ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜົນການເລືອກຕັ້ງ ຂອງໄທ ໄດ້ເຮັດໃຫ້ ລັດຖະບານ ທະຫານ ໃກ້ຈະໄດ້ຮັບ ໄຊຊະນະ


ນາຍົກລັດຖະມົນຕີຂອງໄທ ທ່ານປຣະຢຸດ ຈັນໂອຊາ ເຂົ້າຮ່ວມໃນຂະບວນພິທີຣາຊາພິເສກ ຂອງກະສັດໄທ ພະມະຫາ ວາຈິຣາລົງກອນ ໃນບາງກອກ, ວັນທີ 5 ພຶດສະພາ 2019.
ນາຍົກລັດຖະມົນຕີຂອງໄທ ທ່ານປຣະຢຸດ ຈັນໂອຊາ ເຂົ້າຮ່ວມໃນຂະບວນພິທີຣາຊາພິເສກ ຂອງກະສັດໄທ ພະມະຫາ ວາຈິຣາລົງກອນ ໃນບາງກອກ, ວັນທີ 5 ພຶດສະພາ 2019.

ຜົນການນັບ​ຄະ​ແນນ​ສຽງທີ່ເປັນທາງການ ສຳລັບການເລືອກຕັ້ງຄັ້ງທຳອິດຂອງ ໄທ
ນັບຕັ້ງແຕ່ ການກໍ່ລັດຖະປະຫານ ໃນປີ 2014 ນັ້ນ ແມ່ນຈະເຮັດໃຫ້ພັກທີ່ສະໜັບ
ສະໜຸນທະຫານ ຢູ່ບໍ່ໄກຈາກການທີ່ຈະໄດ້ຈັດຕັ້ງລັດຖະບານຊຸດຕໍ່ໄປ ແລະຈະນຳ
ເອົາຜູ້ນຳລັດຖະປະຫານ ທ່ານປຣະຢຸດ ຈັນໂອຊາ ກັບຄືນມາເປັນ ນາຍົກລັດຖະມົນຕີ.

ກຸ່ມທີ່ເອີ້ນວ່າ“ແນວໂຮມ ເພື່ອປະຊາທິປະໄຕ” ໂດຍມີ 7 ພັກ ທີ່ເປັນພັນທະມິດ ຫວັງ
ທີ່ຈະກີດກັນ ການກັບຄືນມາຂອງທ່ານປຣະຢຸດ ນັ້ນ ແມ່ນຍັງຂາດ ບໍ່ເທົ່າໃດສຽງ ທີ່ຈະ
ໄດ້​ກຳສຽງສ່ວນຫຼາຍ​ໃນ​ສະ​ພາ​ຕ່ຳ ທີ່​ມີ​ທັງ​ໝົດ 500 ບ່ອນນັ່ງ ແລະກໍໄດ້ປະຕິຍານຕົນ
ໄປແລ້ວວ່າ ຈະທ້າທາຍຕໍ່ການນັບຄະແນນສຽງໃນສານ.

ຜົນຂອງການລົງຄະແນນສຽງໃນວັນທີ 24 ມີນາ ຜ່ານມານັ້ນ ໄດ້ຖືກເປີດເຜີຍຕະຫຼອດ
ໄລຍະສອງວັນ ໃນສັບປະດານີ້ ໄດ້ຊີ້ໃຫ້ເຫັນວ່າ ພັກພະລັງປະຊາຣັດ ທີ່ສະໜັບສະໜຸນ
ທະຫານ ໄດ້ຮັບ 115 ບ່ອນນັ່ງໃນສະພາຕ່ຳ. ພ້ອມກັນນັ້ນ ໂດຍມີ 250 ບ່ອນນັ່ງ ໃນ
ສະພາສູງທີ່ໄດ້ຖືກແຕ່ງຕັ້ງໂດຍລັດຖະບານທະຫານ ນັ້ນ ມີ​ຄວາມເປັນໄປໄດ້ສູງ​ທີ່ວ່າ
ຈະລົງຄະແນນສຽງໄປໃນທາງທີ່ຕົນຕ້ອງການ ມາບັດນີ້ ພັກດັ່ງກ່າວ ກໍມີບ່ອນນັ່ງເກືອບ
ເຄິ່ງນຶ່ງ ທີ່ລວມເຂົ້າກັນທັງໝົດໃນສະພາສູງ ແລະສະພາຕ່ຳ ທີ່ຕົນຕ້ອງການ ເພື່ອຈະ
ເຮັດໃຫ້ທ່ານປຣະຢຸດ ຜູ້ທີ່ຕົນຄັດເລືອກ ໃຫ້ເປັນນາຍົກລັດຖະມົນຕີ.

ຜົນການນັບຄະແນນສຽງ ໄດ້ເຮັດໃຫ້ພັກແນວໂຮມເພື່ອປະຊາທິປະໄຕ ມີບ່ອນນັ່ງ ລວມ
ທັງໝົດ 245 ບ່ອນ ໃນສະພາຕ່ຳ ຊຶ່ງບໍ່ພຽງພໍ ທີ່ຈະລົບກວນລັດຖະ ບານໃດໆ ຊຶ່ງພັກ
ຕ່າງໆ ທີ່ສະໜັບສະໜຸນທະຫະຫານ ອາດຈະຈັດຕັ້ງຂຶ້ນມາ ແລະຍັງໄກຈາກຈຳນວນ
ທີ່ຕ້ອງການຄື 376 ບ່ອນນັ່ງ ທີ່ຈະສາມາດຄັດເລືອກ ເອົານາຍົກລັດຖະມົນຕີໄດ້.

ພວກສະໜັບສະໜູນ ພັກພະລັງປະຊາຣັດ ເຂົ້າຮ່ວມໃນການຊຸມນຸມຫາສຽງຄັ້ງສຸດທ້າຍ ຢູ່ນອກສະໜາມກິລາ ໃນໃຈກາງນະຄອນຫຼວງ ບາງກອກຂອງໄທ, ວັນທີ 22 ມີນາ 2019.
ພວກສະໜັບສະໜູນ ພັກພະລັງປະຊາຣັດ ເຂົ້າຮ່ວມໃນການຊຸມນຸມຫາສຽງຄັ້ງສຸດທ້າຍ ຢູ່ນອກສະໜາມກິລາ ໃນໃຈກາງນະຄອນຫຼວງ ບາງກອກຂອງໄທ, ວັນທີ 22 ມີນາ 2019.

ໂດຍທີ່ບໍ່ມີຜູ້ຊະນະເລີດຢ່າງຈະແຈ້ງປາກົດອອກມາເທື່ອ ທັງສອງຝ່າຍ ແມ່ນກຳລັງຫາ
ທາງທີ່ຈະດຶງເອົາບ່ອນນັ່ງຈາກພັກນ້ອຍໆຫຼາຍພັກເຂົ້າມາຮ່ວມ. ແຕ່ພວກນັກຊ່ຽວຊານ
ຄາດໝາຍວ່າ ພັກພະລັງປະຊາຣັດ ຈະມີໂອກາດດີກວ່າທີ່ຈະຊັກຊວນເອົາພັກນ້ອຍໆ
26 ພັກ ທີ່ໄດ້ຖືກເລືອກເຂົ້າມາ ໃນສະພາຕ່ຳ ອັນເປັນຈຳ ນວນທີ່ສູງເປັນປະຫວັດການ
ສຳລັບປະເທດໄທ.

ໃນຂະນະດຽວກັນ 350 ບ່ອນນັ່ງໃນເຂດເລືອກຕັ້ງ ໄດ້ຕົກໄປເປັນຂອງຜູ້ສະໝັກທີ່ໄດ້
ຮັບຄະແນນສຽງຫຼາຍທີ່ສຸດ ໃນເຂດເມືອງຕ່າງໆ ຂອງພວກເຂົາເຈົ້າ ສ່ວນອີກ 150
ບ່ອນນັ່ງ ແມ່ນໄດ້ຖືກກະຈາຍໄປໃຫ້ພວກຜູ້ສະໝັກ ຂອງພັກ ຕ່າງໆ ອີງ​ຕາມ​ການ​ໄດ້​
ຮັບຄະແນນສຽງ​ທັງ​ໝົດ​ຈາກທົ່ວປະເທດ.

ແຕ່ສູດຂອງຄະນະກຳມາທິການເລືອກຕັ້ງ ທີ່ຈະມອບບ່ອນນັ່ງດັ່ງກ່າວ ໃຫ້ແກ່ພັກຕ່າງໆ
ເຫຼົ່ານັ້ນ ກໍໄດ້ປະເຊີນກັບການໂຕ້ແຍ້ງຢ່າງໜັກ.

ກ່ອນໜ້າການເລືອກຕັ້ງ ຄະນະກຳມາທິການດັ່ງກ່າວ ໄດ້ພະຍາຍາມນຳສະເໜີສູດອັນ
ນຶ່ງ ທີ່ຈະເຮັດໃຫ້ພວກພັກນ້ອຍຕ່າງໆ ຕົກອອກຈາກລັດຖະສະພາ. ຫຼັງຈາກ ມີການ
ສະ​ແດງ​ໃຫ້​ເຫັນຢ່າງແຂງຂັນ ໂດຍພັກແນວໂຮມເພື່ອປະຊາທິປະໄຕ ໃນມື້ເລືອກຕັ້ງນັ້ນ
ຄະນະກຳມາທິການດັ່ງກ່າວ ກໍເລີຍຄິດຄົ້ນສູດໃໝ່ຂຶ້ນ ມາ ທີ່ຈະນຳເອົາພວກພັກນ້ອຍ
ຕ່າງໆເຂົ້າມາ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG