ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພັກ​ຕໍ່​ຕ້ານ ​​ທະ​ຫານ​ຂອງ ໄທ ຕັ້ງ​ພັນ​ທະ​ມິດ​ ແລະ ​ອ້າງວ່າ ຕົນ​ໄດ້​ຮັບ​ສິດ ​ຕັ້ງ​ລັດ​ຖະ​ບານ​​ໃໝ່


ທ່ານ​ນາງ ສຸ​ດາ​ຣັດ ເກ​ຢຸ​ຣະພັນ, ຜູ້​ນຳ​ພັກ​ເພື່ອ​ໄທ, ແລະ ຜູ້​ລົງ​ແຂ່ງ​ຂັນ​ເອົາຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທີສອງ​ຈາກ​ຂວາ, ແລະ ຜູ້​ແຂ່ງ​ຂັນ​ຄົນ​ອື່ນໆ ຍົກ​ມື​ທັກ​ທາຍໃນ​ລະ​ຫວ່າງ​ການ​ຊຸມ​ນຸມ ກ່ອນ​ການ​ເລືອກ​ຕັ້ງ​ທົ່ວໄປ. ບາງກອກ, ໄທ. 22 ມີ​ນາ, 2019.
ທ່ານ​ນາງ ສຸ​ດາ​ຣັດ ເກ​ຢຸ​ຣະພັນ, ຜູ້​ນຳ​ພັກ​ເພື່ອ​ໄທ, ແລະ ຜູ້​ລົງ​ແຂ່ງ​ຂັນ​ເອົາຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທີສອງ​ຈາກ​ຂວາ, ແລະ ຜູ້​ແຂ່ງ​ຂັນ​ຄົນ​ອື່ນໆ ຍົກ​ມື​ທັກ​ທາຍໃນ​ລະ​ຫວ່າງ​ການ​ຊຸມ​ນຸມ ກ່ອນ​ການ​ເລືອກ​ຕັ້ງ​ທົ່ວໄປ. ບາງກອກ, ໄທ. 22 ມີ​ນາ, 2019.

ພັກ​ເພື່ອໄທ ເຊິ່ງ​ແມ່ນພັກທີ່​ຕໍ່​ຕ້ານ​ລັດ​ຖະ​ບານ​ທະ​ຫານທີ່​ສຳ​ຄັນ​ຂອງ ໄທ ​ໄດ້ ກ່າວ​ວ່າ
ເຂົາເຈົ້າໄດ້ເຂົ້າຮ່ວມກັບ 6 ພັກການເມືອງທີ່ນ້ອຍກວ່າ ເພື່ອອ້າງເອົາຕຳແໜ່ງສຽງ
ສ່ວນຫຼາຍໃນສະພາຕ່ຳ ແລະ ຕັ້ງລັດຖະບານໃໝ່ຂຶ້ນ.

ທ່ານ​ນາງ ສຸ​ດາ​ຣັດ ເກ​ຢຸ​ຣະ​ພັນ, ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ
ພັກ ເພື່ອໄທ ໄດ້ປະກາດພັນທະມິດໃນວັນພຸດມື້ນີ້ທີ່ ບາງກອກ, ໂດຍອ້າງ ວ່າ ເຂົາ
ເຈົ້າໄດ້ຊະນະຢ່າງໜ້ອຍ 255 ບ່ອນນັ່ງ ໃນສະພາທີ່ມີບ່ອນນັ່ງທັງໝົດ 500 ບ່ອນ
ໃນການເລືອກຕັ້ງທົ່ວໄປ ເມື່ອວັນອາທິດແລ້ວນີ້. ໃນວັນຈັນທີ່ຜ່ານມາ, ຜົນເບື້ອງຕົ້ນ
ຈາກການນັບຄະແນນສຽງໄດ້ສະແດງໃຫ້ເຫັນພັກ ເພື່ອໄທ ຊະນະ 137 ບ່ອນນັ່ງ ກັບ
97 ບ່ອນນັ່ງສຳລັບພັກ ພະລັງ ປະຊາຣັດ ທີ່ໄດ້ຮັບການໜູນຫຼັງຈາກກອງທັບ.

ແຕ່​ເຖິງ​ແມ່ນ​ວ່າ​ພັກ ເພື່ອ​ໄທ ຈະ​ກຳສຽງ​ສ່ວນຫຼາຍ​ໃນ​ສະ​ພາ​ ຫຼັງ​ຈາກ​ຜົນ​ຄະ​ແນນ
ຂັ້ນສຸດທ້າຍໄດ້ອອກມາຢ່າງເປັນທາງການກໍຕາມ, ເຂົາເຈົ້າອາດຈະບໍ່ສາມາດຕັ້ງ
ລັດຖະບານ ພາຍໃຕ້ລັດຖະທຳມະນູນສະບັບໃໝ່ຂອງປະເທດໄດ້, ເຊິ່ງຖືກຮ່າງຂຶ້ນ
ໂດຍການປົກຄອງຂອງລັດຖະບານທະຫານ. ພາຍໃຕ້ກົດບັດສະບັບໃໝ່ນັ້ນ, ສະມາ
ຊິກສະພາສູງ ທີ່ບໍ່ໄດ້ຖືກເລືອກ 250 ຄົນ, ເຊິ່ງສະມາຊິກທຸກຄົນຖືກແຕ່ງຕັ້ງໂດຍລັດ
ຖະບານທະຫານນັ້ນ, ຈະເຂົ້າຮ່ວມກັບສະມາຊິກສະພາຕ່ຳທີ່ຖືກເລືອກ 500 ຄົນ
ເພື່ອລົງຄະແນນສຽງເອົານາຍົກລັດຖະມົນຕີຄົນໃໝ່.

ພັກພະ​ລັງ ປະ​ຊາ​ຣັດ ຕ່າງ​ກໍ​ກ່າວ​ອ້າງວ່າ ຕົນ​ໄດ້​ຮັບ​ສິດ​ໃຫ້​ຕັ້ງ​ລັດ​ຖະ​ບານ​ໃໝ່​ຂຶ້ນ​ມາ,
ໃນຂະນະທີ່ຜົນການນັບຄະແນນໄດ້ສະແດງໃຫ້ເຫັນວ່າ ເຂົາເຈົ້າມີຄະແນນນຳໜ້າ
ພັກ ເພື່ອໄທ ຢ່າງຫຼວງຫຼາຍ ໃນການປ່ອນບັດຂອງປະຊາຊົນ.

ຄະ​ນະ​ກຳ​ມາ​ທິກ​ານ ການ​ເລືອກ​ຕັ້ງຂອງ ໄທ ໄດ້​ເລື່ອນ​ການ​ປະ​ກາດ​ຜົນ​ນັບ​ຄະ​ແນນ​
ເບື້ອງຕົ້ນ ຢ່າງສົມບູນ ຈົນຮອດວັນສຸກຈະມາເຖິງນີ້, ທ່າມກາງການກ່າວຫາທີ່ເພີ່ມຂຶ້ນ
ກ່ຽວກັບ ການສໍ້ໂກງຄະແນນສຽງ ແລະ ຄວາມບໍ່ປົກກະຕິໃນການນັບຄະແນນສຽງ.

ອົງ​ການ​ເຄືອ​ຂ່າຍ​ເອ​ເຊຍ ເພື່ອ​ການ​ເລືອກ​ຕັ້ງ​ທີ່​ເສ​ລີ ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ
ໃນວັນອັງຄານວານນີ້ວ່າ ຜົນການນັບຄະແນນ “ມີຄວາມບົກຜ່ອງຢ່າງຍິ່ງ”, ແລະ ວ່າ
ຄວາມພະຍາຍາມຂອງຄະນະກຳມາທິການ ໄດ້ສ້າງຄວາມເສຍຫາຍ “ຕໍ່ສິ່ງທີ່ເຂົ້າໃຈ
ກັນວ່າ ເປັນຄວາມຊື່ສັດ” ຂອງການເລືອກຕັ້ງທົ່ວໄປ.

ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ໄດ້​ຖິ້ມ​ໂທດ​ຄວາມ​ງົງ​ງວຍ​ແລະ​ການ​ຂັດ​ແຍ້ງ​ໃນ​ການ​
ນັບຄະແນນໃສ່ “ຄວາມຜິດພາດຂອງມະນຸດ."

ການ​ນັບ​ຄະ​ແນນ​ສຽງ​ຢ່າງ​ເປັນ​ທາງ​ການ​ຂັ້ນ​ສຸດ​ທ້າຍ ຄາດ​ວ່າ​ຈະ​ມ​ການ​ປະ​ກາດ​ໃນ
ວັນທີ 9 ພຶດສະພາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG