ກຸ່ມປົກປ້ອງສິດທິມະນຸດ ແລະ ບັນດານັກຄົ້ນຄວ້າທັງຫຼາຍ ໄດ້ມີຄວາມຍິນດີກັບການຕັດສິນໃຈຂອງ ໄທ ທີ່ຈະຍົກເລີກໂຄງການທີ່ໄດ້ຮັບການໜູນຫຼັງໂດຍລັດຖະບານ ປັກກິ່ງ ເພື່ອຂຸດ ແລະ ລະເບີດບໍລິເວນທີ່ຕື້ນ ແລະ ເປັນກ້ອນຫີນໃນແມ່ນ້ຳຂອງ ຢູ່ຕາມເຂດຊາຍແດນ ໄທ-ລາວ. ເຊິ່ງ ພຸດທະສອນ ຈະນຳລາຍອະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
ການເຄື່ອນໄຫວດັ່ງກ່າວແມ່ນໄຊຊະນະທີ່ບໍ່ຄ່ອຍເກີດຂຶ້ນສຳລັບບັນດາກຸ່ມ ແລະ ຊຸມຊົນທີ່ຕໍ່ສູ້ເພື່ອຊ່ວຍປົກປ້ອງແມ່ນ້ຳທີ່ສຳຄັນທີ່ສຸດຂອງ ເອເຊຍຕາເວັນອອກສຽງໃຕ້ຈາກການພັດທະນາເກີນຂອບເຂດ.
ແຜນການຂອງ ປັກກິ່ງ, ເຊິ່ງຖືກຮັບຮອງໂດຍລາວ, ມຽນມາ ແລະ ໄທ ໃນປີ 2000 ນັ້ນແມ່ນການເຮັດໃຫ້ບໍລິເວນທີ່ມີນ້ຳໄຫຼແຮງ ສາມາດສັນຈອນໄປມາໄດ້ສຳລັບກຳປັ່ນຂົນສົ່ງຂະໜາດໃຫຍ່ ໂດຍຫວັງຈະໃຊ້ແມ່ນ້ຳຂອງສຳລັບການເດີນທາງລະຫວ່າງ ແຂວງ ຢຸນໜານ ທີ່ບໍ່ມີທາງອອກສູ່ທະເລຂອງ ຈີນ ແລະ ເສັ້ນທາງການຄ້າ ທີ່ໜາແໜ້ນຂອງທະເລຈີນໃຕ້. ບັນດາກຸ່ມປົກປ້ອງສິດທິມະນຸດ ແລະ ຊຸມຊົນໃນທ້ອງຖິ່ນຢ້ານວ່າ ມັນຈະທຳລາຍທີ່ຢູ່ຂອງປາທີ່ສຳຄັນ ແລະ ວີຖີຊີວິດຂອງເຂົາເຈົ້າ.
ໂຄສົກລັດຖະບານ ໄທ ທ່ານນາງ ຕຣີສຸລີ ຕຣີສະຣະນາກຸນ ໄດ້ກ່າວວ່າ ຄະນະລັດຖະມົນຕີໄດ້ຍົກເລີກແຜນການດັ່ງກ່າວ ໃນວັນອັງຄານແລ້ວນີ້.
ທ່ານນາງໄດ້ກ່າວຕໍ່ວີໂອເອວ່າ “ເຫດຜົນກໍແມ່ນ ຈີນ ບໍ່ສະໜັບສະໜູນໂຄງການອີກແລ້ວ ແລະ ມັນຈະສົ່ງຜົນກະທົບຕໍ່ປະຊາຊົນ ໄທ, ເພາະວ່າຄົນ ໄທ ບໍ່ຢາກໃຫ້ມັນເກີດຂຶ້ນ.”
ທ່ານນາງ ພຽນພອນ ດີເທສ, ຜູ້ອຳນວຍການການໂຄສະນາເພື່ອອົງການແມນ້ຳສາກົນປະຈຳ ໄທ ເຊິ່ງສະໜັບສະໜູນການບໍລິຫານແມ່ນ້ຳແບບຍືນຍົງ ໄດ້ເອີ້ນມັນວ່າ “ເປັນໄຊຊະນະຄັ້ງຍິ່ງໃຫຍ່ສຳລັບແມ່ນ້ຳຂອງ.”
ຖ້າໂຄງການດຳເນີນຕໍ່ໄປນັ້ນ, ມັນຈະ “ປ່ຽນແມ່ນ້ຳຈາກອ່າງນ້ຳທີ່ໃຫ້ຊີວິດ ເປັນເຂດອຸດສາຫະກຳ ບ່ອນທີ່ບໍລິສັດຂ້າມຊາດຈະສ້າງຜົນກຳໄລຈາກຜົນເສຍຫາຍທີ່ໜ້າຕົກໃຈຕໍ່ຊີວິດການເປັນຢູ່ຂອງຄົນໃນທ້ອງຖິ່ນ ແລະ ຊີວະນາໆພັນ, ເຊິ່ງມີຄວາມທຽບເທົ່າກັບແມ່ນ້ຳ ອາເມຊອນ ເທົ່ານັ້ນ,” ອີງຕາມການກ່າວຂອງທ່ານນາງໃນຖະແຫຼງການສະບັບນຶ່ງ.
ທ່ານນາງໄດ້ກ່າວວ່າ “ແຕ່ການຕັດສິນໃຈໃນອາທິດນີ້ ຂອງຄະນະລັດຖະມົນຕີ ໄທ ໄດ້ເຮັດໜ້າທີ່ເປັນການຂັດຂວາງຄວາມຮີບເລັ່ງປ່ຽນແປງທີ່ບໍ່ມີການລະມັດລະວັງ ແລະ ຈະໃຊ້ຜົນປະໂຫຍດຈາກແຫຼ່ງຊັບພະຍາກອນທີ່ອຸດົມສົມບູນຂອງແມ່ນ້ຳຂອງ. ມັນຈະໃຫ້ຄວາມຫວັງທີ່ວ່າ ອະນາຄົດອີກຄັ້ງນຶ່ງແມ່ນຍັງມີຄວາມເປັນໄປໄດ້ຢູ່ ອັນທີ່ຮັບຜິດຊອບຢ່າງເຕັມທີ່ ສຳລັບລະບົບນິເວດທີ່ສຳຄັນ, ສັງຄົມ ແລະ ວັດທະນະທຳທີ່ມີຄຸນຄ່າຂອງແມ່ນ້ຳຂອງ.
ບັນດານັກວິຈານຂອງໂຄງການເວົ້າວ່າ ນ້ຳທີ່ໄຫຼແຮງແມ່ນບ່ອນອອກແມ່ແຜ່ລູກຂອງປາທີ່ໃກ້ສູນພັນຂັ້ນຮຸນແຮງຄືປາ ບຶກແມ່ນ້ຳຂອງ, ເຊິ່ງສາມາດໃຫຍ່ຍາວເຖິງ 3 ແມັດ ແລະ ໜັກ 300 ກິໂລກຣາມ. ເຂົາເຈົ້າຍັງເປັນຫ່ວງວ່າ ການປ່ຽນແປງທາງນ້ຳທີ່ສວຍງາມເປັນເສັ້ນທາງການຂົນສົ່ງ ຈະທຳລາຍການທ່ອງທ່ຽວທີ່ຊ່ວຍຮັກສາຫຼາຍຊຸມຊົນຢູ່ຕາມແຄມນ້ຳຂອງມັນນັ້ນ.
ທ່ານນາງ ພຽນພອນ ໄດ້ຍົກຍ້ອງລັດຖະບານ ໄທ ສ່ວນຫຼາຍ ກ່ຽວກັບ ການປະເຊີນໜ້າ ກັບກຸ່ມໂຄສະນາລະດັບສາມັນຊົນຄື ກຸ່ມອະນຸລັກສິ່ງແວດລ້ອມ ຊຽງຂອງ ແລະ ເຄືອຂ່າຍແມ່ນ້ຳຂອງຂອງປະຊາຊົນ ໄທ ສຳລັບການຕໍ່ສູ້ທີ່ເດັດຂາດ ແລະ ໝັ້ນຄົງກັບທັງລັດຖະບານ ໄທ ແລະ ຜູ້ພັດທະນາໂຄງການ ບໍລິສັດ ກໍສ້າງການຄົມມະນາຄົມ ຈີນ.
ທ່ານ ນິວັດ ຣອຍແກ້ວ ຈາກກຸ່ມຊຽງຂອງ ກ່າວວ່າ ປະຊາຊົນໃນທ້ອງຖິ່ນຫຼາຍຄົນໄດ້ມີຄວາມສົງໄສ ກ່ຽວກັບການລົງມືເຮັດໂຄງການທີ່ເປັນຕາຢ້ານດັ່ງກ່າວນັ້ນ, ອີງຕາມການກ່າວໃນຖະແຫຼງການຂອງອົງການ ແມ່ນໍ້າກົນ.
ທ່ານນາງໄດ້ກ່າວວ່າ “ມັນໄດ້ພິສູດໃຫ້ເຫັນວ່າ ພວກເຮົາສາມາດເຮັດໄດ້, ດ້ວຍການໂຄສະນາ ທີ່ອີງໃສ່ຫຼັກຖານຕ່າງໆ. ແລະໃນທີ່ສຸດໂຄງການກໍຖືກຍົກເລີກຢ່າງເປັນທາງການ.”
ເຖິງແມ່ນວ່າ ຈີນ ໄດ້ຖອຍອອກໄປຢ່າງມິດງຽບ ຈາກໂຄງການປະມານນຶ່ງປີທີ່ຜ່ານມາ, ຕັດການໃຫ້ທຶນສຳລັບການສຶກສາຄວາມເປັນໄປໄດ້ຕໍ່ໄປກໍຕາມ, ການຕັດສິນໃຈຂອງຄະນະລັດຖະມົນຕີ ໄທ ເມື່ອວັນອັງຄານແລ້ວນີ້ ແມ່ນການຕອກຕະປູດອກສຸດທ້າຍໃສ່ຝາໂລງ.” ອີງຕາມການກ່າວຕໍ່ວີໂອເອຂອງ ທ່ານ ບຣາຍອັນ ອາຍເລີ, ນັກວິໄຈອາວຸໂສທີ່ສູນກາງ ສຕິມສັນ ທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງ ວໍຊິງຕັນ ຜູ້ທີ່ໄດ້ນຳໜ້າໂຄງການນະໂຍບາຍແມ່ນ້ຳຂອງ ຂອງກຸ່ມນັກຄົ້ນຄວ້ານັ້ນ.
ທ່ານໄດ້ກ່າວວ່າ “ບັນດານັກເຄື່ອນໄຫວທ້ອງຖິ່ນໃນພາກເໜືອຂອງ ໄທ ຄວນຖືກຍົກຍ້ອງສຳລັບການຢືນຢັດ ແລະ ຄວາມບໍ່ຮູ້ອິດເມື່ອຍຂອງເຂົາເຈົ້າ. ໄຊຊະນະແບບນີ້ບໍ່ຄ່ອຍເກີດຂຶ້ນໃນແມ່ນ້ຳຂອງ.”
ແຕ່ທ່ານ ອາຍເລີ ໄດ້ກ່າວວ່າ ບັນດານັກເຄື່ອນໄຫວກໍໂຊກດີເຊັ່ນກັນ ຄວາມເປັນຫ່ວງຂອງເຂົາເຈົ້າແມ່ນສອດຄ່ອງກັບກອງທັບ ໄທ, ທີ່ໄດ້ມີຄວາມເປັນຫ່ວງ ກ່ຽວກັບ ການລາດຕະເວນໂດຍເຈົ້າໜ້າທີ່ຕິດອາວຸດຢ່າງເປັນປະຈຳຂອງ ຈີນ ໃນແມ່ນ້ຳຂອງ ທີ່ຂ້າມເຂົ້າມາໃນເຂດຊາຍແດນຂອງເຂົາເຈົ້າ.
ທ່ານໄດ້ກ່າວວ່າ “ໃນຕົວຢ່າງນີ້ ການອ້າງເຫດຜົນ ກ່ຽວກັບ ຄວາມເປັນຫ່ວງ ດ້ານຄວາມປອດໄພຂອງ ໄທ ແມ່ນສອດຄ່ອງກັບເຫດຜົນຄວາມເປັນຫ່ວງທີ່ແທ້ຈິງ ກ່ຽວກັບ ບັນດາກຸ່ມຊຸມຊົນທີ່ມີການຈັດຕັ້ງເປັນຢ່າງດີ, ແລະ ໂຄງການໄດ້ຖືກຍົກເລີກ ໂດຍບໍ່ຄຳນຶງເຖິງຄົນອື່ນໃນ ໄທ ທີ່ມີຄວາມຄິດຕໍ່ຜົນປະໂຫຍດຈາກການຄ້າຂາຍຫຼາຍຂຶ້ນໃນແມ່ນ້ຳຂອງ.”
ການຢຸດເຂົ້າຮ່ວມໂຄງການທີ່ໄດ້ຮັບການໜູນຫຼັງຂອງ ຈີນ ໂດຍ ໄທ ແມ່ນເຫດການທີ່ບໍ່ຄ່ອຍເກີດຂຶ້ນ. ແຕ່ການຜັກດັນເພື່ອຂະຫຍາຍໂຄງລ່າງພື້ນຖານຂອງ ຈີນ ໃນທົ່ວພາກພື້ນກໍໄດ້ຖືກຕໍ່ຕ້ານ ຫຼື ປະສົບຄວາມລຳບາກຢູ່ບ່ອນອື່ນເຊັ່ນກັນ.
ນັບຕັ້ບແຕ່ບັນດາຜູ້ລົງຄະແນນສຽງຂອງ ມາເລເຊຍ ໄດ້ຂັບໄລ່ບັນດາຜູ້ນຳທີ່ມີສ່ວນຮ່ວມໃນການສໍ້ລາດບັງຫຼວງ ອອກຈາກຕຳແໜ່ງຈຳນວນຫຼາຍໃນກາງປີ 2018 ນັ້ນ, ລັດຖະບານໃໝ່ກໍໄດ້ຫຼຸດຂະໜາດ ແລະ ຄ່າໃຊ້ຈ່າຍຂອງໂຄງການທີ່ໄດ້ຮັບການໜູນຫຼັງໂດຍ ປັກກິ່ງ ສຳລັບການສ້າງທ່າເຮືອ ແລະ ທາງລົດໄຟທີ່ເປັນໄພຂົ່ມຂູ່ເຮັດໃຫ້ປະເທດຈົມຢູ່ໃນໜີ້ສິນທີ່ກຳລັງຖ້ວມຫົວຢູ່ແລ້ວ. ໃນປະເທດ ມຽນມາ, ການພະຍາຍາມສ້າງເຂື່ອນໄຟຟ້ານ້ຳຕົກ ມິດຊອນ ຂອງ ຈີນ ໄດ້ປະເຊີນກັບການຄັດຄ້ານຢ່າງແຮງຈາກປະຊາຊົນໃນທ້ອງຖິ່ນ ແລະ ໄດ້ຖືກໂຈະໄວ້ນັບຕັ້ງແຕ່ລັດຖະບານທະຫານຂອງປະເທດ ໄດ້ເລີ່ມດຳເນີນການປະຕິຮູບປະຊາທິປະໄຕໃນປີ 2011.
ທ່ານ ອາຍເລີ ໄດ້ກ່າວວ່າ “ໃນປະເທດຕ່າງໆທີ່ປະຊາຊົນໄດ້ຮັບຜົນກະທົບຢ່າງຮ້າຍແຮງໂດຍໂຄງການພວກນີ້ ສາມາດດຳເນີນການເພື່ອສະແດງຄວາມເປັນຫ່ວງ ແລະ ຜັກດັນໃຫ້ມີຂໍ້ຕົກລົງທີ່ດີຂຶ້ນ ຫຼື ເລື່ອນ ຫຼື ຍົກເລີກໂຄງການ, ພວກເຮົາໄດ້ເຫັນບໍລິສັດ ຈີນ ທັງຫຼາຍຕອບຮັບຄືນດ້ວຍການຂະຫຍາຍມາດຕະຖານ ຫຼື ຄວາມໂປ່ງໃສ ຫຼື ຍົກເລີກໂຄງການຕ່າງໆ. ແນວໃດກໍຕາມ, ສິ່ງນີ້ແມ່ນບໍ່ໄດ້ເກີດຂຶ້ນໃນປະເທດຕ່າງໆຄື ລາວ ຫຼື ກຳປູເຈຍ ບ່ອນທີ່ສັງຄົມພົນລະເຮືອນ ແລະ ຜູ້ທີ່ໄດ້ຮັບຜົນກະທົບແມ່ນບໍ່ມີສິດສະແດງຄວາມເຫັນຫຼາຍປານໃດ.
ຈີນ ໄດ້ສ້າງເຂື່ອນໄຟຟ້າ 11 ແຫ່ງໃສ່ເຂດແມ່ນ້ຳຂອງຕອນເທິງນັ້ນແລ້ວ, ໃນຂະນະທີ່ ລາວ ແລະ ກຳປູເຈຍ ແມ່ນກຳລັງເລີ່ມປະຕິບັດການ, ສ້າງ ຫຼື ວາງແຜນສ້າງເຂື່ອນອີກຫຼາຍແຫ່ງ ດ້ວຍການໃຫ້ທຶນຕ່າງໆຈາກ ຈີນ, ໄທ ແລະ ຫວຽດນາມ. ບັນດານັກຄົ້ນຄວ້າໄດ້ເຕືອນ ກ່ຽວກັບ ການພັງພິນາດໃນລະບົບນິເວດຂອງແມ່ນ້ຳນັ້ນ ຖ້າເຂົາເຈົ້າໄດ້ສ້າງມັນຂຶ້ນ.