ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົບພະຍົບ ມຽນມາ ໃນໄທ ຍັງບໍ່ຄິດ ຈະກັບຕ່າວ ຄືນບ້ານ


ອົບພະຍົບຊົນເຜົ່າກະຫຼ່ຽງ ຈຸນຶ່ງ ທີ່ສູນ ແມ່ລາ ຈັງຫວັດຕາກ ປະເທດໄທ
ອົບພະຍົບຊົນເຜົ່າກະຫຼ່ຽງ ຈຸນຶ່ງ ທີ່ສູນ ແມ່ລາ ຈັງຫວັດຕາກ ປະເທດໄທ
ເຖິງ​ແມ່ນ​ມຽນມາ​ ໄດ້​ເປີດ​ກວ້າງ​ທາງການ​ເມືອງ ເມື່ອບໍ່ເທົ່າ​ໃດ​
ປີຜ່ານມາ​ນີ້​ແລ້ວກໍ​ຕາມ ​ແຕ່ພວກ​ອົບ​ພະຍົບຊາວ​ມຽນມາ ​ປະ
ມານ 130,000 ຄົນ ທີ່​ອາ​ໄສຢູ່​ໃນ​ໄທ​ຂະນະ​ນີ້ ບໍ່​ມີ​ທ່າ​ທີ​ວ່າ​
ຢາກຈະ​ກັບ​ຕ່າວ​ຄືນ​ໄປ​ມຽນມາ​ ໃນ​ໄລຍະ​ໝໍ່ໆ​ນີ້​ແຕ່ຢ່າງ​ໃດ.
ຜົນ​ການ​ສໍາ​ຫຼວດ​ ຊາວ​ອົບ​ພະຍົບ​ເທື່ອ​ທໍາ​ອິດ​ແບບນີ້​ຂອງ​ສະ
ຫະ​ປະຊາ​ຊາດຊີ້ໃຫ້​ເຫັນວ່າອົບ​ພະຍົບຊາວມຽນ ມາ​ຫຼາຍໆ​ຄົນ
ຍັງມີ​ຄວາມ​ລະມັດລະວັງ​ຫຼາຍຢູ່​ທີ່​ຈະຂ້າມ​ຊາຍ​ແດນກັບ​ຕ່າວ
ຄືນບ້ານ​ເດີມຂອງຕົນນັ້ນຢູ່.​ Steve Herman ຜູ້​ສື່​ຂ່າວ​ວີ​ໂອ​
ເອ ລາຍ​ງານ​ເລຶ່ອງນີ້​ຈາກບາງ​ກອກ ຊຶ່ງ​ທອງ​ປານ ຈະ​ນໍາ​ມາ
ສະ​ເໜີ​ທ່ານ​ໃນອັນດັບຕໍ່​ໄປ​.

ລິງໂດຍກົງ

ຜົນ​ການ​ສໍາຫຼວດ​ແບບ​ທົດ​ລອງທາງດ້ານ​ເສດຖະກິດ​ສັງຄົມ​ ​ຂອງ​ພະ​ແນ​ກການ​ນຶ່ງສະຫະ​ປະ ຊາ​ຊາດ ພົບ​ວ່າ ພວກ​ຄົນ​ສ່ວນ​ຫຼາຍ​ທີ່​ອາ​ໄສ​ຢູ່​ຕາມສູນ​ອົບ​ພະຍົບທີ່​ໃຫຍ່​ທີ່​ສຸດ​ໃນ​ໄທ​ນັ້ນ ຢາກ​ຈະ​ຂໍໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ປະ​ເທດທີ່ສາມ ຫຼື​ກໍ​ຢູ່​ໃນ​ໄທຕໍ່​ໄປ.

ທ່ານ​ນາງ Mireille Girard ຜູ້ຕາງໜ້າອົງການ​ຂ້າ​ຫລວງ​ໃຫຍ່​ອົບ​ພະ​ຍົບ ສະຫະປະຊາ​ ຊາດບອກ​ວີ​ໂອ​ເອ ກ່ຽວ​ກັບ​ຄໍາ​ຕອບ​ຂອງ​ຊາວ​ອົບ​ພະຍົບຫຼາຍ​ ກວ່າ 6,500 ຄອບ ຄົວ​ ຢູ່​ສູນ​ອົບ​ພະຍົບຊົ່ວຄາວແມ່​ລາ ​ໃນ​ຈັງ​ຫວັດ​ຕາກ ປະ​ເທດ​ໄທ ທີ່​ໄດ້​ສໍາ​ພາດເຖິງ ຄວາມ​ຮູ້ສຶກ​ຂອງ​ພວກ​ທີ່​ອາ​ໄສ​ຢູ່​ສູນ​ຊົ່ວຄາວ​ດັ່ງກ່າວ.

ທ່ານນາງ Girard ​ເວົ້າ​ວ່າ: “​ເຮົາ​ເວົ້າ​ໄດ້​ວ່າ ຫຼາຍໆ​ຄົນ​ຍັງ​ລັງ​ເລໃຈ​ຢູ່ ພວກ​ເຂົາ​ເຈົ້າຍັງ​ບໍ່​ໄດ້​ຕັດສິນ​ໃຈ​ຢ່າງໃດ. ​ແລະພວກ​ເຮົາ​ກໍ​ບໍ່​ໄດ້​ຂໍຮ້ອງ​ໃຫ້ ພວກ​ເຂົາ​ເຈົ້າ​ເລືອກ​ເອົາ​ຢ່າງ​ໃດ​ຢ່າງ​ນຶ່ງ​ໃນ​ຕ​ອນນີ້​ເທື່ອ ພວກ​ເຮົາ​ພຽງ​ແຕ່​ຢາກປະເມີນ​ເບິ່ງ​ຄວາມ​ຕັ້ງ​ໃຈແລະ​ຄວາມ​ປາດ​ຖະໜາ​ຂອງ​ພວກ​ເຂົາ​ເຈົ້າ​ເທົ່າ​ນັ້ນ ​ເພື່ອ​ວ່າ​ພວກເຮົາ​ຈະ​ສາມາດ​ຕຽມ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນຫາ​ທີ່​ດີ​ກວ່າ ວ່າ​ພວກ​ເຂົາເຈົ້າສາມາດ
ນຶກ​ຄິດ​ໃນ​ຕົວ​ພວກ​ເຂົາ​ເຈົ້າ​ເອງ​ໄດ້.”


ມີ​ພຽງ​ຄົນ​ຈໍານວນ​ນ້ອຍໆ​ຈຸ​ນຶ່ງ​ເທົ່າ​ນັ້ນທີ່ຢູ່​ສູນ​ແມ່​ລາ ທີ່​ຄິດ​ວ່າ​ຢາກຈະກັບຄືນບ້ານ ​ແຕ່​ຂະນະ​ດຽວ​ກັນ ພວກ​ເຂົາ​ເຈົ້າກໍ​ອ້າງ​ເຖິງ​ຄວາມ​ບົກພ່ອງຂອງ​ຄວາມ​ໄວ້​ວາງ​ໃຈ ທີ່​ຍັງ​ມີ​ຢູ່​ຕໍ່​ມາ​ໃນ​ວົງ​ການລັດຖະບານ​ມຽນມາ ​ແລະພ້ອມ ​ກັບ​ຍັງ​ຂາດ​ການ​ຮັບ​ຮູ້​ສະຖານ​ະ ພາບ ຫຼື​ສັນຊາດ​ຢູ່​ທີ່​ນັ້ນ​ນໍາ. ນອກນີ້ພວກເຂົາ​ເຈົ້າຍັງ​ເປັນ​ຫ່ວງກ່ຽວ​ກັບ​ຄວາມ​ປອດ​ໄພ ​ພວກ ເຂົາ​ເຈົ້າຈະ​ຫາ​ຢູ່​ຫາ​ກິນ​ລ້ຽງ​ຊີບໂດຍ​ວິທີ​ໃດ ​ແລະ​ທັງຍັງ​ຂາດ​ເຂີນໂຄງ​ລ່າງ​ພື້ນຖານ​ຢູ່​ໃນ​ຫຼາຍໆ​ປະ ຊາ​ຄົມ ທີ່​ພວກ​ເຂົາ​ເຈົ້າ​ໄດ້​ໜີ​ຈາ​ກມາ​ນັ້ນ.

ຊາວ​ອົບ​ພະຍົບ​ເກືອບ​ວ່າ​ໝົດ​ທຸກ​ຄົນ​ ທີ່​ອາ​ໃສຢູ່​ໃນ​ສູນ​ແມ່​ລາ​ນັ້ນ ​ແມ່ນ​ຊົນເຜົ່າກະຫຼ່ຽງ ທີ່​ໄດ້​ຫຼົບໜີ​ຈາກ​ບ້ານເກີດ​ຂອງ​ພວກ​ເຂົາ​ເຈົ້າ ຈາກ​ການ​ກົດ​ຂີ່​ປາບ​ປາມ​ໂດຍ​ກອງທັບ​ພະມ້າ ຫຼື​ມຽນມາ​ນັ້ນ. ​ເທົ່າ​ເຖີງປັດຈຸບັນ​ນີ້​ຍັງ​ບໍ່ເຫັນ​ວ່າ​ມີການ​ຢຸດ​ຍິງ​ ​ເປັນ​ການຖາວອນ​ເທື່ອ​ຢູ່​ໃນ​ເຂດ​ສ່ວນ​ຫຼາຍ​ບ່ອນ​ທີ່​ຊາວ​ອົບ​ພະຍົບ​ເຫຼົ່າ​ນີ້​ ຈະກັບ​ຄືນ​ໄປ​ອາ​ໃສ​ຢູ່​ນັ້ນ.

ທ່ານນາງ Girard ຈາກ​ອົງການ​ຂ້າ​ຫລວງ​ໃຫຍ່​ອົບ​ພະຍົບສະຫະ​ປະຊາ​ຊາດ ຫຼື UNHCR ຢືນຢັນ​ວ່າ​ ສະພາບ​ການ​ຕ່າງໆ​ຍັງ​ບໍ່ເຖິງ​ຂັ້ນຫຼື​ດີ​ພໍທີ່​ຊາວ​ອົບ​ພະຍົບ​ຢູ່​ໃນ​ໄທ​ ຈະ​ກັບ​ຕ່າວ​ຄືນໄປ​ອາ​ໄສ​ຢູ່​ໄດ້.

ທ່ານນາງ Girard ​ເວົ້າ​ວ່າ​: “ການ​ໃຫ້​ນີລະ​ໂທດ​ກໍາ ​ເສລີ​ພາບ​ໃນ​ການ​ມີ​ທາງ​ເລືອກ ​ໂດຍ​ປະຊາຊົນ​ ກ່ຽວ​ກັບ​ບ່ອນຫຼື​ເຂດ​ທີ່​ພວກ​ເຂົາ​ເຈົ້າຢາກ​ຈະ​ກັບ​ຄືນ​ໄປ​ອາ​ໄສ​ຢູ່ນັ້ນ ການ​ເຂົ້າຫາ​ເຂົ້າ​ເຖິງ​ໄດ້​ໂດຍ​ອົງການເພື່ອ​ມະນຸດສະ​ທໍາ​ຕ່າງໆ ​ເພື່ອ​ພວກ​ເຮົາ​ຈະ​ໝັ້ນ​ໃຈ​ວ່າ ພວກ​ເຮົາ​ຈະ​ສາມາດ​ກັບ​ໄປ​ຢ້ຽມຢາມ​ພວກ​ທີ່​ກັບ​ຄືນ​ໄປ​ນັ້ນ​ໄດ້​ອີກ ​ແລະ​ໃ​ນກໍ ລະນີ​ອື່ນໆ ​ເປັນ​ຕົ້ນ. ສິ່ງ​ທີ່​ກ່າວ​ມາ​ນີ້ ຈະ​ຕ້ອງ​ຈັດ​ຕຽມ​ໃຫ້​ມີໄວ້​ພ້ອມ ພໍ​ຮອດ​ເວລາ​ພວກປະຊາຊົນ​ຈະ​ກັບ​ຕ່າວ​ຄືນ ຄື​ເວລາພວກ​ເຂົ​າຕັ້ງໃຈ ​ແລະ​ກະຕືລື​ລົ້ນຢາກ​ກັບ​ຄືນ​ບ້ານເປັນຈໍານວນ ຫຼາຍໆ​ຄົນ ​ແລະພໍ​ເຖິງ​ເວລາ​ນັ້ນ ພວກ​ເຮົາ​ກໍ​ຈະ​ປ່ຽນ​ໄປ ​ເປັນ​ການ​ຊຸກຍູ້​ໃຫ້​ສົ່ງ​ກັບ​ຄືນ​ບ້ານ ຊຶ່ງ​ໃນ​ຂະນະ​ນີ້ ພວກ​ເຮົາ​ຍັງ​ບໍ່ໄປເຖິງ​ຈຸດ​ນັ້ນ​ເທື່ອ.”

ມີ​ຊາວ​ອົບ​ພະຍົບປະມານ 130,000 ຄົນ ອາ​ໄສ​ຢູ່​ໃນ​ເກົ້າ​ສູນ​ຕາມ​ເຂດ​ຊາຍແດນ​ໃນ​ໄທ. ​ໃນ​ນັ້ນ​ມີ​ຫຼາຍໆ​ຄົນ​ທີ່​ໄດ້​ເກີດຢູ່​ໃນ​ໄທ ​ແລະ 80 ​ເປີເຊັນ​ຂອງ​ຊາວ​ອົບ​ພະຍົບທີ່​ອາ​ໄສ​ຢູ່​ໃນ​ສູນ​ຕ່າງໆ​ນັ້ນ ​ເປັນ​ຊົນ​ເຜົ່າ​ກະຫຼ່ຽງ.

ນັບ​ຕັ້ງ​ແຕ່​ປີ 2005 ​ເປັນ​ຕົ້ນ​ມາ ມີ​ປະຊາຊົນ​ຫຼາຍ​ກວ່າ 83,000 ຄົນ ທີ່​ຫຼົບໜີ​ຈາກ​ມຽນ ມາ​ໄປຢູ່​ໃນ​ໄທ ໄດ້​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່ໃນ​ປະ​ເທດ​ທີສາມ ສ່ວນຫຼາຍ​ແມ່ນ​ຢູ່​ໃນ​ສະຫະລັດ.

​ໄທ​ໄດ້​ຍຸຕິ​ການ​ລົງທະບຽນ​ຊາວ​ອົບ​ພະຍົບ​ໃນ​ປີ 2006 ​ແລະ​ຕັ້ງ​ແຕ່​ນັ້ນ​ມາ ພວກ​ທີ່​ບໍ່​ມີ​ໜັງສື​ຄົບ​ຖ້ວນ ຈະ​ບໍ່​ມີ​ສິດ​ທີ່​ຈະ​ຍ້າຍ​ໄປ​ຕັ້ງ​ຖິ່ນ​ຖານ​ໃນ​ປະ​ເທດ ທີ່​ສາມ​ໄດ້ ​ແຕ່​ມີ​ຂໍ້​ຍົກ​ເວັ້ນກໍລະນີ​ນຶ່ງ ນັບ​ຕັ້ງ​ແຕ່​ປີຜ່ານມາ ຄືສໍາລັບ​ພວກ​ທີ່ ມີ​ຄອບຄົວ​ທີ່​ໄດ້​ຕັ້ງ​ຖິ່ນ​ຖານ​ຢູ່​ແຫ່​ງອື່ນ​ຢູ່​ແລ້ວ​ນັ້ນ.

ປະ​ເມີນ​ກັນ​ວ່າ ມີ​ຊາວ​ມຽນມາ​ປະມານນຶ່ງ​ລ້ານ​ຄົນ ທີ່​ອາ​ໄສ​ຢູ່​ໃນ​ໄທ ຊື່​ງ ສ່ວນ​ຫຼາຍ​ຈະເປັນ​ຄົນ​ງານ​ຕ່າງ​ດ້າວ ທີ່​ບໍ່​ມີ​ເອກ​ກະສາ​ນຖືກຕ້ອງ​ຕາມ​ກົດ ໝາຍ.

ຫຼັງ​ຈາກ​ການ​ປົກຄອງ ​ໂດຍ​ພວກ​ທະຫານ ມາ​ເປັນ​ເວລາ​ໄດ້ 60 ປີນັ້ນ ມຽນມາກໍ​ໄດ້​ຫັນປ່ຽນ​ຢ່າງ​ສັນຕິ​ໃນ​ປີ 2010 ​ໄປ​ເປັນລັດຖະບານເຄິ່ງພົນລະ​ເຮືອນ ແຕ່​ພວກ ນາຍ​ທະຫານ​ທີ່ຍັງຢູ່​ໃນ​ຕຳ​ແໜ່​ງຫລື​ປົດກະສຽນ​ແລ້ວ​ນັ້ນ ຍັງ​ສືບ​ຕໍ່​ກໍາ​ອໍານາດ​ຢ່າງໃຫຍ່ຫຼວງ ຢູ່​ຕໍ່​ມາ​ເທົ່າ​ເຖິງ​ປັດຈຸບັນ​ນີ້.

ສັນຍາ​ຢຸດ​ຍິງ​ ກັບ​ສ່ວນ​ໃຫຍ່ຂອງກຸ່ມ​ປະກອບ​ອາວຸດ 13 ກຸ່ມ ທີ່​ບໍ່​ຂຶ້ນກັບ​ລັດ​ໃດນັ້ນ ທີ່ ບັນດາ​ນັກ​ສັງ​ເກດ​ການ​ເຫັນ​ວ່າ ຍັງ​ຕົກ​ຢູ່​ໃນ​ຂັ້ນ​ອັນຕະລາຍ​ ຍ້ອນ​ເກີດການ​ປະ​ທະ​ກັນ​ເປັນ​ບາງ​ຄັ້ງ​ບາງ​ຄາວຢູ່ຕໍ່​ມາ ລະຫວ່າງ​ກຸ່ມ​ກະບົດ ຊົນ​ເຜົ່າ​ ​ແລະ​ກອງທັບ​ມຽນມາ​ນັ້ນຢູ່.

ກຸ່ມ​ຊາວມຽນມາ ​ເປັນຊົນ​ກຸ່ມ​ໃຫຍ່ເໜືອກວ່າ​ຊົນ​ເຜົ່າ​ກະຫຼ່ຽງ ​ແລະ​ຊົນເຜົ່ານ້ອຍອື່ນໆ ທີ່​ໄດ້ຜັກ​ດັນ​ໃຫ້​ເກີດ​ມີ​ການ​ກໍ່ກະບົດ ເພື່ອແບ່ງ​ແຍກ​ດິນ​ແດນ​ຫຼາຍ​ຄັ້ງ​ຫຼາຍ​ຄາວມາ​ເປັນ​ເວ​ລາ​ດົນ​ນານ​ນັ້ນ ​ແລະ​ຍັງ​ຜົນທີ່​ໄດ້ບັງຄັບ​ໃຫ້​ພົນລະ​ເຮືອ​ນຫຼາຍ​ພັນ​ຄົນ​ຕ້ອງ​ໄດ້​ຫຼົບໜີ​ຈາກບ້ານ​ເກີດເມືອງ​ນອນ​ຂອງ​ພວກ​ເຂົາ​ເຈົ້າ​ໄປ.
XS
SM
MD
LG