ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານໄທໝັ້ນໃຈວ່າ ຈະບໍ່ມີນໍ້າຖ້ວມ ຮ້າຍແຮງ ຄືປີກາຍນີ້ (ວີດິໂອ)


ພາບລວມຂອງນໍ້າຖ້ວມຢູ່ ສຸໂຂໄທ ຫົວເມືອງເກົ່າແກ່ ຫ່າງຈາກບາງກອກ 400 ກິໂລແມັດ ໃນວັນທີ 12, ກັນຍາ 2012
ພາບລວມຂອງນໍ້າຖ້ວມຢູ່ ສຸໂຂໄທ ຫົວເມືອງເກົ່າແກ່ ຫ່າງຈາກບາງກອກ 400 ກິໂລແມັດ ໃນວັນທີ 12, ກັນຍາ 2012

ລັດຖະບານໄທກ່າວວ່າ ຕົນມີຄວາມໝັ້ນໃຈວ່າ ຈະບໍ່ມີການເກີດຂຶ້ນຊໍ້າອີກ ເຫດການໄພນໍ້າຖ້ວມຮ້າຍແຮງຄືໃນປີ 2011 ທີ່ໄດ້ເຮັດໃຫ້ຫລາຍກວ່າ 800 ຄົນເສຍຊີວິດ ແລະເຮັດໃຫ້ເສດຖະກິດເສຍຫາຍຢ່າງໜັກນັ້ນ. ແຕ່ຢ່າງໃດກໍຕາມ ດັ່ງທີ່ຜູ້ສື່ຂ່າວວີໂອເອ Ron Corben ລາຍງານມາຈາກ ບາງກອກນັ້ນ ເຖິງແມ່ນລັດຖະບານຈະມີຄວາມໝັ້ນໃຈ ແຕ່ນັກວິເຄາະເວົ້າວ່າ ແຜນການປ້ອງກັນໄພນໍ້າຖ້ວມແມ່ນບໍ່ຊັດເຈນ ແລະລັດຖະບານກໍຕ້ອງທໍາ ການແຈ້ງບອກໃຫ້ ປະຊາຄົມທ້ອງຖິ່ນ ທີ່ອາດຖືກນໍ້າຖ້ວມໄດ້ງ່າຍນັ້ນ ຊາບຂ່າວຄາວດີກວ່າເກົ່າ. ບົວສະຫວັນ ມີລາຍລະອຽດເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານ ປລອດປຣະສົບ ສຸຣັສວະດີ ລັດຖະມົນຕີກະຊວງວິທະຍາ
ສາດ ແລະເທັກໂນໂລຈີຂອງໄທ ກ່າວໃນວັນພຸດ ທີ 12 ຜ່ານມາ
ນີ້ວ່າ ທ່ານມີຄວາມ ໝັ້ນໃຈວ່າ ນະຄອນຫລວງບາງກອກຈະສາ
ມາດຫລີກລ່ຽງການເກີດໄພນໍ້າຖ້ວມທີ່ຮ້າຍແຮງຊໍ້າອີກ ຄືໃນປີ
2011 ນັ້ນ ໄດ້ ຍ້ອນວ່າມີນໍ້າຝົນຕົກ ໜ້ອຍກວ່າປີກາຍນີ້ຫລາຍ.

ເຂື່ອນໃຫຍ່ທັງຫລາຍຢູ່ໃນເຂດທົ່ງພຽງພາກເໜືອ ແລະພາກ
ກາງຂອງປະເທດໄທ ແມ່ນມີລະດັບນໍ້າໜ້ອຍກວ່າປີກາຍນີ້
50% ແລະກໍກຽມພ້ອມທີ່ຈະກັກນໍ້າຈາກພາຍຸມໍລະສຸມປະຈຳປີໄວ້.

ຄໍາເຫັນຂອງທ່ານປລອດປຣະສົບໄດ້ມີຂຶ້ນ ໃນຂະນະທີ່ເກີດໄພ
ນໍ້າຖ້ວມຢູ່ທີ່ ສຸໂຂໄທ ຫົວ ເມືອງປະວັດສາດເກົ່າແກ່ ທີ່ຕັ້ງຢູ່ທາງ
ທິດເໜືອຂອງບາງກອກ ໄກອອກໄປ 400 ກິໂລ ແມັດ ລຸນຫລັງທີ່ ນໍ້າໄດ້ໄຫລລົ້ນກໍາແພງແລະຄູກັ້ນ ນໍ້າຕ່າງໆເຂົ້າໄປຖ້ວມເມືອງປະວັດສາດ ແຫ່ງນັ້ນ.

ພາບຢູ່ໃນລາຍງານຂອງສື່ມວນຊົນແຫ່ງຊາດນັ້ນ ສະແດງໃຫ້ເຫັນຮູບຊາວບ້ານທີ່ອາໄສ ຢູ່ໃນທ້ອງຖິ່ນ ພາກັນລຸຍນໍ້າ ທີ່ເປັນສີຂີ້ຕົມເລິກພຽງແອວ ຫອບເອົາເຄື່ອງຂອງທີ່ມີຄ່າສູງ ສອງສາມຢ່າງ ໄປນໍາ.

ນໍ້າຖ້ວມໃນເຂດບາງກອກໃນປີ 2011 ຊຶ່ງເປັນທີ່ຄັ້ງຮ້າຍແຮງທີ່ສຸດ ໃນປະຫວັດສາດໄທ
ນໍ້າຖ້ວມໃນເຂດບາງກອກໃນປີ 2011 ຊຶ່ງເປັນທີ່ຄັ້ງຮ້າຍແຮງທີ່ສຸດ ໃນປະຫວັດສາດໄທ


ເຫດການນໍ້າຖ້ວມປີ 2011 ແມ່ນເປັນໄພນໍ້າຖ້ວມທີ່ຮ້າຍແຮງ
ທີ່ສຸດ ຢູ່ໃນໄທໃນຮອບ 5 ປີ ຊຶ່ງໄດ້ເອົາຊີວິດຄົນໄປ 815 ຄົນ,
ສົ່ງຜົນກະທົບຕໍ່ຊີວິດ ການເປັນຢູ່ຂອງຄົນ 13 ລ້ານ 6 ແສນຄົນ ແລະເຮັດໃຫ້ເສດຖະກິດເສຍ ຫາຍ 45 ພັນລ້ານໂດລາ.

ເຂດເສດຖະກິດສໍາຄັນຫລາຍແຫ່ງ ໄດ້ຮັບຜົນກະທົບຢ່າງໜັກ ແຕ່ກໍໄດ້ສ້າງຄູກັ້ນນໍ້າໃຫຍ່ໆຂຶ້ນ ເພື່ອປ້ອງກັນບໍ່ໃຫ້ມີນໍ້າຖ້ວມ
ຊໍ້າຄືໃນປີກາຍນັ້ນອີກ.

ນອກຈາກນີ້ ລັດຖະບານຍັງໄດ້ຈັດສັນເງິນຈໍານວນ 11,200 ລ້ານໂດລາ ໄວ້ສໍາລັບໂຄງ ການປ້ອງກັນນໍ້າຖ້ວມ. ແຕ່ວ່າ ພວກນັກວິເຄາະທັງຫລາຍ ເວົ້າວ່າ ການໃຊ້ຈ່າຍຂອງລັດ ຖະບານເຂົ້າໃນດ້ານນີ້ຢ່າງຫລວງຫລາຍແມ່ນໄດ້ເຮັດໃຫ້ເກີດມີຄວາມຢ້ານກົວວ່າ ຈະມີ ການໃຊ້ເງິນໄປໃນທາງຜິດ ແລະມີການສໍ້ລາດບັງຫລວງ.

ໃນເດືອນແລ້ວນີ້ ນາຍົກລັດຖະມົນຕີ ຍິ່ງລັກ ຊິນນະວັດ ໄດ້ວາງນະໂຍບາຍຂອງລັດຖະ ບານອອກ ເພື່ອດໍາເນີນການປ້ອງກັນໄພນໍ້າຖ້ວມເພີ້ມຕື່ມ ຊຶ່ງລວມມີ ການຟື້ນຟູປ່າໄມ້ ແລະປູກຕົ້ນໄມ້, ເຂດທີ່ໃຊ້ເປັນບ່ອນເກັບນໍ້າ, ກວດຂີ້ຕົມ ແລະຂີ້ຕະກອນອອກຈາກຄອງ ທີ່ຕື້ນໆນັ້ນ ແລະ ປັບປຸງລະບົບເຕືອນໄພລ່ວງໜ້າ ໃຫ້ດີຂຶ້ນ.

ແຕ່ພວກນັກວິເຄາະກໍຍັງມີຄວາມກັງວົນກ່ຽວກັບແຜນການເຫລົ່ານັ້ນຢູ່. ທ່ານ ດະໄນ ໄຕຕະຄຸ, ອາຈານສອນວິຊາສະຖາປັດຕະຍະກໍາ ທີ່ມະຫາວິທະຍາໄລ ຈຸລາລົງກອນ ເວົ້າວ່າ ໄພນໍ້າຖ້ວມທີ່ສຸໂຂໄທ ໄດ້ເຮັດໃຫ້ມີຄໍາຖາມກ່ຽວກັບການກຽມພ້ອມຂອງແຜນ ການນັ້ນ.

ທ່ານ ດະໄນ ກ່າວວ່າ “ຂ້າພະເຈົ້າບໍ່ແນ່ໃຈວ່າແຜນການນັ້ນແມ່ນຫຍັງແທ້, ແມ່ນຫຍັງ
ຄື ຈຸດເພັ່ງເລັງໃສ່ຂອງແຜນການ, ຖ້າຫາກວ່າມີແຜນນັ້ນ ແລະຢູ່ໃນເຂດ ເຊັ່ນອະຍຸດ
ທະຍາເລີ້ມເຫັນວ່າ ມີນໍ້າຖ້ວມຂຶ້ນມາແລ້ວ ຂ້າພະເຈົ້າຄິດວ່າ ຢູ່ສຸໂຂໄທຫັ້ນ ຄູກັ້ນນໍ້າ
ໄດ້ພັງລົງ ສະນັ້ນ ເມືອງສຸໂຂໄທຈຶ່ງ ຖືກນໍ້າຖ້ວມອີກ. ແລະຂ້າພະເຈົ້າກໍບໍ່ແນ່ໃຈວ່າ ຢູ່ເຂດນອກ ເມືອງນັ້ນ ມີບັນຫາແບບດຽວກັນນີ້ຫລືບໍ່. ແຕ່ແນວໃດກໍຕາມ ການໄດ້ເຫັນ
ສິ່ງທີ່ ເກີດຂຶ້ນນີ້ວ່າ ມັນສະແດງວ່າພວກເຮົາຍັງບໍ່ທັນມີແຜນອັນໃດໝົດ-ພວກເຮົາ
ແມ່ນບໍ່ໄດ້ມີການກຽມພ້ອມຈັກຢ່າງ ແທ້ໆ.”


ເຫດການນໍ້າຖ້ວມໃນປີ 2011 ໄດ້ນໍາໄປສູ່ການຜິດຖຽງກັນທາງການ ເມືອງທີ່ຂົມຂື່ນ ຢູ່ ພາຍໃນວົງການລັດຖະບານ. ພວກປະຊາຄົມທ້ອງຖິ່ນ ກໍຍັງພາກັນປະທ້ວງ ຂໍຄ່າຊົດເຊີຍ
ຢູ່. ລັດຖະບານຂອງທ່ານນາຍົກ ຍິ່ງລັກ ມີການຕໍ່ສູ້ກ່ຽວກັບຍຸດທະສາດໃນການປ້ອງກັນ ນໍ້າຖ້ວມ ກັບອໍານາດປົກ ຄອງນະຄອນຫລວງບາງກອກ ຫລືກຸງເທບ ທີ່ນໍາພາໂດຍ ເຈົ້າ ຄອງກໍາແພງ ທ່ານ ສຸຂຸມພັນ ປະຣິພັດ.

ນັກພະຍາກອນອາກາດທີ່ອອກກິນເບ້ຍບໍານານແລ້ວ ທ່ານສາມິດ ທໍາມະສາໂຣຈ ຊຶ່ງ ເຄີຍເປັນສະມາຊິກໃນຄະນະກໍາມະການປ້ອງກັນນໍ້າ ຖ້ວມ ຂອງລັດຖະບານໄທ ກໍາລັງ ຮຽກຮ້ອງໃຫ້ມີການໃຊ້ ວິທະຍາສາດ ແລະການທໍານາຍພະຍາກອນອາກາດໄລຍະຍາວ ເພີ້ມຂຶ້ນ ໃນຂັ້ນຕອນ ການວາງແຜນ ແລະວາງນະໂຍບາຍ. ທ່ານໃຫ້ຄໍາເຫັນດັ່ງນີ້:

ທ່ານສາມິດກ່າວວ່າ: “ຂ້າພະເຈົ້າຄິດວ່າ ລັດຖະບານກ້າວໄປໃນທາງທີ່ຜິດ ເພາະວ່າ ເພື່ອຈະດໍາເນີນການປ້ອງກັນນໍ້າຖ້ວມ ຫລືທໍານາຍນໍ້າຖ້ວມ ຫລືວາງແຜນ ທີ່ຈະຈັດ
ຕັ້ງປະຕິບັດລະບົບປ້ອງກັນນໍ້າຖ້ວມນັ້ນ ກ່ອນອື່ນໝົດ ເຮົາຕ້ອງຮູ້ຈັກສະພາບດິນຟ້າ ອາກາດ ຢູ່ໃນເຂດນັ້ນເສຍກ່ອນ.”


ທ່ານສາມິດຍັງກ່າວອີກວ່າ ນະໂຍບາຍດັ່ງກ່າວນັ້ນ ຕ້ອງເອົາໃຈໃສ່ຫລາຍຂຶ້ນຕໍ່ການພະ ຍາກອນອາກາດໄລຍະກາງ ແລະໄລຍະຍາວ. ແຕ່ຢ່າງໃດກໍຕາມ ທ່ານສາມິດກໍໄດ້ເຫັນ ດີນໍາທ່າທີຂອງລັດຖະບານ ທີ່ເວົ້າວ່າ ຈະບໍ່ມີ ເຫດນໍ້າຖ້ວມໃນລະດັບຂອງປີ 2011 ນັ້ນ ຊໍ້າຄືນອີກ. ແຕ່ທ່ານກໍໄດ້ ຕືອນວ່າ ເບິ່ງຄືວ່າ ໄທຈະປະເຊີນກັບໄພແຫ້ງແລ້ງ ໃນຊຸມ ເດືອນຕໍ່ໜ້ານີ້ ຍ້ອນຜົນກະທົບຂອງລະບົບອາກາດ El Nino.

ພວກສະຖາປະນິດ ແລະພວກວາງແຜນຜັງເມືອງ ໄດ້ຖິ້ມໂທດໃສ່ການວາງແຜນຜັງເມືອງບໍ່ດີ
ແລະການພັດທະນາຫລາຍຈົນເກີນໄປ ໃນເຂດອ້ອມແອ້ມນະຄອນຫລວງບາງກອກນັ້ນ ວ່າ ເປັນສາເຫດທີ່ພາໃຫ້ເກີດໄພນໍ້າຖ້ວມໃນປີກາຍນີ້ ຍ້ອນວ່ານໍ້າບໍ່ມີທາງໄຫລອອກສູ່ທະເລ ໄດ້ຢ່າງສະດວກ ຈຶ່ງພາໃຫ້ນໍ້າອັ່ງຖ້ວມ.

ເບິ່ງວີດິໂອສະພາບນໍ້າຖ້ວມທີ່ບາງກອກໃນປີ 2011

XS
SM
MD
LG