ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາຍ​ສຳ​ພັນ​ລະ​ຫວ່າງໄທ ແລະ​ມຽນ​ມາ ມີ​ຄວາມ​ໝາຍ​ວ່າ ນັກ​ເຄື່ອນ​ໄຫວ​ຕໍ່​ຕ້ານ​ການ​ລັດ​ຖະ​ປະ​ຫານ​ຂອງ​ມຽນ​ມາ ມີ​ຄວາມ​ສ່ຽງ​ທີ່​ຈະ​ຖືກ​ຈັບ


(ພາບ​ໃນ​ແຟມ) ທະ​ຫານ​ໄທ​ນັ່ງ​ຢູ່​ໜ້າ​ສິ່ງ​ກີດ​ຂວງ​ຫົນ​ທາງໃກ້​ກັບ​ຊາຍ​ແດນ​ໄທ-ມຽນ​ມາໃນ​ເມືອງ​ແມ່​ສອດ, ຈັງ​ຫັວດ​ຕາດຂອງ​ໄທ, ວັນ​ທີ 19 ທັນ​ວາ, 2021.
(ພາບ​ໃນ​ແຟມ) ທະ​ຫານ​ໄທ​ນັ່ງ​ຢູ່​ໜ້າ​ສິ່ງ​ກີດ​ຂວງ​ຫົນ​ທາງໃກ້​ກັບ​ຊາຍ​ແດນ​ໄທ-ມຽນ​ມາໃນ​ເມືອງ​ແມ່​ສອດ, ຈັງ​ຫັວດ​ຕາດຂອງ​ໄທ, ວັນ​ທີ 19 ທັນ​ວາ, 2021.

ສະມາຊິກ​ຂອງ​ກຸ່ມ​ຕໍ່ຕ້ານທະຫານ​ຂອງ​ມຽນມາ​ປະ​ເຊີນ​ກັບ​ຄວາມ​ສ່ຽງ​ທີ່​ຈະ​ຖືກ​ບັງຄັບ​ໃຫ້​ກັບ​ຄືນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ເຂົາ​ເຈົ້າ ຖ້າ​ຫາກ​ເຂົາ​ເຈົ້າ​ຂ້າມ​ເຂົ້າ​ໄປ​ໃນ​ປະ​ເທດ​ໄທ, ອີງ​ຕາມພວກ​ນັກ​ຊ່ຽວຊານ​ແລະ​ກຸ່ມ​ສິດທິ​ມະນຸດ​ເວົ້າ.

ການນາບຂູ່ດັ່ງກ່າວ ປາກົດໃຫ້​ເຫັນ​ເດັ່ນ​ຊັດຂຶ້ນ ຫລັງຈາກສະມາຊິກ 3 ຄົນ ຂອງກຸ່ມຕໍ່ຕ້ານທະຫານມຽນມ ຖືກເຈົ້າໜ້າທີ່ໄທ ກັກຕົວໄວ້ ເມື່ອໄວໆມານີ້ ແລະສົ່ງຕົວມອບໃຫ້ລັດຖະບານມຽນ​ມາ.

ທ້າວໂກ ທີ​ຮາ (Ko Thiha), ໂກ ເທັດ​ນໍ ວິນ (Ko Htet Nay Win) ແລະໂກ ຊໍ ພຽວ​ ເລ (Ko Saw Phyo Lay), ສະມາຊິກ ສາມຄົນຂອງກອງທະ​ຫານ​ກ້າ​ຕາຍ ບັນຊາການກອງພັນໃຫຍ່ ຂອງມຽນມາ ໄດ້ຖືກຈັບໃນວັນທີ 1 ເມສາຜ່ານ​ມານີ້ ທີ່ເມືອງແມ່​ສອດ ຊຶ່ງ​ເປັນ​ເມືອງ​ຢູ່ຊາຍແດນຂອງໄທ ໃນຂໍ້ຫາລັກລອບເຂົ້າເມືອງຜິດກົດ ໝາຍ. ລາຍ​ງານ​ຈາກທ້ອງ​ຖິ່ນ​ກ່າວ​ວ່າ ທັງ​ສາມ​ຄົນ​ໄດ້​ເຂົ້າ​ໄປ​ຮັບ​ການ​ປິ່ນ​ປົວ​ທາງ​ການ​ແພດ ຫຼັງ​ຈາກ​ເກີດ​ການ​ປະ​ທະ​ກັນ​ທີ່​ໄດ້​ເຫັນວ່າ ​ສອງ​ຄົນ​ຖືກ​ຍິງ​ໂດຍ​ກອງ​ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ​ຂອງ​ມຽນ​ມາ.

ທ່ານ​ນາງ​ລາ​ລີ​ຕາ ຮານ​ວົງ (Lalita Hanwong), ອາຈານ ສອນ ປະຫວັດສາດເອເຊຍຕາເວັນອອກສຽງໃຕ້ ແລະສອນວິທະຍາ ສາດ ສັງຄົມຂອງມະຫາວິທະຍາໄລກະເສດສາດໃນບາງກອກ ກ່າວຕໍ່ວີໂອ ເອວ່າຄວາມສຳ ພັນທີ່ແຂງແກ່ນລະຫວ່າງທະຫານໄທ ແລະມຽນມາແມ່ນເຫດຜົນທີ່​ພາ​ໃຫ້​ມີການກະທຳເຊັ່ນ​ນັ້ນ.

​ທ່ານ​ນາງ​ກ່າວ​ວ່າ “​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງຂອງ​ນາຍົກລັດຖະມົນຕີ​ໄທ ທ່ານປ​ຣະ​ຢຸດ ຈັນ​ໂອ​ຊາ, ​ໄທ ​ແລະ ມຽນມາ ​ແມ່ນ​ມີ​ຄວາມ​ໃກ້​ຊິດ​ກັນ​ຫຼາຍ, ​ໂດຍ​ສະ​ເພາະ​ແມ່ນ​ພາຍຫຼັງ​ການ​ກໍ່​ລັດຖະປະຫານ​ຢູ່​ມຽນມາ​ໃນ​ປີ 2021, ດັ່ງ​ນັ້ນ​ມັນງ່າຍດາຍຫລາຍ​ແທ້ໆ. ກອງທັບຂອງ ທັງສອງປະ​ເທດມີ ຄວາມໃກ້ຊິດກັນຫຼາຍ ແລະໄທກໍ່ບໍ່ຢາກທຳ ລາຍສາຍສຳພັນ ກັບກອງທັບທັດ​ມາ​ດໍ,”

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG