ໃນວັນຄົບຮອບ 89 ປີຂອງການສິ້ນສຸດລະບອບລາຊາທິປະໄຕຂອງໄທ, ຜູ້ປະທ້ວງຕໍ່ຕ້ານລັດຖະບານ ໄດ້ລວມໂຕກັນທີ່ບາງກອກ ເພື່ອຮຽກຮ້ອງ ໃຫ້ນາຍົກ ລັດຖະມົນຕີລາອອກຈາກຕໍາແໜ່ງ, ປ່ຽນແປງລັດຖະທໍາມະນູນ ແລະປະຕິຮູບສະຖາບັນການປົກຄອງຂອງກະສັດ.
ເມື່ອຕອນຫົວຄໍ່າຂອງວັນພະຫັດວານນີ້ ປະຊາຊົນຫລາຍພັນຄົນໄດ້ຮວມໂຕກັນຢູ່ບໍລິເວນລັດຖະສະພາ ແລະພາກັນຮ້ອງວ່າ “ປະຍຸດ ອອກໄປ!” ໂດຍໝາຍເຖິງ ນາຍຍົກລັດຖະມົນຕີ ປະຍຸດ ຈັນໂອຊາ ອະດີດຜູ້ບັນຊາການທະຫານທີ່ບໍ່ໄດ້ຮັບຄວາມນິຍົມຈາກປະຊາຊົນ ໄດ້ເຂົ້າຢຶດອໍານາດໃນປີ 2014 ໂດຍໄດ້ຮັບການສະໜັບສະໜຸນຈາກພະບິດາ ຂອງກະສັດອົງປັດຈຸບັນ.
ໃນການຊຸມນຸມຄັ້ງທີສອງ ພວກກຸ່ມປະທ້ວງໄດ້ປິດສີ່ແຍກໃນໃຈກາງເມືອງຂອງບາງກອກ, ໃນຂະນະທີ່ຕໍາຫລວດເປັນຜູ້ຄວບຄຸມສະຖານະການ. ການຊຸມນຸມໄດ້ເກີດຂຶ້ນໃນຂະນະທີ່ປະເທດໄທຕ້ອງປະເຊີນກັບການລະບາດຄືນມາຂອງພະ ຍາດໄວຣັສໂຄໂຣນາ ເຊິ່ງເປັນຮອບທີ່ອັນຕະລາຍທີ່ສຸດ ຈົນເຖິງຂະນະນີ້.
ປັດຈຸບັນ ພາຍໃນປະເທດມີຜູ້ປ່ວຍຍ້ອນໂຄວິດຫລາຍກວ່າ 228,530 ຄົນທີ່ໄດ້ຮັບການຢັ້ງຢືນ, ແລະເສຍຊີວິດແລ້ວ 1,740 ຄົນ ອີງຕາມຂໍ້ມູນຂອງມະຫາວິ ທະຍາໄລ ຈອນສ໌ ຮັອປກິນສ໌ ໃນສະຫະລັດ. ຜູ້ຊຸມນຸມຍັງໄດ້ອອກມາຮວມໂຕກັນ ເພື່ອປະທ້ວງສະແດງຄວາມບໍ່ພໍໃຈຕໍ່ການຮັບມືກັບໂຣກລະບາດຂອງລັດຖະ ບານ ຕະຫລອດຈົນເຖິງການເປີດເຜີຍຂໍ້ມູນຂອງວັກຊີນ ແລະຄວາມກັງວົນກ່ຽວກັບເສດຖະກິດ, ເຊິ່ງຫລຸດລົງເຖິງ 6.1 ເປີເຊັນໃນປີ 2020. ຢ່າງໃດກໍ່ຕາມ ອົງການກອງທຶນການເງິນລະຫວ່າງປະເທດຄາດການວ່າ ເສດຖະກິດຂອງໄທ ເຊິ່ງຖືກກະທົບຢ່າງໜັກໃນຊ່ວງການແຜ່ລະບາດຢ່າງຮຸນແຮງຂອງພະຍາດໂຄວິດ-19 ຈະເຕີບໂຕແຕ່ພຽງ 2.6 ເປີເຊັນ ໃນປີນີ້.
ການຊຸມນຸມ ທີ່ນໍາພາໂດຍກຸ່ມທີ່ຮູ້ກັນໃນຊື່ ຣາດສະດອນ ຫລືຂະບວນການປະ ຊາຊົນ, ການປະທ້ວງຕາມຖະໜົນ ໃນຊ່ວງກ່ອນໜ້ານີ້ ບໍ່ສໍາເລັດ ເນື່ອງຈາກຄວາມແຕກແຍກໃນຄະນະນຳພາ ພ້ອມດ້ວຍບັນຫາທາງກົດໝາຍ ແລະການແຜ່ລະບາດຂອງເຊື້ອໄວຣັສ ເຊິ່ງເຮັດໃຫ້ເກີດພະຍາດໂຄວິດ-19.
ເຖິງວ່າຈະບໍ່ແມ່ນພັກການເມືອງທີ່ໄດ້ຮັບການຈົດທະບຽນ, ແຕ່ກຸ່ມຣາດສະດອນ ກໍ່ໃຊ້ຊື່ ທີ່ມາຈາກຄະນະຣາດສະດອນ ຫລື ພັກປະຊາຊົນ ທີ່ກໍ່ລັດຖະປະຫານໂດຍບໍ່ມີການນອງເລືອດເພື່ອຕໍ່ຕ້ານສະຖາບັນກະສັດໃນຊ່ວງຕອນເຊົ້າຂອງວັນທີ 24 ມິຖຸນາ, ປີ 1932.
ຜູ້ຈັດຕັ້ງການໂຮມຊຸມນຸມສົ່ງສັນຍານວ່າ ຂະບວນການປະຕິຮູບທາງການເມືອງທີ່ນໍາພາໂດຍບັນດາເຍົາວະຊົນຂອງພວກເຂົາເຈົ້າ ແມ່ນຍັງບໍ່ຈົບ, ເຖິງແມ່ນວ່າ ບັນດາຜູ້ນໍາກຸ່ມຂອງພວກເຂົາຈະຖືກຂໍ້ກ່າວຫາຫລາຍຢ່າງ ເຊິ່ງລວມເຖິງຂໍ້ກ່າວຫາກ່ຽວກັບການໝິ່ນປະໝາດສະຖາບັນກະສັດທີ່ຊົງພະລັງຂອງໄທ.