ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການ​ຄ້າ​ຊາຍ​ແດນ​ ລະ​ຫວ່າງ ໄທ ກັບ ລາວ ໃນ​ປີ 2018 ເພີ່ມ​ຂຶ້ນ​ພຽງ​ 3.17 ເປີ​ເຊັນ​


ລົດບັນທຸກຈອດຢູ່ດ່ານກວດກາ ທີ່ວັງເຕົ່າ ຊ່ອງເມັກ.
ລົດບັນທຸກຈອດຢູ່ດ່ານກວດກາ ທີ່ວັງເຕົ່າ ຊ່ອງເມັກ.

ການ​ຄ້າ​ຊາຍ​ແດນ​ລະ​ຫວ່າງ ໄທ ກັບ ລາວ ໃນ​ປີ 2018 ເພີ່ມ​ຂຶ້ນ​ພຽງ​ແຕ່ 3.17 ເປີ​ເຊັນ
ເທົ່ານັ້ນ ທຽບໃສ່ປີ 2017 ສ່ວນການຄ້າທາງເຮືອໃນແມ່ນ້ຳຂອງລະຫວ່າງ ໄທ ກັບ ຈີນ
ປັບຕົວເພີ່ມຂຶ້ນເກີນກວ່າ 18 ເປີເຊັນ.

ທ່ານ ອະ​ດຸນ ໂຊ​ດ​ນິ​ສາ​ກອນ ອະ​ທິ​ບໍ​ດີ​ກົມ​ການ​ຄ້າ​ຕ່າງ​ປະ​ເທດ ກະ​ຊວງ​ການ​ຄ້າ​ຂອງ
ໄທ ຖະແຫຼງວ່າການຄ້າຊາຍແດນລະຫວ່າງ ໄທ ກັບ ລາວ ໃນປີ 2018 ມີມູນຄ່າລວມ
ທັງໝົດ 213,618.58 ລ້ານບາດຫຼື 6,775 ລ້ານໂດລາ ໃນນີ້ ໄທ ໄດ້ນຳເຂົ້າສິນຄ້າຈາກ
ລາວ ໃນມູນຄ່າ 84,752.02 ລ້ານບ້ານ ແລະ ໄດ້ສົ່ງສິນຄ້າໄປ ລາວ ໃນມູນຄ່າ
128,866.56 ລ້ານບາດ ຊຶ່ງກໍເຮັດໃຫ້ ໄທ ໄດ້ປຽບດຸນການຄ້າຕໍ່ ລາວ ຄິດເປັນມູນຄ່າ
ຫຼາຍກວ່າ 44,114 ລ້ານບາດ ຫຼື ເກືອບ 1,400 ລ້ານໂດລາໃນຕະຫຼອດປີ 2018 ທີ່
ຜ່ານມາ.

ແຕ່​ຢ່າງ​ໃດ​ກໍ​ຕາມ ມູນ​ຄ່າ​ການ​ຄ້າ​ຊາຍ​ແດນ ລະ​ຫວ່າງ ລາວ-ໄທ ໃນ​ປີ 2018 ດັ່ງ​ກ່າວ​
ກໍໄດ້ປັບຕົວເພີ່ມຂຶ້ນພຽງແຕ່ 3.17 ເປີເຊັນເທົ່ານັ້ນ ເມື່ອທຽບໃສ່ປີ 2017 ຊຶ່ງຖືເປັນອັດ
ຕາການເພີ່ມໃນລະດັບຕ່ຳກວ່າການຄ້າລະຫວ່າງ ໄທ ກັບ ແຂວງ ຢຸນໜານ ໃນພາກ
ໃຕ້ຂອງ ຈີນ ທີ່ປັບຕົວເພີ່ມຂຶ້ນ 18.74 ເປີເຊັນ ໃນຊ່ວງປີດຽວກັນທີ່ມີມູນຄ່າການຄ້າ
ລວມ 103,451.09 ລ້ານບາດ ແລະ ເຖິງແມ່ນວ່າຈະມີມູນຄ່າໜ້ອຍກວ່າການຄ້າຊາຍ
ແດນ ລະຫວ່າງ ລາວ ກັບ ໄທ ກໍຕາມ ຫາກແຕ່ດ້ວຍການຄ້າທີ່ປັບຕົວເພີ່ມຂຶ້ນໃນລະ
ດັບສູງກວ່າ ກໍເຮັດໃຫ້ຄາດໝາຍໄດ້ວ່າ ການຄ້າຊາຍແດນ ລະຫວ່າງ ໄທ-ຈີນ ຈະ
ແຊງການຄ້າຊາຍແດນ ລະຫວ່າງ ລາວ ກັບ ໄທ ພາຍໃນ 3-5 ປີຕໍ່ໜ້າ.

