ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພາກໃຕ້ສຸດຂອງໄທ ຍັງປັ່ນປ່ວນ ເຖິງແມ່ນ ກໍາລັງມີ ການເຈລະຈາ ສັນຕິພາບກັນ (ວີດິໂອ ລາວ/ອັງກິດ)


Violence in Thailand's Deep South Escalates as Peace Talks Take Place
please wait

No media source currently available

0:00 0:02:46 0:00
ລິງໂດຍກົງ

ເບິ່ງວີດິໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ໃນສາມຈັງຫວັດໃຕ້ສຸດຂອງໄທ ການ​ກະບົ​ດຂອງ​ພວກກຸ່ມ​ນັບຖື​
ສາສະໜາ ອິສລາມ ໄດ້ເຂັ່ນຂ້າຜູ້ຄົນໄປ ແລ້ວຫຼາຍກວ່າ 5,000
ຄົນ ນັບຕັ້ງແຕ່ປີ 2004 ເປັນຕົ້ນມາ. ມາບັດນີ້ ລັດຖະບານກໍາລັງ ທໍາການເຈລະຈາສັນຕິ ພາບຕໍ່​ເນື່ອງກັນຫຼາຍບັ້ນ ກັບບັນດາຜູ້ນໍາ
ຂອງກຸ່ມນຶ່ງ​ໃນ​ຫລາຍໆ​ກຸ່ມກະບົດ ຊຶ່ງນັບວ່າເປັນເທື່ອທໍາອິດໃນ
ຂໍ້ຂັດແຍ້ງກັນ ທີ່​ມີມາໄດ້ເກົ້າປີ. Steve Sandford ຜູ້ສື່ຂ່າວວີ ໂອເອມີລາຍງານເລຶ່ອງນີ້ຈາກຈັງຫວັດນະຣາທິວາດ ປະເທດໄທ
ຊຶ່ງທອງປານ ຈະນໍາເອົາລາຍລະອຽດມາ ສະເໜີທ່ານໃນອັນດັບ
ຕໍ່ໄປ

ລິງໂດຍກົງ

ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:

ຄວາມຮຸນແຮງ ໃນພາກໃຕ້ຂອງໄທ
please wait

No media source currently available

0:00 0:02:50 0:00

ຢູ່​ໃນເຂດພາກໃຕ້ສຸດຂອງໄທນັ້ນ ມັນ​ເປັນ​ເລື້ອງ​ທໍາ​ມະ​ດາທີ່ຈະເຫັນຜູ້ຊາຍໃນເຄື່ອງ
ແບບຢູ່ຕາໂຮງຮຽນທ້ອງຖິ່ນ ແຕ່ບໍ່ຄືກັນກັບຢູ່​ຕາມສະຖາບັນຕ່າງໆ ໃນໂລກຕາເວັນ
ຕົກ ​ເພາະວ່າພວກຜູ້ຊາຍ​ເຫລົ່າ​ນີ້ພາກັນຖືອາວຸດຢ່າງເຕັມອັດຕາ.

ເມື່ອຕົ້ນປີນີ້ ບັນດານາຍຄູແລະນັກຮຽນຢູ່ໂຮງຮຽນປະຖົມຂອງຊາວມຸສລິມແຫ່ງນີ້ ໃນ
ຈັງຫວັດນະຣາທິວາດ ພາກໃຕ້ສຸດຂອງໄທ ໄດ້​ເຫັນເຫດການ ເຂັ່ນຂ້າກັນຢ່າງເລືອດ
ເຢັນ ເວລາຊາຍສະກັນສອງຄົນຍ່າງເຂົ້າໄປໃນໂຮງຮຽນໃນຕອນຢຸດພັກກິນ​ເຂົ້າທ່ຽງ
ແລ້ວຍິງປືນ ສາດໃສ່ນາຍຄູຄົນນຶ່ງຈົນເຖິງ ແກ່ຄວາມ​ຕາຍ.

ສໍາລັບ Yai Nong ຄູປະຈໍາຊັ້ນ ປ. 1 ທີ່ໄດ້ເຫັນເຫດການໂຈມຕີອັນປ່າເຖື່ອນນັ້ນ
ພຶດຕິກໍາອັນໂຫດຮ້າຍດັ່ງກ່າວ ​ແມ່ນໄດ້ປະຫຼາຍໆຄໍາຖາມໄວ້ໃຫ້ຕອບ ສໍາລັບທຸກໆຄົນ
ບໍ່​ແມ່ນ​ແຕ່​ນາງ.

ຄູ Yai Nong ເວົ້າວ່າ: “ນັກຮຽນທັງໝົດຖາມພວກເຮົາວ່າ ເປັນຫຍັງ ພວກເຂົາ ເຈົ້າຈຶ່ງຍິງນາຍຄູ ແລະນັກຮຽນຫຼາຍໆຄົນກໍພາກັນເວົ້າເຖິງເຫດການດັ່ງກ່າວ ໃນກຸ່ມນ້ອຍໆຂອງພວກເຂົາເຈົ້າວ່າ ຄູຜູ້ນັ້ນເຮັດຫຍັງຜິດ? ພວກເຂົາເຈົ້າຖາມ
ສໍ້ພວກເຮົາ
ດ້ວຍຄໍາຖາມດຽວກັນ.”


ໃນສາມຈັງຫວັດໃຕ້ສຸດຂອງໄທ ທີ່​ເອີ້​ນກັນວ່າເຂດແດງ ຫຼືເຂດອັນຕະລາຍນັ້ນ ພວກ​
ທີ່​ຕົກ​ເປັນເປົ້າໝາຍ ສ່ວນໃຫຍ່ຈະແມ່ນພວກທີ່ພົວພັນກັບລັດຖະບານກາງຂອງໄທ.

ແຕ່​ກ່ອນ​ນັ້ນ ການໂຈມຕີບັ້ນຕ່າງໆແມ່ນໄດ້ເກີດຂຶ້ນຢູ່ເຂດທີ່ມີຊາວມຸສລິມມາເລ ອາ​ໄສ
ຢູ່ເປັນສ່ວນໃຫຍ່ ຄືຢູ່ຊາຍແດນຕິດກັບປະເທດມາເລເຊຍ ແຕ່ກໍມັກຈະມີຄວາມຢ້ານ
ກົວແອບແຝງຢູ່ ຕະຫຼອດ​ມາ ວ່າ ການ​ໂຈມ​ຕີ​ເຫຼົ່າ​ນັ້ນຈະຂະຫຍາຍອອກໄປ ພາຍໃຕ້
ການສະໜັບສະໜຸນຈາກໜ່ວຍກໍ່ການຮ້າຍສາກົນ.

ນັກວິເຄາະ ສີສົມພົບ ຈິດພິຣົມ ທີ່ໄດ້ບັນທຶກເຫດການຂໍ້ຂັດແຍ້ງທີ່ກໍາລັງດໍາເນີນໄປ
ລົງ​ໃນໜ້າເວັບໄຊ້ ທີ່ໃຫ້ຊື່ວ່າ “Deep South Watch” ຫຼື ການສິ້ງຊອມເຂດໃຕ້ສຸດ ອະທິບາຍກ່ຽວກັບເລຶ່ອງນີ້ວ່າ:

“ນີ້ຄືທິດສະດີແນວນຶ່ງທີ່ວ່າ ຕາບໃດທີ່ຍັງມີເຫດການກໍ່ ຄວາມຮຸນແຮງໃນລະດັບ
ໃດລະດັບນຶ່ງ
ດໍາເນີນສືບຕໍ່ໄປເລື້ອຍໆ ແລະລັດຖະບານບໍ່ສາມາດແກ້ໄຂບັນຫາ
ນີ້ໄດ້ ມັນກໍຈະເປັນ​ແບບ​ ກັບ​ແພນ​ດໍຣາ ຫຼື Pan dora’s Box ທີ່​ວ່າ ຖ້າ​ໄຂມັນ
​ອອກ ທຸກໆສິ່ງກໍຈະອອກຕາມມາ ໂຮມທັງກຸ່ມກໍ່​ກະບົດ​ນາໆ​ຊາດ ຫຼືພວກອົງ
ການກໍ່ການຮ້າຍ
ສາກົນນັ້ນນໍາ.”

ສໍາລັບເວລານີ້ກໍເບິ່ງຄືວ່າ ບັນຫາແມ່ນຖືກຄວບຄຸມ​ໄວ້​ໄດ້ ຢູ່ພາຍໃນຂົງເຂດນຶ່ງທີ່ມີ ຊາວມຸສລິມ 90 ເປີເຊັນ ອາ​ໄສ​ຢູ່ ແລະເປັນເຂດທີ່ແສນລໍາບາກທຸກຈົນນັ້ນ.

ໃນຄວາມຮູ້ສຶກຂອງ Abdulrahman Abdulsamad ຜູ້ນໍາຄະນະກໍາມະການອິສລາມ
ນັ້ນ​ແລ້ວ ກໍແມ່ນວ່າ ບັນຫາ​ນີ້ບໍ່ແມ່ນກ່ຽວກັບສາສະໜາ ແຕ່ມັນແມ່ນ​ເລື້ອງ​ຂອງຂົງເຂດ
ທີ່ຖືກເມີນເສີຍ ບໍ່​ໄດ້​ຮັບ​ການ​ເອົາ​ຫົວ​ໃສ່ໃຈ​ຊາ​ນໍາ ແລະຖືກຕັດຂາດ​ກໍ​ວ່າ​ໄດ້ ໂດຍລັດ
ຖະບານໄທທີ່ຄອບ​ງໍາ​ໂດ​ຍຊາວພຸດ ​ເປັນສ່ວນໃຫຍ່ນັ້ນ ຫຼາຍກວ່າ.

ທ່ານ Abdulsamad ເວົ້າວ່າ: “ມັນບໍ່ມີຄວາມຍຸຕິທໍາອັນ​ໃດເລີຍ ສໍາລັບພວກ
ປະຊາຊົນທ້ອງຖິ່ນ ແລະພວກເຂົາເຈົ້າກໍບໍ່ເຊື່ອໃຈກັນ. ຊາວໄທບໍ່ເຂົ້າ
ໃຈພາ
ສາ ບໍ່ເຂົ້າໃຈປະເພນີວັດທະນະທໍາ. ສະນັ້ນ
ເລຶ່ອງສາສະໜາບໍ່ແມ່ນປະເດັນ
ສໍາຄັນ ຂອງບັນຫາ.”


​ໃນອັນທີ່ຖືວ່າເປັນບາດກ້າວນ້ອຍໆໄປຂ້າງໜ້າບາດກ້າວນຶ່ງ ໃນຂັ້ນຕອນການສ້າງສັນ ຕິພາບທີ່ແຕກຫັກໄດ້ງ່າຍນັ້ນ ທັງສອງຝ່າຍໄດ້ເຫັນພ້ອມກັນ ທີ່ຈະຍັບ​ຍັ້ງການກໍ່ຄວາມ
ຮຸນແຮງໄວ້ກ່ອນ ໃນລະຫວ່າງເດືອນສັກສິດຂອງສາສະໜາອິສລາມ ຄື​ເດືອນ
Ramadan ທີ່ຈະເລີ່ມໃນເດືອນໜ້ານີ້.

ແຕ່ປະຊາຊົນກໍຍັງສົງໄສຢູ່ວ່າ ການເຈລະຈາຕໍ່ຮອງກັນຄັ້ງນີ້ ຈະພຽງພໍທີ່ຈະນໍາເອົາ
ສັນຕິພາບມາສູ່ຂົງເຂດໄດ້ຫຼືບໍ່ ໃນບັ້ນ​ສຸດ​ທ້າຍນັ້ນ.
XS
SM
MD
LG