ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວໄທ ແມ່ນຈຸຫຼ້າສຸດ ທີ່ພາກັນ ໃສ່ໜ້າກາກ ປະທ້ວງ


ພວກປະທ້ວງ ທີ່ໃສ່ໜ້າກາກ ໂຮມຊຸມນຸມ ຕໍ່ຕ້ານລັດຖະບານ ທີ່ບາງກອກ (31 ພຶດສະພາ 2013)
ພວກປະທ້ວງ ທີ່ໃສ່ໜ້າກາກ ໂຮມຊຸມນຸມ ຕໍ່ຕ້ານລັດຖະບານ ທີ່ບາງກອກ (31 ພຶດສະພາ 2013)
ພວກປະທ້ວງຢູ່ປະເທດໄທ ແມ່ນຈຸຫລ້າສຸດ ທີ່ພາກັນໃສ່ໜ້າກາກ
ແບບ Guy Fawkes ຊຶ່ງໄດ້ກາຍມາເປັນທີ່ນິຍົມ ຈາກຮູບເງົາ
ເລື່ອງ V for Vendetta ຫຼືໂຕອັກສອນ V ສໍາລັບຄວາມອາຄາດ ແຄ້ນສ່ວນຕົວ ຂອງ Hollywood ໃນປີ 2005. ໄດ້ມີການໃຊ້ໜ້າ ກາກຊະນິດນີ້ ໃນການປະທ້ວງ ຕໍ່ຕ້ານພວກທີ່ຖືກກ່າວຫາວ່າ ໃຊ້ ອຳນາດໄປໃນທາງທີ່ບໍ່ຖືກຕ້ອງຢູ່ໃນທົ່ວໂລກແຕ່ຢູ່ໃນການເມືອງ ທີ່ຈຳແນກດ້ວຍສີຂອງປະເທດໄທມັນບໍ່ແມ່ນພຽງແຕ່ພວກເດີນຂະ ບວນຕໍ່ຕ້ານລັດຖະບານເທົ່ານັ້ນ ທີ່ໃສ່ໜ້າກາກນີ້. Daniel
Schearf ຜູ້ສື່ຂ່າວຂອງວີໂອເອ ມີລາຍງານກ່ຽວກັບເລື່ອງນີ້ຈາກ
ບາງກອກ ດັ່ງໄພສານຈະນຳເອົາລາຍລະອຽດມາສະເໜີທ່ານໃນ
ອັນດັບຕໍ່ໄປ.

ລິງໂດຍກົງ

ໃນວັນອາທິດຜ່ານມານີ້ ພວກປະທ້ວງຫລາຍຮ້ອຍຄົນ ໄດ້ພາກັນເດີນຂະບວນ ຢູ່ບໍລິເວນ ຍ່ານການຄ້າ ໃນເຂດໃຈກາງບາງກອກ. ພວກເດີນຂະບວນ ພາກັນຖືປ້າຍ ແລະຮ້ອງຄຳ ຂວັນ ຕໍ່ຕ້ານລັດຖະບານນາຍົກລັດຖະມົນຕີ ຍິ່ງລັກ ຊິນນະວັດ ແລະອ້າຍຂອງທ່ານນາງ ອະດີດນາຍົກລັດຖະມົນຕີ ທັກສິນ ຊິນນະວັດ.

ການປະທ້ວງຕໍ່ຕ້ານລັດຖະບານ ບໍ່ແມ່ນສິ່ງທີ່ໃໝ່ ຢູ່ປະເທດໄທ ບ່ອນທີ່ພວກຕຳໜິຕິຕຽນ
ໄດ້ກ່າວຫານາຍົກລັດຖະມົນຕີວ່າ ເປັນຫຸ່ນໃຫ້ອ້າຍຂອງທ່ານນາງເຊີດແລະອີງຕາມມາດ ຕະຖານຂອງໄທໃນໄລຍະສອງສາມປີຜ່ານມານີ້ແລ້ວ ການປະທ້ວງໃນເທື່ອນີ້ ແມ່ນຂ້ອນ ຂ້າງນ້ອຍ.