ທັງ​ນີ້​ໂດຍ​ສະ​ເພາະ​ແມ່ນ​ການ​ຄ້າ​ທີ່​ມີ​ການ​ຂົນ​ສົ່ງ​ສິນ​ຄ້າ​ທາງ​ເຮືອ​ໃນ​ແມ່​ນ້ຳ​ຂອງ​ນັ້ນ
ຖືເປັນພາກສ່ວນການຄ້າລະຫວ່າງ ໄທ ກັບ ຈີນ ທີ່ມີມູນຄ່າເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງ
ຈະເຫັນໄດ້ຈາກການສົ່ງສິນຄ້າທາງເຮືອ ລະຫວ່າງ ທ່າເຮືອຊຽງຂອງ ແລະ ທ່າເຮືອ
ຊຽງແສນ ໃນຈັງຫວັດຊຽງຮາຍ ຂອງໄທ ກັບທ່າເຮືອຊຽງຮຸ່ງ ໃນເຂດສິບສອງພັນນາ
ແຂວງຢຸນໜານ ຂອງ ຈີນ ທີ່ມີມູນຄ່າລວມຫຼາຍກວ່າ 20,000 ລ້ານບາດໃນປີ 2018
ນັ້ນກໍຄິດເປັນອັດຕາການເພີ່ມຂຶ້ນເກີນກວ່າ 18 ເປີເຊັນ ທຽບໃສ່ປີ 2017 ໂດຍເມື່ອ
ສົມທົບດ້ວຍການນຳໃຊ້ເຮືອຂະໜາດບັນທຸກສິນຄ້າໄດ້ເຖິງ 500 ໂຕນ ກໍຍັງຈະສົ່ງຜົນ
ດີທັງໃນດ້ານການເພີ່ມມູນຄ່າການຄ້າ ແລະ ການປະຢັດຕົ້ນທຶນການຂົນສົ່ງສິນຄ້າ
ທາງເຮືອໃນແມ່ນ້ຳຂອງລະຫວ່າງ ໄທ ກັບ ຈີນ ອີກດ້ວຍ ດັ່ງທີ່ທ່ານ ສຸຣະນາດ ສິຣິໂຊດ
ຜູ້ອຳນວຍການທ່າເຮືອພູມີພາກໃນຈັງຫວັດຊຽງຮາຍ ຂອງ ໄທ ຢືນຢັນວ່າ

"ຖ້າ​ເຮືອ 500 ໂຕນ​ນີ້ງ​ແລ່ນ​ມາ ຈັ່ງ​ໃດ​ເຮົາ​ກໍ​ໄດ້​ປະ​ໂຫຍດ​ເພາະ​ເຮົາ​ເປັນ​ຄົນ​ຂາຍ ຝ່າຍ
ໄທ ເອງ ໂດຍຜູ້ປະກອບການແລ້ວນີ້ໜ້ອຍຄົນຫຼາຍທີ່ຈະມີເຮືອສິນຄ້າເປັນຂອງຕົວເອງ
ເຮົາຖະໜັດເລື່ອງຄ້າຂາຍເພາະສະນັ້ນ ການສົ່ງນີ້ປົກກະຕິຕ້ອງເຊົ່າເຮືອ ສົມມຸດເຮົາມີ
ສິນຄ້າຢູ່ 500 ໂຕນ ຖ້າເຮົາມີເຮືອສິນຄ້າຂະໜາດໃຫຍ່ ກໍຂົນເທື່ອດຽວ ຄ່າຂົນສົ່ງມັນ
ກໍຈະຖືກ ເພາະມັນໄປໃນລັອດດຽວ ແຕ່ຖ້າເປັນເຮືອຂະໜາດນ້ອຍ ຖ້າເຮົາມີສິນຄ້າ
500 ໂຕນ ເຮົາຕ້ອງໃຊ້ 2 ລຳເພາະສະນັ້ນຄ່າຂົນສົ່ງເຮົາກໍເພີ່ມຂຶ້ນ."

ໂດຍ​ໃນ​ປັດ​ຈຸ​ບັນ ມີ​ເຮືອ​ຂອງ​ ຈ​ີນ ທີ່​ຂົນ​ສົ່ງ​ສິນ​ຄ້າ​ລະ​ຫວ່າງ​ທ່າ​ເຮືອ​ຊຽງ​ຮຸ່ງ ກັບ​ທ່າ
ເຮືອຊຽງຂອງ ແລະ ທ່າເຮືອຊຽງແສນ ຂອງ ໄທ ລວມເຖິງທ່າເຮືອເມືອງຕົ້ນເຜິ້ງໃນ
ແຂວງບໍ່ແກ້ວ ດ້ວຍນັ້ນ ຈຳນວນ 80 ລຳທີ່ສ່ວນໃຫຍ່ເປັນເຮືອຂະໜາດບັນທຸກສິນຄ້າ
ໄດ້ບໍ່ເກີນ 300 ໂຕນ ສ່ວນເຮືອລາວມີຢູ່ 400 ກວ່າລຳ ແລະ ເປັນເຮືອຂະໜາດນ້ອຍ
ທັງໝົດ ທີ່ມີຂະໜາດບັນທຸກນ້ຳໜັກແຕ່ 10-50 ໂຕນເທົ່ານັ້ນ ຊຶ່ງກໍເຊັ່ນດຽວກັນກັບ
ເຮືອ ພະມ້າ ຈຳນວນ 30 ລຳ ສ່ວນ ໄທ ກໍມີສະເພາະເຮືອທ່ອງທ່ຽວຈຳນວນພຽງແຕ່ 6
ລຳເທົ່ານັ້ນ.

ທັງ​ນີ້​ໂດຍ​ສິນ​ຄ້າ​ທີ່ ລາວ ນຳ​ເຂົ້າ​ຈາກ ໄທ ແລະ ຈີນ ຫຼາຍ​ທີ່​ສຸດ ກໍ​ຄື​ສິນ​ຄ້າ​ອຸ​ປະ​ໂພກ
ບໍລິໂພກ ນ້ຳມັນເຊື້ອໄຟ ແລະ ສິນຄ້າກະສິກຳແປຮູບຕາມລຳດັບ ໂດຍສະເພາະແມ່ນ
ສິນຄ້າອຸປະໂພກບໍລິໂພກນັ້ນ ຖືເປັນພາກສ່ວນທີ່ເຮັດໃຫ້ລາວ ຕ້ອງຂາດດຸນການຄ້າຕໍ່
ໄທ ຫຼາຍທີ່ສຸດ ເພາະວ່າການຜະລິດສິນຄ້າໃນ ລາວ ຍັງບໍ່ທັນພຽງພໍກັບຄວາມຕ້ອງ
ການທີ່ເປັນຈິງ ທັງຍັງມີຄຸນນະພາບຕ່ຳ ແຕ່ກັບມີລາຄາແພງກວ່າສິນຄ້າ ໄທ ຈຶ່ງເຮັດ
ໃຫ້ຄົນລາວ ນິຍົມຊົມໃຊ້ສິນຄ້າ ໄທ ຫຼາຍກວ່າສິນຄ້າ ລາວ ສ່ວນການຄ້າຊາຍແດນລະ
ຫວ່າງ ລາວ ກັບ ຈີນ ໃນປີ 2018 ຜ່ານມາມີມູນຄ່າລວມຫຼາຍກວ່າ 2,000 ລ້ານໂດລາ
ໂດຍ ລາວ ເປັນຝ່າຍທີ່ໄດ້ປຽບດຸນການຄ້າຕໍ່ ຈີນ ຄິດເປັນມູນຄ່າລວມເກີນກວ່າ 413
ລ້ານໂດລາ.

XS
SM
MD
LG