ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ພ້ອມ​ທີ່ຈະ ເຈລະຈາ ກັບກຸ່ມກະບົດ ມຸສລິມ ພາກໃຕ້


ທະຫານໄທຄົນນຶ່ງ ຂະນະປະຕິບັດງານຮັກສາຄວາມປອດໄພ ຢູ່ເຂດຊາຍແດນໄທ ທີ່ຕິດກັບມາເລເຊຍ
ທະຫານໄທຄົນນຶ່ງ ຂະນະປະຕິບັດງານຮັກສາຄວາມປອດໄພ ຢູ່ເຂດຊາຍແດນໄທ ທີ່ຕິດກັບມາເລເຊຍ
ເຈົ້າໜ້າ​ທີ່​ໄທ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າພ້ອມແລ້ວ​ ທີ່ຈະຮື້​ຟື້ນການ​
ເຈລະ​ຈາ ກັບ​ກຸ່ມກະບົດ​ຊາວ​ມຸສລິ​ມອີກ. ການ​ເຈລະຈາ​ຕໍ່​ຮອງ​
ກັນ​ດັ່ງກ່າວ ຊຶ່ງ​ຄາດ​ວ່າ​ຈະ​ມີ​ຂຶ້ນ ຢູ່​ທີ່​ປະ​ເທດ​ມາ​ເລ​ເຊຍເດືອນ
​ນີ້ ປະກົດ​ວ່າ​ມີ​ຮ່ອງຮອຍ​ ແຫ່ງ​ຄວາມ​ກ້າວໜ້າ​ຂຶ້ນມາ​ແດ່ ເທົ່າ​
ເຖິງ​ປັດຈຸບັນ​ນີ້. ແຕ່​ບັນດາ​ນັກວິ​ເຄາະ​ເວົ້າ​ວ່າໂອກາດ​ທີ່​ຈະ​ມີ​
ການ​ເຈ​ລະ​ຈາ​ກັນ​ຮອບນີ້ ​ແມ່ນ​ເປັນ​ຂີດ​ໝາຍຂອງ​ເວທີໃໝ່​ໃນ
​ການ​ກໍ່​ກະບົດ. Ron Corben ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານເລຶ່ອງ
ນີ້ມາ​ຈາກ​ບາງກອກ ຊຶ່ງ​ທອງ​ປານ ຈະ​ນໍ​າມາສະ​ເໜີ​ທ່ານ​ໃນ​ອັນ​
ດັບ​ຕໍ່​ໄປ.


ໃນ​ອາທິດ​ຜ່ານ​ມາ​ນີ້ ສະພາ​ຄວາມ​ໝັ້ນຄົງ​ຂອງ​ໄທ ​ໄດ້​ຮຽກຮ້ອງ ​ໃຫ້ເປີດ​ການ​ເຈລະຈາ​ ກັນ​ຮອບ​ໃໝ່ຂຶ້ນ ​ເພື່ອ​ຕິດຕາມ​ເບິ່ງ​ຜົນ​ການ​ເຈລະ​ຈາ​ຕໍ່​ຮອງ​ກັນ​ບັ້ນຕ່າງໆ​ທີ່​ໄດ້​ເລີ່​ມຕົ້ນ​ໃນ​ເດືອນ​ກຸມພາ​ຜ່ານ​ມາ ທີ່​ແນ​ເປົ້າໝາຍ​ເພື່ອ​ປູ​ພື້ນຖານ ໄປສູ່​ການ​ໂອ້​ລົມ​ສົນທະນາ​ກັນ.

ການ​ເຈລະຈາ​ກັນ​ດັ່ງກ່າວ ​ແມ່ນ​ໄດ້​ແນ​ເປົ້າໝາຍ​ໃສ່​ການ​ແກ້​ໄຂ​ບັນຫາ​ການກໍ່​ກະບົດ​ມາ​ເປັນ​ເວລາ​ໄດ້​ເກືອບ 10 ປີ ​ໃນ​ບັນດາ​ຈັງຫວັດ​ພາກ​ໃຕ້​ ທີ່​ມີ​ຊາວ​ມຸສລິ​ມອາ​ໄສ​ຢູ່​ເປັນ​ສ່ວນ​ໃຫຍ່​ຂອງ​ໄທ ຊຶ່ງມີ​ຊາຍ​ແດນ​ຕິດ​ກັບ​ມາ​ເລ​ເຊຍນັ້ນ. ​ກໍລະນີ​ຂໍ້​ຂັດ​ແຍ້​ງກັນ​ນີ້ ຍັງ​ຜົນໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ຫຼາຍ​ກວ່າ 5,500 ຄົນ ​ແລະ​ບາດ​ເຈັບ​ອີກ​ຈຳນວນ​ນຶ່ງ.

ທ່ານ ສຸ​ໄນ ຜາ​ສຸກ ນັກວິ​ເຄາະ​ປະ​ຈໍາ​ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ Human Rights Watch ທີ່​ມີ​ສໍານັກງານ​ຢູ່​ນີວຢ໊ອກ ​ເວົ້າ​ວ່າ ເຖິງ​ແມ່ນ​ໃນ​ຂະນະ​ທີ່​ມີ​ການ​ເຈ​ລະ​ຈາ​ສັນຕິ ພາບກັນ​ດໍ​າ​ເນີນ​ໄປຢູ່​ກໍ​ຕາມ ​ແຕ່​ເຫດການ​ຄວາມ​ຮຸນ​ແຮງ​ຍັງ​ເກີດ​ຂຶ້ນຢູ່​ຢ່າງ​ບໍ່​ລົດ​ລະ.

ທ່ານ ສຸ​ໄນ ​ເວົ້າ​ວ່າ: “ມັນ​ຈະ​ກັບ​ຄືນ​ໄປ​ສູ່​ຈຸ​ດທີ່​ວ່າ ​ເຫດການ​ຄວາມ​ຮຸນແຮງ​ປະ​ຈໍາ​ວັນ​ຈະ​ເກີດ​ຂຶ້ນ​ຢູ່​ເລື້​ອຍໆ​ຕໍ່​ໄປ ​ໂດຍ​ບໍ່​ກ່ຽວ​ກັບ​ເລຶ່ອງການ​ເຈລະຈາ​ກັນ​ແຕ່​ຢ່າງ​ໃດ. ການ​ໂຈມ​ຕີ​ປະ​ຈໍາ​ວັນ​ທີ່​ຍັງ​ດໍາ​ເນີນ​ໄປ ​ແລະ​ພໍ​ຫຼັງ​ຈາກ ພວກ​ກະບົດ​ໂຈມ​ຕີ​ແລ້ວ ຝ່າຍ​ລັດຖະບານ​ກໍ​ຈະ​ທໍາ​ການ​ປະຕິບັດ​ການໂຈມ​ຕີ ​ທີ່​ໝັ້ນ​ຕ່າງໆ​ຂອງ​ກຸ່ມ​ກະບົດ ​ແລະ​ຫລັງ​ຈາກ​ນັ້ນ ພວກ​ກະບົດ​ກໍ​ຈະ​ທຳ​ການໂຈມ​ຕີແກ້ແຄ້ນ​ກັນ​ໄປ​ກັນ​ມາ​ບໍ່​ແລ້ວ​ເປັນ​ຈັກ​ເທື່ອ. ສະ​ນັ້ນມັນ​ເປັນ​ການ​ກໍ່ ຄວາມຮຸນ​ແຮງ​ແບບ​ຫຼິ້ນ​ກິລາ​ປິງປ່ອງ​ກັນ​ຫຼາຍ​ກວ່າຊຶ່ງ​ມັນ​ເປັນ​ກິລາ​ປິງປ່ອງ ທີ່ຕ້ອງ​ສູນ​ເສຍ​ຊີວິດ​.”