ແຕ່ນີ້ແມ່ນເທື່ອທຳອິດ ທີ່ພວກເດີນຂະບວນຕໍ່ຕ້ານລັດຖະບານໄດ້ໃສ່ໜ້າກາກສີຂາວຂອງ Guy Fawkes ຊຶ່ງເປັນສັນຍາລັກການປະທ້ວງຂອງນາໆຊາດ.

Guy Fawkes ເປັນຊາວອັງກິດ ໃນສະໄໝສັດຕະວັດທີ 16-17 ທີ່ໄດ້ຖືກຈັບໃນປີ 1605 ຍ້ອນຄົບຄິດວາງແຜນທີ່ຈະລະເບີດສະພາແຫ່ງຊາດ ສັງຫານກະສັດແລ້ວຈະເອົາຄົນທີ່ນັບ ຖືສາສະໜາຄາໂທລິກ ຂຶ້ນປົກຄອງປະເທດແທນ.

ໜ້າກາກຊຶ່ງມີລັກສະນະຄ້າຍຄືກັນກັບໜ້າກາກທີ່ໃສ່ເວລາສະແດງລະຄອນໂອເປຣາແມ່ນ ໄດ້ຮັບຄວາມນິຍົມ ຈາກຮູບເງົາ Hollywood ເລື່ອງ V for Vendetta ເປັນສີຂາວ ມີຄິ້ວ ສີດຳ ມີໜວດເປັນຮູບປາຍແຫຼມ ແລະເຄົາຈົ່ງໄວ້ໜ້ອຍນຶ່ງຢູ່ລຸ່ມປາກ ມີແກ້ມເປັນສີກຸຫຼາບ ແລະກໍຍິ້ມຫົວ.

ຜູ້ປະທ້ວງຄົນນຶ່ງ ນາງວໍຣະ ນະຣະນອງ ກ່າວວ່າ ໜ້າກາກນີ້ ແມ່ນການສະແດງອອກ ເຖິງ ຄວາມເປັນນໍ້ານຶ່ງໃຈດຽວແບບສັນຕິ ຕໍ່ຕ້ານທ່ານທັກສິນ ຊິນນະວັດແລະພວກສະໜັບສະ ໜຸນທ່ານ ຊຶ່ງຮູ້ກັນໃນນາມພວກ ນປຊ ຫຼືເສື້ອແດງ ທີ່ພວກເຂົາໃສ່ນັ້ນ.

ນາງວໍຣະເວົ້າວ່າ “ທັກສິນໄດ້ຮ້ອງຂໍໃຫ້ທຸກໆຄົນ ຄືພວກເສື້ອແດງ ຈູດເຜົາປະເທດ ຂອງພວກເຮົາ. ທ່ານຮູ້ບໍ່ແມ່ນບໍ…ແລະເຂົາບໍ່ໄດ້ເຄົາລົບກະສັດຂອງພວກເຮົາ.”

ນາງກ່າວຕໍ່ວີໂອເອ ຢູ່ນອກຮ້ານສັບພະສິນຄ້າແຫ່ງນຶ່ງ ທີ່ຖືກຈູດໃນລະຫວ່າງການເດີນຂະ ບວນຂອງພວກເສື້ອແດງ ໃນປີ 2010.

ພວກເສື້ອແດງ ໄດ້ເຂົ້າຢຶດເອົາຍ່ານການຄ້າ ໃນເຂດໃຈກາງບາງກອກ ເປັນເວລາສອງ ເດືອນ ເພື່ອຮຽກຮ້ອງໃຫ້ຈັດການເລືອກຕັ້ງໃໝ່ ຫຼັງຈາກສານທີ່ຖືກກົດດັນໂດຍອິດທິພົນ ທາງການເມືອງ ໄດ້ຕັດສິນໃຫ້ຂັບໄລ່ລັດຖະບານທີ່ນິຍົມທ່ານທັກສິນອອກຈາກອຳນາດ.

ກຳລັງທະຫານທີ່ຖືກສົ່ງເຂົ້າໄປເພື່ອຍຸຕິການຄອຍຄອງຍ່ານການຄ້ານັ້ນໄດ້ປະທະກັນກັບ ກຸ່ມກຳລັງປະກອບອາວຸດ ທີ່ຮວມຢູ່ໃນພວກປະທ້ວງ ເຮັດໃຫ້ມີຜູ້ເສຍຊີວິດ 90 ຄົນ ສ່ວນ ໃຫຍ່ແລ້ວ ແມ່ນພົນລະເຮືອນ.

ທ່ານທັກສິນ ໄດ້ຖືກເລືອກໂດຍປະຊາຊົນ 2 ຄັ້ງ ແຕ່ໄດ້ຖືກໂຄ່ນລົ້ມ ໃນການກໍ່ລັດຖະປະ ຫານຂອງພວກທະຫານໃນປີ 2006. ທ່ານໄດ້ຫລົບໜີໄປລີ້ໄພຢູ່ຕ່າງປະເທດເພື່ອຫຼີກລ່ຽງ ໂທດຈໍາຄຸກ ຍ້ອນຖືກພົບເຫັນວ່າ ມີຄວາມຜິດໃນຖານສໍ້ລາດບັງຫຼວງ.

ພວກສະໜັບສະໜຸນກະສັດກ່າວອ້າງວ່າ ທ່ານບໍ່ມີຄວາມຈົງຮັກພັກດີ ຕໍ່ກະສັດ ຊຶ່ງເປັນທີ່ ເຄົາລົບຮັກ ແລະຫວງແຫນຂອງປະຊາກອນໄທ. ພວກສະໜັບສະໜຸນທ່ານເວົ້າວ່າ ພວກ ຊົນຊັ້ນຜູ້ນຳຢູ່ບາງກອກມີຄວາມຢ້ານກົວຍ້ອນທ່ານໄດ້ຮັບຄວາມນິຍົມຫຼາຍຂຶ້ນນັບມື້ຈາກ ປະຊາຊົນ.

ຕໍ່ມາ ໃນວັນອາທິດແລ້ວນີ້ເຊັ່ນກັນ ພວກສະໜັບສະໜຸນລັດຖະບານກຸ່ມນ້ອຍໆກຸ່ມນຶ່ງກໍ
ໄດ້ພາກັນໂຮມຊຸມນຸມຢູ່ເຂດຍ່ານການຄ້າ ແຕ່ແທນທີ່ຈະນຸ່ງແຕ່ເສື້ອສີແດງ ປະມານ 20 ຄົນໃນພວກປະທ້ວງກຸ່ມນີ້ຍັງໃສ່ໜ້າກາກແບບ Guy Fawkes ທີ່ເຮັດຈາກເຈ້ຍກະດາດ ແລະແນ່ນອນໄດ້ແຕ້ມໃຫ້ມັນເປັນສີແດງ.

ພວກປະທ້ວງເສື້ອແດງຄົນນຶ່ງ ທ້າວນົບພອນ ນາມສ່ຽງໄທ ກ່າວວ່າ ເຂົາເຈົ້າ ຢາກໃຫ້ໄທ ເປັນປະເທດປະຊາທິປະໄຕທີ່ແທ້ຈິງ ບ່ອນທີ່ຜົນການເລືອກຕັ້ງໄດ້ຮັບການເຄົາລົບນັບຖື.

ທ້າວນົບພອນເວົ້າວ່າ “ເພາະວ່າພວກເຮົາປ່ອນບັດເລືອກເອົາລັດຖະບານ ແຕ່ບາດ ແລ້ວ ບາງຄົນທີ່ຢູ່ທາງເບື້ອງຫຼັງກັບບໍ່ນັບຖື..ເຂົາເຈົ້າຄວນໃຫ້ການສະໜັບສະໜຸນ ຕໍ່ອຳນາດຂອງປະຊາຊົນ ພວກເຂົາບໍ່ໄດ້ເຄົາລົບໃນສິ່ງທີ່ປະຊາຊົນຕ້ອງການ ດັ່ງ ນັ້ນ ໃນມື້ນີ້ ພວກເຮົາຈຶ່ງມາຮຽກຮ້ອງໃຫ້ມີປະຊາທິປະໄຕ.”

ປະເທດໄທ ເຄີຍປະສົບກັບການກໍ່ລັດຖະປະຫານຫຼືພະຍາຍາມກໍ່ລັດຖະປະຫານມາແລ້ວ 18 ເທື່ອ ນັບຕັ້ງແຕ່ໄດ້ປົກຄອງປະເທດ ແບບມີກະສັດ ທີ່ຢູ່ໃຕ້ກົດໝາຍລັດຖະທຳມະນູນ ໃນປີ 1932.

ນັບຕັ້ງແຕ່ການກໍ່ລັດຖະປະຫານ ໃນປີ 2006 ປະເທດໄທ ໄດ້ແບ່ງອອກເປັນສອງກຸ່ມ ຄື ພວກສະໜັບສະໜຸນທ່ານທັກສິນ ຊິນນະວັດແລະພວກຕໍ່ຕ້ານທ່ານຊຶ່ງຮູ້ກັນວ່າພວກເສື້ອ ເຫຼືອງ ອີງຕາມສີເສື້ອທີ່ເຂົາເຈົ້າໃສ່.

ໜ້າກາກຂອງ Guy Fawkes ແມ່ນໄດ້ອອກແບບໂດຍນັກແຕ້ມຮູບກາຕູນ ທ່ານ David Lloyd ສຳລັບກາຕູນເລື່ອງ V for Vendetta ກ່ອນທີ່ຈະເອົາມາສ້າງເປັນຮູບເງົາ.

ເລື່ອງນີ້ແມ່ນກ່ຽວກັບວິລະຊົນຜູ້ນຶ່ງ ທີ່ຢຶດເອົາພາບພົດຂອງ Fawkes ຂຶ້ນມາຕໍ່ສູ້ກັບລັດ ຖະບານຜະເດັດການຟາຊິດຂອງອັງກິດໃນອະນາຄົດ ຢູ່ໃນນິຍາຍ.

ໜ້າກາກດັ່ງກ່າວ ເຄີຍໃຊ້ເປັນເທື່ອທຳອິດ ໃນການປະທ້ວງ ຂອງກຸ່ມ Anonymous ຊຶ່ງ ເປັນກຸ່ມພວກນັກເຄື່ອນໄຫວ ເຈາະຂໍ້ມູນຄອມພິວເຕີ້ ໃນປີ 2008 ຕໍ່ຕ້ານກຸ່ມສາສະໜາ Church of Scientology.

ນັບແຕ່ນັ້ນມາ ໜ້າກາກນີ້ກໍໄດ້ໃສ່ໂດຍ ພວກປະທ້ວງໃນຢູໂຣບ ອອສເຕຣເລຍ ພາກຕາ ເວັນອອກກາງ ແລະສະຫະລັດ.

ຢູ່ສະຫະລັດ ໜ້າກາກດັ່ງກ່າວ ໄດ້ກາຍມາເປັນສັນຍາລັກຂອງພວກປະທ້ວງຢຶດຄອງຕະ ຫຼາດຮຸ້ນ ແລະນອກນັ້ນ ພວກປະທ້ວງຊາວອາຣັບ ກໍໄດ້ໃສ່ມັນຄືກັນ ໃນລະຫວ່າງອັນທີ່ ເອີ້ນວ່າການລຸກຮືຂຶ້ນຮຽກຮ້ອງເອົາປະຊາທິປະໄຕໃນລະດູບານໃໝ່ຂອງຊາວອາຣັບນັ້ນ.

ໃນເດືອນກຸມພາຜ່ານມາຣາຊະອານາຈັກບາຫ໌ເຣນໄດ້ຫ້າມບໍ່ໃຫ້ນຳເຂົ້າໜ້າກາກປະເພດ
ນີ້ ຍ້ອນຢ້ານວ່າພວກປະທ້ວງຕໍ່ຕ້ານລັດຖະບານຈະນຳໃຊ້ຢູ່ທີ່ນັ້ນ.
XS
SM
MD
LG