ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະບານໄທ ມີແຜນການ ຈະປັບປຸງ ໂຄງລ່າງພື້ນຖານ ທາງລົດໄຟ ຢ່າງຂະໜານໃຫຍ່


ທາງລົດໄຟສາຍໜຶ່ງ ທີ່ແມ່ກອງ ຈັງຫວັດສະມຸດສົງຄາມຂອງໄທ ແລ່ນຜ່ານກາງຕະຫລາດຜັກແຫ່ງໜຶ່ງ ຊຶ່ງພວກພໍ່ຄ້າແມ່ຄ້າຕ້ອງໄດ້ຟ້າວກູ້ ຮ້ານຂອງເຂົາເຈົ້າອອກໄປ ເວລາລົດໄຟແລ່ນຜ່ານມາ.
ທາງລົດໄຟສາຍໜຶ່ງ ທີ່ແມ່ກອງ ຈັງຫວັດສະມຸດສົງຄາມຂອງໄທ ແລ່ນຜ່ານກາງຕະຫລາດຜັກແຫ່ງໜຶ່ງ ຊຶ່ງພວກພໍ່ຄ້າແມ່ຄ້າຕ້ອງໄດ້ຟ້າວກູ້ ຮ້ານຂອງເຂົາເຈົ້າອອກໄປ ເວລາລົດໄຟແລ່ນຜ່ານມາ.

ລັດຖະບານ​ໄທ ທີ່​ສະໜັບສະໜຸນ​ໂດຍ​ທະຫານ ​ກຳລັງ​ຫາ​ທາງ
ຊຸກຍູ້​ ເສດຖະກິດ​ທີ່​ກຳລັງຊຸດໂຊມຂອງ​ປະ​ເທດ ​ດ້ວຍ​ໂຄງການ
ກໍ່ສ້າງ​ໂຄງ​ລ່າງ​ພື້ນຖານ​ ມູນ​ຄ່າຫຼາຍກວ່າ 100 ຕື້​ດອນ​ລ່າ ທີ່
​ລວມທັງການ​ຍົກ​ລະດັບ ​ຕາໜ່າງທາງ​ລົດ​ໄຟ​ທົ່ວປະເທດ ​ແລະ
ເປີດ​ການ​ເຊື່ອມ​ຕໍ່ໄປຍັງ ພາກໃຕ້ຂອງປະເທດຈີນ. ຜູ້ສື່ຂ່າວວີ
ໂອເອ Ron Corben ມີລາຍ ງານຈາກບາງກອກ ຊຶ່ງດາຣາ
ຈະນຳມາສະເໜີທ່ານ.

ລັດຖະບານໄທມີແຜນທີ່ຈະຍົກລະດັບ ລະບົບທາງລົດໄຟ
ຫຼັງຈາກທີ່ໄດ້ປ່ອຍປະລະເລີຍມາເປັນເວລາຫຼາຍປີ ຍ້ອນ
ບັນຫາດ້ານ ການເງິນ. ເປົ້າໝາຍແມ່ນ​ເພື່ອຟື້ນຟູບົດບາດຂອງໄທ ໃນເຄືອຂ່າຍທາງລົດ
ໄຟທີ່ແລ່ນຂ້າມຜ່ານເອເຊຍ ຈາກໃຕ້ຫາເໜືອ ກໍຄືຈາກ ສິງກະໂປ ຫາ ​ເມືອງ​ຄຸນໝິງ
ໃນພາກໃຕ້ຂອງປະເທດຈີນ ແລະຈາກຕາເວັນຕົກຫາຕາເວັນອອກກໍຄືຈາກ ນະຄອນ
ຢ່າງ​ກຸ້ງ ປະເທດມຽນມາ ຫາ ນະຄອນໂຫ ຈີ່ ມິນ ພາກໃຕ້ຂອງຫວຽດນາມ.

ໂຄງການໃຊ້ຈ່າຍດັ່ງກ່າວ ໄດ້ເປັນສ່ວນ​ນຶ່ງຂອງຄວາມ​ພະຍາຍາມ ຂອງລັດຖະບານ​ໄທ ເພື່ອຊຸກຍູ້ເສດຖະກິດທີ່​ໄດ້ຢຸດສະງັກລົງ ​ເກື​ອບວ່າ ບໍ່ມີການຂະຫຍາຍໂຕເລີຍ ໃນປີ
2014 ນັ້ນ. ບັນດານັກວິເຄາະ ປະເມີນການຂະຫຍາຍໂຕ ​ໃນ​ອັດ​ຕາພຽງແຕ່ 3 ເປີເຊັນ
ປາຍເທົ່ານັ້ນ ໃນປີນີ້. ເສດຖະກິດທີ່ຕົກຕ່ຳໃນປະ​ເທດ ແລະຄວາມບໍ່ແນ່ນອນຂອງ ຕະຫລາດສາກົນ ໄດ້ບ່ອນທຳລາຍການສົ່ງອອກ ຊຶ່ງເປັນ​ໂຕ​ຂັບ​ດັນດັ້ງ​ເດີມ​ຂອງເສດ
ຖະກິດໄທ ​ໃນ​ຮອບ​ຫລາຍ​ທົດ​ສະຫ​ວັດ​ຜ່ານ​ມາ.

ລັດຖະບານ​ໄທ​ກ່າວ​ວ່າ ຕົນ​ວາງ​ແຜນ​ທີ່ຈະ​ໃຊ້​ຈ່າຍ​ເງິນ​ຫລາຍ​ກ່ວາ 100 ຕື້ດອນ​ລ່າ ​
ໃນ​ໂຄງການ​ກໍ່ສ້າງ​ໂຄງ​ລ່າງ​ພື້ນຖານ ​ເປັນ​ເວລາ 7 ປີ ​ເລີ້ມ​ແຕ່​ປີ 2015 ນີ້​ເປັນ​ຕົ້ນ​ໄປ
ຊຶ່ງ​ຈະມີ​ຕັ້ງ​ແຕ່​ການ​ຍົກ​ລະດັບເສ້ນ​ທາງລົດ​ໄຟ ​ໄປ​ເຖິງ​ການ​ຄຸ້ມ​ຄອງ​ນ້ຳ.

ການ​ຂັດ​ແຍ້​ງກັນ​ທາງ​ການ​ເມືອງທີ່​ຍືດ​ເຍື້ອ​ແກ່ຍາວ​ມາ​ ໃນ​ຊຸມ​ປີ​ຫລັງໆ​ນີ້ ​ໄດ້​ສົ່ງ​ຜົນ​ໃຫ້
​ມີ​ການ​ໂຈະ​ ຫລື​ບໍ່​ກໍລະ​ເລີຍ ​ໃນການ​ໃຊ້​ຈ່າຍດ້ານ​ໂຄງ​ລ່າງ​ພື້ນຖານ​ທີ່​ສຳຄັນ​ຕ່າງໆ​.

​ແຕ່​ທ່ານ​ນາງ ຖະໜອມ​ສີ ຟົງອາຣຸນຣຸ່ງ ນັກ​ເສດຖະສາດປະຈຳ​ບໍລິ​ສັດ​ຫລັກ​ຊັບພັດ​ທຣາ
ທີ່​ບາງກອກ ກ່າວ​ວ່າ ​ເວລາ​ນີ້​ ມີ​ຄວາມ​ຈຳເປັນຫລາຍ​ສຳ​ຫລັບ​ການ​ໃຊ້​ຈ່າຍ​ຂອງ​ລັດຖະ
ບານ ​ເພື່ອ​ປັບປຸງ​ໂຄງ​ລ່າງ​ພື້ນຖານ​ທາງ​ລົດ​ໄຟ ທີ່​ຊຸດ​ໂຊມ​ນັ້ນ.

ທ່ານ​ນາງຖະໜອມ​ສີ ​ເວົ້າ​ວ່າ “ມີ​ແຕ່​ລັດຖະບານ​ເທົ່າ​ນັ້ນ ທີ່​ຈະ​ສາມາດສົ່ງ​ເສີມ​
ເສດຖະກິດ​ໄດ້ ​ໂດຍ​ການ​ລົງທຶນ​ໃສ່​ໂຄງ​ລ່າງ​ພື້ນຖານ. ນອກ​ນີ້ ພວກ​ເຮົາ​ກໍ​ມີ
ຄ່າ​ຂົນ​ສົ່ງ​ທີ່​ແພງ​ຂຶ້ນ​ອີກ​ດ້ວຍ ຊຶ່ງ​ເຮົາ​ສາມາດ​ຫລຸດ​ມັນ​ລົງ​ໄດ້ ​ໂດຍ​ການ​ນຳ​ໃຊ້​
ທາງ​ລົດ​ໄຟ ​ແທນ​ລົດ​ຂົນ​ສົ່ງ​ແລະ​ຫົນທາງ ​ແລະ​ມັນ​ກໍ​ຈະຫລຸດ​ຄ່າ​ໃຊ້​ຈ່າຍ​ໃນ
ການ​ຜະລິດ​ລົງນຳ ​ແລະ​ອີກ​ເຫດຜົນ​ໜຶ່ງ ພວກ​ປະ​ເທດ​ເພື່ອນ​ບ້ານ​ຂອງ​ເຮົາ​ກໍ
​ກຳລັງ​ຂະຫຍາຍ​ໂຕ. ສະ​ນັ້ນ ພວກ​ເຮົາ​ຈຶ່ງ​ຕ້ອງ​ການ​ທາງ​ເຊື່ອມ​ຕໍ່ ​ໄປ​ຫາ​ພວກ​
ຂົງ​ເຂດ​ທີ່​ກຳລັງ​ຂະຫຍາ​ຍ​ໂຕເຫລົ່າ​ນັ້ນ.”

​ເມື່ອ​ທ້າຍ​ເດືອນແລ້ວ​ນີ້ ລັດຖະບານ​ໄດ້​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ການ​ລົດ​ໄຟ​ຂອງ​ປະ​ເທດໄທ ​ເພື່ອປັບປຸງ​ໂຄງ​ສ້າງແລະ​ປະຕິ​ຮູບ​ອົງ​ກອນ​ດັ່ງ ກ່າວ​ຂອງ​ລັດ ທີ່​ມີ​ໜີ້​ສິນ​ນັ້ນ. ໄທ
ໄດ້​ມີແຜນການ ທີ່​ຈະສ້າງທາງລົດ​ໄຟເຊື່ອມ​ຕໍ່ໃນ​ພູມິ​ພາກ ມາ​ຕັ້ງ​ແຕ່​ຊຸມ​ປີ 1990 ​ແລ້ວ.

ລັດຖະບານ​ຊຸດ​ກ່ອນ​ຂອງ​ອະດີດ​ນາຍົກລັດຖະມົນຕີ ຍິ່ງ​ລັກ ຊິນນະ​ວັດ ໄດ້​ສະ​ເໜີ​ໃຫ້
ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ. ​ແຕ່​ແຜນການ​ໃໝ່​ຂອງ​ລັດຖະບານ​ທີ່​ໜຸນ​ຫລັງ​ໂດຍ​ທະ
ຫານ ​ແມ່ນ​ປ່ຽນ​ຈາກ ທາງ​ລົດໄຟ​ຄວາມ ໄວສູງ ມາ​ເປັນ​ລາງ​ຄູ່ຫລື​ຂະໜານ ທີ່​ອຳນວຍ​
ໃຫ້​ລົດ​ໄຟ​ແລ່ນ​ໄປ ຄົນລະ​ທາງ ​ແລະ​ຄົນ​ລະ​ລາງ ສຳ​ຫລັບ​ລົດ​ໄຟ​ທີ່​ແລ່ນ​ໄວ​ໄດ້​ຮອດ
180 ກິ​ໂລ​ແມັດ ຕໍ່​ຊົ່ວ​ໂມງ.