​ເຫດຜົນ​ຂອງ​ການ​ເຈ​ລະ​ຈາ​ກັນ ​ແມ່ນ​ເກີດ​ຂຶ້ນຈາກ​ການ​ຕິດ​ຕໍ່​ກັນ​ລະຫວ່າງ ອະດີດ​ນາ ຍົກລັດຖະມົນ​ຕີ​ໄທ ທ່ານ ທັກສິນ ຊິນນະ​ວັດ ​ແລະ​ທ່ານ Najib Razak ຜູ້​ນໍາ​ມາ​ເລ​ເຊຍ ​ເ​ມື່ອ​ປີຜ່າ​ນາ. ທ່ານ​ທັກສິນ ​ເປັນ​ອ້າຍ​ຂອງ​ທ່ານ ນາງ​ຢິ່ງລັກ ຊິນນະ​ວັດ ນາຍົກ ລັດຖະມົນຕີ​ໄທ ​ແລະ​ທ່ານ​ຍັງ​ຄົງເປັນ​ຜູ້​ມີ ອິດທິພົນ​ຢູ່​ໃນ​ວົງ​ການ​ລັດຖະບານ​ຊຸດ​ປັດຈຸ ບັນ ​ທັງໆ​ທີ່​ທ່ານ​ທັກສິນ​ເອງ​ຍັງ​ລີ້​ໄພ​ຢູ່​ໃນ​ຕ່າງປະ​ເທດ ​ເພື່ອ​ຫຼີກ​ລ່ຽງການ​ດໍາ​ເນີນ​ຄະດີ​ໃນ​ຂໍ້​ຫາ​ການ​ສໍ້​ລາດ​ບັງ​ຫຼວງ ຢູ່​ກໍຕາມ.

ທ່ານ Matthew Wheeler ນັກວິ​ເຄາະ​ປະ​ຈໍາ​ກຸ່ມ​ວິ​ກິດ​ການ​ລະຫວ່າ​ງຊາດ ຫຼື ICG ​ເວົ້າ​ວ່າ ​ໃນ​ຂະນະ​ທີ່​ນັກ​ສັງ​ເກດ​ການ​ບາງ​ຄົນ​ຍັງ​ມີ​ຄວາມ​ສົງໄສ ກ່ຽວ​ກັບຂັ້ນ​ຕອນ​ການ​ໂອ້​ລົມ​ສົນທະນາ​ກັນ​ຢູ່​ນັ້ນ ​ແຕ່ມັນ​ໝາຍ​ຄວາມ​ວ່າ​ເປັນ ການ​ກ້າວ​ເຂົ້າສູ່ຂັ້ນຕອນ​ໃໝ່ ຂອງ​ການ​ຂັດ​ແຍ້​ງ ທີ່​ທ່ານຂໍ​ໃຊ້​ຄໍາວ່າ “ການ​ກໍ່​ກະບົດ​ທີ່​ມີ​ປະສິດທິພາບ​ທີ່​ສຸດ​ໃນ​ປະ ຫວັດສາດ​ໄທ.”

ທ່ານ Wheeler ​ເວົ້າ​ວ່າ “ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ ແມ່ນ​ປ່ຽນແປງ​ໄປ​ຢ່າງ​ຊັດເຈນ ​ແລະ​ ສ່ວນ​ປະກ​ອບທີ່​​ເຫັນ​ໄດ້​ແຈ້ງນັ້ນ​ ​ກໍ​ຄືການ​ເຈລະຈາ​ກັນ. ຊຶ່ງ​ເປັນ​ການ​ເຈ​ລະ​ຈາ​ ທີ່​ຍັງ​ມີ​ຂໍ້​ລະ​ແວງ​ສົງໄສ​ຫຼາຍ​ຢູ່ ​ແລະ​ບາງ​ຢ່າງ​ ທີ່​ຖືກພິສູດ​ໃຫ້​ເຫັນ​ນັ້ນ ບາງ​ປະ​ເດັນ​ ກໍ​ຖືກ​ຊີ້​ນໍາ​ໄປ​ໃນ​ທາງ​ຜິດ​. ຄໍາ​ຕໍາ​ໜິຕິ​ຕຽນ​ບາງ​ປ​ະການ​ກໍ​ມີ​ເນື້ອ​ໄນທາງການ​ເມືອງ ທີ່​ອິງ​ໃສ່​ບົນ​ຖື້ນຖານ​ແຫ່ງ​ຄວາມ​ຈິງ​ທີ່​ວ່າ ທ່ານ​ທັກສິນ ​ເປັນ​ຜູ້ທີ່ຈະ​ເຮັດ​ໃຫ້​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ທ່ານ Najib ນາ ຍົກລັດຖະມົນຕີມາ​ເລ ເຊຍທີ່​ຈະ​ເຮັດ​ໃຫ້ການ​ເຈລະຈາ​ກັນ​ເລີ່​ມຂຶ້ນ​ໄດ້. ບັນດາ​ເຈົ້າໜ້າ​ທີ່ໄທຕັ້ງ​ໃຈ​ທີ່​ຈະ​ຮັກສາ​ຂັ້ນ​ຕອນ​ການ​ເຈລະຈາ​ກັນ​ນີ້ໃຫ້ດໍາ​ເນີນ​ໄປ.”

ການ​ໂຈມ​ຕີ​ກັນ​ແທບ​ວ່າ​ເກືອບ​ທຸກໆ​ມື້​ ຢູ່​ໃນ​ພາກ​ໃຕ້​ຂອງ​ໄທ​ບໍ່​ຄ່ອຍ​ຈະເປັນ ​ເລຶ່ອງພາດ​ຫົວ​ຂ່າວ​ໃນ​ລະດັບ​ໂລກ. ຄື​ເມື່ອ​ວັນ​ອັງຄານແລ້ວນີ້ ສະມາ​ຊິກ​ອາ​ວຸ​ໂສ​ສາມ​ຄົນ ​ປະ​ຈໍາ​ ທີ​ມກູ້​ລະ​ເບີດ​ຂອງຕໍາຫຼວ​ດ​ໄທ ຖືກ​ຂ້າ​ຕາຍ ​ໃນ​ຂະນະ​ກວດ​ສອບ​ເບິ່ງ​ກັບ​ລະ​ເບີດ​ ເວລາ​ລະ​ເບີດອີກ​ລູກ​ນຶ່ງ ​ທີ່​ລັກ​ຫ້າງ​ໄວ້​ນັ້ນ ໄດ້ແຕກຂຶ້ນ.

ບັນດາ​ນັກວິ​ເຄາະ ປະ​ຈໍາ​ກຸ່ມ​ວິ​ກິດ​ການ​ລະຫວ່າງ​ຊາດ ICG ​ເວົ້າ​ວ່າ ການ​ໂຈມ​ຕີ​ດ້ວຍ​ລະ​ເບີດແຄມ​ທາງ​ໂດຍ​ສະ​ເລ່ຍ​ແລ້ວມີ 24 ຄັ້ງ​ໃນ​ແຕ່ລະ​ເດືອນ ​ໃນ​ໄລຍະ 6 ​ເດືອນ​ທໍາ​ອິດ ​ຂອງ​ປີ 2013​. ທ່ານ Wheeler ປະ​ຈໍາອົງ ການ ICG ​ເວົ້າ​ວ່າ ກຸ່ມ​ກໍ່​ກະບົດ​ໄດ້​ປ່ຽນ​ຍຸດທະວິທີໃໝ່ ນັບ​ຕັ້ງ​ແຕ່​ລັດຖະບານໄທໄດ້​ເປີດ​ການ​ໂອ້​ລົມ​ສົນ​ທະນາ​ຂຶ້ນມາ​ໃນ​ປີ​ນີ້​.

ທ່ານ Wheeler ​ເວົ້າ​ວ່າ: “ມີ​ການ​ປ່ຽນ​ແປງ​​ໄປ​ໃສ່ເປົ້າໝາຍ​ທາງທະຫານ ​ແລະ​ໂດຍ​ສະ​ເພາະ ທໍາ​ການ​ການ​ດັກໂຈມ​ຕີ​ພວກ​ທະຫານ​ລາດຕະ​ເວນ ​ໂດຍການໃຊ້ລະ​ເບີດ IEDS ຫຼື​ລະ​ເບີດແຄມ​ທາງທີ່​ເຮັດ​ຂຶ້ນ​ເອງເພື່ອແນ ເປົ້າໝາຍໃສ່ ລົດ ແລະຫຼັງຈາກນັ້ນ ກໍລະດົມຍິງດ້ວຍອາວຸດນ້ອຍ. ພຶດຕິການນີ້ອາດ ເປັນ ຄວາມພະຍາຍາມໃນພາກສ່ວນຂອງພວກເຂົາເຈົ້າເພື່ອ ຍົກລະດັບຄວາມຖືກ ຕ້ອງຊອບທໍາຂອງ​ເຂົາ​ເຈົ້າຂຶ້ນຕື່ມ ທີ່ວ່າໃນຕອນນີ້ ພວກເຂົາເຈົ້າຢູ່ໂຕະເຈລະ ຈາແລ້ວ ແລະພ້ອມກັບມີການກວດສອບ ຄວາມເປັນຈິງຈາກນານາຊາດຫຼາຍ ຂຶ້ນ.”

BRN ຫຼື​ກຸ່ມ​ແບ່ງ​ແຍກ​ດິນ​ແດນ ຊຶ່ງເປັນກຸ່ມຕົວແທນ ຂອງພວກກະບົດ ໄດ້ທວງໃຫ້ ຖອນທະຫານ ​ໃຫ້ປ່ອຍຕົວພວກນັກໂທດກະບົດ ແລະ​ໃຫ້ມີການ ປະກອບສ່ວນຂອງ ກຸ່ມພາຍນອກ ໃນການເຈລະຈາສັນຕິພາບ ​ໂຮມທັງອົງ ການ ແຫ່ງການຮ່ວມມືອີສລາມ ຫຼື OIC ແລະສະມາຄົມອາຊ່ຽນ (ASEAN). ອົງການ OIC ໄດ້ຕໍາໜິຕິຕຽນເຈົ້າໜ້າທີ່ ໄທ ຍ້ອນມີຄວາມ ກ້າວໜ້າທີ່ຊັກຊ້າຫຼາຍ ໃນການແກ້ໄຂບັນຫາຂັດແຍ້ງກັນນີ້.

ທ່ານ Panitan Wattanayagorn ເປັນນັກ​ລັດຖະສາດຈາກມະຫາວິທະຍາໄລຈຸລາ ລົງກອນ ເວົ້າວ່າ ການເຈລະຈາກັນນີ້ ເວົ້າແທ້ໆ ແລ້ວແມ່ນ ເລຶ່ອງຖ່ວງເວລາຫຼາຍກວ່າ ແທນທີ່ຈະຍື່ນຂໍ້ສະເໜີທີ່ເດັດຂາດຢ່າງໃດຢ່າງນຶ່ງ ເຊັ່ນໃຫ້ມີການປົກຄອງຕົນເອງ ໃນ ຂົງເຂດຫຼາຍຂຶ້ນກວ່າເກົ່າ.

ທ່ານ ປານິທານ ເວົ້າວ່າ: “ມັນເຖິງເວລາແລ້ວ ທີ່ຈະເວົ້າກັນເລຶ່ອງຂໍ້ສະເໜີ ທີ່​ແທ້ ຈິງ ຂອງການປົກຄອງຊຸດໃໝ່ໃນພາກໃຕ້ຂອງໄທ. ຄືມັນມີຂໍ້ສະເໜີ ຫຼາຍໆ ຢ່າງພ້ອມຢູ່ແລ້ວ ກ່ຽວກັບວິທີການກະຈາຍອໍານາດ ຈາກອໍານາດ ສູນກາງ. ແລະຈະບໍ່ມີຍຸທະວິທີ​ໃດທີ່ຈະເອົາຊະນະທີ່ແທ້ຈິງທາງພາກພື້ນ ດິນໄດ້ ສໍາ ລັບກອງທັບ. ແທ້ໆແລ້ວກອງທັບຕ້ອງເບິ່ງໃຫ້ເລິກ ຫຼື​ໃນ​ວົງ​ກວ້າງໄປກວ່ານັ້ນ ຂອງ​ຍຸ​ທະວິ​ທີ​ຂອງ​ຕົນ ​ແລະໃຫ້ມີ​ຂໍ້​ສະ​ເໜີແນວ​ນຶ່ງ ທີ່​ດີກ​ວ່າ​ນັ້ນ.”

​ແນວ​ໃດ​ກໍ​ດີ ບັນດາ​ນັກວິ​ເຄາະ​ເວົ້າ​ວ່າ “ຕ້ອງ​ຈັດ​ໃຫ້​ມີ​ການ​ບໍລິ​ຫານ​ປົກຄອງ ພິ​ເສດ​ຢ່າງ​ນຶ່ງຂຶ້ນມາ” ທີ່​ອາດ​ເປັນ​ໂອກາດ​ອັນ​ດີ​ທີ່​ສຸດ ​ເພື່ອ​ຈະນໍາ​ມາ​ຊຶ່ງ​ການ​ແກ້ໄຂຕົກລົງ​ກັນ​ໄດ້. ​ແຕ່ກອງທັບ​ໄທ​ຍັງ​ມີ​ຄວາມຢ້ານ​ກົວ​ທີ່​ສຸດ ກ່ຽວກັບ​ການສູນ​ເສຍ​ອະທິປະ​ໄຕ​ໃດໆ​ກໍ​ຕາມຂອງ​ຕົນໄປ.
XS
SM
MD
LG