ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມສັງຄົມພົນລະເຮືອນໄທ ຮຽກຮ້ອງ ໃຫ້ບໍລິສັດເອກະຊົນ ທີ່ລົງທຶນ ໃນການກໍ່ສ້າງເຂື່ອນໄຟຟ້າ ຢູ່ລຳແມ່ນ້ຳຂອງ ຈ່າຍຄ່າຊົດເຊີຍຕໍ່ຜົນກະທົບ


ບັນດາຜູ້ປະທ້ວງຂອງກຸ່ມສັງຄົມພົນລະເຮືອນ ພາກັນປະທ້ວງຕໍ່ຕ້ານການກໍ່ສ້າງເຂື່ອນໄຟຟ້າ ເທິງລຳແມ່ນຳຂອງ ຢູ່ຕໍ່ໜ້າສານແຫ່ງນຶ່ງໃນໄທ.
ບັນດາຜູ້ປະທ້ວງຂອງກຸ່ມສັງຄົມພົນລະເຮືອນ ພາກັນປະທ້ວງຕໍ່ຕ້ານການກໍ່ສ້າງເຂື່ອນໄຟຟ້າ ເທິງລຳແມ່ນຳຂອງ ຢູ່ຕໍ່ໜ້າສານແຫ່ງນຶ່ງໃນໄທ.

ເຄືອຂ່າຍປະຊາຊົນໄທເຄື່ອນໄຫວຮຽກຮ້ອງຕໍ່ບັນດານັກລົງທຶນເພື່ອຂໍໃຫ້ຈ່າຍຄ່າຊົດເຊີຍຜົນກະທົບຈາກບັນດາໂຄງການກໍ່ສ້າງເຂື່ອນໄຟຟ້າເທິງລຳແມ່ນຳຂອງທັງທີ່ຢູ່ໃນຈີນແລະໃນລາວ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອງ.

ທ່ານນາງອ້ອມບຸນ ທິບສະນາ ປະທານເຄືອຂ່າຍສະພາອົງກອນຊຸມຊົນລຸ່ມແມ່ນ້ຳຂອງໃນ 7 ຈັງຫວັດພາກອີສານຂອງໄທ ຖະແຫລງວ່າ ການເຄື່ອນໄຫວ ຖະແຫລງວ່າ ການເຄື່ອນໄຫວຂອງພາກປະຊາສັງຄົມໄທໃນໄລຍະຕໍ່ໄປນີ້ ຈະເນັ້ນໜັງການຮຽກຮ້ອງຕໍ່ລັດຖະບານໄທ ເພື່ອໃຫ້ກົດດັນບັນດາບໍລິສັດເອກະຊົນຜູ້ທີ່ລົງທຶນກໍ່ສ້າງເຂື່ອນໄຟຟ້າເພື່ອໃຫ້ຮັບຜິດຊອບຕໍ່ຜົນກະທົບທີ່ເກີດຂຶ້ນກັບປະຊາຊົນແລະສິ່ງແວດລ້ອມທຳມະຊາດໃນລຸ່ມແມ່ນ້ຳຂອງ ໂດຍສະເພາະແມ່ນໂຄງການເຂື່ອນໄຟຟ້າເທິງລຳແມ່ນ້ຳຂອງໃນຈີນແລະລາວນັ້ນ ຍັງມີສ່ວນກ່ຽວຂນໂດຍກົງກັບແຜນການພັດທະນາພະລັງງານໄຟຟ້າຂອງລັດຖະບານໄທ ອີກດ້ວຍ ດັ່ງນັ້ນ ລັດຖະບານໄທ ຈຶ່ງຕ້ອງຮັບຜິດຊອບຕໍ່ຜົນກະທົບທີ່ເກີດຂຶ້ນກັບປະຊາຊົນ ແລະສິ່ງເວດລ້ອມທຳມະຊາດດ້ວຍນັ້ນເອງ ດັ່ງທີ່ທ່ານນາງອ້ອມບຸນ ໄດ້ໃຫ້ການຢືນຢັນວ່າ:

“ຕາມຫລັກການແລ້ວ ໃຜເຮັດໃຫ້ແມ່ນໍ້າເສຍຫາຍ ຄົນນັ້ນ ຈະຕ້ອງຮັບຜິດຊອບ ແຕ່ໃນຂະນະດຽວກັນ ບໍ່ມີໃຜເວົ້າເຖິງເລື້ອງບໍລິສັດເອກະຊົນທີ່ໄປສ້າງເຂື່ອນ ແລ້ວກໍສົ່ງຜົນກະທົບຕໍ່ວິຖີຊີວິດຂອງຄົນທີ່ໃຊ້ນ້ຳໃນແມ່ນ້ຳຂອງ ເຮົາກໍສະເໜີໃຫ້ຕັ້ງກອງທຶນແລ້ວກໍເກັບພາສີມາ ຕ້ອງຍອມຮັບວ່າ ຕອນນີ້ປະເທດໄທເອງ ເປັນຕົວລະຄອນສຳຄັນໃນການເຮັດໃຫ້ແມ່ນ້ຳຈອງປ່ຽນແປງ ນັ້ນໝາຍເຖິງວ່າ ໃນຂະນະທີ່ລາວປະກາດຕົວເອງ ຈະເປັນ Battery of Asia ປະເທດໄທເອງ ກໍໄດ້ປະກາດວ່າ ຕົວເອງຈະເປັນ Hub ໃນການຊື້-ຂາຍໄຟຟ້າ ເພາະສະນັ້ນ ມັນກໍເໝືອນການລູບໜ້າປັດດັງທີ່ຈະແກ້ໄຂບັນຫາເລື້ອງນີ້ຢ່າງກົງໄປກົງມາ.”

ທັງນີ້ ທ່ານວີລະພົນ ຈິຣະປະສິດກຸລ ໂຄສົກຄະນະກຳມະການກຳກັບກິດຈະການພະລັງງານແຫ່ງຊາດໄທ ເປີດເຜີຍວ່າ ລັດຖະບານໄທ ຈະບໍ່ເພີ້ມການນຳເຂົ້າພະລັງງານຈາກຕ່າງປະເທດ ນັບແຕ່ປັດຈຸບັນນີ້ໄປຈົນເຖິງປີ 2026 ເປັນຢ່າງນ້ອຍ ເພາະວ່າ ໄທມີພະລັງງານໄຟຟ້າສຳຮອງເກີນຄວາມຕ້ອງການພາຍໃນເຖິງ 30 ເປີເຊັນ ຊຶ່ງເມື່ອສົມທົບດ້ວຍການລະບາດຂອງພະຍາດໄວຣັສໂຄວິດ-19 ທີ່ເຮັດໃຫ້ເສດຖະກິດໄທຕົກຕ່ຳລົງສູ່ລະດັບທີ່ຕິດລົບເຖິງ 6.1 ເປີເຊັນ ໃນປີ 2020 ທີ່ຜ່ານມານັ້ນ ຈຶ່ງເຮັດໃຫ້ລັດຖະບານໄທ ໄດ້ມີການຫັນປ່ຽນແນວນະໂຍບາຍຈາກການເປັນຜູ້ນຳເຂົ້າພະລັງງານໄປເປັນຜູ້ສົ່ງອອກພະລັງງານຫຼາຍຂຶ້ນ ນັບຈາກປີ 2021 ນີ້ເປັນຕົ້ນໄປ.

ໂດຍລັດຖະບານໄທ ໄດ້ວາງແຜນການຈະພັດທະນາໃຫ້ໄທເປັນສູນກາງການຄ້າແລະການເຊື່ອມຕໍ່ດ້ານພະລັງງານໄຟຟ້າຂອງກຸ່ມອາຊຽນໃຫ້ໄດ້ພາຍໃນປີ 2025 ດ້ວຍການວາງແນວສາຍສົ່ງໄຟຟ້າແຮງສູງເພື່ອເຊື່ອມໂຍງຈາກລາວໄປປະເທດສະມາຊິກອາຊຽນດ້ວຍກັນ ໂດຍເລີ້ມຈາກການສົ່ງພະລັງງານໄຟຟ້າເພີ້ມຂຶ້ນຈາກ 300 ເປັນ 400 ເມກາວັດ ຈາກລາວຜ່ານໄທໄປມາເລເຊຍແລະສິງກະໂປ ດັ່ງທີ່ທ່ານກຸສິນ ສົມບັດສີຣິ ປະລັດກະຊວງພະລັງງານຂອງໄທ ໄດ້ໃຫ້ການຢືນຢັນວ່າ:

“ຄວາມເຊື່ອມໂຍງໂຄງຂ່າຍໄຟຟ້າອາຊຽນ ASEAN Power Grid ກໍຄື ຊື້ໄຟຈາກ ສປປ ລາວ ຊຶ່ງເປັນໄຟຟາພະລັງນ້ຳ ສົ່ງຜ່ານປະເທດໄທ ໄປຍັງປະເທດມາເລເຊຍ ຈາກ 100 ເມກາວັດ ເປັນ 300 ເມກາວັດ ໃນປີນີ້ ໃນເດືອນພະຈິກນີ້ ເຮົາກໍຈະຂະຫຍາາຍໄປເຖິງປະເທດສິງກະໂປ ດ້ວຍຈາກ 300 ເມກາວັດນີ້ ກໍຈະເພີ້ມອີກ 100 ເມກາວັດໄປຍັງປະເທດສິງກະໂປ ກໍຈະຂະຫຍາຍກຳລັງສາຍສົ່ງຈາກ 115 ກິໂລວັດ ເປັນ 230 ຫາ 250 ກິໂລວັດ.”

ຊຶ່ງນອກຈາກມາເລເຊັຍແລະສິງກະໂປແລ້ວ ລັດຖະບານຫວຽດນາມກໍໄດ້ຕົກລົງຈະຊື້ພະລັງງານໄຟຟ້າຈາກລາວ 5,000 ເມກະວັດໃນປີ 2025 ແລະລັດຖະບານລາວ ກໍໄດ້ຂໍໃຫ້ເພີ້ມຂຶ້ນເປັນ 7,000-9,000 ເມກາວັດ ສ່ວນລັດຖະບານກຳປູເຈຍ ກໍຈະຊື້ໄຟຟ້າຈາກລາວ 1,700 ເມກາວັດ ໂດຍລັດວິສາຫະກິດໄຟຟ້າລາວ (EDL) ແລະລັດວິສາຫະກິດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ (CSG) ໄດ້ຮ່ວມທຶນກັນສ້າງຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-L) ໃນປີ 2020 ດ້ວຍມີເປົ້າໝາຍໃນການພັດທະນາໂຄງຂ່າຍສາສົ່ງໄຟຟ້າແຮງສູງໃນລາວ ເພື່ອເຊື່ອມຕໍ່ກັບປະເທດໃນລຸ່ມແມ່ນ້ຳຂອງແລະອາຊຽນໃຫ້ໄດ້ຢ່າງທົ່ວເຖິງ.

ໂດຍໃນປີ 2021-2022 ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ໄດ້ວາງແຜນຈະລົງທຶນໃນມູນຄ່າ 2,000 ລ້ານເພື່ອກໍ່ສ້າງລະບົບສາຍສົ່ງໄຟຟ້າແຮງສູງ 500 ກິໂລວັດ ເຊື່ອມຕໍ່ລາວກັບແຂວງຢຸນໜານໃນຈີນ ແລະເຊື່ອມຕໍ່ຈາກພາກໃຕ້ຂອງລາວກັບແຂວງພາກເໜືອຂອງກຳປູເຈຍ ເພື່ອປະຕິບັດຕາມການຕົກລນົງທີ່ກຳປູເຈຍຕ້ອງການຈະຊື້ໄຟຟ້າຈາກລາວ 1,700 ເມກາວັດ ນັບຈາກປີ 2022 ເປັນຕົ້ນໄປ ທັງນີ້ ລາວຈະມີແຫລ່ງຜະລິດໄຟຟ້າ 100 ໂຄງການມີກຳລັງຕິດຕັ້ງ 13,000 ເມກາວັດ ໃນທ້າຍປີ 2021 ສ່ວນການຊົມໃຊ້ໄຟຟ້າໃນລາວນັ້ນ ກໍຄາດວ່າ ຈະເພີ້ມຂຶ້ນຈາກ 1,800 ເມກາວັດ ເປັນ 3,600 ເມກາວັດ ພາຍຫລັງການເປີດການເດີນລົດໄຟລາວ-ຈີນ ຢ່າງເປັນທາງການ ນັບຈາກທ້າຍປີ 2021 ນີ້ເປັນຕົ້ນໄປ.

XS
SM
MD
LG