ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ພວມ​ປະ​ເຊີນໜ້າ ​ກັບ​ການ​ປາບ​ປາມ ໃນ​ດ້ານສິດ​ເສ​ລີ​ພາບ


​ຕຳ​ຫຼວດ​ໄທ​ຖືກ​ຕ້ອງ​ຕິ ຍ້ອນ​ໃຊ້​ກົນ​ລະ​ຍຸດ ​ທີ່​ໜັກ​ມື້​ເພີ້ມ​ຂຶ້ນ ຮວມ​ທັງ​ການ​ທ​ໍ​ລະ​ມານ ແຕ່​ໂຄ​ສົກ​ຂອງ​ຕຳ​ຫຼວດ​ໄດ້​ປະ​ຕິ​ເສດ ຕໍ່​ຂໍ້​ກ່າວ​ຫາ​ເຫຼົ່​ານີ້. ຕຳ​ຫຼວດກ​ຽມ​ພ້ອມ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ຕໍ່​ຕ້ານ​ລັດ​ຖະ​ບານ​ ທີ່​ບາງກອກ ເມື່ອ​ວັນ​ທີ 14 ພະ​ຈິກ 2021. (Tommy Walker/VOA)
​ຕຳ​ຫຼວດ​ໄທ​ຖືກ​ຕ້ອງ​ຕິ ຍ້ອນ​ໃຊ້​ກົນ​ລະ​ຍຸດ ​ທີ່​ໜັກ​ມື້​ເພີ້ມ​ຂຶ້ນ ຮວມ​ທັງ​ການ​ທ​ໍ​ລະ​ມານ ແຕ່​ໂຄ​ສົກ​ຂອງ​ຕຳ​ຫຼວດ​ໄດ້​ປະ​ຕິ​ເສດ ຕໍ່​ຂໍ້​ກ່າວ​ຫາ​ເຫຼົ່​ານີ້. ຕຳ​ຫຼວດກ​ຽມ​ພ້ອມ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ຕໍ່​ຕ້ານ​ລັດ​ຖະ​ບານ​ ທີ່​ບາງກອກ ເມື່ອ​ວັນ​ທີ 14 ພະ​ຈິກ 2021. (Tommy Walker/VOA)

ປະ​ຊົນ​ຊົນ​ໃນປະ​ເທດໄທ ​ປະ​ເຊີນ​ກັບ​ການ​ກົດ​ຂີ່​ຕໍ່​ສິດ​ທິ​ຂອງ​ພວກ​ເຂົາ​ເຈົ້າ​ເພີ້ມ​ຂຶ້ນ​ແລະໄດ້​ເກີດ​ເຫດ​ການ​ທໍ​ລ​ະ​ມານ​ເມື່ອ​ຊຸມ​ປີ​ທີ່​ຜ່ານ​ມານີ້ ອີງ​ຕາມ​ຄຳ​ເວົ້າ​ຂອງກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ ​ແລະ​ພວກ​ນັກ​ເຄື່ອນ​ໄຫວ.

ປະ​ເທດ​ໄທ ​ທີ່​ຕັ້ງ​ຢູ່​ໃນ​ເຂ​ດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ ໄດ້​ມີ​ການ​ເດີນ​ຂະ​ບວນ​ ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ ​ໃນ​ປີ 2020 ແລະ​ພວກ​ປະ​ທ້ວງ​ໄດ້​ຕ້ອງ​ຕິ​ອຳ​ນາດ​ຂອງກະ​ສັດ ແລະ​ພວກ​ຜູ້​ນຳ​ຂອງ​ລັດ​ຖະ​ບານ​ໄທ.

ພວກ​ເດີນ​ຂະ​ບວນ​ຫຼາຍໆ​ພັນ​ຄົນ​ໄດ້​ພາ​ກັນ​ລົງ​ສູ່​ຖະ​ໜົນ​ຫົນ​ທາງ​ຮຽກ​ຮ້ອງ​ໃຫ້​ມີ​ການ​ປະ​ຕິ​ຮູບ ​ຊຶ່ງການ​ປະ​ທ້ວງ​ຫຼາຍໆ​ຄັ້ງ​ໄດ້​ນຳ​ໄປ​ສູ່​ຄວາມ​ຮຸນ​ແຮງ​ລະ​ຫວ່າງພວກ​ປະ​ທ້ວງ​ແລະ​ຕຳ​ຫຼວດ​ປາບ​ຈະ​ລາ​ຈົນ ໃນ​ຮອບ​ສອງ​ປີ​ທີ່​ຜ່ານ​ມານີ້.

ພວກ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ​ໃນ​ເຂດ​ດິນ​ແດງ ຂອງ​ບາງກອກ ເມື່ອວັນ​ທີ 16 ສິງ​ຫາ 2021. (Tommy Walker / VOA)
ພວກ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ​ໃນ​ເຂດ​ດິນ​ແດງ ຂອງ​ບາງກອກ ເມື່ອວັນ​ທີ 16 ສິງ​ຫາ 2021. (Tommy Walker / VOA)

ຜູ້​ນຳ​ນັກ​ເຄື່ອນ​ໄຫວ​ຫຼາຍໆ​ຄົນ ໄດ້​ປະ​ເຊີນ​ກັບ​ຂໍ້​ຫາ​ຕ່າງໆ ຮວມ​ທັງ​ຂໍ້​ຫາ​ໝິ່ນ​ປະໝາດ​ກະ​ສັດ. “ມາດ​ຕາ 112” ຫຼື​ກົດ​ໝາຍ​ໝິ່ນ​ພະ​ບໍ​ລົມ​ເດ​ຊາ​ນຸ​ພາບຂອງໄທຖືວ່າ​ເປັນ​ຄວາມ​ຜິດ​ໃນ​ການ​ຕ້ອງ​ຕິ​ກະ​ສັດ. ຂໍ້​ຫາ​ດັ່ງ​ກ່າວ​ສາມ​າດ​ໄດ້​ຮັບ​ໂທດ​ໜັກຕິດ​ຄຸກເຖິງ 15 ປີ ໃນ​ການ​ຕັດ​ສິ​ນ​ແຕ່​ລະ​ເທື່ອ.

ໃນ​ອາ​ທິດ​ແລ້ວນີ້ ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ Human Rights Watch ຊຶ່ງ​ເປັນອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ຫວັງ​ຜົນ​ກຳ​ໄລ ມີ​ສຳ​ນັກ​ງານ ​ຕັ້ງ​ຢູ່​ນະ​ຄອນ​ນິວຢອກ ໄດ້​ພິມ​ເຜີຍ​ແຜ່​ລາຍ​ງານ​ປະ​ຈຳ​ປີ 2022 ຂອງ​ຕົນ ເວົ້າ​ວ່າ ລັດ​ຖະ​ບານ​ໄທ​ໄດ້​ທຳ​ການປາບ​ປາມ​ຂະ​ບວນ​ການ​ເຄື່ອນ​ໄຫວ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ຊາວ​ໜຸ່ມແລະ​ພວກ​ທີ່​ຕໍ່​ສູ້ເພື່ອ​ສິດ​ທິ​ມະ​ນຸດ ໄດ້​ຕົກ​ຢູ່​ໃນ​ຄວາມ​ສ່ຽງ.

ລາຍ​ງານ​ຂອງກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ Human Rights Watch ​ກ່າວ​ຕື່ມ​ວ່າ ການ​ເຄົາ​ລົບ​ນັບ​ຖື​ສິດ​ທິ​ມະ​ນຸດ​ຂອງ​ໄທ ທີ່​ຢູ່​ໃນ​ສະ​ພາບ​ “ບໍ່​ດີ​ຢູ່​ແລ້ວ ໄດ້ຮ້າຍ​ແຮງຂຶ້ນກວ່າ​ເກົ່າ” ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ​ທີ່​ມີ​ມາ​ຕະ​ຫຼອດ​ປີ.

ເມື່ອ​ສອງ​ເດືອນ​ກ່ອນນີ້ ພວກ​ປະ​ທ້ວງ​ຊາວ​ໜຸ່ມກ່າວ​ວ່າເຂົາ​ເຈົ້າ​ໄດ້​ຖືກ​ທໍ​ລະ​ມານ ໃນ​ຂະ​ນະ​ທີ່​ຖືກ​ຈັບ​ໂດຍ​ຕຳ​ຫຼວດ ຫຼັງ​ຈາກ​ໄດ້​ມີ​ການ​ປະ​ທ້ວງ ​ດ້ວຍ​ຄວາມ​ໂກດ​ແຄ້ນທີ່​ເຂດ​ດິນ​ແດງໃນ​ບາງກອກ.

ໃນລາຍ​ງານ ​ທີ່​ພິມ​ເຜີຍ​ແຜ່ ​ເມື່ອ​ເດືອນ​ພະ​ຈິກ ​ໂດຍ​ໂທ​ລະ​ພາບ ອາ​ລ-ຈາ​ຊີ​ຣາ ທ້າວ Attasith Nussa ໄດ້​ເລົ່າ​ສູ່​ຟັງ​ກ່ຽວ​ກັບ​ວ່າ​ລາວ​ຖືກ​ທໍ​ລະ​ມານ​ແບບ​ໃດ​ໃນລະ​ຫວ່າງ​ທີ່​ຖືກ​ຄຸມ​ຂັງ ຫຼັງ​ຈາກ​ໄດ້​ໄປ​ຮ່ວມ​ການ​ປະ​ທ້ວງ​ໃນ​ເດືອນ​ຕຸ​ລາ ທີ່​ໄດ້​ມີການ​ເສຍ​ຊີ​ວິດ​ຢ່າງ​ລຶກ​ລັບ​ຂອງ​ນັກ​ເຄື່ອນ​ໄຫວ​ອາ​ຍຸ 15 ປີ​ຄົນ​ນຶ່ງ ໃນ​ການ​ປະທ້ວງ​ທີ່​ມີ​ຂຶ້ນ​ກ່ອນ​ໜ້ານັ້ນ. ໄວ​ລຸ້ນ​ອີກ​ຄົນ​ນຶ່ງ ​ກໍ​ກ່າວ​ຫາ​ວ່າ ລາວ​ເອງ​ກໍ​ໄດ້​ຖືກ​ທໍ​ລະ​ມານ​ຄື​ກັນ ໂດຍ​ເວົ້າ​ວ່າ ລາວ​ໄດ້​ຖືກ​ໃຊ້​ໄຟ​ດາດ​ແລະ​ຖືກ​ທຸບ​ຕີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG