ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກຸ່ມສິດທິມະນຸດ ໄທ ວາງນະໂຍບາຍ ກ່ຽວກັບ ຊາວ ວີເກີ ໃນອະນາຄົດ


ເລ​ຂາ​ທິການ​ໃຫຍ່​​ສະພາ​ຄວາມ​ໝັ້ນຄົງ ​ແຫ່ງ​ຊາດ​ຂອງປະ​ເທດ ​ໄທ ທ່ານ ອະນຸສິດ ກຸ​ນະ​ກອນ, ກ່າວຕໍ່ບັນດານັກຂ່າວ ຢູ່ທຳນຽບລັດຖະບານ ໃນນະຄອນຫຼວງ ບາງກອກ, ປະເທດ ໄທ.
ເລ​ຂາ​ທິການ​ໃຫຍ່​​ສະພາ​ຄວາມ​ໝັ້ນຄົງ ​ແຫ່ງ​ຊາດ​ຂອງປະ​ເທດ ​ໄທ ທ່ານ ອະນຸສິດ ກຸ​ນະ​ກອນ, ກ່າວຕໍ່ບັນດານັກຂ່າວ ຢູ່ທຳນຽບລັດຖະບານ ໃນນະຄອນຫຼວງ ບາງກອກ, ປະເທດ ໄທ.

ສຳນັກງານ​ຂ້າ​ຫຼວງ​ໃຫຍ່​ຜູ້​ລີ້​ໄພສະຫະ​ປະຊາ​ຊາດ ຫຼື UNHCR ກຳລັງ​ກົດ​ດັນ​ໃຫ້ ​ໄທ ອະ​ນຸຍາດໃຫ້​ຊົນ​ເຜົ່າ Uighurs ຫຼາຍ​ກວ່າ 50 ຄົນ ​ເດີນ​ທາງ​ໄປ​ປະ​ເທດ ​ເທີ​ກີ ທັງໆ​ທີ່​ຖືກ​ກົດ​ດັນຈາກ ປັກ​ກິ່ງ​ເພື່ອ​ໃຫ້​ສົ່ງ​ພວກ​ເຂົາ​ກັບປະ​ເທດຈີນ. Ron Corben ລາຍ​ງານ​ຈາກບາງກອກ ກ່ຽວ​ກັບ ທາງ​ເລືອກ​ທີ່​ທາງ​ການ ​ໄທ ຕ້ອງ​ປະ​ເຊີນ ​ເຊິ່ງພວກ​ເຂົາ​ແມ່ນ​ຕົກ​ຢູ່​ພາຍ​ໃຕ້​ການ​ວິພາກ​ວິຈານ ​ຢ່າງ​ໜັກ​ຢູ່​ແລ້ວ ໃນ​ການ​ໃຊ້​ກຳລັງບັງ ຄັບ​ສົ່ງຊົນ​ເຜົ່າ ວີ​ເກີ ກຸ່ມນຶ່ງ ກັບ​ຄືນ​ໄປ ຈີນ ໃນ​ຕົ້ນເດືອນນີ້. ພຸດທະ​ສອນ ມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ເລ​ຂາ​ທິການ​ໃຫຍ່ສະພາ​ຄວາມ​ໝັ້ນຄົງ ​ແຫ່ງ​ຊາດ​ຂອງປະ​ເທດ ​ໄທ ທ່ານ ອະນຸສິດ
ກຸ​ນະ​ກອນ, ​ໃນ​ທິດ​ນີ້​ໄດ້​ພະຍາຍາມ​ລະງັບ​ຄວາມ​ກັງວົນ​ໃຈ ກ່ຽວ​ກັບ​ການ​ປະຕິບັດ​ຂອງ ຈີນ ກັບ​ພວກ​ຊົນ​ເຜົ່າ ວີ​ເກີ ທີ່​ຖືກ​ສົ່ງ​ກັບ​ຄືນ​ປະ​ເທດ ໂດຍ​ການເດີນທາງ​ໄປ​ເບິ່ງສູນຄວບ​ຄຸມ​ໂຕ ​ໃນ​ແຂວງ ຊິນ​ຈຽງ ບ່ອນ​ທີ່​ພວກ​ເຂົາ​ຖືກ​ກັກ​ຂັງຢູ່.

ທ່ານ ​ໄດ້​ກ່າວ​ຕໍ່​ນັກ​ຂ່າວ ​ໄທ ວ່າຊາວ ວີ​ເກີ 109 ຄົນ​ແມ່ນດຳລົງ​ຊີ ວິດ​ຢູ່ໃນ​ສະພາບ​ທີ່​ດີ, ໂດຍ​ເວົ້າ​ວ່າ ສະຖານ​ທີ່​ມີ​ “ຄວາມ​ສະອາດແລະ ​ເປັນ​ລະບຽບ​ຮຽບຮ້ອຍ​ດີ.” ທ່ານກ່າ​ວ ວ່າ 13 ຄົນ​ທີ່​ຖືກ​ຄວບຄຸມ​ໂຕ​ຢູ່ ​ບ່ອນ​ທີ່​ທ່ານ ​ເອີ້ນ​ວ່າ​ ເປັນ “ສູນ​ການ​ຟື້ນ​ຟູ” ​ແມ່ນ​ກຳລັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ສືບສວນ​ສອບ​ສວນ​ສຳລັບ​ການ​ກ່າວ​ຫາ​ວ່າ ​ພວກ​ເຂົາ​ມີ​ສ່ວນ​ຮ່ວມໃນ​ການ​ກໍ່ການ ຮ້າຍ.

ເຖິງແມ່ນວ່າທ່ານ ເລຂາທິການໃຫຍ່ໄດ້ສະໜອງຮູບພາບ ຂອງບາງ ສະຖານທີ່ໃຫ້ເບິ່ງ ກໍຕາມ, ແຕ່ທ່ານໄດ້ກ່າວວ່າ ທ່ານໄດ້ຖືກຫ້າມບໍ່ໃຫ້ ຖ່າຍຮູບຊາວ ວີເກີ. ຈີນ ໄດ້ປະຕິເສດ ບໍ່ຍອມອະນຸຍາດໃຫ້ສື່ມວນຊົນ ແລະ ອົງການຈັດຕັ້ງສາກົນ ເຂົ້າໄປຢ້ຽມຢາມສູນດັ່ງກ່າວ.

ລັດຖະບານ ໄທ ໄດ້ທຳເຈລະຈາເປັນເວລາດົນນານ ກັບທັງຈີນ ແລະ ເທີກີ ມາດົນກວ່າ ໜຶ່ງປີແລ້ວ, ຫຼັງຈາກທີ່ໄດ້ພົບ ຊາວ ວີເກີ ຫຼາຍກວ່າ 350​ ຄົນ ລີ້ຊ່ອນຢູ່ໃນ ໄທ ແລະ ໄດ້ຖືກ ກັກໂຕທີ່ສູນຄວບຄຸມຊາວ ອົບພະຍົບ.

ຊາວ ວີເກີ 180 ຄົນ, ສ່ວນໃຫຍ່ແມ່ນ ແມ່ຍິງ ແລະ ເດັກນ້ອຍ, ແມ່ນໄດ້ຖືກສົ່ງໄປປະເທດ ເທີກີ ຫຼັງຈາກໄດ້ຮັບໜັງສືຄົນເຂົ້າເມືອງ ຢ່າງຖືກກົດໝາຍ. ປະເທດ ເທີກີ ສະໜອງ ເອກະສານດັ່ງກ່າວ ຢ່າງເປັນປະຈຳໃຫ້ແກ່ຊາວ ວີເກີ ຍ້ອນວ່າ ມີການເຊື່ອມຕໍ່ທາງດ້ານ ປະເພນີ ວັດທະນະທຳ ແລະ ອ້າງວ່າເປັນຊົນເຜົ່າກຸ່ມນ້ອຍ ມຸສລິມ ທີ່ປະເຊີນໜ້າກັບການ ບຽດບຽນໃນ ຈີນ.

ແຕ່ວ່າຊາວ ວີເກີ ຫຼາຍກວ່າ 50 ຄົນ ຍັງຖືກຄວບຄຸມໂຕຢູ່ໃນສູນ ຄວບຄຸມຊາວອົບພະຍົບ ທີ່ ບາງກອກ.

ໂຄສົກອົງການ UNHCR ແຫ່ງປະເທດ ໄທ ທ່ານ ນາງ Vivian Tan ໄດ້ກ່າວວ່າ ລັດຖະບານ ໄທ ຄວນອະນຸຍາດໃຫ້ກຸ່ມດັ່ງກ່າວ ສາມາດເດີນທາງໄປມາຢ່າງເປັນ ອິດສະຫຼະ.

ທ່ານ ນາງ Vivian Tan ກ່າວວ່າ “ ຄືວ່າ, ໂດຍແທ້ຈິງແລ້ວ, UNHCR ໄດ້ຮຽກຮ້ອງ ຕໍ່ລັດຖະບານ ໄທ ບໍ່ໃຫ້ຈັດສົ່ງແບບໃຊ້ກຳ ລັງບັງຄັບ ໃນອະນາຄົດ. ພວກເຮົາໄດ້ ຮຽກຮ້ອງ ໃຫ້ລັດຖະບານ ອະນຸຍາດພວກທີ່ຍັງເຫຼືອຢູ່ໃນ ໄທ ນຳສົ່ງພວກເຂົາຢ່າງ ສະໝັກໃຈ ໄປສູ່ບ່ອນທີ່ ລັດຖະບານໃດໜຶ່ງ ຍິນດີຮັບເອົາພວກເຂົາ.”

ຈີນ ກ່າວຫາຊາວ ວີເກີ ວ່າມີການເຊື່ອມຕໍ່ກັບອົງກອນກໍ່ການຮ້າຍ ດັ່ງກັບພວກ ລັດ ອິສລາມ ແລະ ພວກແບ່ງແຍກດິນແດນ.

ທ່ານ Benjamin Zawacki ນັກສະໜັບສະໜູນສິດທິມະນຸດ ແລະ ນັກກົດໝາຍກ່າວວ່າ ໄທ ບໍ່ໄດ້ອະນຸຍາດໃຫ້ບັນດາອົງການຈັດຕັ້ງ ສາກົນຄັດເລືອກຊາວອົບພະຍົບຢ່າງເປັນ ລະບຽບ ກ່ອນທີ່ຈະສົ່ງກັບໄປຍັງ ຈີນ.

ທ່ານ Zawacki ກ່າວວ່າ “ໂດຍທົ່ວໄປແລ້ວກົດໝາຍ ປະເພນີສາກົນ ໂດຍບໍ່ຄຳນຶງ ວ່າ ໄທ ຊຶ່ງຢູ່ໃນຖານະບໍ່ໄດ້ເປັນຜູ້ລົງນາມໃນສົນທິສັນ ຍາອົບພະຍົບ ແມ່ນວ່າ ຈົນກວ່າ ແລະ ຍົກເວັ້ນ ວ່າການຄັດເລືອກ ແມ່ນໄດ້ສຳເລັດແລ້ວ ມັນມີຂໍ້ສັນນິຖານ ອັນໜຶ່ງວ່າ ປະຊາຊົນທີ່ມີ ຄວາມຢ້ານກົວໂດຍເປັນພື້ນຖານຢ່າງດີ ກ່ຽວກັບການ ບຽດບຽນ ແລະ ເຂົາຈະບໍ່ສາມາດຖືກນຳສົ່ງກັບຄືນໄປໄດ້ ຈົນກວ່າຈະມີ ການຕັດ ສິນໃຈຄືນອີກ.”

ຊາວວີເກີ ໃນ ໄທ ໄດ້ປະຕິເສດມາດົນນານວ່າ ພວກເຂົາບໍ່ໄດ້ມາຈາກ ປະເທດ ຈີນ, ແຕ່ຊ້ຳພັດຍອມຮັບວ່າ ພວກເຂົາມາຈາກປະເທດ ເທີກີ. ເຈົ້າໜ້າທີ່ການທູດ ເທີກີ ໄດ້ໄປ ຢ້ຽມຢາມພວກເຂົາ ແລະ ໄດ້ອອກ ໜັງສືເດີນທາງຢ່າງຖືກກົດໝາຍ ໃຫ້ແກ່ພວກເຂົາ, ແຕ່ວ່າເຈົ້າໜ້າ ທີ່ ໄທ ໄດ້ຂັດຂວາງການອະນຸຍາດໃຫ້ພວກເຂົາເດີນທາງກັບຄືນ ພາຍໃຕ້ ຄວາມກົດດັນຈາກ ຈີນ.

ແຫຼ່ງຂ່າວຈາກເຈົ້າໜ້າທີ່ ໄທ ກ່າວຕໍ່ ວີໂອເອ ວ່າແຜນຍຸດທະສາດ ຂອງຊາວ ວີເກີ ໝາຍ ຄວາມວ່າພວກເຂົາທັງ 350 ຄົນ ບໍ່ສາມາດໄດ້ ຮັບໃນສະຖານະພາບຜູ້ລີ້ໄພໃນ ໄທ, ເຊິ່ງ ເຮັດໃຫ້ກໍລະນີຂອງພວກ ເຂົາອ່ອນແອສຳລັບການໄດ້ຮັບການປົກປ້ອງ ຈາກອົງການ ສະຫະປະຊາຊາດ.

ເຖິງວ່າ ມີການວິພາກວິຈານຈາກສາກົນ ກ່ຽວກັບການຮັບມືຕໍ່ບັນຫາດັ່ງ ກ່າວ, ຄະນະ ກຳມະທິການ ສິດທິມະນຸດແຫ່ງຊາດຂອງໄທ ຫຼື NHRC ໄດ້ຮຽກຮ້ອງໃຫ້ມີການປະຊຸມ ສຸກເສີນຂອງບັນດາເຈົ້າໜ້າທີ່ຈາກຄະນະ ມົນຕີຄວາມໝັ້ນຄົງແຫ່ງຊາດ, ສຳງານກວດ ຄົນເຂົ້າເມືອງ ແລະ ກະຊວງການຕ່າງປະເທດ, ຕະຫລອດທັງເຈົ້າໜ້າທີ່ຈາກ ສະຫະປະ ຊາຊາດ ແລະ ບັນດາອົງການສິດທິມະນຸດ.

ກຳມາທິການ ນິຣັນ ພິທັກວັດຈະຣະ ໄດ້ກ່າວວ່າ ການດຳເນີນການ ກ່ຽວກັບຊາວອົບພະຍົບ ໃນອະນາຄົດ ຕ້ອງອີງໃສ່ຫຼັກການສິດທິມະນຸດ, ພ້ອມກັບຊາວ ວີເກີ ຫຼາຍກວ່າ 50 ຄົນໃນ ໄທ ຄວນຖືກສົ່ງໄປຍັງ ປະເທດ ເທີກີ.

ທ່ານນິຣັນ ກ່າວວ່າ “ພວກເຮົາຍັງບໍ່ແນ່ໃຈເທື່ອວ່າ, ແຕ່ພວກເຮົາຄວນສະເໜີຄຳແນະ ນຳອັນໜັກແໜ້ນໃຫ້ແກ່ລັດຖະບານ ວ່າຊາວ ວີເກີ 58 ຄົນສຸດທ້າຍແມ່ນ ສຳຄັນຫຼາຍ ເພື່ອສະແດງໃຫ້ທຸກປະເທດເຫັນວ່າ ລັດຖະບານ ໄທ ຍັງເພິ່ງພາ ອາໄສ ຫຼັກການສິດ ທິມະນຸດຢູ່. ນັ້ນແມ່ນ ຄຳແນະນຳອັນໜັກແໜ້ນທີ່ເຮົາຕ້ອງສະເໜີຕໍ່ ພວກເຂົາ ແຕ່ວ່າ ທ່ານຮູ້ ບໍ່ວ່າ ຄະນະກຳມະທິການສິດທິມະນຸດແຫ່ງຊາດ ຂອງ ໄທ ພວກເຮົາບໍ່ ສາມາດ ບັນຊາພວກເຂົາໄດ້.”

ລາຍງານຂ່າວແຈ້ງວ່າ ຈີນ ແມ່ນສືບຕໍ່ກົດດັນ ໄທ ເພື່ອໃຫ້ສົ່ງຊາວ ວີເກີ ກັບຄືນປະເທດ ຈີນ.

ແຕ່ວ່ານາຍົກລັດຖະມົນຕີໄທ ທ່ານ ປຣະຢຸດ ຈັນໂອຊາ ໄດ້ປະຕິເສດ ໃນການໃຫ້ຄຳເຫັນ ກ່ຽວກັບຈຸດໝາຍປາຍທາງໃນທ້າຍທີ່ສຸດຂອງພວກເຂົາ, ທ່ານພຽງແຕ່ກ່າວວ່າ ຊາວ ວີເກີ ທີ່ຍັງເຫຼືອຢູ່ ແມ່ນຈະຍັງຢູ່ໃນ ປະເທດ ໄທ, “ອີກຊົ່ວໄລຍະໜຶ່ງ.”

XS
SM
MD
LG