ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດໄທ ຈະຈັດການເລືອກຕັ້ງ ສະມາຊິກ ສະພາ ໃນເດືອນກຸມພາ 2019

ທະຫານໄທຄົນນຶ່ງ ປ່ອນບັດ ໃນລະຫວ່າງ ການເລືອກຕັ້ງທົ່ວໄປ ຢູ່ທີ່ໜ່ວຍເລືອກຕັ້ງ ໃນບາງກອກ ປະເທດໄທ, ວັນທີ 2 ກຸມພາ 2014.
ທະຫານໄທຄົນນຶ່ງ ປ່ອນບັດ ໃນລະຫວ່າງ ການເລືອກຕັ້ງທົ່ວໄປ ຢູ່ທີ່ໜ່ວຍເລືອກຕັ້ງ ໃນບາງກອກ ປະເທດໄທ, ວັນທີ 2 ກຸມພາ 2014.

ຫຼັງຈາກ ຕົກຢູ່ພາຍໃຕ້ການປົກຄອງໂດຍທະຫານ ມາໄດ້ຫຼາຍກວ່າ 4 ປີ ປະເທດໄທ
ກໍຈະຈັດການເລືອກຕັ້ງທົ່ວໄປ ໃນຕົ້ນປີ 2019.

ຄະນະກຳມະການເລືອກຕັ້ງຂອງໄທ ໄດ້ປະກາດໃນວັນອັງຄານມື້ນີ້ ວ່າ ການເລືອກຕັ້ງ
ຈະມີຂຶ້ນ ໃນວັນທີ 24 ກຸມພາ ປີໜ້າ. ການປະກາດຂອງຄະນະກຳມະການດັ່ງກ່າວ
ແມ່ນກົງກັບການປະກາດໂດຍ ລັດຖະບານທະຫານ ທີ່ປົກຄອງໃນປັດຈຸບັນ ທີ່ວ່າ ຕົນ
ຈະຍົກເລີກ ການຫ້າມກ່ຽວກັບ ການໂຄສະນາຫາສຽງ ໃນດ້ານການເມືອງ.

ນັກປະທ້ວງຄົນໄທຜູ້ນຶ່ງ ທີ່ສະໜັບສະໜຸນປະຊາທິປະໄຕ ໃສ່ຜ້າຄຸມ ທີ່ມີຮູບຂອງອະດີດນາຍົກ ລັດຖະມົນຕີ ຍິ່ງຣັກ ຊິນນະວັດ ໃນລະຫວ່າງ ການໂຮມຊຸມນຸມ ເພື່ອເປັນຂີດໝາຍ ການຄົບຮອບ 4 ປີ ຂອງການຍຶດເອົາອຳນາດ ໂດຍລັດຖະບານທະຫານ ໃນນະຄອນຫຼວງ ບາງກອກຂອງໄທ, ວັນທີ 22 ພຶດສະພາ 2018.

​ລັດຖະບານທະຫານ ໄດ້ຜ່ອນຜັນການຫ້າມດັ່ງກ່າວ ໃນເດືອນກັນຍາຜ່ານມາ ໃນເວລາ
ທີ່ຕົນ ອະນຸຍາດໃຫ້ພັກການເມືອງຕ່າງໆ ເລີ້ມການຈັດຕັ້ງພັກຂຶ້ນ ຄືນໃໝ່ໄດ້.

ກອງທັບຂອງໄທ ໄດ້ຍຶດອຳນາດ ໃນປີ 2014 ຫຼັງຈາກມີການປະທ້ວງ ທີ່ເກີດຄວາມຮຸນ
ແຮງ ຢູ່ທ້ອງຖະໜົນຢູ່ເລື້ອຍມາ ຕະຫຼອດໄລຍະຫຼາຍປີຜ່ານມາ ທີ່ມີກຸ່ມພວກສະໜັບ
ສະໜຸນ ກອງທັບແລະກຸ່ມພວກທີ່ຈົງຮັກພັກດີ ຕໍ່ອົງການຈັດຕັ້ງກະສັດຂອງປະເທດ
ຢູ່ໃນນະຄອນຫຼວງບາງກອກ ຕໍ່ສູ້ກັບພວກສະໜັບສະໜຸນ ຂອງທ່ານ ທັກສິນ ແລະ ນ້ອງ
ສາວ ຂອງທ່ານ ທ່ານນາງ ຍິ່ງລັກ ຊິນນະວັດ ທີ່ທັງສອງ ໄດ້ເປັນ ນາຍົກລັດຖະມົນຕີ ໃນ
ຊ່ວງເວລາທີ່ແຕກຕ່າງກັນ ລະວ່າງ ປີ 2001 ຫາ 2014.

ທັງສອງອ້າຍນ້ອງ ຖືກໂຄ່ນລົ້ມ ໂດຍການກໍ່ລັດຖະປະຫານ ຂອງພວກທະຫານ ແລະ
ໃນປັດຈຸບັນນີ້ ອາໄສຢູ່ຕ່າງປະເທດ ເພື່ອຫຼີກເວັ້ນໂທດຈຳຄຸກ ໃນຂໍ້ຫາສໍ້ລາດບັງຫຼວງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG