ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານໄທ ມີຄວາມກັງວົນ ເຖິງສະຖານະການ ຄວາມຮຸນແຮງຢູ່ໃນມຽນມາ


ກຸ່ມຕໍ່ຕ້ານການເຮັດລັດຖະປະຫານ ໄດ້ຍົກມືຂຶ້ນສາມນິ້ວ ໃນລະຫວ່າງການເດີນຂະບວນປະທ້ວງ ໃນວັນພະຫັດທີ 3 ມິຖຸນາ ປີ 2021 ໃນນະຄອນຢ່າງກຸ້ງ, ປະເທດມຽນມາ.
ກຸ່ມຕໍ່ຕ້ານການເຮັດລັດຖະປະຫານ ໄດ້ຍົກມືຂຶ້ນສາມນິ້ວ ໃນລະຫວ່າງການເດີນຂະບວນປະທ້ວງ ໃນວັນພະຫັດທີ 3 ມິຖຸນາ ປີ 2021 ໃນນະຄອນຢ່າງກຸ້ງ, ປະເທດມຽນມາ.

ໄທມີຄວາມກັງວົນເລື່ອງຄວາມຮຸນແຮງໃນຫລາຍໆເຂດຂອງມຽນມາ ແລະຕ້ອງ ການຢາກເຫັນການດໍາເນີນການຕາມຂັ້ນຕອນທີ່ຕົກລົງກັນໄວ້ ໂດຍຜູ້ນໍາເອເຊຍຕາເວັນອອກສ່ຽງໃຕ້ກັບລັດຖະບານຜະເດັດການທະຫານ ເພື່ອຊ່ວຍຢຸດຕິຄວາມວຸ້ນວາຍນັບຕັ້ງແຕ່ໄດ້ມີການເຮັດລັດຖະປະຫານເມື່ອວັນທີ 1 ກຸມພາທີ່ຜ່ານມາ ອີງຕາມຖະແຫຼງການຂອງກະຊວງການຕ່າງປະເທດໄທເມື່ອວັນອາທິດວານນີ້.

ລັດຖະບານທະຫານມຽນມາ ບໍ່ໄດ້ສະແດງຮ່ອງຮອຍໃຫ້ເຫັນ ແມ່ນແຕ່ພຽງເລັກນ້ອຍໃນການເອົາໃຈໃສ່ຕໍ່ “ຄວາມເຫັນຢ່າງເປັນເອກກະສັນ” 5 ຂໍ້ ທີ່ໄດ້ຕົກລົງ ກັນ ລະຫວ່າງສະມາຄົມປະຊາຊາດແຫ່ງເອເຊຍຕາເວັນອອກສ່ຽງໃຕ້ຫລືອາຊຽນ (ASEAN) ໃນເດືອນເມສາທີ່ຜ່ານມາ ເຊິ່ງໄດ້ຮຽກຮ້ອງໃຫ້ຢຸດຕິຄວາມຮຸນແຮງ, ເປີດການເຈລະຈາທາງດ້ານການເມືອງ ແລະການແຕ່ງຕັ້ງທູດພິເສດ ປະຈໍາພູມິພາກ.

“ເຮົາຕິດຕາມການເຄື່ອນໄຫວ ຢູ່ໃນມຽນມາຢ່າງໃກ້ຊິດ ດ້ວຍຄວາມເປັນຫ່ວງ, ໂດຍສະເພາະເຫດການຄວາມຮຸນແຮງ ໃນຫລາຍພື້ນທີ່ຂອງປະເທດ,” ທ່ານ ທານີ ແສງຣັດ ໂຄສົກກະຊວງການຕ່າງປະເທດໄທ ກ່າວໃນຖະແຫລງການ.

ທ່ານໄດ້ເນັ້ນຢໍ້າເຖິງການຮຽກຮ້ອງໃຫ້ຢຸດຕິຄວາມຮຸນແຮງ, ການປ່ອຍໂຕຜູ້ຖືກຂັງທັງຫມົດ ແລະ “ການຈັດຕັ້ງປະຕິບັດຕາມຂໍ້ຕົກລົງ 5 ຂໍ້ຢ່າງເປັນຮູບປະທໍາ” ໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້.

ພວກທະຫານມຽນມາບໍ່ສາມາດທຳການຄວບຄຸມໄດ້ ນັບຕັ້ງແຕ່ໄດ້ຢຶດອໍານາດຈາກຜູ້ນໍາທີ່ຖືກເລືອກຕັ້ງ ທ່ານນາງອອງ ຊານ ຊູ ຈີ (Aug San Suu Kyi) ທີ່ໄດ້ຄຸມຂັງຜູ້ຄົນຈໍານວນ 4,500 ຄົນນັບຕັ້ງແຕ່ເກີດການເຮັດລັດຖະປະຫານ, ກຸ່ມປົກປ້ອງສິດທິມະນຸດໄດ້ກ່າວວ່າ ມີຢ່າງນ້ອຍ 847 ຄົນໄດ້ຖືກສັງຫານ ເຊິ່ງທາງກອງທັບມຽນມາ ໄດ້ປະຕິເສດເຖິງຕົວເລກດັ່ງກ່າວ.

ອ່ານຂ່າວນີ້ເພີມເຕີມເປັນພາສາອັງກິດ

XS
SM
MD
LG