ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວໄທ ປະທ້ວງ ຕໍ່ຕ້ານ ຮ່າງກົດໝາຍ ໃຫ້ອະໄພຍະໂທດ


ການໂຮມຊຸມນຸມປະທ້ວງ ຕໍ່ຕ້ານລັດຖະບານ ຢູ່ໄທ (4 ພະຈິກ 2013)
ການໂຮມຊຸມນຸມປະທ້ວງ ຕໍ່ຕ້ານລັດຖະບານ ຢູ່ໄທ (4 ພະຈິກ 2013)
ທີ່ປະເທດໄທ ການປະທ້ວງຢູ່ຕາມຖະໜົນຫົນທາງ ໄດ້ກັບຄືນມາ
ສູ່ເຂດໃຈກາງບາງກອກອີກບ່ອນທີ່ຫຼາຍໆພັນຄົນພາກັນໂຮມຊຸມ
ນຸມຕໍ່ຕ້ານຮ່າງກົດໝາຍທີ່ເປັນບັນຫາໂຕ້ແຍ້ງ ເພື່ອຈະໃຫ້ອະໄພ
ຍະໂທດ ແກ່ພວກທີ່ກໍ່ຄວາມຜິດ ພົວພັນກັບຄວາມວຸ້ນວາຍທາງ
ການເມືອງ ເປັນເວລາຫຼາຍໆປີນັ້ນ. ມາດຕະການດັ່ງກ່າວ ຍັງຈະ
ແຜ້ວທາງ ໃຫ້ອະດີດນາຍົກລັດຖະມົນຕີທັກສິນ ຊິນນະວັດ ທີ່ກຳ
ລັງລີ້ໄພ ຢູ່ຕ່າງປະເທດເວລານີ້ ເດີນທາງກັບຄືນປະເທດ. Ron
Corben ລາຍງານມາຈາກບາງກອກວ່າ ແມ່ນແຕ່ພວກສະໜັບ
ສະໜຸນທ່ານທັກສິນບາງຄົນ ກໍຍັງເວົ້າວ່າ ຮ່າງກົດໝາຍນີ້ ແມ່ນ ດຳເນີນການຫຼາຍເກີນໄປໂພດກວ່າທີ່ຮັບເອົາໄດ້ ດັ່ງໄພສານ ມີ
ລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ນາຍົກລັດຖະມົນຕີຍິ່ງລັກ ຊິນນະວັດ ໄດ້ພະຍາຍາມທີ່ຈະຫຼຸດຜ່ອນຄວາມເຄັ່ງຕຶງ ໃນວັນ ອັງຄານວານນີ້ ໂດຍໃຫ້ຄຳໝັ້ນສັນຍາວ່າ ລັດຖະບານຂອງທ່ານນາງ ຈະປະຕິບັດຕາມ ການຕັດສິນໃຈໃດໆກໍຕາມ ຂອງສະພາສູງໄທ ກ່ຽວກັບຮ່າງກົດໝາຍດັ່ງກ່າວ. ແຕ່ໃນຂະ ນະດຽວກັນ ທ່ານນາງກໍໄດ້ສະແດງຄວາມສະໜັບສະໜຸນຕໍ່ຮ່າງກົດໝາຍສະບັບນີ້ ໂດຍ ເວົ້າວ່າ ມັນຈະຊ່ອຍເຮັດໃຫ້ບັນລຸຈຸດປະສົງຂອງພັກທ່ານນາງ ໃນການສ້າງຄວາມປອງ ດອງຊາດ ຢູ່ໃນປະເທດໄທ.

ພວກຝ່າຍຄ້ານກ່າວວ່າ ຮ່າງກົດໝາຍດັ່ງກ່າວ ແມ່ນເກີນໄປທີ່ຈະໃຫ້ອະໄພຍະໂທດໃນ ການກໍ່ຄວາມຜິດຫຼາຍໆຢ່າງ ໂດຍສະເພາະຄວາມຜິດ ທີ່ພົວພັນກັບການສໍ້ລາດບັງຫຼວງ ຂອງອະດີດນາຍົກລັດຖະມົນຕີທັກສິນ ຊິນນະວັດ ຊຶ່ງເປັນອ້າຍຂອງທ່ານນາງຍິ່ງລັກ.

