ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄວາມ​ວຸ້ນວາຍ ສົ່ງ​ຜົນກະທົບ ຕໍ່​ຊາວມຽນມາ ທີ່ໄປປິ່ນປົວ​ ຢູ່ໄທ


ພວກປະທ້ວງ ກໍາລັງປິດຖະໜົນຫົນທາງ ໃນບາງກອກ
ພວກປະທ້ວງ ກໍາລັງປິດຖະໜົນຫົນທາງ ໃນບາງກອກ
ຄວາມ​ວຸ້ນວາຍທາງ​ດ້ານ​ການ​ເມືອງ ຢູ່​ໃນ​ປະ​ເທດ​ໄທ ກໍາລັງ​ສົ່ງ​
ຜົນກະທົບ ຕໍ່​ ບັນດາ​ນັກ​ທ່ອງ​ທ່ຽວ​ທີ່ໄປປິ່ນປົວ​ພະຍາດ ​ຈາກ
ພະມ້າ ທີ່​ຮູ້​ກັນ​ອີກຊື່ນຶ່ງ​ວ່າມຽນ ມານັ້ນ.

ຊາວ​ມຽນມາ​ຈໍານວນ​ນຶ່ງ ທີ່​ໄດ້​ເດີນທາງ​ໄປບາງກອກ ​ເພື່ອ​ປິ່ນ​
ປົວ​ພະຍາດ​ ທີ່​ຮ້າຍ​ແຮງ ​ໄດ້​ພາກັນ​ກັບ​ຄືນ​ປະເທດ ​ໃນ​ຂະນະ​
ທີ່​ອີກຈຳນວນນຶ່ງ ​ໄດ້​ຍົກເລີກ​ແຜນການເດີນທາງ​ຂອງ​ເຂົາ​ເຈົ້າ.

ນາງ Ma Thandar ​ເປັນ​ພີ່ນ້ອງ ​ຂອງຊາວ​ມຽນມາ ທີ່ເຈັບປ່ວຍ
ຄົນ​ນຶ່ງ​ ໄດ້​ເດີນທາງ​ກັບ​ປະເທດ​ໃນ​ອາທິດ​ນີ້. ນາງໄດ້​ກ່າວ​ຕໍ່ ວີ
​ໂອ​ເອ ພ​ະ​ແນ​ກພາສາ​ມຽນ ມາວ່າ ຄອບຄົວ​ຂອງນາງ ​ໄດ້​ຕັດ
ສິນ​ໃຈ​ໜີ​ອອກ​ຈາກບາງກອກ ​ເນຶ່ອງຈາກ​ວິ​ກິດ​ການ ທາງດ້ານ​ການ​ເມືອງ.

ນາງ Ma Thandar ກ່າວ​ວ່າ : “​ໂຮງໝໍບຳຣຸງຣາດ ເປັນໂຮງໝໍຢູ່​ໃນເຂດໃຈ​ເມືອງ ທີ່​ມີ​
ຄົນ​ເຈັບ​ຊາວ​ມຽນມາ ໄປປິ່ນປົວຢູ່ຫລວງ​ຫລາຍ​. ມີ​ຫລາຍ​ຄົນໄດ້​ພາ ກັນ​ພະຍາຍາມ​ກັບ​
ຄືນ​ປະເທດ ​ເພາະວ່າ ທາງ​ໂຮງໝໍໄດ້​ເຕືອນ​ເຂົາ​ເຈົ້າວ່າ ​ໄຟ ຟ້າ ​ແລະ​ນໍ້າ​ອາດ​ຖືກ​ຕັດ ​ໃນ
​ລະຫວ່າງ​ທີ່​ມີ​ການ​ປະ​ທ້ວງ. ​ທາງໂຮງໝໍ ​ໄດ້​ກ່າວ​ວ່າ ​ໃຫ້ກັບ​ຄືນ​ມາ​ໃໝ່​ອີກ​ໃນ​ສອງ​ອາ
ທິດ ​ແຕ່​ວ່າ ພວກ​ເຮົາຈະ​ລໍຖ້າ​ເບິ່ງ ສະຖາ ນະ​ການ​ເສຍ​ກ່ອນ.”

ສ່ວນ​ໃຫຍ່​ຂອງບັນດາ​ນັກ​ທ່ອງ​ທ່ຽວທີ່ໄປ​ປິ່ນ​ປົວ​ພະຍາດຊາວ​ມຽນມາ ຊຶ່ງຕາມ ປົກກະຕິ
ແລ້ວເປັນຄົນຮັ່ງມີ ຫລື​ຊົນ​ຊັ້ນ​ກາງນັ້ນ ​ເດີນທາງ​ໄປບາງກອກ ​ໂດຍ​ທາງ​ເຮືອບິນ ທີ່​ເຫັນ
​ວ່າ ​ມີ​ຜູ້​ໂດຍສານ​ຫລຸດ​ລົງຢ່າງຫຼວງ​ຫຼາຍ ​ໃນ​ເສັ້ນທາງບິນ ຈາກ​ນະຄອນ​ຢ່າງ​ກຸ້ງ ຫາ
ບາງກອກ.
XS
SM
MD
LG