ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທ ແລະ ​ພວກ​ກະ​ບົດ​ໃນ​ພາກ​ໃຕ້ ຈະ​ຢຸດ​ຍິງ ໃນລະ​ຫວ່າງ​ ບຸນ​ຣາ​ມາ​ດານ


ຈັງ​ຫວັດ​ປັດ​ຕະ​ນີ ຍະ​ລາ ແລະ​ນະ​ຣາ​ທິ​ວາດ ໃນ​ພາກ​ໃຕ້​ຂອງ​ໄທ
ຈັງ​ຫວັດ​ປັດ​ຕະ​ນີ ຍະ​ລາ ແລະ​ນະ​ຣາ​ທິ​ວາດ ໃນ​ພາກ​ໃຕ້​ຂອງ​ໄທ

ລັດ​ຖະ​ບານ​ໄທ​ໃນ​ມື້​ວັນ​ເສົາ​ຜ່ານ​ມານີ້ ກ່າວ​ຊົມ​ເຊີຍ​ວ່າ “ມີ​ຄວາມ​ກ້າວ​ໜ້າ​ທີ່​ສຳ​ຄັນ” ໃນ​ການ​ເຈ​ລະ​ຈາ​ຮອບ​ຫຼ້າ​ສຸດ ກັບ​ກຸ່ມ​ກະ​ບົດມຸ​ສ​ລິມໃຫຍ່​ສຸດ ທີ່​ພວມ​ຕໍ່​ສູ້​ໃນ​ເຂດ​ພາກ​ໃຕ້​ຂອງ​ໄທ ຫຼັງ​ຈາກ​ທັງ​ສອງ​ຝ່າຍ​ໄດ້​ຕົກ​ລົງ​ກັນ​ທີ່​ຈະ​ຍຸ​ຕິ​ຄວາມ​ຮຸນ​ແຮງ​ໃນ​ລະ​ຫວ່າງ​ເດືອນ​ຖື​ສິນ​ອົດ​ຣາ​ມານຊຶ່ງ​ເປັນ​ເດືອນ​ສັກ​ສິດ​ຂອງຊາວ​ມຸ​ສ​ລິມ.

ຄະ​ນະ​ຜູ້​ແທນ​ຂອງ​ໄທ ແລະ​ຜູ້​ຕາງ​ໜ້າ​ ຂອງ​ກຸ່ມ​ກະ​ບົດ​ ປະ​ຕິ​ວັດ​ແຫ່ງ​ຊາດບາ​ຣີ​ຊານ (BRN) ໄດ້​ພົບ​ປະ​ແບບ​ເຊິ່ງ​ໜ້າ​ໃນ​ຕົ້ນ​ອາ​ທິດ​ແລ້ວນີ້​ຢູ່​ປະ​ເທດ​ມາ​ເລ​ເຊຍ ໃນ​ການ​ເຈ​ລະ​ຈາ​ຮອບ​ຫຼ້າ​ສຸດ ຫຼັງ​ຈາກ​ການ​ສົນ​ທະ​ນາ​ຫາ​ລື​ ໄດ້​ເລີ້ມ​ຄືນ​ອີກ​ໃນ​ເດືອນ​ມັງ​ກອນ ລຸນ​ຫຼັງ​ທີ່​ໄດ້​ມີ​ການ​ຢຸດ​ເຊົາ​ເປັນ​ເວ​ລາ 2 ປີ ຍ້ອນ​ການ​ລະ​ບາດ​ຂອງ​ໂຄວິດ-19.

ມີ​ຫຼາຍກວ່າ 7,300 ຄົນ​ໄດ້​ເສຍ​ຊີ​ວິດ ໃນ​ຄວາມ​ຮຸນ​ແຮງ​ທີ່​ພົວ​ພັນ​ກັບ​ການ​ກໍ່​ກະ​ບົດ​ດັ່ງ​ກ່າວ ນັບ​ແຕ່​ປີ 2004 ເປັນ​ຕົ້ນ​ມາ​ ເວ​ລາ​ການ​ກໍ່​ກະ​ບົດ​ເປັນ​ເວ​ລາ​ຫຼາຍ​ທົດ​ສະ​ວັດ​ໄດ້​ລະ​ເບີດ​ຂຶ້ນ​ອີກ ​ທີ່​ຈັງ​ຫວັດ​ນະ​ຣາ​ທິ​ວາດ ຍະ​ລາ ປັດ​ຕະ​ນີ ແລະ​ບາງ​ສ່ວນ​ຂອງຈັງ​ຫວັດ​ສົງ​ຂາ ຊຶ່ງ​ປະ​ຊາ​ຊົນ​ສ່ວນ​ໃຫຍ່​ເປັນ​ຊາວມຸ​ສ​ລິມ​ທີ່​ປາກ​ພາ​ສາມາ​ເລ ຢູ່​ໃນ​ປະ​ເທດ​ໄທ​ທີ່​ປ​ະ​ຊາ​ຊົນ​ສ່ວນ​ໃຫຍ່​ນັບ​ຖື​ສາ​ສະ​ໜາ​ພຸດນັ້ນ.

ກຸ່ມ​ກະ​ບົດ BRN ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ ທັງ​ສອງ​ຝ່າຍ​ໄດ້​ຕົກ​ລົງ​ທີ່​ຈະ​ຍຸ​ຕິ​ຄວາມ​ຮຸນ​ແຮງ​ໃນ​ລະ​ຫວ່າງ​ບຸນ​ຣາ​ມາ​ດານ ຊຶ່ງ​ເລີ້ມ​ຂຶ້ນ​ແຕ່​ວັນ​ທີ 3 ເມ​ສາ​ໄປ​ຈົນ​ຮອດ 14 ພຶດ​ສະ​ພານັ້ນ ເພື່ອ “ສ້າງ​ບັນ​ຍາ​ກາດ​ແຫ່ງ​ຄວາມ​ປອດ​ໄພ ແລະ​ຄວາມ​ອຸ​ດົມ​ຮັ່ງ​ມີ” ສຳ​ລັບ​ປະ​ຊາ​ຄົມ ອັນ​ເປັນ​ຂັ້ນ​ຕອນ “ໃນ​ການ​ເສີມ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ” ເພື່ອ “ສ້າງ​ສັນ​ຕິ​ພາບ​ທີ່​ມີ​ຄວາມ​ໝາຍ.”

ຝ່າຍ​ລັດ​ຖະ​ບານໄທ​ກໍ​ໄດ້​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ ການ​ສ້າງ​ “ສະ​ພາບ​ແວດລ້ອມ​ທີ່​ເອື້ອ​ອຳ​ນວຍ​ໃຫ້​ມີ​ຄວາມ​ສະ​ຫງົບ” ໃນ​ລະ​ຫວ່າງ​ບຸນ​ຣາ​ມາ​ດານ ຈະ​ອະ​ນຸ​ຍາດ​ໃຫ້​ປະ​ຊາ​ຊົນ “ສາ​ມາດ​ປະ​ຕິ​ບັດ​ສາ​ສະ​ໜາ​ກິດ​ຂອງ​ເຂົາ​ເຈົ້າ​ໄດ້​ຢ່າງ​ປອດ​ໄພ” ແລະ​ເພີ້ມ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຊົນ​ໃນ​ການ​ສົນ​ທະ​ນາ​ຫາ​ລື​ກ່ຽວ​ກັບ​ສັນ​ຕິ​ພາບ.

ທັງ​ສອງ​ຝ່າຍ​ຍັງ​ໄດ້​ຕົກ​ລົງ​ກັນ ​ທີ່​ຈະ​ສ້າງ​ຕັ້ງ​ຄະ​ນະ​ເຮັດ​ວຽກ​ຮ່ວມ ໃນ 3 ດ້ານ ດ້ວຍ​ກັນ ຮວມການ​ຫຼຸດ​ຜ່ອນ​ຄວາມ​ຮຸນ​ແຮງ ການ​ປຶກ​ສາ​ຫາ​ລື​ກັບ​ປະ​ຊາ​ຊົນແລະ​ການ​ແກ້​ໄຂ​ທາງ​ດ້ານ​ການ​ເມືອງ ອີງ​ຕາມ​ຄຳ​ເວົ້າ​ຂອງ​ລັດ​ຖະ​ບານ​ໄທ.

ກຸ່ມ​ກະ​ບົດ​ດັ່ງ​ກ່າ ວ​ໄດ້​ຮຽກ​ຮ້ອງ​ຄວາມ​ເປັນ​ເອກ​ກະ​ລາດ​ໃຫ້​ເຂດ​ພາກ​ໃ​ຕ້ ຊຶ່ງ​ຈັງ​ຫວັດ​ສ່ວນ​ໃຫຍ່​ຂອງ​ຊາວ​ມຸ​ສ​ລິມ​ທີ່​ປາກ​ພາ​ສາ​ມາ​ເລ ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ລັດ​ປະ​ຕະ​ນີ ແລະ​ຖືກ​ປະ​ກາດ​ຮວມ​ເຂົ້າ​ເປັນ​ດິນ​ແດນ​ສ່ວນ​ນຶ່ງ​ຂອງ​ໄທ ​ໃນ​ປີ 1909 ຊຶ່ງ​ເປັນ​ພາກ​ສ່ວນຂອງ​ສົນ​ທິ​ສັນ​ຍາ​ກັບ​ປະ​ເທດ​ອັງ​ກິດ.

ພວ​ກ​ກະ​ບົດ​ແບ່ງ​ແຍກ​ດິນ​ແດນ​ໄດ້​ຮ້ອງ​ທຸກ​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ​ວ່າ ຊາວ​ມຸ​ສ​ລິມ​ມາ​ເລ ໄດ້​ຖືກ​ບັງ​ຄັບ​ໃຫ້​ປະ​ຕິ​ບັດ​ຄ້າຍ​ຄື​ກັນ​ກັບ​ຄົນ​ໄທ ແລະ​ກ່າວ​ຫາ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ໄທໃນ​ການ​ກະ​ທຳ​ທີ່​ບໍ່​ດີ​ບໍ່​ງາມ​ຜ່ານ​ມາ. ລັດ​ຖະ​ບານ​ໄທ​ໄດ້​ກ່າວ​ປົກ​ປ້ອງ​ການ​ປະ​ຕິ​ບັດ​ງານ​ຂອງ​ຕົນ​ຢູ່​ໃນ​ເຂດ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG