ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ໄທ​ຍຸບ​ສະ​ພາ​ ​ເພື່ອ​ກະ​ກຽມ​ການປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ເດືອນ​ພຶດ​ສະ​ພາ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ທ່ານ​ປ​ຣະ​ຢຸດ ຈັນ​ໂອ​ຊາ ຖະ​ແຫຼງ​ຕໍ່​ສື່ມວນ​ຊ​ົນ ທີ່​ທຳ​ນຽບ​ລັດ​ຖະ​ບານ ຢູ່​ບາງກອກ ວັນ​ທີ 20 ມີ​ນາ 2023.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ທ່ານ​ປ​ຣະ​ຢຸດ ຈັນ​ໂອ​ຊາ ຖະ​ແຫຼງ​ຕໍ່​ສື່ມວນ​ຊ​ົນ ທີ່​ທຳ​ນຽບ​ລັດ​ຖະ​ບານ ຢູ່​ບາງກອກ ວັນ​ທີ 20 ມີ​ນາ 2023.

ປະ​ເທດ​ໄດ້​ຍຸບ​ສະ​ພາ​ແຫ່ງ​ຊາດ​ໃນ​ວັນ​ຈັນ​ວານນີ້ ເພື່ອ​ແຜ້ວ​ທາງ​ໄປ​ສູ່​ການ​ເລືອກ​ຕັ້ງ​ໃນ​ເດືອນ​ພຶດ​ສະ​ພາ ຊຶ່ງຈະ​ເປັນ​ການ​ລົງ​ຄະ​ແນນ​ສຽງ​ທີ່​ຈະ​ກໍ່​ໃຫ້​ເກີດ​ການ​ຕໍ່​ສູ້​ຄືນ​ອີກທາງດ້ານ​ອຳ​ນາດ​ ທີ່​ມີ​ມາ​ເປັນ​ເວ​ລາ​ດົນ​ນານ​ລະ​ຫວ່າງ ​ພວກ​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກທະ​ຫານ​ແລະ​ຂະ​ບວນ​ການ​ທາງ​ການ​ເມືອງທີ່​ໄດ້​ຄອບ​ງຳ​ການ​ເລືອກ ​ຕັ້ງ​ມາ​ເປັນ​ເວ​ລາ​ສອງ​ທົດ​ສະ​ວັດ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ກະ​ສັດ​ມະ​ຫາ​ວິ​ຈີ​ຣະ​ລົງ​ກອນ ຊົງ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ຣາ​ຊະ​ດຳ​ລັດ​ເພື່ອ​ຍຸບ​ສະ​ພາ ອີງ​ຕາມ​ການ​ປະ​ກາດຂອງ​ໜັງ​ສື​ພິມ Royal Gazette ໃນວັນ​ຈັນວານ ນີ້ ກ່ອນ​ການ​ເລືອກ​ຕັ້ງ ຊຶ່ງ​ຕ້ອງ​ມີ​ຂຶ້ນ​ໃນ​ລະ​ຫວ່າງ 45 ຫາ 60 ມື້.

ຍັງ​ບໍ່​ທັນ​ມີ​ການ​ປະ​ກາດ ​ກ່ຽວ​ກັບ​ວັນ​ເວ​ລາ​ໃນ​ການ​ເລືອກ​ຕັ້ງ​ເທື່ອ ແຕ່​ສອງ​ແຫຼ່ງ​ຂ່າວ​ທີ່​ຮູ້​ເລື້ອງ​ດີກ່າວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ້​ໃນ​ວັນ​ຈັນ​ນີ້​ວ່າ ການ​ປ່ອນ​ບັດ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 14 ພຶດ​ສະ​ພານີ້.

“ນີ້​ແມ່ນ​ການມອບ​ອຳ​ນາດ​ໃນ​ການ​ຕັດ​ສິນ​ໃຈ​ທາງ​ດ້ານ​ການ​ເມືອງ​ຄືນ​ໃຫ້​ແກ່​ປະ​ຊາ​ຊົນ​ຢ່າງວ່ອງ​ໄວ​ເພື່ອ​ສືບ​ຕໍ່​ລັດ​ຖະ​ບານ​ປະ​ຊາ​ທິ​ປະ​ໄຕ​ທີ່​ມີ​ກະ​ສັດ​ເປັນ​ປະ​ມຸກ” ນັ້ນ​ຄື​ຄຳ​ເວົ້າ​ຢູ່​ໃນ​ພະ​ຣາ​ຊະ​ດຳ​ລັດ​ທີ່​ພິມ​ເຜີຍ​ແຜ່​ໃນ​ວັນ​ຈັນ​ວານນີ້.

ການ​ເລືອກ​ຕັ້ງ​ດັ່ງ​ກ່າວ​ໂດຍ​ທົ່ວ​ໄປ​ແລ້ວ​ແມ່ນ​ເປັນ​ການ​ແຂ່ງ​ຂັນ​ລ​ະ​ຫວ່າງ​ຄອບ​ຄົວ​ມະ​ຫາ​ເສດ​ຖີ​ພັນ​ລ້ານ​ຊິນ​ນະ​ວັດ ​ແລະ​ພັນ​ທະ​ມິດ​ທາງ​ດ້ານ​ທຸ​ລະ​ກິດ ສູ້​ກັບ ພັກ​ແລະ​ພວກ​ນັກການ​ເມືອງ​ທີ່​ມີ​ຄວາມ​ໃກ້​ຊິດ​ໃນ​ບັນ​ຄູ່​ແຂ່ງ​ທີ່​ເປັນ​ທະ​ຫານ​ນິ​ຍົມ​ກະ​ສັດ​ແລະ​ພວກ​ທີ່​ຮັ່ງ​ມີ​ນິ​ຍົມ​ແນວ​ທາງ​ເດີມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG