ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາ​ຫລວດ​ ຂັບໄລ່ ພວກປະທ້ວງ ຕໍ່ຕ້ານ ລັດຖະບານ ຢູ່ໄທ (ສະໄລດ໌/ວີດີໂອ)


ພວກປະທ້ວງ​ຝ່າຍ​ຄ້ານ ດໍາເນີນກິດຂວງ ຢູ່ໃກ້ກັບ
ໂຮງການລັດຖະບານ ໃນ ບາງກອກ
ພວກປະທ້ວງ​ຝ່າຍ​ຄ້ານ ດໍາເນີນກິດຂວງ ຢູ່ໃກ້ກັບ ໂຮງການລັດຖະບານ ໃນ ບາງກອກ
ທີ່ປະເທດໄທ ຕໍາ​ຫລວດ​ປາບ​ປາມ​ຈາລະ​ຈົນຫລາຍ​ພັນ​ຄົນ​
ກໍາລັງຂັບໄລ່ພວກ ປະທ້ວງຕໍ່ຕ້ານລັດຖະບານ ອອກຈາກ
ເຂດຕ່າງໆ ໃນບາງກອກ ບ່ອນ​ທີ່ພວກ ເຂົາເຈົ້າພາກັນຕັ້ງ
ຄ້າຍພັກ​ເຊົາ​ ມາ​ໄດ້​ຫລາຍ​ອາທິດແລ້ວນັ້ນ.

ບໍ່​ມີ​ລາຍ​ງານໃດໆກ່ຽວ​ກັບ​ການ​ປະ​ທະ​ກັນ​ໃນການປະຕິບັດ
ງານຂອງ​ຕໍາ​ຫລວດ ​ໃນ​ວັນ​ສຸກ​ມື້​ນີ້ ເພື່ອຂັບໄລ່ພວກປະທ້ວງ
ອອກໄປຈາກ​ທຳນຽບ​ລັດຖະບານ ​ແລະ​ ​ຕຶກອາຄານທາງ​ລາ
ຊະ​ການ​ອື່ນໆ.

ຕຳຫຼວດທີ່ມີໄມ້ຄ້ອນ ແລະໃສ່ໝວກເຫຼັກ ໄດ້ພາກັນມ້າງຕູບ
ຜາຕັ້ງແລະເຄື່ອງ ກີດຂວາງຂອງພວກຝ່າຍຄ້ານ ທີ່ຖືກເຕືອນໂດຍທາງໂທລະໂຄ່ງ ບໍ່ໃຫ້
ທຳການ ຂັດຂວາງນັ້ນ.



​ແຕ່​ທ່ານອິດສະຣະ ສົມ​ໃຈ ຈາກຄະນະ​ກໍາມະການປະຕິ​ຮູບປະຊາທິປະໄຕຂອງ ປະຊາ
ຊົນ ຂອງພວກຝ່າຍຄ້ານ ​ໃຫ້ຄວາມເຫັນ​ວ່າ ພວກ​ປະ​ທ້ວງ​ຫລາຍ​ຄົນ​ຈະ​ບໍ່​ຍິນ​ຍອມ​ຢ່າ​ງ​
ງ່າຍດາຍ. ຊຶ່ງທ່ານເວົ້າວ່າ “ບໍ່​ມີ​ການ​ກັບ​ຄືນ​ຫລັງ​. ທຸກໆ​ບ່ອນ​ທີ່​ຖືກ​ຍຶດ​ໄວ້​ນັ້ນ ຈະ​ບໍ່​ມີ
ການມອບຄືນໃຫ້. ຖ້າ​ຫາກ​ວ່າຕໍາຫຼວດຕ້ອງການ​ໄລ່່ພວກ ​ເຮົາ​ໜີ​ອອກ​ໄປ​ນັ້ນ ຂ້າພະ
​ເຈົ້າເຊື່ອ​ວ່າ ຈະ​ມີ​ການ​ປະ​ເຊີນ​ໜ້າ​ກັນເກີດຂຶ້ນ.”

ຕໍາຫລວດ​ກ່າວ​ວ່າ ​ເຂົາ​ເຈົ້າກວດ​ຄົ້ນ​ເຂດ​ດັ່ງກ່າວ ​ເພື່ອ​ຊອກ​ຄົ້ນຫາ​ອາ​ວຸດ ​ແລະ​ກ່າວ​ຫາ
ພວກ​ປະ​ທ້ວງ​ຫລາຍ​ຄົນ ພາກັນ​ເຕົ້າ​ໂຮມ​ກັນ​ຢ່າງ​ຜິດ​ກົດໝາຍ.

ທ່ານ Chalerm Yubumrung ຜູ້​ນໍາພາ​ຕໍາຫລວດ ​ໃນ​ການ​ປະຕິບັດ​ງານຄັ້ງນີ້ ກ່າວ​ຕໍ່
ພວກປະ​ທ້ວງ​ວ່າ ຖ້າ​ຫາກ​ເຂົາ​ເຈົ້າ​ບໍ່​ພາກັນ​ໜີແລ້ວ ກໍຈະມີການນຳໃຊ້ກົດ ໝາຍ​ຕໍ່ພວກ
ເຂົາ.

ໃນເດືອນແລ້ວນີ້ ບັນ​ດາ​ເຈົ້າ​ໜ້າ​ທີ່ ​ໄດ້​ປະກາດ​ພາ​ວະສຸ​ກ​ເສີນ ​ແລະ​ໄດ້​ອອກ ໝາຍຈັບ
ບັນດາ​ຜູ້​ນໍາ​ພວກປະ​ທ້ວງ​ຫລາຍ​ຄົນ. ​ແຕ່​ມາຮອດ​ປັດ​ຈຸ​ບັນ​ນີ້ ສ່ວນໃຫຍ່ແລ້ວ ຕໍາຫລວດ
​ຍັງ​ອ​ະນຸຍາດ​ໃຫ້​ມີການ​ປະ​ທ້ວງ​ໄດ້ ທີ່​ໄດ້​ອັດສີ່ແຍກຫຼາຍໆແຫ່ງ ​ແລະບາງຄັ້ງກໍພາກັນ
ເຂົ້າຢຶດເອົາຕຶກອາ ຄານຕ່າງໆຂອງ​ລັດຖະບານ.

ພວກປະທ້ວງ​ຝ່າຍ​ຄ້ານ ພະຍາຍາມ​ບັງຄັບ​ໃຫ້ນາຍົກລັດຖະມົນຕີ ຍິ່ງລັກ ຊິນນະ​ວັດ
ອອກ​ຈາກ​ອໍານາດ ​ໂດຍ​ກ່າວ​ວ່າ ລັດຖະບານ​ຂອງທ່ານ​ນາງ ມີ​ການສໍ້​ລາດ​ບັງ​ຫລວງ
ຢ່າງສິ້ນຫວັງ.

Thai
please wait
Embed

No media source currently available

0:00 0:00:38 0:00
XS
SM
MD
LG