ການປະທ້ວງ ທີ່ນຳພາໂດຍພັກປະຊາທິປັດ ຊຶ່ງເປັນພັກຝ່າຍຄ້ານ ແມ່ນມີການຮ່ວມສົມ ທົບໂດຍບັນດາກຸ່ມທຸລະກິດ ມະຫາວິທະຍາໄລແລະອົງການຈັດຕັ້ງສັງຄົມພົນລະເຮືອນ ທີ່ຄັດຄ້ານຕໍ່ຮ່າງກົດໝາຍດັ່ງກ່າວ ຊຶ່ງໄດ້ມີການຮັບຮອງເອົາໂດຍສະພາຕໍ່າຂອງໄທ ໃນ ມື້ວັນສຸກແລ້ວນີ້.

ທ່ານ Jurin Laksanavisit ສະມາຊິກສະພາຂອງພັກປະຊາທິປັດໄດ້ຊົມເຊີຍການໄປ ຮ່ວມໂຮມຊຸມນຸມ ຂອງປະຊາຊົນທີ່ມີຈຳນວນເພີ້ມຂຶ້ນ.

ທ່ານຈຸລິນເວົ້າວ່າ “ພວກເຮົາ ພະຍາຍາມຢ່າງແຂງຂັນ ພວກເຮົາກຳລັງພະຍາ
ຍາມຢ່າງແຂງຂັນ. ມີຫລາຍໆຄົນມາທີ່ນີ້ ແລະພວກເຮົາຫວັງວ່າ ຈະເຮັດໜ້າ ທີ່ຂອງພວກເຮົາໃຫ້ດີທີ່ສຸດ.”


ຮ່າງກົດໝາຍສະບັບນີ້ ໃນຂັ້ນຕົ້ນ ແມ່ນໄດ້ຮັບຄວາມສະໜັບສະໜຸນຈາກສະມາຊິກສະ ພາຈາກທັງສອງພັກການເມືອງທີ່ແນໃສ່ເພື່ອໃຫ້ອະໄພຍະໂທດແກ່ພວກປະທ້ວງຂັ້ນຕໍ່າ ແລະບຸກຄົນອື່ນໆທີ່ພົວພັນນໍາການປະທ້ວງແລະການກໍ່ຄວາມຮຸນແຮງແຕ່ປີ 2004 ຫາ ເດືອນສິງຫາປີນີ້.

ແຕ່ຕໍ່ມາ ຮ່າງກົດໝາຍດັ່ງກ່າວ ໄດ້ຖືກຮັບຮອງເອົາ ໂດຍສະພາຕໍ່າ ໃນມື້ວັນສຸກແລ້ວນີ້ ຮວມທັງການໃຫ້ອະໄພຍະໂທດແກ່ພວກຈັດການປະທ້ວງແລະພວກຜູ້ນຳ ລັດຖະບານ ເຊັ່ນທ່ານທັກສິນ.

ສຳລັບສະມາຊິກຂອງບັນດາຄອບຄົວຜູ້ເຄາະຮ້າຍທີ່ເສຍຊີວິດຍ້ອນຄວາມຮຸນແຮງແລ້ວ ຮ່າງກົດໝາຍນີ້ ແມ່ນໝາຍຄວາມວ່າ ພວກເຂົາເຈົ້າຈະບໍ່ໄດ້ຮັບຄວາມເປັນທຳເລີຍ ໃນ ການເສຍຊີວິດຂອງສະມາຊິກໃນຄອບຄົວເຂົາເຈົ້າ. ຊຶ່ງເລື່ອງດັ່ງກ່າວນີ້ ໄດ້ພາໃຫ້ມີການ ຄັດຄ້ານຈາກບັນດາສະມາຊິກຂອງພວກເສື້ອແດງ ທີ່ນິຍົມທ່ານທັກສິນ ທີ່ຮຽກຮ້ອງໃຫ້ມີ ການຮັບເອົາຄວາມຮັບຜິດຊອບຫຼາຍຂຶ້ນ ກ່ຽວກັບການເສຍຊີວິດຂອງພວກປະທ້ວງໃນປີ 2010 ນັ້ນ.

ທ່ານບຸນມາລີ ຊຶ່ງເປັນຜູ້ປະທ້ວງຄົນນຶ່ງ ກ່າວວ່າ ລາວມີຄວາມວິຕົກກັງວົນ ຢ້ານວ່າຮ່າງ ກົດໝາຍສະບັບນີ້ ຈະບ່ອນທຳລາຍ ຕໍ່ການປົກຄອງດ້ວຍຕົວບົດກົດໝາຍ ຢູ່ໃນປະເທດ
ໄທ.

ທ່ານບຸນມາລີເວົ້າວ່າ “ພວກເຮົາຢາກສະແດງໃຫ້ລັດຖະບານເຫັນວ່າ ພວກເຮົາບໍ່ ຕ້ອງການຮ່າງກົດໝາຍໃຫ້ອະໄພຍະໂທດສະບັບນີ້ ຂັ້ນຕອນຂອງຮ່າງກົດໝາຍ
ນີ້ ແມ່ນບໍ່ຄ່ອຍຖືກຕ້ອງປານໃດ. ພວກເຮົາມີຄວາມກັງວົນກ່ຽວກັບການປົກຄອງ ດ້ວຍຕົວບົດກົດໝາຍ. ການປົກຄອງດ້ວຍຕົວບົດກົດໝາຍ ຈະຖືກທຳລາຍຢ່າງ ສິ້ນເຊີງ ຖ້າຮ່າງກົດໝາຍສະບັບນີ້ ຫາກຖືກຮັບຜ່ານໃນທີ່ສຸດນັ້ນ.”


ສ່ວນຜູ້ປະທ້ວງອີກຄົນນຶ່ງແມ່ນໄດ້ຮັບແຮງກະຕຸ້ນໃນການຊຸກຍູ້ເພື່ອປ້ອງກັນບໍ່ໃຫ້ອະດີດ ນາຍົກລັດຖະມົນຕີທັກສິນຫລົບຫລີກການຖືກລົງໂທດ ໃນການສໍ້ລາດບັງຫຼວງ ທີ່ພົວພັນ ກັບສະໄໝທີ່ທ່ານຍັງດຳລົງຕຳແໜ່ງ ແລະການກັບຄືນສູ່ປະເທດໄທ.

ນາງກ້ອຍ ພຸດທະຊາດຣາດຊະກຸລ ກ່າວວ່າ ເປັນທີ່ປະກົດວ່າ ທ່ານທັກສິນແມ່ນຜູ້ທີ່ໄດ້
ຮັບຜົນປະໂຫຍດຄົນສຳຄັນ ກ່ຽວກັບການໃຫ້ອະໄພຍະໂທດດັ່ງກ່າວ.

ນາງກ້ອຍເວົ້າວ່າ “ຂ້ອຍໄດ້ຕັດສິນໃຈມາຮ່ວມການປະທ້ວງ ຍ້ອນສະຖານະການ ບໍ່ແມ່ນພຽງແຕ່ການຍິງກັນ ຫຼືສໍ້ລາດບັງຫຼວງເທົ່ານັ້ນ ມັນແມ່ນທ່ານທັກສິນ ຊິນ ນະວັດ ທ່ານບໍ່ສົມຄວນທີ່ຈະເດີນທາງກັບຄືນມາບ້ານເກີດອີກ ມັນບໍ່ແມ່ນບ້ານ ຂອງທ່ານອີກຕໍ່ໄປແລ້ວ.”

ລັດຖະບານທ່ານນາງຍິ່ງລັກ ແມ່ນໄດ້ຮັບການຊົມເຊີຍວ່າ ເຮັດໃຫ້ບ້ານເມືອງ ມີຄວາມ
ທຸ່ນທ່ຽງທາງດ້ານການເມືອງນັບຕັ້ງແຕ່ໄດ້ເຂົ້າກຳອຳນາດ ໃນປີ 2011. ແຕ່ທ່ານສຸດທິ
ນັນ ພົງສຸດທິຣັກ ນັກລັດຖະສາດ ທີ່ຈຸລາລົງກອນ ມະຫາວິທະຍາໄລ ກ່າວວ່າ ຮ່າງກົດ
ໝາຍໃຫ້ອະໄພຍະໂທດ ແລະການຄັດຄ້ານຢ່າງແຂງຂັນທີ່ມີຕໍ່ຮ່າງກົດໝາຍດັ່ງກ່າວນີ້ ໄດ້ກໍ່ໃຫ້ເກີດ ມີການທ້າທາຍ ຕໍ່ການປົກຄອງຂອງທ່ານນາງ ໃນໄລຍະສອງສາມມື້ຜ່ານ
ມານີ້.

ທ່ານທິດທິນັນເວົ້າວ່າ “ເລ່ຫຼຽມ ໃນການໃຫ້ອະໄພຍະໂທດ ໄດ້ບ່ອນທຳລາຍ ຕໍ່ ທ່ານທັກສິນ ແລະເຮັດໃຫ້ ລັດຖະບານ ທ່ານນາງຍິ່ງລັກ ບໍ່ມີສະຖຽນລະພາບ.
ມັນເຮັດໃຫ້ ການເດີນທາງກັບຄືນປະເທດ ຂອງທ່ານທັກສິນ ຫ່າງໄກອອກໄປ ອີກກວ່າແຕ່ກ່ອນ. ມັນຈະເຮັດໃຫ້ເປັນການຍາກຫຼາຍຂຶ້ນ ສຳລັບທ່ານ ໃນເວ
ລານີ້ ເຖິງແມ່ນວ່າການໃຫ້ອະໄພຍະໂທດ ມີຄວາມຖືກຕ້ອງຊອບທຳຕາມກົດ
ໝາຍ ເຖິງແມ່ນວ່າຫາກມີການຮັບຮອງເອົາ ເຖິງແມ່ນວ່າມັນໄດ້ກາຍເປັນກົດ ໝາຍແລ້ວກໍຕາມ. ໃນພາກປະຕິບັດແລ້ວ ທ່ານຈະປະສົບ ກັບຄວາມຍຸ່ງຍາກ
ຫຼາຍຂຶ້ນ ຢູ່ໃນປະເທດໄທ ຍ້ອນວ່າ ທ່ານຈະມີສັດຕູເປັນຈຳນວນຫຼວງຫຼາຍ.”


ແຕ່ທ່ານທິດທິນັນເຊື່ອວ່າ ທ່ານທັກສິນແລະພັນທະມິດທາງການເມືອງຂອງທ່ານ ອາດ
ຍັງເປັນຜູ້ໄດ້ປຽບທາງດ້ານການເມືອງຢູ່ ໃນຂະນະທີ່ທ່ານຍັງສືບຕໍ່ໄດ້ຮັບຄວາມນິຍົມຢູ່ ໃນເຂດຊົນນະບົດຂອງໄທ. ບາງຄົນສົງໄສວ່າ ພັກຂອງທ່ານ ອາດຈະຮຽກໃຫ້ມີ ການ ເລືອກຕັ້ງກ່ອນກຳນົດໃນປີໜ້າ ແລະເສີມຂະຫຍາຍການກຳບ່ອນນັ່ງ ຢູ່ໃນສະພາແຫ່ງ ຊາດ.

ຮ່າງກົດໝາຍສະບັບນີ້ຈະຖືກສົ່ງໄປສະພາສູງໃນອາທິດໜ້າບ່ອນທີ່ຊະຕາກໍາຍັງບໍ່ທັນ ເປັນທີ່ຈະແຈ້ງເທື່ອ. ພັກປະຊາທິປັດກ່າວວ່າ ຖ້າສະພາສູງ ຫາກຮັບຮອງເອົາຮ່າງກົດ ໝາຍສະບັບນີ້ແລ້ວ ຕົນຈະທຳການທ້າທາຍກ່ຽວກັບຄວາມຖືກຕ້ອງຊອບທຳຂອງຮ່າງ ກົດໝາຍໃຫ້ອະໄພຍະໂທດ ຢູ່ໃນສານລັດຖະທຳມະນູນ.
XS
SM
MD
LG