ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຄືອຂ່າຍປະຊາຊົນໄທ ໃນ​ລຸ່ມ​ແມ່​ນ້ຳ​ຂອງ ບໍ່​ເຊື່ອ​ໝັ້ນ​ຕໍ່​ບົດ​ບ​າດ ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ ແມ່​ນ້ຳ​ຂອງ


ເຄ​ື່ອ​ຂ່າຍ​ປະ​ຊາ​ຊົນ​ໄທ ປະ​ທ້ວງ​ການ​ສ້າງ​ເຄືອນ​ໄຟ​ຟ້າ​ໃນ​ລຸ່ມ​ແມ່​ນ້ຳ​ຂອງ (ພາບ​ສະ​ໜອງ​ໃຫ້​ໂດຍ ຊົງ​ລິດ ໂພນ​ເງິນ)
ເຄ​ື່ອ​ຂ່າຍ​ປະ​ຊາ​ຊົນ​ໄທ ປະ​ທ້ວງ​ການ​ສ້າງ​ເຄືອນ​ໄຟ​ຟ້າ​ໃນ​ລຸ່ມ​ແມ່​ນ້ຳ​ຂອງ (ພາບ​ສະ​ໜອງ​ໃຫ້​ໂດຍ ຊົງ​ລິດ ໂພນ​ເງິນ)

ເຄື່ອ​ຂ່​າຍ​ປະ​ຊ​າ​ຊົນ​ໄທ​ໃນ​ລຸ່ມ​ແມ່​ນ້ຳ​ຂອງ ບໍ່​ເຊື່ອ​ໝັ້ນ​ຕໍ່​ບົດ​ບ​າດ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ (MRC) ເພາະ​ວ່າ​ບໍ່​ມີ​ສິດທີ່​ຈະ​ຄັດ​ຄ້ານ​ຕໍ່​ໂຄງ​ການກໍ່​ສ້າງ​ເຂື່ອນ​ເທິງ​ແລວ​ນ້ຳ​ຂອງ​ໄດ້​ເລີຍ ຊຶ່ງ​ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ນິ​ວັດ ​ຮ້ອຍ​ແກ້ວ ແກນ​ນຳ​ເຄື່ອ​ຂ່າຍ​ປະ​ຊາ​ຊົນ​ໄທ 8 ຈັງ​ວັດ ​ໃນ​ລຸ່​ມ​ແມ່​ນ້ຳ​ຂອງ​ເປີດ​ເຜີຍ​ວ່າ ເຄື່ອ​ຂ່າຍ​ປະ​ຊາ​ຊົນ​ໄທ​ຈະ​ລົນນາ​ລົງ​ໃຫ້​ມີ​ການ​ສ້າງ​ຕັ້ງ​ອົງ​ການມະ​ຫາ​ຊົນຂອງ​ພ​າກ​ປະ​ຊາ​ຊົນ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ຂຶ້ນມາ ເພື່ອພັດ​ທະ​ນາ​ຄວາ​ມ​ຮ່ວ​ມ​ມື​ເພື່ອ​ການ​ນຳ​ໃຊ້​ປະ​ໂຫຍດ​ຈາກ​ແມ່​ນ້ຳ​ຂອງ​ຢ່າງ​ຍືນ​ຍົງ​ໃນ​ການ​ປະ​ຕິ​ບັດ​ໂຕ​ຈິງ​ໃຫ້​ໄດ້​ໄວ​ທີ່​ສຸດ ເພາະ​ວ່າ​ການ​ນຳ​ໃຊ້​ປະ​ໂຫຍດ​ຈາກ​ແມ່​ນ້ຳ​ຂອງ​ໃນ​ຊວງ​ທີ່​ຜ່ານ​ມາ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ ນອກ​ຈາກ​ຈະ​ບໍ່​ມີ​ສ່ວນ​ຮວມ​ຂອງ​ພາກ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ​ແລ້ວ​ກໍ​ຍັງ​ປາ​ກົດ​ວ່າ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ​ເທິງ​ແລວ​ແມ່​ນ້ຳ​ຂອງ​ໂດຍ​ສະ​ເພາະ​ແມ່ນ​ໂຄງ​ການ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ນັ້ນ ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ແລະ​ສະ​ພາ​ບ​ຊີ​ວິດ​ຄວາມ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ລຸ່ມ​ແມ່​ນ້ຳ​ຂອງຫລາຍກວ່າ 60 ລ້ານ​ຄົນ ​ຢ່າງ​ຮຸນ​ແຮງ​ນັບ​ມື້​ອີກ​ດ້ວຍ.

ທັງ​ນີ້​ໂດຍ​ເຖິງ​ແມ່ນ​ວ່າ​ໄດ້​ມີ​ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ ຫລື (MRC) ​ເພື່ອ​ໃຫ້​ເປັນ​ກົນ​ໄກປະ​ສານ​ງານ​ລະ​ຫວ່າງລັດ​ຖະ​ບານ​ລາວ ​ໄທ ກຳ​ປູ​ເຈຍ ຫວຽດ​ນາມ ກ່ຽວກັບ​ການ​ນຳ​ໃຊ້​ປະ​ໂຫຍດ​ຈາກ​ແມ່ນ​ນ້ຳ​ຂອງ ນັບ​ແຕ່​ປີ 1995 ເປັນ​ຕົ້ນ​ມາແລ້ວ​ກໍ​ຕາມ​ຫາກ​ແຕ່​ວ່າ ການ​ປະ​ສານ​ງານ​ຂອງ MRC ກໍ​ບໍ່​ມີ​ສ່ວນ​ຂອງຮວມ​ຂອງ​ພາກ​ປະ​ຊ​າ​ຊົນ​ຢ່າງ​ແທ້​ຈິງແຕ່​ຢ່າງ​ໃດ ແລະ​ປາ​ກົດ​ວ່າ​ໃນ​ການ​ປະ​ຕິ​ບັດ​ໂຕ​ຈິງ​ນັ້ນ ໄດ້​ດຳ​ເນີນ​ໄປ​ໃນ​ແນວ​ທາງ​ຂອງ​ການ​ສ້າງ​ຄວາມ​ສຳ​ຄັນ ໃຫ້​ກຸ່ມ​ທຸ​ລະ​ກິດ​ທີ່​ຕ້ອງ​ການ​ຈະ​ລົງ​ທຶນ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ເທິງ​ແລວ​ແມ່​ນ້ຳ​ຂອງ​ດ້ວຍ ຊຶ່ງ​ຈະ​ເຫັນ​ໄດ້​ຈາກ​ຂະ​ບວນ​ການ​ປຶ​ກ​ສາ​ຫາ​ລື​ລ່ວງ​ໜ້າ (PNPCA) ກ່ອນ​ທີ່​ຈະ​ຕົກ​ລົງ​ເພື່ອ​ພັດ​ທະ​ນາ​ໂຄງ​ການ​ໃດ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ​ນັ້ນ MRC ບໍ່​ມີ​ສິດ​ຄັດ​ຄ້ານ​ໂຄງ​ການ​ໃດ​ໄດ້​ເລີຍ ດັ່ງ​ທີ່​ທ່ານ​ນິ​ວັດ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

ປັດຈຸບັນນີ້ ຈະ​ມີເຂື່ອນຕອນໃຕ້ລົງໄປອີກນີ້ ຄືເປັນປະເດັນບັນຫາໃຫຍ່ຫຼາຍ ທີ່ຈະມີຜົນກະທົບ ເພາະການຈັດການເຂື່ອນຕ່າງໆນີ້ ອາດຈະບໍ່ສອດຮັບກັນ ຫຼື ອັນໃດຕ່າງໆ ຈະເຮັດໃຫ້ເກີດບັນຫາຜົນກະທົບຫລາຍຂຶ້ນ. ກົນໄກບາງຢ່າງ ກໍບໍ່ສາມາດທີ່ຈະຂັບເຄື່ອນໄດ້ ເຊັ່ນ PNPCA ຈັ່ງຊີ້ ຂ້າພະເຈົ້າບໍ່ເຫັນດີນຳ ເພາະວ່າ ມັນເປັນຂະບວນການ ຮັບຟັງຄວາມຄິດເຫັນແລ້ວ ກໍບໍ່ໄດ້ສາມາດ ນຳໄປໃຊ້ໄດ້ຢ່າງແທ້ຈິງ ຄືມັນກໍເປັນຈຸດອ່ອນທີ່ສຸດ ຄືມັນເໝືອນກາຢາງຈ້ຳ ລົງໄປໃຫ້ສ້າງເຂື່ອນແມ່ນ້ຳຂອງເພີ້ມຫລາຍຂຶ້ນເລື້ອຍໆ ແຕ່ແມ່ນ້ຳຂອງນີ້ ມັນ ຄືແມ່ນ້ຳນາໆຊາດ ແຕ່ວ່າການດູແລຮັກສາຮ່ວມກັນ ບໍ່ເຄີຍເວົ້າເຖິງ ມີແຕ່ເວົ້າ ເຖິງການໃຊ້ປະໂຫຍດເທົ່ານັ້ນ.”

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ສຸລະ​ສີ ກິ​ຕິ​ມົນ​ທົນ ເລ​ຂາ​ທິ​ການ​ສຳ​ນັກ​ງານ​ຊັບ​ພະ​ຍາ​ກອນ​ນ້ຳ​ແຫ່ງ​ຊາດ ໃນ​ຖາ​ນະ​ທີ່ເປັນ​ຜູ້​ແທນ​ຂອງ​ລັດ​ຖະ​ບານ​ໄທ​ໃນ MRC ກໍ​ຢືນ​ຢັນ​ວ່າ ທາງ​ການ​ໄທ ກຳ​ປູ​ເຈຍ ຫວຽດ​ນາມ ຍັງ​ບໍ່​ເຫັນ​ດີ​ກັບ​ໂຄງ​ການ​ກໍ່​ສ້າງ​ເຂື່ອນ​ສາ​ນະ​ຄາມເທິງ​ແລວ​ແມ່​ນ້ຳ​ຂອງ​ໃນ​ເຂດ​ປະ​ເທດ​ລ​າວ ເພາະ​ວ່​າ​ຍັງ​ບໍ່​ໝັ້ນ​ໃຈ​ໃນ​ແຜນ​ການ​ປ້ອງ​ກັນ​ບັນ​ຫາ​ຜົນ​ກະ​ທົບ​ຕໍ່​ສະ​ພາບ​ແວດ​ລ້ອມ​ທຳ​ມະ​ຊາດ ແລະ​ສັງ​ຄົມ ທີ່​ກຸ່ມ​ຜູ້​ລົງ​ທຶນ​ໃນ​ໂຄງ​ການ ແລະ​ທາ​ງ​ການ​ລາວ ໄດ້​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ MRC ເມື່ອ​ເດືອນ​ກັນ​ຍາ ​ປີ 2021 ນັ້ນ​ທັງ​ນີ້​ທາງ​ການ​ໄທ ກຳ​ປູ​ເຈຍ ແລະ​ຫວຽດ​ນາມ​ຍັງ​ຕ້ອງ​ການຂໍ້​ມູນ​ເພີ້ມ​ເຕີມ​ກ່ຽວ​ກັບ​ແຜນ​ການ​ປ້ອງ​ກັນ​ບັນ​ຫາ​ຜົນກະ​ທົບ​ດັ່ງ​ກ່າວ ຈຶ່ງ​ສະ​ເໜີ​ໃຫ້​ເລື່ອນ​ການ​ກໍ່​ສ້າງ​ເຂື່ອນ​ສາ​ນະ​ຄາມອອກ​ໄປ​ກ່ອນ ໃນ​ປັດ​ຈຸ​ບັນ​ມີ​ເຂື່ອນ​ໄຟ​ຟ້າ​ເທິງ​ແລວ​ແມ່​ນ້ຳ​ຂອງ​ຈຳ​ນວນ 11 ໂຄງ​ການ​ໃນ​ແຂວງ​ຢູ​ນານ​ຂອງ​ຈີນ ກັບ 2 ໂຄງ​ການ​ໃນ​ລາວ​ທີ່​ໄດ້​ຜະ​ລິດ​ພະ​ລັງ​ງານ​ໄຟ​ຟ້າ​ແລ້ວ ແລະ​ຍັງ​ອີກ 7 ໂຄງ​ການ​ໃນ​ລາວ​ກັບ 2 ໂຄງ​ການ​ໃນ​ກຳປູ​ເຈຍ ​ທີ່ກຳ​ລັງ​ກໍ່​ສ້າງ.

