ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາປະຕິຮູບ ແຫ່ງຊາດ ໄທ ປະຕິເສດຮ່າງ ລັດຖະທຳມະນູນ ໃໝ່


ລັດຖະສະພາຂອງ ໄທ, ທີ່ຮູ້ກັນວ່າ ສະພາປະຕິຮູບແຫ່ງຊາດ, ພາກັນຢືນ ຫຼັງຈາກພວກເຂົາເຈົ້າລົງຄະແນນສຽງ 135 ຕໍ່ 105, ພ້ອມດ້ວຍ ຜູ້ບໍ່ອອກສຽງ 7 ທ່ານ ຕໍ່ຮ່າງລັດຖະທຳມະ
ນູນໃໝ່ໃນ Bangkok, ໄທ. 6 ກັນຍາ, 2015.
ລັດຖະສະພາຂອງ ໄທ, ທີ່ຮູ້ກັນວ່າ ສະພາປະຕິຮູບແຫ່ງຊາດ, ພາກັນຢືນ ຫຼັງຈາກພວກເຂົາເຈົ້າລົງຄະແນນສຽງ 135 ຕໍ່ 105, ພ້ອມດ້ວຍ ຜູ້ບໍ່ອອກສຽງ 7 ທ່ານ ຕໍ່ຮ່າງລັດຖະທຳມະ ນູນໃໝ່ໃນ Bangkok, ໄທ. 6 ກັນຍາ, 2015.

ຫົນທາງ​ກັບ​ຄືນ​ສູ່​ປະຊາທິປະ​ໄຕຂອງ ໄທ ໄດ້ຢືນຢັນເຖິງ​ການ​ປະສົບກັບ ອຸປະ​ສັກ​ຄັ້ງ​ໃຫຍ່​ໃນ​ວັນ​ອາທິດ​ວານ​ນີ້ ​ເມື່ອ​ລັດຖະ ສະພາ​ທີ່​ໜູນ​ຫຼັງ​ໂດຍ​ທະຫານ​ໄດ້​ປະຕິ​ເສດ​ການສະ​ເໜີ​ລັດຖະ​ທຳ​ມະນູນ​ໃໝ່.

ສະພາ​ປະຕິ​ຮູບ​ແຫ່ງ​ຊາດ​ໄດ້​ປະຕິ​ເສດ​ ກົດ​ບັດ​ທີ່​ໄດ້​ຖືກ​ສະ​ເໜີ​ໂດຍ​ການ​ລົງ​ຄະ​ແນນ​ສຽງ 135 ຕໍ່ 105 ສຽງ, ພ້ອມ​ດ້ວຍ​ສະມາຊິກ​ 7 ຄົນ​ງົດ​ອອກສຽງ. ລັດຖະບານ​ທະຫານ​ຕອນ​ນີ້​ຈະ​ຕັ້ງ​ຄະນະ​ກຳມະການ​ໃໝ່​ທີ່​ຈະ​ມີ​ເວລາ 6 ​ເດືອນ​ເພື່ອ​ຂຽນ​ລັດຖະທຳ​ມະນູນ​ໃໝ່, ​ເຊິ່ງຕ້ອງ​ໄດ້​ຖືກ​ອະນຸມັດ​ໂດຍ​ລັດ​ຖະສະພາກ່ອນ​ທີ່​ຈະ​ຖືກ​ລົງ​ປະຊາ​ມະຕິ​. ນັ້ນ​ກໍ​ໝາຍ​ຄວາມ​ວ່າ ການ​ເລືອກ​ຕັ້ງ​ເ​ບິ່ງ​ຄື​ວ່າຈະ​ບໍ່​ເກີດ​ຂຶ້ນ​ຈົນ​ກວ່າໄລຍະ​ໃດ​ໜຶ່ງ​ໃນ​ປີ 2017. ລັດຖະບານ​ທະຫານ​ໄດ້​ອອກ​ຕາຕະລາງ​ເລືອກ​ຕັ້ງສຳລັບ​ທ້າຍ​ປີ 2016 ຖ້າ​ກົດ​ບັດ​ທີ່​ໄດ້​ຖືກ​ສະ​ເໜີໄປ​ນັ້ນຖືກ​ຮັບຮອງໂດຍ ສະພາ​ປະ​ຕິ​ຮູບ​ແຫ່ງ​ຊາດ.

ລັດຖະທຳ​ມະ​ນູນທີ່​ໄດ້​ຖືກ​ສະ​ເໜີ​ໄປ​ໄດ້​ຖືກ​ປະນາມ​ໂດຍທຸກໆ​ພັກ​ການ​ເມືອງ ທີ່​ກ່າວ​ວ່າ ມັນ​ຈະ​ອະນຸຍາດ​ໃຫ້​ທະຫານ​ຮັກສາ​ອຳນາດ​ຂອງ​ພວກ​ເຂົາ​ເຈົ້າ​ໄວ້​ຢ່າງ​ມີ​ປະສິດທິພາບຕໍ່​ໄປ. ​ພວກ​ເຂົາ​ເຈົ້າ​ໄດ້​ຊີ້​ບອກເຖິງ​ຂໍ້​ບັນ​ຍັດ​ທີ່ຮຽກຮ້ອງ​ໃຫ້​ມີ​ການ​ຕັ້ງ​ສະມາ​ຊິກຄະນະ​ກຳມະການ 23 ຄົນ, ປົກຄອງ​ໂດ​ຍທະຫານ, ທີ່​ຈະ​ຮັບ​ໜ້າ​ທີ່​ຄວບ​ຄຸມ​ຈາກ​ລັດ​ຖະບານ​ທີ່​ໄດ້​ຖືກ​ເລືອກ​ຕັ້ງ​ຢ່າງ​ເປັນ​ປະຊາທິປະ​ໄຕ​ໃນ​ເວລາເກີດ “ວິ​ກິດ​ການ” ຂອງ​ປະ​ເທດ.

ທະຫານ​ຂອງ ​ໄທ ​ໄດ້​ຂຶ້ນ​ກຳ​ອຳນາດ​ຕັ້ງ​ແຕ່ເດືອນ ພຶດສະພາ ປີ​ກາຍ​ນີ້ ​ເມື່ອ​ພວກ​ເຂົາ​ເຈົ້າ​ໄດ້​ຂັບ​ໄລ່​ນະ​ຍົກ​ລັດຖະມົນຕີ ຍິ່ງລັກ ຊິນນະ​ວັດ ອອກ​ຈາກ​ຕຳແໜ່​ງ ​ແລະ ​ໄດ້​ຍົກ​ເລີກ​ລັດຖະທຳ​ມະນູນ. ປະ​ເທ​ດ​ໄທ​ໄດ້​ຖືກ​ລົບ​ກວນ​ໂດຍ​ຄວາມ​ບໍ່​ສະຫງົບ​ທາງ​ດ້ານ​ການ​ເມືອງ​ຕັ້ງ​ແຕ່​ອ້າຍ​ຂອງ​ທ່ານ​ນາງ ຍິ່ງລັກ, ທ່ານ ທັກສິນ ຊິ​ນນະ​ວັດ ​ໄດ້​ເປັນ​ນາຍົກລັດ​ຖະ​ມົນຕີ ​ໃນ​ປີ 2001.

ທ່ານ ທັກສິນ​ ​ແມ່ນ​ໄດ້​ຮັບ​ຄວາມ​ນິຍົມ​ໃນ​ບັນດາ​ປະຊາຊົນ​ທີ່​ທຸກຍາກ​ຂອງ ​ໄທ, ​ແຕ່ໄດ້​ຖືກ​ລັງ​ກຽດ​ໂດຍ​ນັກ​ອະນຸ​ລັກ​ນິຍົມ, ກຸ່ມຜູ້​ສະໜັບສະໜູນ​ລະບອບ​ການ​ປົກຄອງ​ເຈົ້າ​ຊີວິດ, ​ແລະ ​ໃນ​ທີ່​ສຸດ​ກໍ​ໄດ້​ຖືກ​ຂັບ​ໄລ່​ໂດຍ​ການ​ລັດຖະປະຫານ​ທະຫານ​ໃນ​ປີ 2006. ທັງ​ສອງ​ຝ່າຍ​ໄດ້​ປ່ຽນ​ກັນ​ກຳ​ອຳນາດ​ຕັ້ງ​ແຕ່​ນັ້ນ​ມາ, ​ແລະ ​ໄດ້​ຕັ້ງ​ເວທີ​ການ​ປະທ້ວງກາງ​ຖະໜົນ​ທີ່​ໃຫຍ່​ຫຼວງ ​ເຊິ່ງບາ​ງຄັ້ງ​ໄດ້​ກາຍ​ເປັນຄວາມ​ຮຸ​ນ​ແຮງ ​ແລະ ​ເຖິງ​ແກ່​ຊີວິດ.

​ໃນ​ເມື່ອໄດ້​ຖືກ​ອະນຸມັດ​ແລ້ວ, ລັດຖະທຳ​ມະນູນ​ໃໝ່​ຈະ​ເປັນ ສະບັບ​ທີ 20 ຂອງ ​ໄທ ນັບຕັ້ງ​ແຕ່​ປະ​ເທດ​ດັ່ງກ່າວໄດ້​ກາຍ​ມາ​ເປັນ ປະຊາທິ​ໄປ​ໄຕ​ໃນ​ປີ 1932.

Thailand Constitution
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG