ຜ່ານມາ ປະເທດໄທແມ່ນໄດ້ປະເຊີນກັບການຖືກພິນິດພິຈາລະ
ນາ ແລະເພັ່ງເລັງຫລາຍຂຶ້ນນັບມື້ ວ່າເປັນສູນກາງການຄ້າມະ
ນຸດ ແລະແຮງງານຂ້າທາດ. ບາງບໍລິສັດທຸລະກິດຂອງໄທກຳລັງ
ພະຍາຍາມປັບປຸງ ສະພາບການໃນທີ່ທຳງານຂອງຕົນໃຫ້ດີຂຶ້ນ
ໂດຍສະເພາະສຳຫລັບພວກຄົນງານຕ່າງດ້າວ ຈຳນວນຫລາຍ
ລ້ານຄົນ ຈາກປະເທດເພື່ອນບ້ານໃກ້ຄຽງ. Steve Herman
ຜູ້ສື່ຂ່າວວີໂອເອ ທີ່ບາງກອກ ໄປສັງເກດການເບິ່ງການລິເລີ້ມ
ອັນນຶ່ງ ສຳຫລັບພວກລູກເຕົ້າຂອງແຮງງານຕ່າງດ້າວຢູ່ບ່ອນ
ກໍ່ສ້າງແຫ່ງນຶ່ງແລະສົ່ງລາຍງານນີ້ມາ ຊື່ງໄຊຈະເລີນສຸກຈະນຳ
ມາສະເໜີທ່ານ.
ເດັກຍິງ ນານ ກຸ້ງ ອາຍຸ 7 ປີ ຈາກເມືອງພະຕະບອງ ປະເທດກຳປູເຈຍ ຝັນວ່າ ມື້ນຶ່ງນາງຈະ
ໄດ້ເປັນຜູ້ຈັດການຮ້ານຄ້າ ຢູ່ໃນສູນກາງຄ້າແຫ່ງນຶ່ງ. ແຕ່ວ່າກວ່າຈະໄປຮອດຂັ້ນນັ້ນໄດ້
ນາງກໍຈະຕ້ອງການການສຶກສາ ຢ່າງນ້ອຍກໍໃນຂັ້ນພື້ນຖານ.
ຢູ່ຫ້ອງຮຽນທີ່ຈັດຂຶ້ນມາແບບສຸກເສີນ ຢູ່ບ່ອນກໍ່ສ້າງແຫ່ງນຶ່ງໃນບາງກອກ ເດັກຍິງນານ
ບອກຜູ້ຄົນທີ່ໄປເບິ່ງວ່າ ນາງມັກທາສີ ມັກຮຽນຕົວອັກສອນ ແລະ ຫັດລ້າງມືຂອງນາງ.
ຖັດຈາກຫ້ອງຮຽນທີ່ເປີດກ້ວາງນັ້ນ ພວກຄົນງານຫລາຍຮ້ອຍຄົນກຳລັງ ກໍ່ສ້າງເຮືອນ
ຫລູຫລາ 319 ຫລັງ.
ຍ້ອນອັດຕາການຫ່ວາງງານທີ່ຕ່ຳຫລາຍໃນປະເທດໄທນັ້ນ ພວກບໍລິສັດກໍ່ສ້າງ ແລະຮັບ
ເໝົາທັງຫລາຍ ຕ້ອງໄດ້ກາງຕໍ່ນຳແຮງງານຕ່າງດ້າວ ຊຶ່ງບາງຄົນກໍຢືນຢັດວ່າ ຕ້ອງເອົາ
ເມຍມານຳ ແລະເມຍຂອງເຂົາເຈົ້າກໍຖືກໃຊ້ງານ ຄືກັນ.
ທ່ານເຊດຖາ ທະວີສິນ ປະທານບໍລິສັດພັດທະນາທີ່ດິນ ສັນສິຣິ ກ່າວວ່າ:
“ມັນເປັນເລື້ອງທຳມະດາຫລາຍ ຢູ່ບ່ອນກໍ່ສ້າງຫລາຍໆແຫ່ງ ທີ່ພວກເຮົາຈະເຫັນເດັກນ້ອຍຫລາຍໆຄົນ ແລ່ນຫລີ້ນອ້ອມໄປອ້ອມມາ ແລະ ບໍ່ເຫັນຫຍັງທີ່ມີໝາກ
ຜົນເລີຍ. ບາງເທື່ອກໍຮ້າຍກ່ວານັ້ນຊ້ຳ. ບາງເທື່ອ ກໍມີການໃຊ້ແຮງງານເດັກ ໃຫ້
ເຮັດວຽກກໍ່ສ້າງ ແລະວຽກອື່ນຄ້າຍຄືກັນຫັ້ນ.”
ກ່ອນນີ້ ບໍລິສັດ ສັນສິຣິ ກໍຄືກັບບໍລິສັດກໍ່ສ້າງອື່ນໆ ຫລາຍໆບໍລິສັດຢູ່ໃນໂລກພວມພັດ
ທະນາ ຄືບໍ່ເອົາຫົວຊາກັບພວກເດັກນ້ອຍຢູ່ບ່ອນກໍ່ສ້າງ.
ທ່ານ ເຊດຖາ ທະວີສິນ ປະທານບໍລິສັດ ກ່າວວ່າ ບັດນີ້ພວກບໍລິສັດຮັບເໝົາຂອງສັນ
ສິຣິທັງໝົດ ຕ້ອງໄດ້ເຊັນສັນຍາ ຍອມຮັບຮູ້ວ່າສັນຍາຂອງເຂົາເຈົ້າ ຈະຖືກລົບລ້າງ
ທັນທີ ຖ້າຫາກມີການພົບເຫັນວ່າ ເຂົາເຈົ້າໃຊ້ແຮງງານເດັກ ອາຍຸຕໍ່າກ່ວາ 15 ປີ. ທ່ານ
ເຊດຖາ ທະວີສິນ ກ່າວວ່າ:
“ພວກເຮົາຈຳເປັນຕ້ອງສາມາດສິດສອນ ໃຫ້ພະນັກງານຂອງເຮົາເຂົ້າໃຈວ່າ
ນອກຈາກປຸກເຮືອນປຸກຄອນໂດ ແລະມອບສົ່ງເຮືອນໃຫ້ລູກຄ້າແລ້ວ ມັນແມ່ນ
ໜ້າທີ່ຂອງພວກເຮົາ ໃນຖານະເປັນພົນລະເມືອງຂອງປະເທດໄທ ທີ່ຈະຕ້ອງ
ມອບຄືນໃຫ້ສັງຄົມ ແລະນີ້ກໍແມ່ນເປົ້າໝາຍສະເພາະອັນນຶ່ງ ທີ່ພວກເຮົາເຊື່ອຖື.”
ໃນຖານະເປັນພາກສ່ວນນຶ່ງຂອງການລິເລີ້ມປ່ຽນແປງທາງສັງຄົມຂອງຕົນນັ້ນ ບໍລິສັດ
ສັນສິຣິຍັງຈັດຫາ ບ່ອນຢູ່ບ່ອນຫລິ້ນທີ່ປອດໄພ ໃຫ້ແກ່ພວກເດັກນ້ອຍ ຢູ່ບ່ອນກໍ່ສ້າງ
ແຕ່ລະບ່ອນ ໃນການຮ່ວມມືກັບພວກບໍລິສັດຮັບເໝົາ ແລະ UNICEF ກໍຄືອົງການແມ່
ແລະເດັກຂອງສະຫະປະຊາຊາດ.
ທ່ານນາງ Victoria Juat ຫົວໜ້າຫ້ອງການປົກປ້ອງເດັກ ຂອງອົງການ UNICEF
ປະຈຳປະເທດໄທ ເວົ້າວ່າ:
“ການມີສະຖານທີ່ແບບນີ້ ເຮັດໃຫ້ພວກຄົນງານມີປະສິດທິຜົນຫລາຍຂຶ້ນ ໃນ
ການເຮັດວຽກຂອງ ເຂົາເຈົ້າ ແລະເຂົາເຈົ້າກໍຫາຍຫ່ວງໃນຂະນະທີ່ເຂົາເຈົ້າ
ເຮັດວຽກ ເພາະເຂົາເຈົ້າຮູ້ວ່າ ລູກເຕົ້າຂອງເຂົາເຈົ້າປອດໄພ ແລະຢູຫ່າງໄກອັນຕະລາຍ.”
ນາງ ນີ ກຸ້ງ ແມ່ຂອງເດັກຍິງ ນານ ກໍໂລ່ງໃຈ. ນາງ ນີ ເວົ້າວ່າ:
“ກ່ອນໜ້າມີສູນກາງແຫ່ງນີ້ ຂ້ອຍເຄີຍເອົາລູກໄປນຳ ໄປທຸກບ່ອນທີ່ພວກເຮົາ
ໄປເຮັດວຽກກໍ່ສ້າງ ແຕ່ດຽວນີ້ຂ້ອຍດີໃຈຫລາຍແທ້ໆ ທີ່ລູກຂອງຂ້ອຍສາມາດ
ຢູ່ທີ່ນີ້ໄດ້ ເພາະວ່າມັນປອດໄພ.”
ຄົນງານກໍ່ສ້າງອີກຄົນນຶ່ງ ນາງ Ma Moe ຈາກປະເທດມຽນມາ ຮຽນຈົບປະລິນຍາຕີ ວິຊາ
ປະຫວັດສາດ. ນາງກ່າວວ່າ ເຖິງແມ່ນຈະມີການສຶກສາສູງແບບນັ້ນກໍຕາມ ແຕ່ວິທີທີ່ດີທີ່
ສຸດທີ່ນາງຈະສາມາດຫາເງິນມາລ້ຽງດູລູກຊາຍຄົນດຽວຂອງນາງໄດ້ ກໍຄືມາຊອກເຮັດວຽກ
ກໍ່ສ້າງບ້ານເຮືອນແລະໂຮງການ ຢູ່ໃນໄທ ທັງໂຕນາງເອງແລະສາມີ.
ນາງ Ma Moe ເວົ້າວ່າ: “ຢູ່ບ່ອນກໍ່ສ້າງແຫ່ງອື່ນໆ ທີ່ພວກຂ້ອຍເຄີຍເຮັດວຽກ
ມາກ່ອນ ໂດຍໄດ້ຮັບຄ່າຈ້າງເປັນລາຍວັນນັ້ນ ພວກເຮົາບໍ່ສາມາດທີ່ຈະສົ່ງ
ລູກຊາຍຂອງເຮົາໄປຮຽນໜັງສືໄດ້. ລາວເປັນເດັກສະຫລາດ. ລາວຈື່ທຸກຢ່າງ
ທີ່ໄດ້ຮຽນຜູ່ນີ່. ຂ້ອຍກໍເລີຍດີໃຈຫລາຍ ທີ່ລາວໄດ້ມີໂອກາດຮຽນໜັງສືແບບນີ້
ຢູ່ບ່ອນນີ່.”
ເຖິງຢ່າງໃດກໍຕາມ ການສຶກສາຂອງທ້າວນ້ອຍ Sun Linn Htet ລູກນາງ Ma Moe ນັ້ນ
ເຖິງແມ່ນຈະເປັນການຮຽນນອກລະບົບກໍຕາມ ກໍຄົງຈະຕ້ອງໄດ້ຢຸດສະງັກລົງ ເວລາພໍ່ແມ່
ຂອງລາວຍ້າຍໄປເຮັດວຽກ ຢູ່ບ່ອນກໍ່ສ້າງແຫ່ງຕໍ່ໄປ ຊຶ່ງກໍຄົງຈະບໍ່ມີບ່ອນໃຫ້ເດັດນ້ອຍຮຽນ
ຫລືຫລິ້ນຢ່າງປອດໄພ ຄືກັນກັບຢູ່ບ່ອນນີ່.