ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ ຢິ່ງລັກ ສະເໜີ ໃຫ້ຕັ້ງ ສະພາປະຕິ​ຮູບ ​ແຫ່ງ​ຊາດ ​ເພື່ອ​ແກ້​​ໄຂ ວິ​ກິດ​ການ (ສະໄລດ໌/ວີ​ດີ​ໂອ)


ນາຍົກລັດຖະມົນຕີໄທ ທ່ານນາງຢິ່ງລັກ
ນາຍົກລັດຖະມົນຕີໄທ ທ່ານນາງຢິ່ງລັກ
ນາຍົກລັດຖະມົນຕີໄທ ທີ່​ພວມ​ດີ້ນຮົນ​ຕໍ່ສູ້​ຢູ່​ນັ້ນ ໄດ້​ສະ​ເໜີ ​
ໃຫ້ສ້າງຕັ້ງສະພາປະຕິ​ຮູບ​ແຫ່ງ​ຊາດ ​ເພື່ອ​ແກ້ໄຂວິ​ກິດ​ການ
​ທາງ​ດ້ານການ​ເມືອງ​ຂອງ​ປະ​ເທດ.

ນາຍົກລັດຖະມົນຕີ ຢິ່ງລັກ ຊິນນະ​ວັດ ໄດ້​ຍຸບ​ສະພາແລ້ວ​ແລະ
​ຮຽກ​ໃຫ້​ມີ​ການ​ເລືອກ​ຕັ້ງ​ກ່ອນ​ກຳນົດ ແຕ່​ມັນກໍ​ບໍ່​ໄດ້​ສ້າງ​ຄວາມ
​ພໍ​ໃຈ ​ໃຫ້​ແກ່​ພວກຝ່າຍ​ຄ້ານ ທີ່​ຮຽກຮ້ອງໃຫ້ທ່ານ​ນາງ​ລາ​ອອກ.

ທ່ານ​ນາງຢິ່ງລັກ ​ໄດ້​ກ່າວໃນວັນ​ພຸດ​ມື້​ນີ້​ວ່າ ສະພາປະຕິ​ຮູບທີ່​
ໄດ້​ມີ​ການສະ​ເໜີດັ່ງກ່າວ​ນີ້ຈະ​ປະຕິບັດ​ໜ້າ​ທີ່​ຄຽງ​ຄູ່​ກັນ​ກັບ​ລັດ
ຖະບານ​ໃໝ່ ທີ່​ຈະ​ໄດ້​ຮັບ​ການ​ເລືອກ​ຕັ້ງ ໃນວັນ​ທີ 2 ກຸມພາ​ໜ້າ​ນີ້.
​ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ນາງ​ຍັງ​ໄດ້​ກ່າວ​ອີກ​ວ່າ ສະພາ​ດັ່ງກ່າວ​ນີ້ ​ຈະ​ບໍ່​ແມ່ນພາກ​ສ່ວນ
ຂອງ​ລັດຖະບານ ​ແລະ​ສະມາຊິກ​ຂອງ​ສະພາທີ່​ວ່າ​ນີ້ ​ຈະຖືກ​ເລືອກໂດ​ຍຄະນະກຳມາ​ທິ
ການທີ່​ເປັນ​ອິດ​ສະລະ​.

ໜ້າ​ທີ່​ຮັບຜິດຊອບ​ຂອງສະພາ​ດັ່ງກ່າວ​ນີ້ ​ແມ່ນ​ຮວມທັງ​ ການສຶກສາດັດ​ແກ້ກົດໝາຍລັດ
ຖະທໍາ​ມະນູນ ປ່ຽນ​ແປງ​ການ​ເສດຖະກິດ ຫາ​ທາງ​ແກ້​ໄຂການ​ສໍ້​ລາດ​ບັງ​ຫຼວງ ​ແລະ​ປະຕິ​
ຮູບ​ການ​ເລືອກ​ຕັ້ງ.



ຍັງ​ບໍ່​ທັນ​ໄດ້​ມີ​ປະຕິກິລິຍາ​ໃດໆ​ຈາກຜູ້​ນໍາ​ຝ່າຍ​ຄ້ານ ທ່ານ​ສຸ​ເທບ ​ເທືອ​ກສະ​ບັນ ຜູ້​ຊຶ່ງ​ໄດ້
​ກ່າວ​ວ່າ ​ມັນ​ຄວນ​ຈະ​ມີ​ການ​ປະຕິ​ຮູບ​ເສຍ​ກ່ອນ ກ່ອນ​ຈະການ​ເລືອກ​ຕັ້ງນັ້ນ.

ທ່ານ​ສຸ​ເທບ ​ໄດ້​ປະຕິຍານ​ວ່າ​ ຈະ​ລົບ​ກວນ​ການ​ເລືອກ​ຕັ້ງ. ພວກ​ປະ​ທ້ວງຕໍ່​ລັດຖະບານ
ພະຍາຍາມ​ຂັດຂວາງບໍ່​ໃຫ້ມີ​ການ​ເຂົ້າອອກສະຖານ​ທີ່ຕ່າງໆ ບ່ອນທີ່​ພວກ​ສະມັກ​ຈະ​ໄດ້
​ເຂົ້າ​ໄປຈົດ​ທະບຽນ ​ເພື່ອລົງ​ແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ຈະ​ມາ​ເຖິງ​ນີ້.

ອະດີດຮອງນາຍົກລັດຖະມົນຕີ​ເທືອ​ກສຸບັນ ​ໄດ້​ນໍ​າພາ​ໃນ​ການ​ປະ​ທ້ວງມາ​ໄດ້​ຫຼາຍໆ​
ອາທິດ​ແລ້ວ ຊຶ່ງ​ພວກ​ປະ​ທ້ວງ​ຈຳນວນ​ນຶ່ງ ​ໄດ້​ເຂົ້າ​ຍຶດ​ເອົາຕຶກໂຮງການລັດຖະ​ບານ​
ຫຼາຍ​ຫຼັງ​ໃນ​ນະຄອນຫຼວງຂອງ​ໄທ.

THAILAND POLITICS
please wait
Embed

No media source currently available

0:00 0:01:05 0:00
XS
SM
MD
LG