ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ​ອະ​ນາ​ໄມ​ໂລກ ໃຫ້​ການ​ຢືນ​ຢັນ ກ່ຽວ​ກັບເຊື້ອ​ໄວ​ຣັ​ສ​​ໃໝ່ ກໍ​ລະ​ນີ​ທຳ​ອິດ ໃນ​ປະ​ເທດ​ໄທ


​ພາບ​ຕອນ​ນຶ່ງ​ຂອງວີ​ດີ​ໂອ ທີ່​ສ​ະ​ແດງ​ໃຫ້​ເຫັນວ່າ ມີ​ການ​ແຈ້ງ​ເຕືອນ​ປະ​ຊາ​ຊົນ​ຈີນ ໃຫ້​ລະ​ມັດ​ລະ​ວັງ ແຕ່ບໍ່​ໃຫ້​ເປັນ​ຫ່ວງ​ກ່ຽວ​ກັບ ເຊື້ອ​ໄວ​ຣັ​ສ​​ໃໝ່.
​ພາບ​ຕອນ​ນຶ່ງ​ຂອງວີ​ດີ​ໂອ ທີ່​ສ​ະ​ແດງ​ໃຫ້​ເຫັນວ່າ ມີ​ການ​ແຈ້ງ​ເຕືອນ​ປະ​ຊາ​ຊົນ​ຈີນ ໃຫ້​ລະ​ມັດ​ລະ​ວັງ ແຕ່ບໍ່​ໃຫ້​ເປັນ​ຫ່ວງ​ກ່ຽວ​ກັບ ເຊື້ອ​ໄວ​ຣັ​ສ​​ໃໝ່.

ອົງ​ການ​ອະ​ນາ​ໄມ​ໂລກ ໃຫ້​ການ​ຢືນ​ຢັນ​ໃນ​ວັນ​ຈັນ​ວານນີ້ ກ່ຽວ​ກັບ ​ເຊື້ອ​ໄວ​ຣັ​ສໃໝ່ກໍ​ລະ​ນີ​ທຳ​ອິດ ໃນ​ປະ​ເທດ​ໄທ ທີ່​ຢູ່​ໃນ​ຄອບ​ຄົວ​ດຽວ​ກັນ​ກັບ​ໂຣກ​ຊາຣ໌​ສ ຊຶ່ງ​ຢູ່ເບື້ອງ​ຫຼັງ​ການ​ແຜ່​ລະ​ບາດ​ຂອງ​ໂຣກ​ປອດບວມ ​ຢູ່​ໃນ​ປະ​ເທດ​ຈີນ.

ອົງ​ການ​ອະ​ນາ​ໄມ​ໂລກ ຂອງ​ສະ​ຫະ​ປະ​ຊາ​ຊ​າດ ກ່າວ​ວ່າ ມີ​ຄົນ​ຜູ້​ນຶ່ງເດີນ​ທາງ​ໄປ​ຈາກ​ເມືອງວູ​ຮານ (Wuhan) ​ປະ​ເທດ​ຈີນໄດ້​ເຂົ້າ​ຮັບ​ການ​ປິ່ນ​ປົວ​ໃນ​ອາ​ທິດແລ້ວຢູ່​ທີ່​ປະ​ເທດ​ໄທ ຫຼັງ​ຈາກກວດ​ພົບ​ວ່າ ເປັນ​ໂຣກ​ປອດບວມ​ທີ່​ບໍ່​ຮ້າຍ​ແຮງ.

ຕະ​ຫລາດ​ຂາຍ​ຍົກ​ອາ​ຫານ​ທະ​ເລ​ຫົວ​ໜານ (Huanan) ໄດ້​ຖືກ​ລະ​ບຸ​ວ່າ ເປັນສູນ​ກາງ​ຂອງ​ການ​ລະ​ບາດ​ທີ່​ເມືອງວູ​ຮານ ບ່ອນ​ທີ່ 41 ຄົນ​ໄດ້​ຖືກກວດ​ພົບ​ວ່​າ​ຕິດ​ເຊື້ອ​ໄວ​ຣັ​ສ​ຊະ​ນິດ​ໃໝ່ ທີ່ມີ​ອາ​ການ​ຄ້າຍ​ຄື​ກັບ​ໂຣກ​ປອດບວມ. ຜູ້​ເຄາະ​ຮ້າຍຄົນ​ນຶ່ງ​ໄດ້​ເສຍ​ຊີ​ວິດ​ໃນ​ວັນ​ພະ​ຫັດ​ອາ​ທິດ​ແລ້ວ.

ເຫດ​ການ​ດັ່ງ​ກ່າວ​ ໄດ້​ສ້າງ​ຄວາມ​ຕື່ນ​ຕົກ​ໃຈ​ ຍ້ອນ​ຜູ້​ຄົນ​ຍັງ​ມີ​ຄວາມ​ຢ້ານ​ກົວ​ ກ່ຽວກັບ​ໂຣກ​ຊາ​ຣ໌ສ (SARS) ຫຼື​ ໂຣກລະ​ບົບ​ຫາຍ​ໃຈ​ອັກ​ເສບ​ຮ້າຍ​ແຮງ ຊຶ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຫຼາຍ​ສິບ​ຄົນ​ຢູ່​ຈີນ​ແຜ່ນ​ດິນ​ໃຫຍ່ ​ແລະ​ຮົງ​ກົງ ເມື່ອ​ຫຼາຍໆ​ທົດ​ສະ​ວັດຜ່ານ​ມາ.

ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ ຕົນ​ຈະ​ເປີດ​ກອງ​ປະ​ຊຸມ​ສຸກ​ເສີນ​ໃນ​ໄວໆ​ນີ້ ​ກ່ຽວກັບ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສ​ຊະ​ນິດ​ໃໝ່.

The World Health Organization confirmed Monday the first case in Thailand of a new virus from the same family as SARS that is behind a Chinese pneumonia outbreak.

The UN health agency said a person traveling from Wuhan, China, was hospitalized last weekin Thailand after being diagnosed with mild pneumonia.

The Huanan Seafood Wholesale Market has been identified as the center of the outbreak in Wuhan,where 41 people with pneumonia-like symptoms have been diagnosed with the new virus.One of the victims diedlast Thursday.

The episode caused alarm due to the specter of SARS, or Sudden Acute Respiratory Syndrome, which killed dozens of people in mainland China and Hong Kong decades ago.

WHO said it might soon host an emergency meeting on the spread of the new virus.

XS
SM
MD
LG