ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໂຄງການ ກ່ຽວ​ກັບ ແມ່ນ້ຳຂອງ ​ໄທ​ ສາ​ມາດຜ່ານ​​ຜ່າ​ອຸ​ປະ​ສັກ​ໄດ້ ເມື່ອ​ ຈີນ​ ສະ​ແດງຄວາມ​ສົນ​ໃຈ​ອອກ​ມາ


ພາບ​ແມ່​ນ້ຳ​ຢວມ. (ຖ່າຍ​ໂດຍ Pianporn Deetes/International Rivers)
ພາບ​ແມ່​ນ້ຳ​ຢວມ. (ຖ່າຍ​ໂດຍ Pianporn Deetes/International Rivers)

ປະເທດໄທກຳລັງກ້າວໄປຂ້າງໜ້າກ່ຽວກັບໂຄງການຜັນນ້ຳທີ່ມີ​ການຖົກຖຽງກັນ ແລະ​ໄຕ່​ຕອງມາເປັນເວລາດົນນານ ຫຼັງຈາກແຜນການດັ່ງກ່າວໄດ້ດຶງດູດຄວາມສົນໃຈຈາກບໍລິສັດໃຫຍ່ຂອງຈີນ, ເຊິ່ງເປັນການເຄື່ອນໄຫວທີ່​ອາດ​ຈະມອບທີ່ຕັ້ງດ່ານ​ໜ້າ​ໃໝ່ ສຳລັບໂຄງການລິເລີ່ມນຶ່ງແລວທາງ ນຶ່ງເສັ້ນທາງໃຫ້ແກ່ ປັກກິ່ງ.

ພາຍໃຕ້ການນຳພາຂອງຮອງນາຍົກລັດຖະມົນຕີທີ່ມີອຳນາດຂອງໄທ, ທ່ານ ປຣະວິດ ວົງສຸວັນ, ໃນເດືອນກັນຍາຜ່ານມາ ຄະນະກຳມະການສິ່ງແວດລ້ອມ ແຫ່ງຊາດ ໄດ້ອະນຸມັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມທີ່ສຳຄັນສຳລັບໂຄງການຜັນແມ່​ນ້ຳຢວມ.

ກ່ອນ​ໜ້ານີ້ ຄະນະກຳມະການດັ່ງກ່າວໄດ້ປະຕິເສດການປະເມີນໂຄງການສອງ ຄັ້ງ, ຫຼ້າສຸດແມ່ນໃນເດືອນທັນວາ 2019. ການປະເຊີນ​ໜ້າກັນໃນເດືອນ ກັນຍາ ແມ່ນມີຂຶ້ນໃນຫຼາຍອາທິດຫຼັງຈາກມີ​ລາຍ​ງານຂ່າວທ້ອງຖິ່ນວ່າບໍລິສັດ ຈີນທີ່ບໍ່ລະບຸຊື່ໄດ້ສະເໜີສ້າງໂຄງການນັ້ນ​ໂດຍ​ໃຊ້​ທຶນພຽງເຄິ່ງນຶ່ງຂອງມູນ​ຄ່າ ປະມານ 2.1 ຕື້ໂດລາຂອງໂຄງການດັ່ງກ່າວ ໂດຍໃຊ້ຈ່າຍທຶນຂອງບໍ​ລິ​ສັດເອງ ແລະໃຊ້​ເວ​ລາພຽງສີ່ປີແທນທີ່ຈະເປັນ 7 ປີ​ດັ່ງ​ທີ່​ໄດ້​ຄາດ​ຄະ​ເນ​ໄວ້.

ລາຍງານກ່ຽວກັບຄວາມສົນໃຈຂອງຈີນແມ່ນມາຈາກ​ທ່ານ​ວີ​ຣະ​ກອນ ຄຳ​ປ​ຣະ​ກອບ (Veerakorn Kamprakob), ສະມາຊິກສະພາແຫ່ງຊາດຈາກພັກພະ​ລັງປະ​ຊາ​ຣາດຊຶ່ງ​ເປັນ​ພັກຂອງທັງທ່ານ​ປ​ຣະ​ວິດ ແລະນາຍົກລັດຖະມົນຕີປ​ຣະ​ຢຸດ ຈັນ​ໂອ​ຊາ ທີ່ມີ​ອຳ​ນາດຄອບງໍາລັດຖະບານປະສົມຂອງໄທ.

ໃນການໃຫ້ສໍາພາດກັບວີໂອເອນັ້ນ ທ່ານ​ວີ​ຣະ​ກອນ ໄດ້ຢືນຢັນວ່າບໍລິສັດຈີນ ໄດ້ສົ່ງຂໍ້ສະເໜີໃຫ້ທ່ານ. ທ່ານຍັງໄດ້ລະບຸອີກວ່າ ບໍລິສັດນັ້ນເປັນບໍລິສັດໂນ​ຣິນ​ໂຄ ອິ​ເທີ​ແນ​ຊັນ​ນອ​ລ (Norinco International) ຂອງລັດຖະ​ບານ, ຊຶ່ງ ເປັນບໍລິສັດຍ່ອຍຂອງວິສະວະກອນພົນລະເຮືອນຂອງກຸ່ມຜູ້ຜະລິດອາວຸດຂອງ ຈີນ ຄືກຸ່ມ​ໂນ​ຣິນ​ໂຄ (Norinco) ທີ່ມີທຸ​ລະ​ກິດ​ຢູ່ທົ່ວເອ​ເຊຍ, ອາຟຣິກາ ແລະຕາເວັນອອກກາງ.

ສະມາຊິກສະພາທ່ານນັ້ນກ່າວວ່າ ທ່ານໄດ້ເອົາຂໍ້ສະເໜີຂອງບໍລິສັດໂນ​ຣິນ​ໂຄ ໄປຫາທ່ານ ປ​ຣະ​ຢຸດ ປະມານຫົກເດືອນຜ່ານມາ ແລະວ່າທ່ານນາຍົກລັດຖະມົນຕີສົນ​ໃຈ​ຕໍ່ການສະເໜີຂອງບໍລິສັດດັ່ງ​ກ່າວ​ທີ່ສ້າງໂຄງການໂດຍ​ໃຊ້​ທຶນພຽງແຕ່ 1.2 ຕື້ໂດລາ ແລະຈ່າຍເອງທັງໝົດເລີຍ.

ທ່ານວິ​ຣະ​ກອນກ່າວວ່າ "ທ່ານນາຍົກລັດຖະມົນຕີບອກວ່າ ມັນເປັນສິ່ງທີ່ໜ້າສົນໃຈຫຼາຍ, ເພາະວ່າດຽວນີ້ປະເທດໄທ, ເນື່ອງຈາກພວກເຮົາຕ້ອງຮັບມືກັບ COVID-19, ພວກເຮົາບໍ່ມີເງິນຫຼາຍທີ່ຈະລົງທຶນໃສ່ໂຄງການນີ້."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG