ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທ ເປີດທຸລະກິດຄືນໃໝ່ ຂະນະທີ່ ພາກການທ່ອງທ່ຽວ ສືບຕໍ່ກັບຄືນມາຄຶກຄື້ນອີກຄັ້ງ


ພວກນັກທ່ອງທ່ຽວຊາວຕາເວັນຕົກ ໄດ້ກັບຄືນເຂົ້າມາໃນໄທ ນັບຕັ້ງແຕ່ຂໍ້ຈຳກັດດ້ານພພະຍາດໂຄວິດ-19 ທັງໝົດ ໄດ້ຖືກຍົກເລີກ ໃນເດືອນຕຸລາ ປີນີ້, ບາງກອກ, ປະເທດໄທ, ວັນທີ 10 ພະຈິກ 2022.
ພວກນັກທ່ອງທ່ຽວຊາວຕາເວັນຕົກ ໄດ້ກັບຄືນເຂົ້າມາໃນໄທ ນັບຕັ້ງແຕ່ຂໍ້ຈຳກັດດ້ານພພະຍາດໂຄວິດ-19 ທັງໝົດ ໄດ້ຖືກຍົກເລີກ ໃນເດືອນຕຸລາ ປີນີ້, ບາງກອກ, ປະເທດໄທ, ວັນທີ 10 ພະຈິກ 2022.

ເສດຖະກິດການທ່ອງທ່ຽວຂອງໄທ ປາກົດວ່າ ກຳລັງກັບຄືນມາຄຶກຄື້ນອີກ ຂະນະທີ່ພວກຊາວຕ່າງປະເທດຫຼາຍລ້ານຄົນພາກັນເດີນທາງໄປຮອດປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ແຫ່ງນີ້ ພາຍຫຼັງຈາກຂໍ້ຈຳກັດຕ່າງໆ ແລະການປິດຊາຍແດນໄດ້ຖືກຍົກເລີກ. ລັດຖະບານກ່າວວ່າ ເປັນໄປໄດ້ສູງທີ່ໄທ ຈະບັນລຸເປົ້າໝາຍຂອງຕົນ ໃນການມີຜູ້ເຂົ້າໄປຢ້ຽມຢາມ 10 ລ້ານຄົນ ພາຍໃນທ້າຍປີນີ້.

ອົງການທ່ອງທ່ຽວແຫ່ງປະເທດໄທ ຫຼື TAT ເມື່ອມໍ່ໆມານີ້ ໄດ້ປະກາດວ່າ ມີຄົນເດີນທາງເຂົ້າໄປຢ້ຽມຢາມໃນປະເທດ ຫຼາຍກວ່າ 7 ລ້ານ 3 ແສນຄົນ ນັບຈາກເດືອນມັງກອນຫາທ້າຍເດືອນຕຸລາ. ມາຮອດວັນທີ 1 ເດືອນຕຸລາ ໄທ ໄດ້ຍົກເລີກຂໍ້ບັງຄັບດ້ານພະຍາດໂຄວິດ-19 ທັງໝົດທີ່ຍັງເຫຼືອຢູ່ ລວມທັງຫຼັກຖານຢັ້ງຢືນຂອງການສັກຢາວັກຊີນ ຫຼື ຜົນການກວດຢ່າງຮີບດ່ວນ.

ຜູ້ປົກຄອງ ອົງການ TAT ທ່ານຍຸດທະສັກ ສຸປາສອນ ໄດ້ກ່າວວ່າ ຊ່ວງເວລາທີ່ຫຍຸ້ງຍາກໄດ້ຜ່ານພົ້ນແລ້ວ.

ທ່ານໄດ້ກ່າວ ໂດຍອ້າງອີງເຖິງກົມຄຸ້ມຄອງດ້ານຄວາມປອດໄພແລະສຸຂະພາບ ຫຼື SHA ວ່າ “ປະເທດໄທ ກຳລັງເຫັນບົດລາຍງານຂອງຕົນ ທົ່ວທຸກອົງການ ຈັດຕັ້ງ-ຈາກການຕະຫຼາດດ້ານການທ່ອງທ່ຽວທີ່ມີຢູ່ຕໍ່ເນື່ອງ ແລະການສົ່ງເສີມ ຫາມາດຕະຖານດ້ານສາທາລະນະສຸກ ແລະຄວາມປອດໄພ ທີ່ເອີ້ນວ່າ Amazing Thailand ຂອງ SHA ທີ່ໄດ້ວາງໄວ້ຢູ່ນັ້ນ-ແມ່ນໄດ້ຮັບຜົນ ໂດຍມີພວກນັກທ່ອງທ່ຽວຊາວຕ່າງປະເທດຫຼາຍກວ່າ 7 ລ້ານຄົນ ໄດ້ກັບຄືນມາແລ້ວ ແລະໄປຍັງແຄມທະເລຕ່າງໆຂອງພວກເຮົາ ມາເຖິງປັດຈຸບັນນີ້ ໃນປີ 2022.”

Thailand’s tourist economy appears to be on the rebound as millions of international arrivals flock to the Southeast Asian country following COVID-19 border restrictions and closures. The government says it is highly likely that Thailand will meet its target of 10 million visitors by the end of the year.

The Tourism Authority of Thailand, or TAT, recently announced that more than 7.3 million visitors arrived in the country from January to late October. As of October 1, Thailand dropped all remaining COVID-19 requirements, including proof of vaccination or rapid test results.

TAT Governor Yuthasak Supasorn said difficult times are past.

“Thailand is seeing its reports across the board — from ongoing tourism marketing and promoting to Amazing Thailand SHA health and safety standards put in place — paying off, with more than 7 million foreign tourists having already returned to our shores so far in 2022,” he said, referring to the Safety and Health Administration.

(( https://www.tatnews.org/2022/10/thailand-welcomes-over-7-million-foreign-tourists-from-1-january-to-26-october-2022/ ))

XS
SM
MD
LG