ນັກ​ເສດຖະສາດ​ອາວຸ​ໂສ ປະຈຳ​ທະນາຄານ​ພັດທະນາ​ເອ​ເຊຍ ທີ່​ບາງກອກ ທ່ານ​ນາງ
ລັກສະ​ມົນ ອັດຕະພິດ ກ່າວ​ວ່າ ​ເມື່ອ​ພິຈາລະນາເຖິງ​ຄວາມ​ອ່ອນ​ແອ​ຂອງ​ເສ​ດຖະກິດ
ໃນ​ເວລາ​ນີ້​ແລ້ວ ການ​ໃຊ້​ຈ່າຍ​ເງິນ​ໃສ່ໂຄງລ່າງ​ພື້ນຖານ ກໍ​ແມ່ນ​ຈະ​ຊ່ວຍ​ກະຕຸກ​ຊຸກຍູ້
ການ​ຂະຫຍາຍ​ຂອງ​ເສດຖະກິດ.

ທ່ານ​ນາງ ລັກສະ​ມົນ ​ເວົ້າ​ວ່າ “​ການ​ລົງທຶນ​ໃສ່​ໂຄງ​ລ່າງ​ພື້ນຖານ​ກໍ​ແມ່ນ​ວ່າ​ດີ ໃນ​
ແງ່​ນີ້ ກໍ​ຄື​ການ​ລົງທຶນ​ໃສ່​ທາງ​ລົ​ດ​ໄຟ. ​ເວົ້າ​ເລື້ອງ​ທາງ​ລົດ​ໄຟ​ລາງ​ຄູ່​ຂະໜານ​ນັ້ນ
ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ທົງ​ໝົດ ​ແມ່ນ​ໄດ້ ​ເຮັດ​ຂຶ້ນ​ມາ​ດົນ​ແລ້ວ. ມັນ​ພ້ອມ​
ທີ່​ຈະ​ລົງມື​ກໍ່ສ້າງ​ແລ້ວ. ຖ້າ​ຫາກ​ການ​ກໍ່ສ້າງ​ສາມາດ​ເລີ້ມ​ຂຶ້ນ​ໄດ້​ໃນ​ພາກ​ໂຕ​ຈິງ ​
ໃນ​ປີ​ນີ້ ມັນ​ກໍ​ຈະ​ຊ່ວຍ​ຊຸກຍູ້ ຜົນ​ຜະລິດ​ໂຮມ​ພາຍ​ໃນ​ປະ​ເທດໄດ້ອີ​ຫລີ່ ​ໃນ​ປີ​ນີ້.”

​ແຜນການ​ກໍ່ສ້າງ​ທາງ​ລົດ​ໄຟ​ລາງ​ຂະໜານ 6 ລາງດັ່ງກ່າວ ​ແມ່ນ​ຈະ​ກວມ​ໄລຍະ​ທາງ 900 ຫລັກ​ກ່ວາ​ໆ ​ໂດຍ​ຈະ​ສິ້ນ​ເປືອງ​ຄ່າ​ໃຊ້​ຈ່າຍ ຫລາຍ​ກ່ວາ 4 ພັນ​ລ້ານ​ດອນ​ລ່າ. ​ແຫ​ລ່ງທຶນ
​ທີ່​ສາມາດ​ເປັນ​ໄປ​ໄດ້ ກໍ​ຄື​ປະ​ເທດ​ຈີນ. ທັງ ຈີນ ຍີ່ປຸ່ນ ​ແລະ​ເກົາຫລີ​ໃຕ້ ຕ່າງ​ກໍ​ໄດ້​ຢື່ນຊອງ
ປະມູນ​ເອົາ​ໂຄງການ​ພັດທະນາ​ດັ່ງກ່າວ​ນີ້. ​ແຕ່​ວ່າ​ ແມ່ນ​ຈີນ​ທີ່​ໄດ້​ເຊັນບັນທຶກ​ຄວາມ​ເຂົ້າໃຈ
ກັບ​ໄທ ​ແລະ​ຈະ​ເປັນ​ຜູ້​ອອກທຶນກໍ່​ສ້າງ. ​ໄທ​ຈະ​ເປັນ​ຜູ້​ດຳ​ເນີນ​ການ​ແລະ​ບໍລິຫານ​ຕາໜ່າງ
ທາງ​ລົດ​ໄຟ ​ແລະ​ຈະ​ໃຊ້​ຈ່າຍ​ຈີນ​ຄືນ​ຕາມ​ພາຍຫລັງ. ​ເສ້ນ​ທາງ​ທີ່​ຈະ​ສ້າງ​ນັ້ນ ​ແມ່ນສອດ
ຄ່ອງກັບ​ແຜນການ​ທີ່​ມີ​ມາ​ແຕ່​ດົນ​ນານຂອງ​ຈີນ ທີ່​ຈະ​ສ້າງ​ທາງ​ລົດ​ໄຟ​ເຊື່ອ​ມຕໍ່​ຈີນ ​ໃສ່​ກັບ
ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້.

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ນີ້ ​ແມ່ນ​ມີ​ຂຶ້ນ ຕາມ​ຫລັງ​ການຈັດ​ຕັ້ງທະນາຄານ​ລົງທຶນ​ໃສ່​ໂຄງ
ລ່າງພື້ນຖານ​ຂອງ​ເອ​ເຊຍ ຫລື AIIB ກໍ​ຄື Asian Infrastructure Investment Bank
ໂດຍ​ປະ​ເທດ​ຈີນ ​ໃນ​ທ້າຍ​ປີ 2014 ທີ່​ຮວມ​ເອົາ​ບັນດາສະມາຊິກ​ຂອງ​ສະມາຄົມ​ອາ​ຊ່ຽນທີ່
ປະກອບດ້ວຍ 10 ປະ​ເທດ​ນັ້ນ. ມີ​ການ​ເບິ່ງ​ເຫັນ​ກັນ​ວ່າ ທະນາຄານ​ທີ່​ວ່າ​ນີ້​ເປັນ​ນ້ຳໜັກ
ຖ່ວງ ຫລື​ຕ້ານ​ຢັນ ທະນາຄານ​ພັດທະນາ​ເອ​ເຊຍ ​ແລະ ທະນາຄານ​ໂລກ.

ບາດກ້າວ​ຂັ້ນ​ຕໍ່​ໄປ ໃນ​ການ​ກ້າວ​ໄປ​ສູ່​ການ​ລວມທາງ​ລົດ​ໄຟ​ ເຂົ້າກັນ​ຫລາຍ​ຂຶ້ນ ໃນ​ພູມິ
ພາກ​ ​ແມ່ນ​ຈະ​ມີ​ຂຶ້ນ​ໃນ​ເດືອນກຸມພາ​ນີ້ ​ເວລາ​ທ່ານ Prajin Juntong ລັດຖະມົນຕີ​ຂົນສົ່ງ​
ຂອງ​ໄທ ມີ​ກຳນົດ​ຈະ​ໄປເຈລະຈາກັບລັດຖະບານ​ລາວ ​ເພື່ອ​ຊຸກຍູ້​ແຜນການ​ພັດທະນາ​
ເສ້ນທາງ​ລົດ​ໄຟ​ລາງ​ຄູ່ ​ເຊື່ອມ​ຕໍ່ ບາງກອກ ວຽງ​ຈັນ ​ແລະ ຄຸນ​ໝິງ ​ເມືອງ​ຫລວງ​ຂອງ​ແຂວງ
ຢຸນນານ ຂອງ​ຈີນ.

ລົດໄຟແລ່ນຜ່ານ ຕະຫລາດແມ່ກອງ ທີ່ຈັງຫວັດສະມຸດສົງຄາມ ປະເທດໄທ:

XS
SM
MD
LG