ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກໄທ ລອດພົ້ນ ຈາກການ ລົງມະຕິ ບໍ່ໄວ້ວາງໃຈ ໃນສະພາ (ວີດີໂອ/ສະໄລດ໌)


Thai Protesters Press on With Rallies Amid Fears of Violence
please wait

No media source currently available

0:00 0:01:30 0:00
ລິງໂດຍກົງ
ທ່ານ​ນາງ​ຍິ່ງລັກ ຊິນນະ​ວັດ ນາຍົກລັດຖະມຸນຕີ​ໄດ້​ລອດ​ພົ້ນ​
ຈາກການ​ລົງມະຕິ​ບໍ່​ໄວ້ວາງ​ໃຈ​ໃນ​ສະພາ​ຜູ້​ແທນ​ລາດ​ສະ
​ດອນ​ຢ່າງ​ງ່າຍດາຍ ບ່ອນ​ທີ່​ພັກ​ຂອງ​ທ່ານ​ນາງ​ຄວບ​ຄຸມ​ບ່ອນ
​ນັ່ງ​ສ່ວນ​ຫຼາຍ​ໃນ​ສະພາ​ນັ້ນ.

ພວກ​ຜູ້​ແທນ​ລາດ​ສະ​ດອນ​ໃນ​ບາງກອກໄດ້​ລົງມະຕິ​ຄັດຄ້ານ​
ດ້ວຍ​ຄະ​ແນນ​ສຽງ​ 297 ຕໍ່ 134 ສຽງ​ ​ຕໍ່​ການ​ເອົາ​ມາດ​ຕະ
ການ ທີ່​ຈະ​ປົດ​ທ່ານ​ນາງ​ອອກ​ຈາກ​ຕຳ​ແໜ່​ງຍ້ອນ​ການ​ກ່າວ​
ຫາ​ສໍ້​ລາດ​ບັງ​ຫຼວງ​ຕ່າງໆ.

​ໃນ​ຂະນະ​ດຽວ​ກັນ ພວກ​ປະ​ທ້ວງ​ຝ່າຍ​ຄ້ານ​ໄດ້​ຂະ​ຫຍາຍການ​ປະ​ທ້ວງ
​ຂອງຕົນ​ອອກ​ໄປ​ໃນທົ່ວ​ນະຄອນຫຼວງ​ໃນ​ວັນ​ພຸດ​ວານ​ນີ້ ​ໂດຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ເຂົ້າ
​ຍຶດ​ເອົາ​ທຸກໆ​ກະຊວງຂອງ​ລັດຖະບານ ຈົນ​ກວ່າ​ທ່ານ​ນາງ​ຍິ່ງລັກຈະລາ​ອອກ​ຈາກ​ຕຳ​ແໜ່​ງ.

ພວກ​ປະ​ທ້ວງ​ໄດ້​ເຂົ້າ​ຍຶດບາງສ່ວນ​ຂອງ​ກະຊວງ​ການ​ເງິນ​ແລະ​ກະຊວງ​ການ​ຕ່າງປະເທດ ​ແລະ​ປິດ​ລ້ອມ​ກະຊວງ​ພາຍ​ໃນ ​ແລະ​ຕຳຫຼວດ​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ພວກ​ປະ​ທ້ວງ​ໄດ້​ດຶງ​ຈ່ອງ​ສາຍ​ໄຟຟ້າ​ລົງ​ຫຼາຍ​ສາຍ​ ຢູ່​ນອກ​ກອງ​ບັນຊາ​ການໃຫຍ່​ຕຳຫຼວດ ​ແລະ​ໂຮງໝໍແຫ່ງ ​ນຶ່ງ​ທີ່​ຕັ້ງ​ຢູ່​ຕິດໆ​ກັນ ​ບັງຄັບໃຫ້​ພວກ​ສະຖານ​ທີ່​ເຫຼົ່າ​ນີ້ ​ຕ້ອງ​ໃຊ້​ໄຟຟ້າ​ສຳຮອງ.

ນາຍົກລັດຖະມຸນຕີຍິ່ງລັກ ບໍ່​ຍອມ​ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ​ຮຽກຮ້ອງ​ໃຫ້​ທຳ​ການ​ໂອ້ລົມ​ສົນທະ ນາ​ກັນເພື່ອ​ແກ້​ໄຂ​ສະຖານະ​ການ​ດັ່ງກ່າວ. ທ່ານ​ນາງ​ຍິ່ງລັກ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ບໍ່​ໃຊ້​ຄວາມ​ຮຸນ​ແຮງ​ເພື່ອ​ຍຸຕິ​ການ​ປະ​ທ້ວງ​ນີ້.

ນາຍ Steve Herman ຜູ້​ສື່​ຂ່າວ​ວີ​ໂອ​ເອ ທີ່​ຕິດຕາມ​ການ​ປະ​ທ້ວງ​ຢູ່​ບາງກອກ ກ່າວ​ວ່າ ຍັງ​ບໍ່​ເປັນ​ທີ່
​ແນ່ນອນ​ເທື່ອ​ວ່າ ພວກ​ປະ​ທ້ວງ​ຈະ​ສາມາດ​ບັນລຸເປົ້າ​ໝາຍ​ຂອງ​ຕົນ​ຫຼື​ບໍ່?

ນາຍ Herman ກ່າວ​ຕື່ມ​ວ່າ ຖ້າ​ຫາກ​ລັດຖະບານ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ແທ້ ການ​ເຄື່ອນ​ໄຫວຂອງລັດຖະບານ​ນີ້​ ຈະ​ບໍ່​ໂອນ​ອຳນາດ​ໃດໆ​ໃຫ້​ພັກ​ປະຊາທິປັດ​ຝ່າຍ​ຄ້ານ​.

ການ​ປະ​ທ້ວງ​ຕາມ​ຖະໜົນ​ຫົນທາງສາຍ​ຕ່າງໆ​ເທື່ອ​ນີ້ ນັບ​ວ່າ​ເປັນ​ການ​ປະ​ທ້ວງ​ຄັ້ງ​ໃຫຍ່​ທີ່​ສຸດ​ໃນໄທ ນັບ​ແຕ່​ປີ 2010 ​ເປັນ​ຕົ້ນ​ມາ ​ເວລາ​ປະຊາຊົນ 90 ຄົນ​ເສຍ​ຊີວິດ​ໃນ​ການ​ປາບ​ປາມ​ພວກ​ປະ​ທ້ວງ​ຝ່າຍ​ຄ້ານ ຂອງ​ພວກ​ທະຫານ​ນັ້ນ.

ການ​ປະ​ທ້ວງ​ຄັ້ງ​ຫຼ້າ​ສຸດ​ນີ້ ​ໄດ້​ເກີດ​ຂຶ້ນ​ມາ​ໄດ້​ຫຼາຍ​ສັບປະດາ​ແລ້ວດ້ວຍ​ການສະ​ເໜີ​ຮ່າງຍັດຕິໃຫ້​ນິລະ​ໂທ​ດກຳສະບັບ​ນຶ່ງ​ທີ່​ຈະ​ອະນຸມັດ​ໃຫ້​ອະດີດ​ນາຍົກລັດຖະມຸນຕີທັກສິນ ຊິນນະ​ວັດ ອ້າຍ​ຂອງ​ທ່ານ​ນາງ​ຍິ່ງ​ລັກ ກັບ​ຄືນ​ມາ​ປະ​ເທດ​ໄດ້ ​ແລະ​ຫຼີກ​ເວັ້ນຈາກການ​ລົງ​ໂທດ​ຈຳ​ຄຸກ​ເປັນ​ເວລາ 2 ປີ​ໃນ​ຄວາມ​ຜິດ​ຖານ​ທຳ​ການ​ສໍ້​ລາດ​ບັງ​ຫຼວງ​ນັ້ນ. ຮ່າງຍັດຕິ​ໃຫ້​ນິລະ​ໂທດ​ກຳ ດັ່ງກ່າວ​ໄດ້​ຮັບ​ການ​ປະຕິ​ເສດ​ໃນ​ສະພາ​ສູງ​ຂອງ​ໄທ ​ແຕ່​ການ​ປະ​ທ້ວງ​ພວກຝ່າຍ​ຄ້ານ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ.

ນາຍົກລັດຖະມຸນຕີຍິ່ງລັກ ຊິນນະ​ວັດ ​ໄດ້​ຂຶ້ນ​ຄອງ​ອຳນາດ​ມາ​ໃນ​ປີ 2011. ທ່ານ​ທັກສິນ ໄດ້​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງ​ໂດຍ​ການ​ປະ​ທ້ວງ​ຕາມ​ຖະໜົນ​ຫົນທາງ​ຕ່າງໆ​ໃນ​ປີ 2006 ແລະ​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ໃນ​ຖານ​ທຳ​ການ​ສໍ້​ລາດ​ບັງ​ຫຼວງ. ທ່ານ​ໄດ້​ໄປ​ລີ້​ໄພ​ໃນ​ຕ່າງ ປະ​ເທດ ​ເພື່ອ​ຫຼົບໜີ​ຈາກ​ຂໍ້​ກ່າວ​ຫາຊຶ່ງ​ທ່ານ​ກ່າວ​ວ່າ ຂໍ້​ກ່າວ​ຫາ​ເຫຼົ່າ​ນີ້ມີ​ເຫດຜົນ​ທາງ​ດ້ານການ​ເມືອງ​ນັ້ນ.


XS
SM
MD
LG