ບັນດາເຈົ້າໜ້າທີ່ໄທ ໄດ້ກ່າວຫາ ການວາງລະເບີດ ໃນບາງກອງ
ເມື່ອເດືອນແລ້ວນີ້ ທີ່ຮ້າຍແຮງເຖິງແກ່ຊີວິດ ໃສ່ເຄືອຂ່າຍກຸ່ມລັກ
ລອບຄ້າມະນຸດ ວີເກີ້ ຢ່າງເປັນທາງການ ຊຶ່ງບັນດາເຈົ້າໜ້າທີ່
ກ່າວວ່າ ພວກເຂົາເກີດຄວາມໂກດແຄ້ນ ກ່ຽວກັບ ການປາບ
ປາມທຸລະກິດຂອງພວກເຂົາ ໂດຍເຈົ້າໜ້າທີ່ຕຳຫຼວດ. ການສືບ
ສວນສອບສວນ ໃນການວາງລະເບີດ ໄດ້ຖືກຕຳນິຕິຕຽນ ວ່າ
ບໍ່ເປັນລະບຽບ ເພາະໃນບາງຄັ້ງບາງຄາວ ຖະແຫລງການ ຂອງ
ເຈົ້າໜ້າທີ່ຂັ້ນສູງ ແມ່ນເປັນໄປທາງກົງກັນຂ້າມ. ຜູ້ສື່ຂ່າວວີໂອເອ
Ron Corben ລາຍງານຈາກນະຄອນຫຼວງຂອງໄທ ຊຶ່ງ
ໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
ການໂຈມຕີຄັ້ງນຶ່ງຄັ້ງດຽວທີ່ຮ້າຍແຮງທີ່ສຸດ ໂດຍພວກກໍ່ການຮ້າຍ ເມື່ອວັນທີ 17 ສິງຫາ
ຜ່ານມາ ໄດ້ສັງຫານຫຼາຍກວ່າ 20 ຄົນ ແລະ ຫຼາຍກວ່າ 100 ຄົນໄດ້ຮັບບາດເຈັບ ຊຶ່ງໄດ້
ເຮັດໃຫ້ປະຊາຊົນຊາວໄທ ຢ້ານກົວ ແລະ ເປັນຫ່ວງວ່າ ຈະມີການໂຈມຕີອີກ.
ສ່ວນພວກເຈົ້າໜ້າທີ່ ກໍແມ່ນພະຍາຍາມໃຫ້ຄວາມໝັ້ນໃຈ ຢ່າງວ່ອງໄວ ແກ່ມະຫາຊົນ
ແລະ ອຸດສາຫະກຳທ່ອງທ່ຽວ ທີ່ສຳຄັນຂອງປະເທດ ຊຶ່ງເຫດການນັ້ນ ບໍ່ແມ່ນການກະທຳ
ຂອງພວກກໍ່ການຮ້າຍ ເຖິງແມ່ນວ່າ ພວກເຂົາຈະຍອມຮັບວ່າ ພວກເຂົາບໍ່ຮູ້ຈັກເລີຍວ່າ
ຜູ້ໃດເປັນຜູ້ປະຕິບັດການໂຈມຕີດັ່ງກ່າວ.
ການສືບສວນສອບສວນ ໃນເບື້ອງຕົ້ນ ແມ່ນນຳພາໂດຍ ຕຳຫລວດນະຄອນຫລວງ ທີ່
ປະກອບດ້ວຍເຈົ້າໜ້າທີ່ ຕຳຫລວດຈາກທ້ອງຖິ່ນ ແລະ ພະແນກໜ່ວຍພິເສດຂອງໄທ
ທີ່ເພັ່ງເລັງໃສ່ກໍລະນີ ລະດັບສູງຕ່າງໆ.
ຄວາມເປັນຫ່ວງເປັນໃຍ ກ່ຽວກັບການສືບສວນສອບສວນ ຂອງຕຳຫຼວດ ເກີດຂຶ້ນ ບໍ່ເຖິງ
ນຶ່ງມື້ ຫຼັງຈາກການລະເບີດ ໃນເວລາທີ່ຕຳຫຼວດໄດ້ປະກາດວ່າ ພວກເຂົາເຈົ້າ ໄດ້ສຳເລັດ
ການສືບສວນສອບສວນ ເປັນທີ່ຮຽບຮ້ອຍແລ້ວ ຢູ່ທີ່ສະຖານທີ່ເກີດເຫດ ໃນກາງເມືອງ
ແລະ ໄດ້ສົ່ງໜ່ວຍງານ ເພື່ອທຳຄວາມສະອາດ ລ້າງຖູບໍລິເວນທັງໝົດ. ບັນດານັກວິເຄາະ
ກ່າວ ວ່າ ພາບພົດຂອງຕຳຫຼວດໄທ ໄດ້ມີຈຸດບົກຜ່ອງ ໃນເວລາທີ່ ລາງວັນ ມູນຄ່າ 85,000
ໂດລາ ທີ່ສະເໜີໃຫ້ໂດຍ ຫົວໜ້າຕຳຫຼວດແຫ່ງຊາດ ສຳຫລັບຂໍ້ມູນ ທີ່ນຳໄປສູ່ການຈັບກຸມ ພວກວາງລະເບີດນັ້ນ ຊຶ່ງໄດ້ຖືກອ້າງເອົາໂດຍພວກຕຳຫຼວດເອງ.
ຫຼັງຈາກມີການຕຳໜິແລ້ວ ຜູ້ບັນຊາການຕຳຫຼວດແຫ່ງຊາດ ທ່ານ Somyot Poompanmuang
ຈຶ່ງໄດ້ມອບການຄວບຄຸມ ຂອງການສືບສວນສອບສວນ ໃຫ້ແກ່ ທິມງານໜ່ວຍພິເສດ.
ທ່ານ Tony Davis ນັກວິເຄາະ ຈາກ IHS Janes ກ່າວວ່າ ການສືບສວນສອບສວນ ໄດ້
ກ້າວໜ້າໄປ ເມື່ອວັນທີ 29 ສິງຫາ ດ້ວຍການຈັບກຸມ ຊາຍຊົນເຜົ່າວີເກີ້ ຄົນນຶ່ງຢູ່ໃນຊານ
ເມືອງຂອງບາງກອກ ທີ່ໄດ້ພົບເຫັນ ໜັງສືເດີນທາງປອມແປງ ຂອງປະເທດເທີກີ ຫຼາຍສິບຫົວ ແລະ ວັດຖຸລະເບີດຕ່າງໆ.
ທ່ານ Davis ເວົ້າວ່າ “ໃນເມື່ອພວກເຂົາ ຈັບຊາຍຄົນນຶ່ງໄດ້ແລ້ວ ບັດນີ້ ພວກເຮົາ
ຈຶ່ງຮູ້ຈັກວ່າ ເປັນຄົນສັນຊາດເທີກີ ຊົນເຜົ່າວີເກີ້ ທີ່ອອກມາຈາກ ບ້ານພັກອາພາດ
ເມັນ ໃນເຂດ Nong Chok ພວກເຂົາໄດ້ເລີ້ມມີຄວາມກ້າວໜ້າ ແລະ ໃນເມື່ອ
ການຈັບນັ້ນ ນຳໄປສູ່ການຈັບໄດ້ອີກຄົນນຶ່ງ ແນ່ນອນແລ້ວວ່າ ການທຳງານຂອງ
ຕຳຫຼວດ ໄດ້ເລັ່ງຂຶ້ນ ແລະ ໄດ້ມີຄວາມກ້າວໜ້າທີ່ສຳຄັນໆ ໃນສອງສາມອາທິດ
ຕໍ່ມາ.”
ນັບຕັ້ງແຕ່ນັ້ນມາ ຕຳຫຼວດສາມາດຈັບໄດ້ອີກຢ່າງນ້ອຍ 3 ຄົນ ດ້ວຍການຕິດຕາມເບິ່ງ
ບັນດາຜູ້ຕ້ອງສົງໄສ ທີ່ເດີນທາງຜ່ານປະເທດຫວຽດນາມ ໄປຍັງ ລາວ ແລະ ມາເລເຊຍ
ພ້ອມກັນກັບ ບັງກລາແດັສ. ຫ້ອງການຕໍ່ຕ້ານການຟອກເງິນ ຍັງໄດ້ລາຍງານ ເຖິງການ
ຕິດຕາມຮ່ອງຮອຍຂອງເງິນນັ້ນ ທີ່ເຊື່ອມໂຍງໄປເຖິງຄູ່ສົມຮູ້ຮ່ວມຄິດທັງຫຼາຍ ທີ່ໃຫ້ທຶນ
ນຳໃຊ້ສຳຫລັບປະຕິບັດການ ລັກລອບຄ້າມະນຸດເຜົ່າວີເກີ້.
ແຕ່ກໍຍັງມີການສົງໄສຢູ່ ກ່ຽວກັບວ່າອັນໃດເປັນເຫດຜົນຫຼັກທີ່ພາໃຫ້ເກີດການໂຈມຕີນັ້ນ.
ບັນດາເຈົ້າໜ້າທີ່ ຢືນຢັດວ່າ ມັນເປັນການແກ້ແຄ້ນ ສຳຫລັບການປາບປາມ ການລັກລອບ
ຄ້າຂາຍມະນຸດ ໂດຍພວກຕຳຫລວດ. ແຕ່ບັນດານັກວິເຄາະ ຊີ້ໄປໃສ່ ການຕັດສິນໃຈ
ຂອງລັດຖະບານ ໃນເດືອນກໍລະກົດ ຜ່ານມາ ທີ່ສົ່ງຊາວວີເກີ້ ຈຳນວນ 109 ຄົນກັບຄືນ
ໄປຈີນ ຫຼັງຈາກທີ່ໄດ້ອະນຸຍາດໃຫ້ ຫຼາຍກວ່າ 170 ຄົນອື່ນໆ ເດີນທາງຜ່ານຕໍ່ໄປຍັງເທີກີ.
ພວກເຂົາເຫຼົ່ານັ້ນ ແມ່ນລວມຢູ່ໃນກຸ່ມ ຊາວວີເກີ ຈຳນວນ 400 ຄົນ ຜູ້ທີ່ໄດ້ຫລົບໜີເຂົ້າໄປ
ໃນໄທ ເມື່ອເດືອນມີນາ ປີ 2014 ທ່າມກາງການປາບປາມ ຊຸມຊົນບັນດາເຜົ່າ ໃນແຂວງ
ຊິນຈຽງທາງພາກຕາເວັນຕົກຂອງຈີນ. ກຸ່ມປົກປ້ອງສິດທິມະນຸດຕ່າງໆ ແລະ ບັນດາລັດຖະບານ
ຕາເວັນຕົກ ໄດ້ຮຽກຮ້ອງໃຫ້ໄທ ບໍ່ໃຫ້ສົ່ງພວກຊົນເຜົ່າວີເກີ້ກັບຄືນ ໄປຈີນ ບ່ອນທີ່ພວກເຂົາ
ອາດປະເຊີນໜ້າ ກັບການແກ້ແຄ້ນ.
ການບັງຄັບສົ່ງກັບຄືນນັ້ນ ໄດ້ກາຍເປັນການຕຳໜິຕິຕຽນຢ່າງໜັກ ຈາກນານາຊາດ ແລະ
ມີການປະທ້ວງຢ່າງຮຸນແຮງ ໃນເທີກີ ບ່ອນທີ່ພວກປະທ້ວງໄດ້ໂຈມຕີ ກົງສຸນຂອງໄທ.
ທ່ານ ທິຕິນັນ ພົງສຸດທິຣັກ ນັກລັດຖະສາດ ຢູ່ທີ່ມະຫາວິທະຍາໄລ ຈຸລາລົງກອນ ກ່າວວ່າ
ລັດຖະບານໄທ ຕົກຢູ່ໃນສະພາບທີ່ຕັດສິນໃຈໄດ້ຍາກ ຫຼັງຈາກໄດ້ຖືກກົດດັນຈາກຈີນ ເພື່ອໃຫ້
ສົ່ງພວກຜູ້ຊາຍຊາວວີເກີ້ ກັບຄືນໄປແຂວງຊິນຈຽງ ທີ່ຕ້ານກັບຄວາມປະສົງຂອງພວກເຂົານັ້ນ.
ທ່ານ ທິຕິນັນ ເວົ້າວ່າ “ສະນັ້ນ ລັດຖະບານ ແມ່ນຢູ່ໃນຖານະທີ່ຫຍຸ້ງຍາກ ເພາະວ່າ ຖ້າ
ຕົນຍອມຮັບວ່າ ໄດ້ຜິດພາດໃນການເນລະເທດ ຊາວວີເກີ້ ມັນກໍໝາຍຄວາມວ່າ
ຕົນໄດ້ເຂົ້າຫາຈີນໃກ້ເກີນໄປ ເພາະວ່າ ຈີນຮັບຮູ້ການກໍ່ລັດຖະປະຫານຂອງທະຫານ ເມື່ອປີແລ້ວນີ້. ໃນຂະນະດຽວກັນ ລັດຖະບານ ບໍ່ຢາກອອກໄປໄກເກີນໄປ ໃນການຍອມຮັບວ່າ ການໂຈມຕີດ້ວຍລະເບີດນັ້ນ ແມ່ນເປັນປະຕິບັດການ ກໍ່ການຮ້າຍ ເພາະວ່າ ໄທກາງຕໍ່ນຳການທ່ອງທ່ຽວ.”
ໃນເວລານີ້ ຊາວວີເກີ້ຈຳນວນ 98 ຄົນ ຍັງຄົງຢູ່ໃນ ການກັກຕົວໄວ້ໂດຍກົມກວດຄົນເຂົ້າເມືອງຂອງໄທ ທີ່ປະເຊີນໜ້າກັບ ສະຕາກຳອັນທີ່ບໍ່ແນ່ນອນ ວ່າ ພວກເຂົາຈະຖືກເນລະເທດ ໄປເທີກີ ຫຼື ຈະຖືກສົ່ງກັບຄືນໄປຈີນ.