ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມກ້າວໜ້າ ໃນການຊອກຫາ ຜູ້ຍິງໄທ ທີ່ຫາຍສາບສູນ


ຮູບທີ່ຖ່າຍ 1984 ໂດຍຊາວອາເມຣິກັນ ທ່ານ Charles Robert Jenkins ແລະລູກຂອງລາວ ຢູ່ຫາດຊາຍແຫ່ງນຶ່ງ. ຄອບຄົວນາງ ອາໂນຊາ ເວົ້າວ່າລາວຢູ່ທາງຫລັງຂອງຮູບນີ້.
ຮູບທີ່ຖ່າຍ 1984 ໂດຍຊາວອາເມຣິກັນ ທ່ານ Charles Robert Jenkins ແລະລູກຂອງລາວ ຢູ່ຫາດຊາຍແຫ່ງນຶ່ງ. ຄອບຄົວນາງ ອາໂນຊາ ເວົ້າວ່າລາວຢູ່ທາງຫລັງຂອງຮູບນີ້.
ພວກເຈົ້າໜ້າທີ່ຈາກຄະນະກໍາມາທິການດ້ານສິດທິມະນຸດຂອງ
ອົງການສະຫະປະຊາຊາດ ໄດ້ພົບກັບສະມາຊິກຄອບຄົວ ຂອງ
ຜູ້ຍິງໄທຄົນນຶ່ງທີ່ຫາຍສາບສູນ ນັບແຕ່ຖືກລັກພາຕົວໄປຕາມທີ່
ມີການກ່າວຫາ ໂດຍນັກສືບເກົາຫລີເໜືອ ຢູ່ມາເກົາໃນປີ 1978.
Steve Herman ຜູ້ສື່ຂ່າວວີໂອທີ່ບາງກອກ ລາຍງານວ່າ ເຖິງ
ແມ່ນເວລາໄດ້ຜ່ານພົ້ນໄປດົນນານແລ້ວກໍຕາມ ແຕ່ຄອບຄົວຂອງ
ນາງກໍຍັງມີຄວາມຫວັງວ່າ ໃນທີ່ສຸດນາງຈະສາມາດກັບຄືນມາຫາ
ບ້ານ ດັ່ງບົວສະຫວັນ ຈະນຳເອົາລາຍລະອຽດກ່ຽວກັບເລື່ອງນີ້
ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ເປັນເວລາຫລາຍປີມາແລ້ວຫລັງຈາກນາງ ອາໂນຊາ ປັນຈອຍ ໄດ້ຫາຍສາບສູນ ໃນປີ 1978 ມີຄົນສົນໃຈໜ້ອຍຫຼາຍຕໍ່ຄະດີຂອງນາງ ແມ່ນແຕ່ຢູ່ໃນໄທ ຊຶ່ງເປັນບ້ານເກີດເມືອງນອນຂອງນາງກໍຕາມ.

ແຕ່ວ່າສະພາບການດັ່ງກ່າວ ໄດ້ມີການປ່ຽນໄປ ໃນປີ 2005 ເມື່ອມີການພິມປຶ້ມຂອງທະ
ຫານສະຫະລັດຜູ້ນຶ່ງ ທີ່ໄດ້ດໍາລົງຊີວິດຢູ່ເກົາຫລີເໜືອເປັນເວລາຫລາຍສິບປີ ລຸນຫລັງທີ່
ໄດ້ໜີອອກຈາກຄ້າຍຂອງລາວ ຢູ່ຕາມເຂດປອດທະຫານ ໃນປີ 1965.

ຫລັງຈາກໄດ້ອອກຈາກເກົາຫລີເໜືອໄປ ທ່ານ Charles Robert Jenkins ອ້າງວ່າ ລາວ
ຮູ້ຈັກຜູ້ຍິງໄທຄົ້ນນັ້ນດີແລະວ່າ ນາງໄດ້ແຕ່ງ ງານສອງຄັ້ງ ກັບຄົນຕ່າງປະເທດ ຢູ່ເກົາຫລີ
ເໜືອ. ທ່ານ Jenkins ເວົ້າວ່າ ນາງອາໂນຊາ (ອາໂນຊາ) ໄດ້ຖືກລັກພາຕົວ ຈາກມາເກົາ
ບ່ອນທີ່ນາງຖືກຈ້າງໃຫ້ເປັນຄົນນວດ ເພື່ອວ່າໃຫ້ນາງສາມາດແຕ່ງງານກັບຄົນ
ຕ່າງປະເທດຄົນນຶ່ງ ຢູ່ເກົາຫລີເໜືອ ແລະສາມາດສອນພາສາໄທ ໃຫ້ແກ່ພວກນັກ
ສືບຂອງເກົາຫລີເໜືອ.

ໃນວັນພະຫັດຜ່ານມານີ້ ຢູ່ທີ່ບາງກອກ ອ້າຍຂອງນາງອາໂນຊາ, ທ່ານ Sukham Panjoy
ແລະຫລານຊາຍ ທ້າວ Banjong Panjoy ໄດ້ພົບກັບເຈົ້າໜ້າທີ່ ຈາກຄະນະກໍາມາທິ
ການຂອງອົງການສະຫະປະຊາຊາດທີ່ສອບສວນດ້ານສິດທິມະນຸດຢູ່ໃນປະເທດສາທາ
ລະນະລັດປະຊາ ທິປະໄຕປະຊາຊົນເກົາຫລີ.

ສະມາຊິກຄອບຄົວຂອງນາງອາໂນຊາ ເວົ້າວ່າ ພວກເຂົາເຈົ້າມີກໍາລັງໃຈຂຶ້ນ ຫລັງມີການ
ພົບກັນດັ່ງກ່າວ ຍ້ອນວ່າ ພວກເຈົ້າໜ້າທີ່ຂອງຄະນະກໍາມາທິການບອກເຂົາເຈົ້າວ່າ ມີ
ຫລັກຖານທີ່ເຂັ້ມແຂງສະແດງໃຫ້ເຫັນວ່າ ນາງອາໂນຊາ ຖືກລັກພາຕົວ ແລະຄະດີຂອງ
ນາງ ຈະຮວມຢູ່ໃນລາຍງານ ທີ່ຈະຖືກນໍາສະເໜີໃນເດືອນມີນາປີໜ້າ ຕໍ່ສະພາສິດທິມະ
ນຸດ ຂອງອົງການສະຫະປະຊາຊາດ.

ທ້າວ ບັນຈົງ ກ່າວຕໍ່ VOA ວ່າ ລາວ ແລະລຸງຂອງລາວ ຫວັງວ່າສະພາບອັນນີ້ ໃນທີ່ສຸດກໍ
ຈະນໍາໄປສູ່ ການໄດ້ພົບພໍ້ກັນ ອີກກັບນາງ ອາໂນຊາ.


ທ້າວບັນຈົງເວົ້າອີກວ່າ ບັນດາອົງການຈັດຕັ້ງສາກົນ ເຊັ່ນ ອົງການສະຫະປະຊາຊາດ ແລະກຸ່ມຕ່າງໆຂອງຍີ່ປຸ່ນ ທີ່ມີຄວາມເປັນຫ່ວງກ່ຽວກັບບັນຫາສິດທິມະນຸດ ໄດ້ໃຫ້ຄວາມ
ຊ່ວຍເຫລືອແກ່ຄອບຄົວຢ່າງຫລວງຫລາຍ ແລະສິ່ງເຫລົ່ານັ້ນໄດ້ໃຫ້ຄວາມຫວັງແກ່
ເຂົາເຈົ້າວ່າ ຈະໄດ້ພົບກັບນາງ ອາໂນຊາ ອີກໃນມື້ນຶ່ງ.

ພີ່ນ້ອງຂອງອາໂນຊາທີ່ຍັງມີຊີວິດຢູ່ ໃນເມື່ອກ່ອນໄດ້ສົ່ງໜັງສືຮ້ອງຮຽນ ສະບັບນຶ່ງ ໄປຫາ
ຄະນະນຳພາທີ່ກຸງພຽງຢາງ ວ່າໃຫ້ປ່ອຍນາງ ຊຶ່ງຖ້າຫາກນາງຍັງມີຊີວິດຢູ່ ກໍຈະໄດ້ 59 ປີແລ້ວ.

ນັບແຕ່ປີ 2005 ກະຊວງການຕ່າງປະເທດໄທ ໄດ້ຂໍເອົາຂໍ້ມູນກ່ຽວກັບ ນາງອາໂນຊາ ຄັ້ງ
ແລ້ວ ຄັ້ງເລົ່າ ຈາກພວກນັກການທູດເກົາຫລີເໜືອ ຢູ່ໃນກອງປະຊຸມສອງຝ່າຍຕ່າງໆ. ແຕ່ວ່າ ກຸງພຽງຢາງ ກໍໄດ້ປະຕິເສດ ຕະຫລອດມາວ່າ ຜູ້ຍິງຄົນດັ່ງກ່າວ ບໍ່ເຄີຍໄດ້ເຂົ້າໄປ
ໃນເກົາຫລີເໜືອ. ຫລານຊາຍຂອງນາງອາໂນຊາ ບໍ່ມີຄວາມພໍໃຈ ນໍາການຈັດການຂອງ ລັດຖະບານໄທກ່ຽວກັບເລື່ອງນີ້.

ທ້າວບັນຈົງເວົ້າວ່າ ລັດຖະບານໄທໄດ້ໃຫ້ຄວາມສົນໃຈໜ້ອຍຫຼາຍຕໍ່ບັນ ຫາຂອງຄອບຄົວ
ເຂົາເຈົ້າ ແລະຍັງຮູ້ສຶກບໍ່ເຊື່ອວ່າ ນາງອາໂນຊາ ຍັງຢູ່ໃນເກົາຫລີເໜືອອີກດ້ວຍ.

ເຈົ້າໜ້າທີ່ຄົນນຶ່ງຂອງກະຊວງຕ່າງປະເທດໄທບອກ VOA ວ່າ ການຫາຍສາບສູນຂອງ
ອາໂນຊາໃນປີ 1978 ຈາກມາເກົາ ໄດ້ຖືວ່າ ເປັນຄະດີຄົນຫາຍສາບສູນ ເພາະບໍ່ມີ "ຫລັກ
ຖານຈາກພາກສ່ວນທີ່ເປັນອິດສະລະ ທີ່ມີການຮ່ວມມືອັນອື່ນອີກ" -- ນອກເໜືອໄປ
ຈາກ ປຶ້ມ ຂອງທ່ານ Jenkins ແລະຜູ້ຍິງຊາວເອເຊຍຄົນນຶ່ງ ນັ່ງຢູ່ທາງຫລັງ ຂອງທ່ານ Jenkins, ພັນລະຍາຂອງທ່ານ ແລະເດັກນ້ອຍ ຢູ່ທີ່ຫາດຊາຍແຫ່ງນຶ່ງ ຊຶ່ງບໍ່ຮູ້ວ່າຢູ່ໃສ.

ສະມາຊິກຄອບຄົວຂອງນາງເວົ້າວ່າ ເຂົາເຈົ້າ ແລະໝູ່ເພື່ອນຂອງນາງ ພາກັນເຊື່ອວ່າ ຜູ້
ຍິງທີ່ຢູ່ໃນຮູບທີ່ຖ່າຍໃນປີ 1984 ທີ່ທ່ານ Jenkins ເອົາໃຫ້ເບິ່ງນັ້ນ ທີ່ຈິງແລ້ວແມ່ນນາງ ອາໂນຊາ ນັ້ນເອງ.
XS
SM
MD
LG