ທຶນ​ໃນ​ໂຄງ​ການ​ໄດ້​ຈ່າຍ​ຄ່າ​ຊົດ​ເຊີຍ​ທີ່​ດິນ ແລະ ສິ່ງ​ປູກ​ສ້າງ​ໃຫ້​ກັບ​ປະ​ຊາ​ຊົນ​ທີ່​ຖືກ​ກະ​ທົບ​ໄດ້​ພຽງ​ແຕ່ 19 ລາຍ​ເທົ່າ​ນັ້ນ​ຈາກ​ຜູ້​ຖືກ​ກະ​ທົບ​ທັງ​ໝົດ 89 ລາຍ​ທັງ​ຍັງ​ໄດ້​ປັບຫຼຸດ​ຄ່າ​ເວນ​ຄືນ​ລົງ​ອີກ​ດ້ວຍ ເຖິງ​ແມ່ນ​ວ່າ​ຄ່າ​ເວນ​ຄືນ​ໃນ​ປັດ​ຈຸ​ບັນ​ຈະ​ເປັນ​ອັດ​ຕາ​ທີ່​ຕ່ຳ​ກວ່າ​ລາ​ຄາ​ທີ່​ເປັນ​ຈິງ​ຢູ່​ແລ້ວ​ກໍ​ຕາມ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG