ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດນາຍົກລັດຖະມົນຕີຂອງໄທ ທ່ານທັກສິນ ຖືກສົ່ງໂຕເຂົ້າໂຮງໝໍ ລຸນຫຼັງກັບມາຈາກການເນລະເທດຕົນເອງ


ດ້ານນອກຂອງຕຶກອາຄານມະຫາພູມິພົນ ຣາຊານຸສອນ ຄົບຮອບ 88 ປີ ໂຮງໝໍຕໍາຫຼວດໃນບາງກອກ, ປະເທດໄທ, ວັນທີ 23 ສິງຫາ 2023. ອະດີດນາຍົກລັດຖະມົນຕີ ທ່ານທັກສິນ ຊິນນະວັດ ໄດ້ຖືກສົ່ງອອກຈາກຄຸກໄປໂຮງໝໍ ໃນຕອນເຊົ້າຂອງມື້ວັນພຸດ.
ດ້ານນອກຂອງຕຶກອາຄານມະຫາພູມິພົນ ຣາຊານຸສອນ ຄົບຮອບ 88 ປີ ໂຮງໝໍຕໍາຫຼວດໃນບາງກອກ, ປະເທດໄທ, ວັນທີ 23 ສິງຫາ 2023. ອະດີດນາຍົກລັດຖະມົນຕີ ທ່ານທັກສິນ ຊິນນະວັດ ໄດ້ຖືກສົ່ງອອກຈາກຄຸກໄປໂຮງໝໍ ໃນຕອນເຊົ້າຂອງມື້ວັນພຸດ.

ອະດີດນາຍົກລັດຖະມົນຕີຂອງໄທ ທ່ານທັກສິນ ຊິນນະວັດ ໄດ້ຖືກນໍາໂຕສົ່ງໄປໂຮງໝໍ ໃນຕອນເດິກ​ຂອງ​ຄືນ​ແລ້ວ, ອີງຕາມການກ່າວຂອງເຈົ້າໜ້າທີ່ໃນວັນພຸດມື້ນີ້, ເຊິ່ງມີຄວາມກັງວົນກ່ຽວກັບອາການຂອງຫົວໃຈ ແລະຄວາມດັນ​ເລືອດສູງຂອງທ່ານ ໃນຄືນທໍາອິດທີ່ຢູ່ໃນຄຸກ ຫຼັງຈາກກັບມາຈາກການເນລະເທດຕົນເອງຄັ້ງປະຫວັດສາດ, ອີງຕາມລາຍງານຂອງອົງການຂ່າວ Reuters.

ອາການຫຼ້າສຸດຂອງ ທ່ານທັກສິນ ອາຍຸ 74 ປີ, ມະຫາເສດຖີພັນລ້ານ ຜູ້ກໍ່ຕັ້ງພັກປະຊານິຍົມ ເພື່ອໄທ, ຍັງບໍ່ມີລາຍລະອຽດທີ່ແຈ່ມແຈ້ງເທື່ອ ໃນວັນພຸດມື້ນີ້ ແລະໂຕແທນຂອງທ່ານ ກໍຍັງບໍ່ໄດ້ໃຫ້ຄວາມຄິດເຫັນໃດໆ ໃນທັນທີ ຈາກການຮ້ອງຂໍຂອງອົງການຂ່າວ Reuters.

ອະດີດນາຍົກລັດຖະມົນຕີຂອງໄທ ທ່ານທັກສິນ ຊິນນະວັດ, ກາງ, ພ້ອມດ້ວຍລູກຊາຍຂອງທ່ານ ທ້າວພານທອງແທ້, ແລະລູກສາວຂອງທ່ານ ນາງພິນທອງທາ, ເດີນທາງມາເຖິງສະໜາມດິນດອນເມືອງໃນບາງກອກ, ປະເທດໄທ, ວັນທີ 22 ສິງຫາ 2023.
ອະດີດນາຍົກລັດຖະມົນຕີຂອງໄທ ທ່ານທັກສິນ ຊິນນະວັດ, ກາງ, ພ້ອມດ້ວຍລູກຊາຍຂອງທ່ານ ທ້າວພານທອງແທ້, ແລະລູກສາວຂອງທ່ານ ນາງພິນທອງທາ, ເດີນທາງມາເຖິງສະໜາມດິນດອນເມືອງໃນບາງກອກ, ປະເທດໄທ, ວັນທີ 22 ສິງຫາ 2023.

ພະແນກຄວບ​ຄຸມ​ຄຸກກ່າວຢູ່ໃນຖະແຫຼງການວ່າ ທ່ານທັກສິນ ຮູ້ສຶກແໜ້ນເອິກ ແລະມີຄວາມດັນ​ເລືອດສູງ, ເຊິ່ງທ່ານໄດ້ຖືກໃຫ້ນໍາໂຕສົ່ງໄປໂຮງໝໍຕໍາຫຼວດຢູ່ບາງກອກ ໃນເວລາປະມານ 2 ໂມງເຊົ້າ ຂອງວັນພຸດນີ້.

ທ່ານທັກສິນ ເດີນທາງກັບຄືນ​ປະ​ເທດໃນວັນອັງຄານວານນີ້ ແລະໄດ້ຖືກຄຸມໂຕເຂົ້າຄຸກ ເຊິ່ງໄດ້ກາຍເປັນພາບຕື່ນເຕັ້ນ ທີ່ໄດ້ດຶງດູດຄວາມສົນໃຈຈາກພັນທະມິດທາງການເມືອງ ທ່ານເສດຖາ ທະວີສິນ, ຜູ້ທີ່ໄດ້ຖືກເລືອກໃຫ້ເປັນນາຍົກລັດ ຖະມົນຕີ ຈາກການລົງຄະແນນສຽງຂອງສະພາ ໃນຕອນແລງຂອງມື້ດຽວກັນ.

ທ່ານເສດຖາ ຈາກພັກເພື່ອໄທ ໄດ້ຮັບການຢືນຢັນເປັນນາຍົກລັດຖະມົນຕີ ໂດຍໄດ້ຮັບການ​ເຫັນ​ພ້ອມ​ຈາກ​ກະ​ສັດ, ອີງຕາມການກ່າວຂອງເຈົ້າໜ້າທີ່ສະພາໃນວັນພຸດມື້ນີ້.

BANGKOK, Aug 23 (Reuters) - Thailand's former Prime Minister Thaksin Shinawatra was moved to hospital overnight, officials said on Wednesday, over concern about his heart and high blood pressure on his first night in jail following his historic return from self-exile.

The latest condition of 74-year-old Thaksin, the billionaire founder of the populist juggernaut Pheu Thai, was not clear on Wednesday and his representatives did not immediately respond to a request from Reuters for comment.

The Corrections Department said in a statement Thaksin had felt chest tightness and high blood pressure and he was referred to Bangkok's police hospital around 2 a.m. on Wednesday.

Thaksin made his homecoming on Tuesday and was escorted to jail in dramatic scenes that stole the spotlight from political ally Srettha Thavisin, who was elected prime minister in a parliamentary vote later in the day.

The Pheu Thai Party's Srettha was confirmed as prime minister having received royal endorsement, a parliament official said on Wednesday.

XS
SM
MD
LG