ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ​​ໄທ​ເວົ້າ​ວ່າ ຈະ​​ຊ່ວ​ຍ​ລາວ ໃຫ້​ເຊື່ອມ​ໂຍງ​ການ​ທ່ອງ​ທ່ຽວ​ ໃນ​ພາກ​ເໜືອ​ ໃສ່​ກັບ​ໄທ ເພື່ອພັດ​ທະ​ນາ​ໃຫ້ເປັນ​ເຂດ​ທ່ອງ​ທ່ຽວ​​ ດຽວ​ກັນໄດ້


​ແຜນ​ທີ່​ໂຄງ​ການກໍ່​ສ້າງ​ຂົວຂ້າມ​ນ້ຳ​ຂອງ​ຢູ່​ບ້ານ​ຊຽງ​ແມນ ແຂວງ​ຫລວງ​ພະ​ບາງ​ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ​ໄທ
​ແຜນ​ທີ່​ໂຄງ​ການກໍ່​ສ້າງ​ຂົວຂ້າມ​ນ້ຳ​ຂອງ​ຢູ່​ບ້ານ​ຊຽງ​ແມນ ແຂວງ​ຫລວງ​ພະ​ບາງ​ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ​ໄທ

ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ຢືນ​ຢັນ​ວ່າ ​ຈະ​ໃຫ້​ການ​ຊ່ວ​ຍເຫລືອເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ໃນ​ລາວ ໂດຍ​ແນ​ໃສ່​ການ​ເຊື່ອມ​ໂຍງ​ການ​ທ່ອງ​ທ່ຽວ​ ລະ​ຫວ່າງ​ພາກ​ເໜືອ​ຂອງ 2 ​ປະ​ເທດ​ໃຫ້​ເປັນ​ເຂດ​ທ່ອງ​ທ່ຽວ​ອັນ​ດຽວ​ກັນ ຊຶ່ງ​ຊົງ​ລິດ​ໂພນ​ເງິນ​ມີ​ລາຍ​ງານ ຈາກ​ບາງກອກ.

ໂຄງການກໍ່ສ້າງຂົວຂ້າມນໍ້າຂອງຊຽງແມນ-ຫຼວງພະບາງຈະ​ໃຊ້​ທຶນສ້າງປະມານ 1,200 ລ້ານບາດ. ໃນ​ນີ້ ຈະເປັນການຊ່ວຍເຫຼືອລ້າ ​ທີ່ລັດຖະບານໄທໃຫ້ແກ່ລັດຖະບານລາວ 30ເປີ​ເຊັນ ແລະ ​ເງິນ​ກູ້​ຢືມ 70 ເປີ​ເຊັນ ໂດຍຄາດວ່າ ຈະ​ດຳ​ເນີນການສຶກສາ ​ແລະ​ອອກ​ແບບ​ກໍ່ສ້າງໃຫ້​ສຳ​ເລັດພາຍ​ໃນ​ໄຕ​ມາດ​ທີ 1 ຂອງ​ປີ 2023 ​ແລະຈະ​ໃຊ້​ເວລາ​ກໍ່ສ້າງ​ໃຫ້​ສຳ​ເລັດ​ພາຍ​ໃນ 300 ວັນ ​ນັບ​ແຕ່​ວັນທີ​ລົງ​ລາຍເຊັນ​ໃນ​ສັນຍາ​ກໍ່ສ້າງ. ທັງ​ນີ້ ເພື່ອ​ຈະເປີດການ​ນຳ​ໃຊ້​ຂົວຢ່າງ​ເປັນ​ທາງ​ການໃນ​ໄຕ​ມາດ​ທີ 1 ຂອງປີ 2024.

ພົນເອກປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີໄທຖະ​ແຫຼງການ​ຢືນຢັນ​ວ່າ ລັດຖະບານ​ໄທ​ໄດ້​ຕົກລົງ​ໃຫ້ການ​ຊ່ວຍ​ເຫຼືອ​ດ້ານ​ງົບປະມານ​ແກ່​ລັດຖະບານ​ລາວ ​ໃນ​ການ​ກໍ່ສ້າງ​ຂົວ​ຂ້າມ​ແມ່​ນ້ຳຂອງ​ຢູ່​ບ້ານ​ຊຽງ​ແມນ, ແຂວງຫຼວງພະບາງ ເຊິ່ງຖືວ່າເປັນສ່ວນນຶ່ງຂອງແຜນການເຊື່ອມຕໍ່ການທ່ອງທ່ຽວໃນເຂດພາກເໜືອຂອງລາວ ແລະໄທ ໃຫ້ເປັນແຫຼ່ງທ່ອງທ່ຽວດຽວກັນ ​ໂດຍ​ມີແຂວງ​ຫຼວງ​ພະ​ບາງກັບຈັງ​ຫວັດ​ນ່ານ​ເປັນ​ເມືອງ​ຄູ່ແຝດ​ໃນ​ການ​ເຊື່ອມ​ຕໍ່ລະຫວ່າງ​ສອງ​ປະ​ເທດ​ ດັ່ງ​ທີ່​ພົນ​ເອກປຣະຢຸດໃຫ້​ການຢືນຢັນວ່າ:
“ພວກ​ເຮົາ​ເຫັນ​ພ້ອມ ທີ່​ຈະ​ເລັ່ງ​ລັດຟື້ນ​ຟູການ​ທ່ອງ​ທ່ຽວ ເພື່ອ​ສ້າງ​ງານ ສ້າງ​ລາຍ​ໄດ້​ໃຫ້​ກັບ​ປະ​ຊາ​ຊົນ ໂດຍ​ຈະ​ຈັດ​ທຳ​ແຜນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ ​ຄວາມ​ເຊື່ອມ​ໂຍງການ​ທ່ອງ​ທ່ຽວ​ໄທ-​ລາວ ໂດຍ​ສະ​ເພາະ​ການ​ເຊື່ອມ​ໂຍງ​ເສັ້ນ​ທາງ​ທ່ອງ​ທ່ຽວ​ລະ​ຫວ່າງຫລວງ​ພ​ະ​ບາງກັບ​ພາ​ກ​ເໜືອ​ຂອງ​ໄທ. ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ພ້ອມ​ຂອງ​ໄທທີ່​ຈະ​ສະ​ໜັບ​ສະ​ໜູນ ສ​ປ​ປ ລາວ ໃນ​ການ​ກໍ່​ສ້າງ​ຂົວ​ຊຽງ​ແມນ, ຫລວງ​ພ​ະ​ບາງ ​ເພື່ອ​ສົ່ງເສີມ​ ຄວາມ​ເຊື່ອມ​ໂຍງ​ດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ກັນ.

ໂຄງການກໍ່ສ້າງຂົວຂ້າມນໍ້າຂອງຊຽງແມນ-ຫຼວງພະບາງ ມີມູນຄ່າປະມານ 1,200 ລ້ານບາດ ຈະເປັນ ການຊ່ວຍເຫຼືອລ້າຂອງລັດຖະບານໄທໃຫ້ແກ່ລັດຖະບານລາວ 30 ເປີ​ເຊັນ ແລະເງິນກູ້ຢືມ 70ເປີ​ເຊັນ ໂດຍ ຄາດວ່າການສຶກສາ ​ແລະ​ອອກ​ແບບ​ກໍ່ສ້າງ​ຈະ​ໃຫ້​ສຳ​ເລັດ​ໃນ​ໄຕ​ມາດ​ທີ 1 ຂອງ​ປີ 2023 ​ແລະ ​ໃຊ້​ເວລາ​ກໍ່ສ້າງ​ໃຫ້​ສຳ​ເລັດ​ພາຍ​ໃນ 300 ວັນ ​ນັບ​ແຕ່​ວັນ​ເຊັນ​ສັນຍາ​ກໍ່ສ້າງ ​ເພື່ອ​ຈະ​ເປີດ​ໃຊ້​ຂົວ​ຢ່າງເປັນ​ທາງ​ການໃນ​ໄຕ​ມາດ​ທີ 1 ຂອງປີ 2024.

​ທ່າ​ເຮືອ​ຊຽງ​ແມນ​ຢູ່​ແຄມ​ແມ່​ນ້ຳ​ຂອງ ໃນ​ແຂວງ​ຫລວງ​ພະ​ບາງ
​ທ່າ​ເຮືອ​ຊຽງ​ແມນ​ຢູ່​ແຄມ​ແມ່​ນ້ຳ​ຂອງ ໃນ​ແຂວງ​ຫລວງ​ພະ​ບາງ

ສ່ວນເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ພະ​ແນກ​ຖະ​ແຫລງ​ຂ່າວ ວັດ​ທະ​ນາ​ທຳ ແລະ​ທ່ອງ​ທ່ຽວ​ໃນນະ​ຄອຫລວງນ​ວຽງ​ຈັນ ເປີດ​ເຜີຍ​ວ່າ ລັດ​ຖະ​ບານ​ລາວ​ໄດ້​ມອບ​ໝາຍໃຫ້​ອຳ​ນາດ​ການ​ປົກ​ຄອງ​ເຂດ​ນະ​ຄອນ​ຫລວງ​ວຽງ​ຈັນ ຈະ​ຕ້ອງ​ດຶງ​ເອົາ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ໃຫ້​ໄດ້ 1 ລ້ານ​ຄົນ ໃນ​ປີ 2022 ນີ້ ຊຶ່ງ​ຖ້​າ​ຫາກ​ພິ​ຈາ​ລະ​ນາ​ຈາກ​ສະ​ພ​າບ​ການ​ໂຕ​ຈິງ​ກ່ອນ​ໜ້ານີ້ ຍ່ອມ​ຈະ​ເປັນ​ການ​ຍາກ​ຢ່າງຍິ່ງທີ່​ຈະ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ ເພາະລັດ​ຖະ​ບານ​ລາວ ໄດ້​ເປີດດ່ານ​ຊາຍ​ແດນ​ທຸກ​ແຫ່ງນັບ​ຕັ້ງ​ແຕ່​ເດືອນ​ພຶດ​ສະ​ພາ 2022 ເປັນ​ຕົ້ນ​ມາ ໂດຍ​ສະ​ເພາະ​ນັກ​ທ່ອງ​ທ່ຽວ​ຈາກ ປະ​ເທດ​ໄທ​ນັ້ນ ໄດ້​ຫລັ່ງ​ໄຫລ​ເຂົ້າ​ມາ​ໃນ​ລາວ​ເພີ້​ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແຕ່​ວ່າ​ບັນ​ຫາ​ທີ່​ເກີດ​ຂຶ້ນ ກໍ​ຄື​ຄວາມບໍ່​ພ້ອມ​ໃນ ພາກ​ທຸ​ລະ​ກິດ​ບໍ​ລິ​ການ ແລະ​ທ່ອງ​ທ່ຽວ​ໃນ​ລາວ ລວ​ມ​ເຖິງ​ຄວາມບໍ່​ເຂົ້າ​ໃຈໃນ​ແຜນ​ການ​ສົ່ງ​ເສີມ​ດ້ານ​ການ​ທ່ອງ​ທ່ຽວ​ຂອງ​ລັດ​ຖະ​ບານ​ລາວ ດັ່ງ​ທີ່​ທ່ານ​ນາງ​ສວນ​ສະ​ຫວັນ ວິ​ຍະ​ເກດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫລງ​ຂ່າວ-ວັດ​ທະ​ນະ​ທຳ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:
“ຄວາມ​ຮັບ​ຮູ້ ​ແລະຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ເຂດ​ທ່ອງ​ທ່ຽວ​ສີຂຽວ ​ທົ່ວ​ສັງຄົມ​ຍັງ​ບໍ່​ທັນເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ ​ແລະ ​ເລິກ​ເຊິ່ງ. ​ການ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ເຂົ້າ-​ອອກ, ການ​ສະ​ຫນອງ​ຂໍ້​ມູນ,​ ການຈັດ​ຊື້​ປະກັນ​ໄພ, ການຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ​ຍັງ​ບໍ່​ສາມາດ​ປະຕິບັດ​ໄດ້​ຕາມ​ເງື່ອນ​ໄຂ​ທີ່​ໄດ້ກຳນົດ​ໄວ້. ການກຳນົດສະຖານກວດ​ຫາເຊື້ອຢູ່ດ່ານ, ການແຈ້ງຜົນກວດ, ການ​ເສຍຄ່າໃນການກວດ​ຫາ​ເຊື້ອ, ການອອກໃບຢັ້ງ​ຢືນ​ຜົນ​ກວດ ແລະຂັ້ນຕອນການດຳ​ເນີນ​ການຕໍ່ຜູ້ຕິດເຊື້ອ ຍັງບໍ່ທັນຊັດ​ເຈນ ບໍ່ທັນອຳນວຍຄວາມ ສະດວກໃຫ້ ແກ່ນັກທ່ອງທ່ຽວ.”

ທັງ​ນີ້ ​ການ​ລະ​ບາດ​ໄ​ວ​ຣັ​ສ​ໂຄວິດ-19 ນັບ​ແຕ່​ປີ 2020 ເປັນ​ຕົ້ນ​ມາ​ກໍຍັງ​ໄດ້​ສົ່ງ​ຜົນ​ກະ​ທົບເຮັດ​ໃຫ້​ພາກບໍ​ລິ​ການ ແລະ​ທ່ອງ​ທ່ຽວ​ໃນ​ລາວ​ສູນ​ເສຍ​ລາຍ​ຮັບ​ເກີນກວ່າ 700 ລ້​ານ​ໂດ​ລາ​ສະ​ຫະ​ລັດ ຕໍ່​ປີ ແລະ​ຍັງ​ເຮັ​ດ​ໃຫ້​ຫົວ​ໜ່ວຍທຸ​ລະ​ກິດ ຈຳ​ນວນ​ຫລາຍ ໄດ້​ຂໍ​ເລື່ອນ​ຊຳ​ລະ​ໜີ້​ສິນ​ໃຫ້​ທະ​ນາ​ຄານ ໃນ​ນີ້​ກໍ​ຮວມ​ເຖິງ​ໂຮງ​ແຮມ ບ້ານ​ພັກ 2,920 ແຫ່ງ ​ບໍ​ລິ​ການ​ທ່ອງ​ທ່ຽວ 1,500 ກວ່າ​ລາຍ ໂດຍ​ສະ​ເພາະ​ແມ່ນ​ນະ​ຄອນ​ວຽງ​ຈັນ ນັ້​ນ​ມີ​ໜ່ວຍ​ທຸ​ລະ​ກິດ​ທີ່ຖືກ​ກະ​ທົບ​ຈາກ​ການ​ລະ​ບາດ​ໄວ​ຣັ​ສ​ໂຄ​ວິດ-19 ​ເກີນກວ່າ 90 ເປີ​ເຊັນ ຂອງ​ຫົ​ວ​ໜ່ວຍ​ທຸ​ລະ​ກິດ​ທັງ​ໝົດ​ໃນ​ພາກບໍ​ລິ​ການ ຊຶ່ງ​ໄດ້ເຮັດ​ໃຫ້ເກີ​ດການ​ເລີກ​ຈ້າງ ແລະ​ມີ​ການ​ຫວ່າງງ​ານ​ໃນ​ລາວ​ເກີນກວ່າ 1 ລ້ານ​ຄົນ​ໃນ​ປັດ​ຈຸ​ບັນ ດ້ວຍ​ສະ​ພາບ​ການ​ດັ່ງ​ກ່າວ ຈຶ່ງ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ໄດ້​ປະ​ກາດ​ເປີດ​ດ່ານ​ສາ​ກົນ​ໃນ​ທົ່ວ​ປະ​ເທດ ເພື່ອ​ຮັບ​ເອົາ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດນັບ​ຈາກວັນ​ທີ 9 ພຶດ​ສະ​ພາ ​ປີ 2022 ເປັນ​ຕົ້ນ​ໄປ.

​ສ່ວນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ຖະ​ແຫລງ​ຂ່າວ ວັດ​ທະ​ນາ​ທຳ ແລະ​ທ່ອງ​ທ່ຽວຄາດ​ຫວັງ​ວ່າ​ ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ຈະ​ເດີນ​ທາງ​ມາ​ລາວ​ຫລາຍ​ຂຶ້ນ ໂດຍ​ສະ​ເພາະພາຍ​ຫລັງ​ຈາກ​ສາ​ມາດ​ຄວ​ຄຸມ​ການ​ລະ​ບາດ​ໄວ​ຣັ​ສ​ໂຄວິດ-19 ໄດ້​ຢ່າງ​ຄັກ​ແນ່​ແລ້ວ​ນັ້ນ ເມື່ອ​ສົມ​ທົບ​ກັບ​ການ​ເປີດ​ການ​ເດີນ​ລົດ​ໄຟ​ລາວ​ຈີນ ນັບ​ຈາກ​ວັນ​ທີ 3 ທັນ​ວ​າ ປີ 2021 ເປັນ​ຕົ້​ນ​ມາ​ນັ້ນ ທາງ​ການ​ລາວຍັງຄາດ​ໝາຍ​ດ້ວຍ​ວ່າ ​ຈະ​ມີ​ຊາວ​ຈີນ​ເດີນ​ທາງ​ມາ​ລ​າວ​ເກີນກວ່າ 1 ລ້ານ​ຄົນ​ໃນ​ປີ 2022 ແລະ​ຈະ​ເພີ້ມ​ຂຶ້ນ​ ເກີນກວ່າ 25 ເປີ​ເຊັນ ໃນ​ປີ​ຕໍ່​ໄປ ແຕ່​ວ່າ​ບັນ​ຫາ​ກໍ​ຄື​ລັດ​ຖະ​ບານ​ຈີນ ຍັງ​ຄົງ​ບໍ່​ອະ​ນຸ​ຍາດ​ໃຫ້​ຊາວ​ຈີນ ​ເດີນ​ທາງ​ໄປ​ຕ່າງ​ປະ​ເທດ​ໄດ້ເລີຍ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້.

XS
SM
MD
LG