ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​​ປະ​ທ້ວງ ​ຢູ່ຖະ​ໜ​ົນ​ສາຍຕ່າງໆ ຄືນ​ອີກ ເປັນ​ໄພ​ຂົ່ມ​ຂູ່​ ຕໍ່​ລັດ​ຖະ​ບານ​ໄທ ພຽງ​ໜ້ອຍ​ດຽວ​ໃນ​ເວ​ລານີ້


​ຝູງ​ຄົນ​ທີ່​ສະ​ໜັບ​ສະ​ໜຸນ​ພັກ​ອະ​ນາ​ຄົດ​ໃໝ່ ພາ​ກັນ​ໂຮມ​ຊຸມ​ນຸມ​ໂດຍບໍ່​ໄດ້​ຮັບ​ອະ​ນຸ​ຍາດຢູ່​ບາ​ງກອກ​ໃນວັນ​ທີ 14 ທັນ​ວາ, 2019 (ພາບ​ຖ່າຍ​ໂດຍ Soe Zeya Tun ຈາກອົງ​ການ​ຂ່າວ ຣອຍ​ເຕີ)
​ຝູງ​ຄົນ​ທີ່​ສະ​ໜັບ​ສະ​ໜຸນ​ພັກ​ອະ​ນາ​ຄົດ​ໃໝ່ ພາ​ກັນ​ໂຮມ​ຊຸມ​ນຸມ​ໂດຍບໍ່​ໄດ້​ຮັບ​ອະ​ນຸ​ຍາດຢູ່​ບາ​ງກອກ​ໃນວັນ​ທີ 14 ທັນ​ວາ, 2019 (ພາບ​ຖ່າຍ​ໂດຍ Soe Zeya Tun ຈາກອົງ​ການ​ຂ່າວ ຣອຍ​ເຕີ)

​ລັດ​ຖະ​ບານ​ໄທທີ່​ສະ​ໜັບ​ສະ​ໜຸນ​ທະ​ຫານ ມີ​ສິ່ງ​ທີ່​ເຮັ​ດ​ໃຫ້​ຢ້ານ​ກົວ​ພຽງ​ໜ້ອຍ​ດຽວ ໃນ​ໄລ​ຍະ​ນີ້ ທີ່​ມາ​ຈາກ​ການ​ປ່ຽນ​ວິ​ທີ​ຂອງ​ພັກ​ຝ່າຍ​ຄ້າ​ນທີ່​ນຳ​ໜ້າ​ໝູ່ ທີ່​ຮຽກ​ເອີ້ນໃຫ້​ຜູ້​ສະ​ໜັບ​ສະ​ໜຸນ​ພັກ​ດັ່ງ​ກ່າວ​ຫລາຍ​ພັນ​ຄົນລົງ​ໄປ​ໂຮມ​ຊຸມ​ນຸມ​ຢູ່ຖະ​ໜົນ ສາຍ​ຕ່າງໆ ໃນ​ວັນ​ທ້າຍ​ສັບ​ປະ​ດາ ເພື່ອ​ຮຽກ​ຮ້ອງ​ໃຫ້​ມີ​ການ​ປະ​ຕິ​ຮູບ​ແບບ​ມີ​ປະ​ຊາ​ທິ​ປະ​ໄຕ, ອີງ​ຕາມ​ຄຳ​ເວົ້າ​ຂອງ​ນັກ​ວິ​ເຄາະ​ເຫດ​ການ. ແຕ່​ວ່າ ສະ​ພາບ​ການນັ້ນ ອາດ​ຈະ​ພາ​ໃຫ້​ເກີດ​ຄ​ວາມ​ປ່ຽນ​ແປງ​ໄດ້ ຖ້າ​ຫາກມີ​ການ​ທັ​ບມ້າງຂອງລັດ​ຖະ​ບານ ຕໍ່​ພວກ​ຕຳ​ໜິ​ລັດ​ຖະ​ບານເລີ້ມ​ຕົ້ນ​ຂຶ້ນ, ຊຶ່ງ​ບາງ​ຄົນ​ໃນ​ນັນ​ໄດ້​ເຕືອນ​ວ່າ ​ທະ​ນາ​ຄານ​ແຫ່ງ​ຊາດ​ຂອງ​ໄທ ໄດ້​ຈຳ​ກັດ​ການ​ຄາດ​ຄະ​ເນ​ໃນ​ດ້ານ​ການ​ຂະ​ຫຍາຍ​ໂຕ​ດ້ານ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫລື GDP ຂອງ​ຕົນສຳ​ລັບ​ປີ 2020 ຈາກ​ເມື່ອ​ກ່ອນ 3.3 ເປີເຊັນ ມາ​ເປັນ 2.8 ເປີເຊັນ​ແລ້ວ ໃນ​ຕົ້ນ​ອາ​ທິດນີ້.

​ໃນ​ວັນ​ເສົາ​ແລ້ວນີ້ ໄດ້​ມີ​ການ​ໂຮມ​ຊຸມ​ນຸມ ຢູ່​ໃນເຂດ​ຍ່ານ​ການ​ຄ້າ​ຂອງ​ບາງກອກ ຊຶ່ງ​ພວກ​ເຂົ້າ​ຮ່ວມ​ການ​ໂຮມ​ຊຸມ​ນຸມ​ບາງ​ຄົນ​ຄຳ​ນວນ​ວ່າ ໄດ້​ດຶງ​ດູດ​ເອົາ​ຜູ້ຄົນ ​ມາ ເຂົ້າ​ຮ່ວມ​ໄດ້​ຢ່າງ​ໜ້ອຍ 5,000 ຄົນ. ພັກອະ​ນາ​ຄົດ​ໃໝ່ ທີ່​ໄດ້​ຮ​ຽກ​ໃຫ້​ມີ​ການ​ປະ​ຊຸມ​ໃນ​ມື້​ກ່ອນນັ້ນ ໄດ້​ກ່າວ​ອ້າງວ່າ ຈຳ​ນວນ​ຄົນ​ເຂົ້າ​ຮ່ວມ​ແມ່ນ​ຫລາຍກວ່ານັ້ນ ສອງ​ເທົ່າ. ຈະ​ເປັນ​ຈຳ​ນວນ​ໃດ​ກໍ​ຕາມ ມັນ​ເປັນ​ການ​ປະ​ທ້ວງ ທີ່​ໃຫຍ່​ທີ່​ສຸດ​ໃນ​ໄທ ນັບ​ແຕ່ມີ​ການ​ລັດຖະ​ປະ​ຫານ​ຂອງ​ຝ່າຍ​ທະ​ຫານ​ໃນ​ປີ 2014 ເປັນ​ຕົ້ນ​ມາ. ທ່ານທະ​ນາ​ທອນ ຈຶງ​ຣຸ້ງ​ເຣືອງ​ກິດ, ຜູ້​ນຳ​ພັກອະ​ນາ​ຄົດ​ໃໝ່ ກ່າວ​ຕໍ່​ຝູງ​ຄົນ​ທີ່​ຮ້ອງໂຮສະ​ໜັບ​ສະ​ໜຸນ​ທ່ານຢູ່​ນັ້ນ ເວົ້າ​ວ່າ ການ​ໂຮມ​ຊຸມ​ນຸມ​ດັ່ງ​ກ່າວ "ເປັນ​ພຽງ​ການ​ເລີ້ມ​ຕົ້ນ​ເທົ່າ​ນັ້ນ," ເປັນ​ການ​ “ທົດ​ລອງ" ສຳ​ລັບ​ການ​ປະ​ທ້ວງ ທີ່​ໃຫຍ່ກວ່າ​ເກົ່າ ທີ່​ຈະ​ເລີ້ມ​ມີ​ຂຶ້ນ​ໃນ​ເດືອນ​ໜ້ານີ້.

"ພວກ​ປະ​ທ້ວງ ອາດຈະ​ບໍ່​ເຮັດ​ຕາມວິ​ທີ​ເຮັດ​ປະ​ທ້ວງ​ໃນ​ເມື່ອ​ກ່ອນ​ທີ່​ພາ​ກັນ​ໄປ​ເຕົ້າ​ໂຮມ​ກັນຢູ່​ຕາມ​ຖະ​ໜົນ​ສາຍ​ຕ່າງໆ ເປັນ​ເວ​ລາ​ຫລາຍ​ວັນ ຫລາຍ​ອາ​ທິດ ແຕ່​ວ່າ ຈະເປັນ​ການ​ປະ​ທ້ວງ​ທີ່ປ່ຽນ​ແປງ​ໄປໃນ​ຫລາຍ​ແບບ," ນັ້ນ​ຄື​ຄຳ​ເວົ້າ​ຂອງ ທ່ານ ທິ​ຕິ​ນັນ ພົງ​ສຸດ​ທິຣັກ ທີ່​ກ່າວ​ຢູ່​ໃນ​ການ​ຫ້ອງ​ຮຽນກ່ຽວ​ກັບ​ການ​ເມືອງ​ຂອງ​ໄທ ຢູ່​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ ຈຸ​ລາ​ລົງ​ກອນ.

ທ່ານ​ກ່າວ​ຕໍ່ໄປ​ວ່າ "ລັດ​ຖະ​ບານ, ໂດຍໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ທະ​ຫານ ແລະ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ ຈາກອົງ​ການ​ອື່ນໆອີກ, ສາ​ມາດ​ຕ້ານ​ທານ​ຕໍ່​ເຫດ​ການນີ້​ໄດ້. ແຕ່​ວ່າ ສິ່ງ​ທີ່​ບ່ອນ​ທຳ​ລາຍ​ຄວາມຍັ້ງ​ຍືນ​ຂອງ​ລັດ​ຖະ​ບານກໍ​ຄືການ​ຖົດ​ຖອຍ​ ທາງ​ເສດ​ຖະ​ກິດ ທີ່​ມີ​ການ​ເຊື່ອມ​ໂຍງ​ກັບ​ການ​ຂາດ​ຄວາມ​ເຊື່ອ​ຖື​ໂດຍ​ລວມຍ້ອນ ການໃຊ້​ອຳ​ນາດ​ໃນ​ທາງ​ຜິດ.

ພວກ​ຕຳ​ໜິ​ລັດ​ຖະ​ບານ​ເຫັນ​ວ່າ ການ​ຈັດ​ໃຫ້​ມີ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ທີ່​ມີ​ຄວາມ​ບົກ​ຜ່ອງຂຶ້ນໃນ​ເດືອນ​ມີ​ນາ​ຜ່ານ​ມາທີ່​ເຮັດ​ໃຫ້​ການ​ປົກ​ຄອງ​ປະ​ເທດ​ຂອງ​ຝ່າຍ​ທະ​ຫານ​ທີ່​ແກ່​ຍາວ​ໄປ​ໄດ້ 5 ປີ​ ສິ້ນ​ສຸດ​ລົງ ນັ້ນ ບໍ່​ໄດ້ເຮັດ​ໃຫ້​ມີ​ຄວາມ​ແຕກ​ຕ່າງ​ຈາກ​ການ​ກັບ​ມາ​ປົກ​ຄອງ​ປະ​ເທດ​ຂອງ​ລັດ​ຖະ​ບານ​ທະ​ຫານ​ທີ່​ການ​ເລືອກ​ຕັ້ງນັ້ນ​ໄດ້​ເອົາ​ມາ​ປ່ຽນ​ແທນ ຫລາຍ​ປານ​ໃດ. ແຕ່​ຢ່າງ​ໃດ​ກໍ​ຕາມ ໃນ​ເມື່ອ​ວ່າ​ຊື່​ສຽງ​ຂອງ​ຝ່າຍ​ທະ​ຫານ​ໃນ​ພວກ​ອາ​ວຸ​ໂສ​ໄທ​ຍັງ​ສືບ​ຕໍ່​ສູງ​ຢູ່ ລັດ​ຖະ​ບານ​ທີ່​ກຳ​ເຄື່ອງ​ຈັກ​ໂຄ​ສະ​ນາ​ຊວນ​ເຊື່ອ​ທີ່​ມີ​ພະ​ລັງ​ຂອງ​ລັດ​ຖະ​ບານ, ແລະ​ໄພ​ຂົ່ມ​ຂູ່​ຈາ​ກ​ການ​ຈັບ​ກຸມຄົນ​ຍ້ອນ​ເຂົ້າ​ຮ່ວ​ມ​ການ​ໂຮມ​ຊຸມ​ນຸມ​ທີ່ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ຄື​ດັ່ງ​ໄດ້​ເກີດ​ຂຶ້ນໃນ​ວັນ​ເສົາ​ແລ້ວນີ້ ຝ່າຍຄ້ານ​ຈະ​ພົບ​ຄວາມ​ຫຍຸ້ງ​ຍາກ​ທີ່​ຈະ​ດຶງ​ດູດ​ເອົາຝູງ​ຄົນໃນ​ຈຳ​ນວນ​ຫລາຍກວ່າຈຳ​ນວນ​ທີ່​ມາ​ໃນ​ວັນ​ທ້າຍ​ສັບ​ປະ​ດາຜ່ານ​ມາ, ອີງ​ຕາມ​ທ່ານວັນ​ວີ​ຈິດ ບຸນ​ຜ​ຣົງ, ຮອງ​ສາດ​ສະ​ດາ​ຈານ​ໃນ​ວິ​ຊາ​ວິ​ທະ​ຍາ​ສາດ​ການ​ເມືອງ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຣັງ​ສິດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG