ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ຍຶດຢາເສບຕິດ ມູນຄ່າ 30 ລ້ານໂດລາ ​ທີ່​ສົ່ງ​ໄປອອສເຕຣເລຍ


ພວກເຈົ້າໜ້າທີ່ໄທ ສະແດງການຍຶດຢາ​ບ້າ (amphetamine) ທີ່ຊຸກເຊື່ອງຢູ່ໃນກະສອບຕີມວຍ ທີ່ສົ່ງໄປຍັງປະເທດອອສເຕຣເລຍ ຢູ່​ທີ່ສະໜາມບິນປະເທດໄທ ວັນທີ 23 ທັນວາ 2021.
ພວກເຈົ້າໜ້າທີ່ໄທ ສະແດງການຍຶດຢາ​ບ້າ (amphetamine) ທີ່ຊຸກເຊື່ອງຢູ່ໃນກະສອບຕີມວຍ ທີ່ສົ່ງໄປຍັງປະເທດອອສເຕຣເລຍ ຢູ່​ທີ່ສະໜາມບິນປະເທດໄທ ວັນທີ 23 ທັນວາ 2021.

ບັນດາເຈົ້າໜ້າທີ່ໃນໄທ ໄດ້ສະກັດກັ້ນການ​ລັດ​ລອບຢາ​ບ້າ ຫຼືເສບຕິດແອມແຟດຕາມີນຈຳນວນຫຼາຍກວ່າ193 ກິໂລຊຶ່ງຖືກເຊື່ອງໄວ້ຢູ່ໃນກະສອບຊ້ອມຕີມວຍ ທີ່ກຳລັງຈະຖືກສົ່ງໄປປະເທດອອສເຕຣເລຍ ບ່ອນທີ່ຢາ​ດັ່ງ​ກ່າວມີມູນຄ່າເກືອບເຖິງ 30 ລ້ານໂດລາ.

ຢາເສບຕິດດັ່ງກ່າວ ໄດ້ຖືກບັນຈຸຊຸກເຊື່ອງໄວ້ຢູ່ໃນກະສອບຊາຍຊ້ອມຕີມວຍ 15 ຫໍ່ ໃນແຕ່ລະຫໍ່ນັ້ນ ມີນ້ຳໜັກ ເກີນກວ່າ 10 ກິໂລ.

ພວກເຈົ້າໜ້າທີ່ກ່າວຢູ່ກອງປະຊຸມນັກຂ່າວວ່າ ການສົ່ງດັ່ງ​ກ່າວໄດ້​ຖືກກວດພົບໂດຍພາສີໄທ ຫຼັງຈາກພວກເຈົ້າໜ້າທີ່ໄດ້​ມີຄວາມສົງໄສ ໃນເມື່ອວ່າການຜະລິດອຸບປະກອນຕີມວຍ ບໍ່ເປັນທີ່ຮຽກຮ້ອງສູງ ຢູ່ໃນອອສເຕຣຍເລຍ.

ເຂົາເຈົ້າບໍ່ໄດ້ໃຫ້ລາຍລະອຽດວ່າ ຢາເສບຕິດທີ່ມີມູນຄ່າທັງໝົດ 3 ລ້ານ 5 ແສນໂດລາ ໄດ້ຖືກຈັບໄດ້ເວລາໃດ.

ທັງເຈົ້າໜ້າທີ່ໄທ ແລະອອສເຕຣເລຍ ກຳລັງທຳ​ການສືບສວນຮ່ວມກັນ ກ່ຽວ​ກັບ​ເລື້ອງ​ດັ່ງ​ກ່າວນີ້

Authorities in Thailand intercepted more than 193 kilograms of amphetamine hidden in punching bags bound for Australia where it would have a street value of almost $30 million.

The drugs, packaged in bags each weighing over 10 kilograms, were hidden in 15 punching bags.

Officials told a news conference the shipment was inspected by Thai customs after authorities grew suspicious since the Thai-made boxing training tool is not in high demand in Australia.

They did not provide details of when the drugs, worth a total of $3.5 million, were seized.

Both Thai and Australian authorities are working together in the investigation.

XS
SM
MD
LG