ທ່ານນາງຍິ່ງລັກ ຊິນນະວັດ ອະດີດນາຍົກລັດຖະມົນຕີໄທ ຍັງຢູ່
ພາຍໃຕ້ການກວດສອບທາງດ້ານກົດໝາຍໃນຂໍ້ຫາທີ່ບໍ່ສາມາດ
ຢຸດຢັ້ງ ການສູນເສຍຫຼືລຸບທຶນຂະໜານໃຫຍ່ ແລະການສໍ້ລາດ
ບັງຫຼວງໃນການໃຫ້ການສະໜັບສະໜຸນຂຶ້ນລາຄາເຂົ້າທີ່ເປັນບັນ
ຫາໂຕ້ແຍ້ງກັນນັ້ນ. ສິງຈະນຳເອົາລາຍງານກ່ຽວກັບເລືອງນີ້ ຈາກ
ນາຍ Ron Corben ຜູ້ສື່ ຂ່າວວີໂອເອທີ່ບາງກອກ ທີ່ວ່າ ກະຊວງ
ການເງິນໄທ ກະປະມານວ່າ ປະເທດຊາດໄດ້ໃຊ້ຈ່າຍເງິນຈຳ
ນວນຫຼາຍກວ່າ 21 ຕື້ດອນລາ ເພື່ອສະໜັບສະໜຸນ ໂຄງການ
ຂຶ້ນລາຄາເຂົ້າ ໂດຍລັດຖະບານຕ່າງໆໃນຮອບນຶ່ງທົດສະວັດ
ຜ່ານມານີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ແຜນການສະໜັບສະໜຸນລາຄາເຂົ້າຫຼືຈຳນຳເຂົ້າ ທີ່ໄດ້ຮັບການ ໜຸນຫຼັງຈາກລັດຖະບານ ທີ່ລິເລີ້ມຂຶ້ນໂດຍອະດີດນາຍົກລັດຖະມົນຕີໄທ ທ່ານນາງຍິ້ງລັກ ຊິນນະວັດ ແລະພັກເພື່ອ
ໄທຂອງທ່ານນາງ ໄດ້ພິສູດ ໃຫ້ເຫັນວ່າເປັນໄຊຊະນະໃນການເລືອກຕັ້ງ ໃນການປ່ອນ
ບັດແຫ່ງຊາດ ໃນປີ 2011 ນັ້ນ.
ແຜນການດັ່ງກ່າວ ໄດ້ໃຫ້ຄຳໝັ້ນສັນຍາຕໍ່ພວກກະສິກອນປູກເຂົ້າວ່າ ຈະໃຫ້ລາຄາທີ່
ແນ່ນອນຕາຍໂຕ ແລະສູງກວ່າລາຄາໃນທ້ອງຕະຫຼາດ ສຳລັບເຂົ້າຂອງເຂົາເຈົ້າ. ບັນດາ
ເຈົ້າໜ້າທີ່ຫວັງວ່າ ຈະອຳນວຍໃຫ້ພວກເຂົາເຈົ້າສາມາດຄວບຄຸມການສົ່ງອອກເຂົ້າຂອງ
ປະເທດໄດ້ຫຼາຍຂຶ້ນແລະເສີມຄວາມເຂັ້ມແຂງ ໃຫ້ແກ່ທ່າທີຂອງໄທ ໃນຖານະເປັນປະ ເທດທີ່ສົ່ງອອກເຂົ້າ ລາຍໃຫຍ່ທີ່ສຸດຂອງໂລກ.
ແຕ່ພວກປະເທດ ທີ່ປູກເຂົ້າໃນພາກພື້ນ ເຊັ່ນ ອິນເດຍ ຫວຽດນາມ ແລະມຽນມາ ເພີ້ມ
ຜົນເກັບກ່ຽວຂອງເຂົາເຈົ້າ ແລະສົ່ງເຂົ້າອອກໄປຂາຍຫຼາຍຂຶ້ນໃນຕະຫຼາດທີ່ເປີດກວ້າງ ໂດຍສາມາດຄວາມຮຽກຮ້ອງ ຕ້ອງການເຂົ້າ ໄດ້ດີຂຶ້ນກວ່າໃນອະດີດທີ່ຜ່ານມາຫຼາຍປີ.
ການກະທຳເຊັ່ນນີ້ ເຮັດໃຫ້ເຂົ້າໄທຂາຍບໍ່ອອກແລະການໃຊ້ຈ່າຍເງິນໃຫ້ພວກກະສິກອນ
ປູກເຂົ້າລ້າຊ້າໄປ. ລັດຖະບານໄດ້ເລີ້ມເກັບສະ ສົມເຂົ້າທີ່ບໍ່ໄດ້ຂາຍນັ້ນໄວ້ໃນສາງ ຊຶ່ງປັດ
ຈຸບັນນີ້ ທາງການກະປະມານ ວ່າ ມີເຂົ້າທີ່ບໍ່ໄດ້ຂາຍ ປະມານ 19 ລ້ານໂຕນ.
ທ່ານວິໂຣດ ນະ ຣະນອງ ນັກເສດຖະສາດ ປະຈຳສະຖາບັນຄົ້ນຄວ້າການພັດທະນາໄທ
ທີ່ເປັນສະຖາບັນອິດສະລະ ກ່າວວ່າ ການສູນເສຍທີ່ກະຊວງການເງິນກະປະມານກັນນີ້
ສາມາດເພີ້ມຂຶ້ນໄດ້ ຂະນະທີ່ລັດຖະບານທະຫານກຳນົດທີ່ຈະພະຍາຍາມສະສາງ ກອງເຂົ້າທີ່ໃຫຍ່ໂຕນີ້ ໃຫ້ໝົດໄປ.
“ຄວາມຈິງແລ້ວ ສິ່ງທີ່ບໍ່ດີນີ້ ບໍ່ແມ່ນແຕ່ລັດຖະບານພັກເພື່ອໄທເທົ່ານັ້ນ ທີ່ບໍ່
ສາມາດຂາຍເຂົ້າຂອງຕົນໄດ້ ແຕ່ຄວາມຄາດໝາຍຂອງຂ້າພະເຈົ້າກໍແມ່ນວ່າ
ເຂົ້າສ່ວນຫຼາຍ ຈະກອງກັນຢູ່ນີ້ຕື່ມອີກເປັນເວລາດົນນານ ກ່ອນທີ່ພວກທະຫານ
ຈະສາມາດເຮັດຫຍັງໄດ້ກັບເຂົ້າຈຳນວນນີ້.”
ກະຊວງການເງິນໄທ ກະປະມານວ່າ ການລຸບທຶນຈາກໂຄງການຂາຍເຂົ້າພາຍໃຕ້ນາຍົກລັດຖະມົນຕີຍິ່ງລັກ ຊິນນະວັດ ທັງໝົດແມ່ນຫຼາຍກວ່າ 16 ຕື້ດອນລາ. ກະຊວງການເງິນກ່າວວ່າທັງໝົດນີ້ ແມ່ນຄ້າຍຄືກັນກັບໂຄງການທີ່ເລີ້ມຂຶ້ນໃນປີ 2004 ທີ່ພາໃຫ້ເສຍເງິນ
ທັງໝົດ 21 ຕື້ດອນລານັ້ນ.
ພວກທີ່ຕຳໜິຕິຕຽນໂຄງການເຂົ້ານີ້ ກ່າວວ່າ ໂຄງການດັ່ງກ່າວໄດ້ສູນເສຍເງິນໄປຢ່າງຫຼວງຫຼາຍເຊັ່ນກັນນຳການສໍ້ລາດບັງຫຼວງ. ພວກສະມາຊິກພັກທ່ານນາງຍິ້ງລັກ ພາກັນຢືນຢັດວ່າ ພວກທີ່ໄດ້ຮັບຜົນກຳໄລ ທີ່ສຳຄັນນັ້ນ ແມ່ນພວກກະສິກອນປູກເຂົ້າໄທ.
ແຕ່ພັກປະຊາທິປັດຝ່າຍຄ້ານ ໄດ້ພິມເຜີຍແຜ່ລາຍງານຢ່າງລະອຽດ ກ່ຽວກັບໂຄງການເຂົ້ານີ້ ໂດຍອີງໃສ່ຂ່າວຂໍ້ມູນທີ່ໄດ້ຮັບຈາກພວກຂ້າລາດຊະການ ແລະພວກເຈົ້າໜ້າທີ່ໃນກະ
ຊວງທະບວງກົມຕ່າງໆຂອງລັດຖະບານ ແລະພວກທະນາຄານລັດວິສາຫະກິດຕ່າງໆ.
ທ່ານ Warong Dechgitvigrom ສະມາຊິກພັກປະຊາທິປັດ ກ່າວວ່າ ການສໍ້ລາດບັງຫຼວງຕ້ອງມີການພົວພັນນຳຂອງພວກໂຮງສີເຂົ້າ ພວກທະນາຄານທີ່ລັດເປັນເຈົ້າຂອງ ຕະຫຼອດທັງພວກເຈົ້າໜ້າທີ່ສຳຫລວດ ທີ່ສົ່ງໄປກວດກາເບິ່ງຄຸນນະພາບຂອງເຂົ້ານັ້ນນຳ. ການຂາຍເຂົ້າອອກ ຕ່າງປະເທດ ອີງຕາມພື້ນຖານລະຫວ່າງລັດຖະບານຫາລັດຖະບານກໍຍັງເປັນບັນຫາຄືກັນ.
ທ່ານວາຣົງ ກ່າວວ່າ “ ຜູ້ສຳຫຼວດລາຄາກໍສໍ້ລາດບັງຫຼວງຄືກັນ. ດ້ວຍເຫດນີ້ເຂົ້າທີ່ມີຄຸນນະພາບບໍ່ດີ ເຂົ້າສີເຫຼືອງ ຫຼືເຂົ້າທີ່ມາຈາກກຳປູເຈຍ ຫຼືມຽນມາ ໄດ້ຖືກສົ່ງໄປໄວ້ໃນສາງເກັບເຂົ້າ ແລະໃນທີ່ສຸດ ເວລາລັດຖະບານຂາຍເຂົ້າ ເຂົາເຈົ້າກໍສໍ້ລາດບັງຫຼວງເຊັ່ນກັນ ລະຫວ່າງລັດຖະບານຕໍ່ລັດຖະບານນັ້ນ ຊຶ່ງເປັນເລື້ອງປອມແປງ ມັນບໍ່ແມ່ນຂອງຈິງ.”
ທ່ານນາງຍິ້ງລັກ ທີ່ເປັນປະທານຄະນະກຳມະການກຳກັບດູແລໂຄງ ການຈຳນຳເຂົ້າ ປະເຊີນກັບຂໍ້ກ່າວຫາຕ່າງໆ ຖານລະເລີຍຫຼືບໍ່ເອົາໃຈໃສ່ຕໍ່ໜ້າທີ່ ແລະມີໝາຍກຳນົດທີ່ຈະໄປປາກົດໂຕຢູ່ໃນສະພາແຫ່ງຊາດໃນວັນທີ 28 ພະຈິກນີ້. ຖ້າທ່ານນາງຖືກຟ້ອງຮ້ອງຢ່າງເປັນທາງການ ທ່ານນາງຈະຖືກຫ້າມບໍ່ໃຫ້ຫຼິ້ນການເມືອງເປັນເວລາ 5 ປີ.
ທ່ານວິໂຣດ ນັກເສດຖະສາດກ່າວວ່າ ການເຄື່ອນໄຫວ ຂອງຄະນະກຳມະການປາບການ
ສໍ້ລາດບັງຫຼວງແຫ່ງຊາດ ທີ່ແນເປົ້າໝາຍໃສ່ອະດີດນາຍົກລັດຖະມົນຕີຍິ່ງລັກ ປາກົດວ່າ
“ເປັນເລື້ອງການເມືອງ” ທີ່ອີງໃສ່ຂໍ້ກ່າວຫາທີ່ອ່ອນແອຂອງຕຳແໜ່ງຂອງທ່ານນາງ ໃນ
ຖານະເປັນປະທານຂອງໂຄງການຈຳນຳເຂົ້າແຫ່ງຊາດ ທີ່ທ່ານນາງຄວນຈະເປັນຜູ້ຮັບ
ຜິດຊອບນັ້ນ.
ແຕ່ທ່ານ Warong Dechgitvigrom ຈາກພັກປະຊາທິປັດ ກ່າວວ່າ ການເຄື່ອນໄຫວທາງດ້ານກົດໝາຍຕໍ່ທ່ານນາງຍິ້ງລັກ ສາມາດບັນລຸຜົນສຳເລັດໄດ້ ຍ້ອນວ່າ ພາກສ່ວນນຶ່ງກໍເພາະວ່າ ພວກກະສິກອນປູກເຂົ້າຫຼາຍຄົນ ເກີດໂມໂຫໂທໂສ ຍ້ອນການຊັກຊ້າໃນການ
ໃຊ້ຈ່າຍເງິນໃຫ້ພວກເຂົາເຈົ້ານັ້ນ.
ທ່ານວາຣົງ ກ່າວວ່າ “ຂ້າພະເຈົ້າເຊື່ອວ່າ ການຟ້ອງຮ້ອງຈະປະສົບກັບຜົນສຳເລັດ
ແລະສານອາຍາສູງສຸດ ໃນທີ່ສຸດ ຂ້າພະເຈົ້າເຊື່ອວ່າ ຈະປະສົບຜົນສຳເລັດເຊັ່ນກັນ.
ທັງສອງທາງ ຜູ້ທຸກຈະເຫັນດີນຳສານນັກການເມືອງຕ້ອງຮັບຜິດຊອບ ສຳລັບການ
ສໍ້ລາດບັງຫຼວງ ແລະກ່ຽວກັບການຟ້ອງຮ້ອງ ແລະພຶດຕິກຳດ້ານອາຍາຕ່າງໆ.”
ພວກເອກກະຊົນທີ່ສົ່ງເຂົ້າອອກໄປຂາຍຕ່າງປະເທດ ຍັງຄົງມີຄວາມໝັ້ນໃຈຢູ່ວ່າ ໄທຈະຟື້ນໂຕຄືນ ໃນຖານະທີ່ເປັນປະເທດສົ່ງອອກເຂົ້າຫຼາຍທີ່ສຸດຂອງໂລກ ໃນປີຕໍ່ໜ້ານີ້.
ພວກຫົວໜ້າບໍລິຫານອຸດສາຫະກຳເຂົ້າ ທຳນາຍວ່າ ໄທຈະສົ່ງເຂົ້າອອກໄປຂາຍໃນຕ່າງ
ປະເທດໃນປະລິມານ 10 ຫາ 12 ລ້ານໂຕນໃນປີ 2014 ນີ້ ພ້ອມໆກັບອິນເດຍ ໃນປະລິ
ມານ 10 ລ້ານໂຕນນັ້ນ.
ເບິ່ງວີດີໂອ ຂອງພະແນກຮຽນພາສາອັງກິດ ກ່ຽວກັບໂຄງການຈຳນຳເຂົ້າ ຂອງໄທ: