ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງ ຕໍ່ຕ້ານ ລັດຖະບານໄທ ດຳເນີນມາ ເປັນມື້ທີສີ່ (ສະໄລດ໌/ວີດີໂອ)


Thai Opposition Holds Fourth Day of Demonstrations
please wait

No media source currently available

0:00 0:01:34 0:00
ລິງໂດຍກົງ
ພວກ​ປະ​ທ້ວງ​ຝ່າຍ​ຄ້ານໃນ​ໄທ ​ໄດ້ຂະຫຍາຍການ​ປະ​ທ້ວງ​ຂອງ
​ເຂົາ​ເຈົ້າ​ອອກ​ໄປ​ທົ່ວ​ນະຄອນຫລວງໃນ​ວັນ​ພຸດ​ມື້​ນີ້ ​ແລະ​ໄດ້​ປະ
ກາດ​ວ່າຈະ​ເຂົ້າ​ຄວບ​ຄຸມ​ເອົາ​ທຸກ​ໆ​ກະຊວງ​ຂອງ​ລັດຖະບານຈົນ​
ກວ່ານາ​ຍົກ​ລັດຖະມົນຕີ ຍິ່ງລັກ ຊິນນະ​ວັດ ລາ​ອອກ​ຈາກ​ໜ້າ​ທີ່.

ພວກ​ປະ​ທ້ວງ​ໄດ້​ພາກັນ​ເຂົ້າ​ຍຶດ​ເອົາ​ບາງສ່ວນ ຂອງກະຊວງ​ການ​
ເງິນ ​ແລະ​ກະ ຊວງ​ການ​ຕ່າງປະ​ເທດ ​ແລະ​ອ້ອມ​ກະ​ຊວງພາຍ​ໃນ
ໄວ້. ຜູ້​ນໍາ​ໃນ​ການ​ປະ​ທ້ວງ ທ່ານສຸ​ເທບ ​ເທືອ​ກສຸບັນ ​ໄດ້​ກ່າວ​ຕໍ່​ບັນ
ດາ​ຜູ້​ສະໜັບສະໜຸນ​ວ່າ ​ເຂົາ​ເຈົ້າ​ຄວນ​ເດີນ​ຂະ​ບວນໄປ​ຍັງ “ທຸກໆ​
ກະຊວງ” ​ເພື່ອປ້ອງ​ກັນ​ບໍ່​ໃຫ້ຕຶກເຫລົ່າ​ນີ້​ຖືກ​ໃຊ້​ໂດຍ ​ລັດຖະບານ​.

ທ່ານ​ສຸ​ເທບກ່າວ​ວ່າ “ຖ້າຫາກ​ວ່າ ພະນັກງານ​ຂອງລັດຖະບານ​ ຢຸດ​ເຊົາ​ເຮັດ​ວຽກ​ໃຫ້​ແກ່​ຜູ້​ປົກຄອງ​ຜະ​ເດັດ​ການ​ແລ້ວ ລະບອບທັກສິນ ກໍຈະພິການ.”

ທ່ານ​ສຸ​ເທບ ອະດີດ​ຮອງ​ນາຍົກລັດຖະມົນຕີ ໄດ້​ປະກາດ​ ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ເປົ້າ ໝາຍຂອງທ່ານ​ກໍ​ຄື​ສ້າງຕັ້ງສະພາ​ທີ່​ບໍ່​ໄດ້​ຖືກ​ເລືອກ​ ​ເພື່ອແທນ​ລັດຖະບານປັດຈຸບັນ.

ທ່ານກ່າວ​ອີກ​ວ່າ ລັດຖະບານທ່ານ​ນາງຍິ່ງ​ລັກສໍ້​ລາດ​ບັງ​ຫລວງ​ ​ແລະ​ຄວບ​ຄຸມ​ໂດຍອ້າຍ​ຂອງ​ທ່ານນາງ ຄືອະດີດ​ນາຍົກລັດຖະມົນຕີທັກສິນ ຊິນນະ​ວັດ ທີ່​ລີ້​ໄພຢູ່​ໃນ​ຕ່າງປະ​ເທດ​ ເວລາ​ນີ້.

ຕໍາຫລວດ​ໄດ້​ອອກ​ໝາຍ​ຈັບ​ທ່ານ​ສຸ​ເທບ ​ແຕ່​ມາ​ຮອດ​ປັດຈຸ​ບັນ​ຕຳຫຼວດກໍ​ຍັງ​ບໍ່ທັນ ​ໄດ້​ປະ​
ຕິ​ບັດ​ຕາມ ຫລື​ພະຍາຍາ​ມຂັບ​ໄລ່​ພວກ​ປະ​ທ້ວງ ​ດ້ວຍ​ການ​ໃຊ້ກໍາລັງ. ​ແຕ່ຫລາຍ​ຄົນ​ມີ​ຄວາມ​ຢ້ານ​ກົວ​ວ່າຄວາມວຸ້ນວາຍ​ທາ​ງດ້ານ​ການ​ເມືອງທີ່​ຮ້າຍ​ແຮງ​ຈະ​ກັບ​ຄືນ​ມາຊຶ່ງເຮັດ​ ໃຫ້​ປະ​ເທດ​ບໍ່ມີ​ຄວາມ​ສະ​ງົບ​ ໃນໄລຍະ​ສອງ​ສາມປີ​ທີ່​ຜ່ານ​ມານີ້.

XS
SM
MD
LG