ພ້ອມ​ກັນ​ນີ້ເຄື່ອ​ຂ່າຍ​ປະ​ຊາ​ຊົນ​ໄທ ຍັງ​ໄດ້​ຄັດ​ຄ້ານ​ລັດ​ຖະ​ບານ​ໄທ​ທີ່​ຈະ​ຮັບ​ຊື້​ໄຟ​ຟ້າ​ຈາກ​ລາວ​ເພີ້ມ​ຂຶ້ນ​ຈາກ 9,000 ເມ​ກາ​ວັດ​ ເປັນ 10,500 ເມ​ກາ​ວັດ ດ້ວຍ​ເພາະ​ປະ​ເທດ​ໄທ​ມີ​ພະ​ລັງ​ງານ​ໄຟ​ຟ້າ​ເກີນ​ຄວາມ​ຕ້ອງ​ການ​ໂຕ​ຈິງເຖິງ 19,000 ​ເມ​ກາ​ວັດ ຄິດ​ເປັນ 51 ເປີ​ເຊັນ ຂອງ​ພະ​ລັງ​ງານ​ໄຟ​ຟ້າ​ທີ່​ໄທ​ຊົມ​ໃຊ້ທັງ​ໝົດ​ໃນ​ປັ​ດ​ຈຸ​ບັນ ຈຶ່ງ​ບໍ່​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ຊື້​ໄຟ​ຟ້າ​ຈາກ​ລາວ​ເພີ້ມ​ຂຶ້ນ​ແຕ່​ຢ່າງ​ໃດ.

ໃນ​ປັດ​ຈຸ​ບັນ​ລາວ​ມີ​ແຫລ່ງ​ຜະ​ລິດ​ໄຟ​ຟ້າ 90 ແຫ່ງ​ທີ່​ມີ​ກຳ​ລັງ​ຕິດ​ຕັ້ງ​ລວມ​ເກືອບຖິງ 11,000 ເມ​ກາ​ວັດ ໃນ​ນີ້ 72 ເປີ​ເຊັນ ​ເປັນ​ພະ​ລັງ​ງາ​ນ​ໄຟ​ຟ້າ​ທີ່​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ ກັບ 28 ເປີ​ເຊັນ ເປັນ​ການ​ຕອບ​ສະ​ໜອງ​ການ​ຊົ​ມ​ໃຊ້​ໃນ​ປະ​ເທດ ທັງ​ນີ້​ໂດຍ​ເຂດ​ໂຕ​ເມືອງ​ເຂດ​ເທດ​ສະ​ບານ ແລະ​ເຂດ​ນະ​ຄອນ​ໄດ້​ຮັບ​ການ​ສະ​ໜອງ​ໄຟ​ຟ້າ​ຢ່າງ​ຄົບ​ຖ້ວນ​ທັງ 100 ເປີ​ເຊັນ ແລະ 93 ເປີ​ເຊັນ ຂອງ​ຈຳ​ນວນ​ບ້ານ​ທັງ​ໝົດ​ໄດ້​ຊົມ​ໃຊ້​ໄຟ​ຟ້າ​ແລ້ວຈຶ່ງ​ຍັງ​ເຫລືອ 7 ​ເປີ​ເຊັນ ຂອງ​ບ້ານ​ທັງ​ໝົດ​ໃນ​ລ​າວ​ທີ່​ຈະ​ໄດ້​ຊົມ​ໃຊ້​ໄຟ​ຟ້າ​ຢ່າງ​ຄົບ​ຖ້ວນ​ພາຍ​ໃນ​ປີ 2025 ຊຶ່ງ​ລາວ​ຈະ​ມີແຫລ່ງ ​ຜະ​ລິດໄຟ​ຟ້າ 100 ກວ່າ​ແຫ່ງ ທີ​ກຳ​ລັງ​ຕິດ​ຕັ້ງ​ກວ່າ 13,000 ເມ​ກາ​ວັດ ທີ່ 85​ ເປີ​ເຊັນ ຈະ​ສົ່ງ​ອອກ​ຕ່າງ​ປະ​ເທດ.

XS
SM
MD
LG