ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຝ່າຍຄ້ານຂອງໄທ ໄດ້ຮັບໄຊຊະນະ ໃນການເລືອກຕັ້ງທົ່ວໄປ ຂະໜາດໃຫຍ່


ທ່ານພິທາ ລິ້ມຈະເຣີນຣັດ ຜູ້ນຳພັກກ້າວໄກ ຫຼື Move Forward Party, ຕັ້ງທ່າໃຫ້ສື່ມວນຊົນ ຂະນະທີ່ທ່ານ ປະກາດໄຊຊະນະ ໃນການເລືອກຕັ້ງທົ່ວໄປ ໃນວັນອາທິດ ຢູ່ທີ່ສຳນັກງານໃຫຍ່ຂອງພັກ ໃນນະຄອນຫຼວງບາງກອກ, ວັນທີ 15 ພຶດສະພາ 2023.
ທ່ານພິທາ ລິ້ມຈະເຣີນຣັດ ຜູ້ນຳພັກກ້າວໄກ ຫຼື Move Forward Party, ຕັ້ງທ່າໃຫ້ສື່ມວນຊົນ ຂະນະທີ່ທ່ານ ປະກາດໄຊຊະນະ ໃນການເລືອກຕັ້ງທົ່ວໄປ ໃນວັນອາທິດ ຢູ່ທີ່ສຳນັກງານໃຫຍ່ຂອງພັກ ໃນນະຄອນຫຼວງບາງກອກ, ວັນທີ 15 ພຶດສະພາ 2023.

ປະເທດໄທຕື່ນຂຶ້ນມາ ຕໍ່ຂ່າວຄາວໃນມື້ນີ້ ທີ່ວ່າ ພັກກ້າວໄກຫຼື MFP ທີ່ສະໜັບສະໜຸນໂດຍພວກຊາວໜຸ່ມຫຼາຍລ້ານຄົນ ຜູ້ທີ່ມີສິດປ່ອນບັດນັ້ນ ໄດ້ຊະນະບ່ອນນັ່ງ​ຫຼາຍ​ກວ່າ​ໝູ່ ໃນການເລືອກຕັ້ງທົ່ວໄປ.

ການຢັ່ງຫາງສຽງກ່ອນໜ້າການເລືອກຕັ້ງ ໄດ້ບົ່ງບອກວ່າ ພັກເພື່ອໄທ ຈະຊະ ນະບ່ອນນັ່ງສ່ວນຫຼາຍ ແຕ່ໃນຜົນທີ່ອອກມາຢ່າງບໍ່ໜ້າເຊື່ອ ມັນແມ່ນພັກກ້າວໄກ ທີ່ໄດ້ຮັບ 151 ບ່ອນນັ່ງ ເມື່ອປຽບທຽບໃສ່ກັບພັກເພື່ອໄທ ທີ່ໄດ້ຮັບ 141 ບ່ອນນັ່ງ.

ຜູ້ນຳພັກກ້າວໄກ ທ່ານພິທາ ລິ້ມຈະເຣີນຣັດ ໄດ້ກ່າວໃນວັນຈັນວານນີ້ ວ່າ ພັກຂອງທ່ານ ພ້ອມແລ້ວທີ່ຈະນຳພາລັດຖະບານຊຸດໜ້າຂອງໄທ ແລະ ທ່ານພ້ອມແລ້ວ ທີ່ຈະເປັນນາຍົກລັດຖະມົນຕີ ຄົນຕໍ່ໄປຂອງໄທ.

ທ່ານພິທາ ໄດ້ກ່າວຕໍ່ບັນດານັກຂ່າວ ໃນບາງກອກ ວ່າ ທ່ານພ້ອມທີ່ຈະໂອ້ລົມກັບພັກເພື່ອໄທແລະພັກການເມືອງອື່ນໆ ກ່ຽວກັບການຈັດຕັ້ງລັດຖະບານປະສົມ ທີ່ຈະກຳ 300 ບ່ອນນັ່ງ. ຖ້າອັນນັ້ນເກີດຂຶ້ນ ຕໍ່ໄປມັນຂຶ້ນຢູ່ກັບ 250 ສະມາ ຊິກຂອງສະພາສູງ ທີ່ໄດ້ຖືກແຕ່ງຕັ້ງໂດຍທະຫານ ເພື່ອໃຫ້ຕັດສິນໃຈວ່າ ແມ່ນຫຍັງຈະເກີດຂຶ້ນໃນຕໍ່ໜ້າ ແລະພວກເຂົາເຈົ້າຈະສະໜັບສະໜຸນລັດຖະບານປະ ສົມ ແລະຜູ້ສະໝັກເປັນນາຍົກລັດຖະມົນຕີ ຫຼືບໍ່.

ນຶ່ງໃນເຫດຜົນທີ່ສຳຄັນຂອງພວກຊາວໜຸ່ມໄທ ທີ່ໄດ້ສະໜັບສະໜຸນພັກກ້າວໄກ ກໍຄື ພວກເຂົາປະຕິຍານວ່າ ຈະພະຍາຍາມປະຕິຮູບສະຖາບັນພະມະຫາກະສັດ ພ້ອມດ້ວຍການດັດແກ້ກົດໝາຍການໝິ່ນປະມາດກະສັດຂອງໄທ ຊຶ່ງຫ້າມການວິພາກວິຈານພະຣາຊະວົງ ແລະຈະຖືກລົງໂທດໜັກຕໍ່ພວກທີ່ພົບເຫັນວ່າມີຄວາມຜິດ ດ້ວຍການຂັງຄຸກ. ພັກດັ່ງກ່າວຍັງໄດ້ຮຽກຮ້ອງໃຫ້ເພີ້ມຄ່າຈ້າງໃນແຕ່ລະປີ ແລະປະຕິຮູບການສຶກສາ ແລະຫຼັກສູດ.

ຜູ້ນຳພັກເພື່ອໄທ ທ່ານນາງ ແພທອງທານ ຊິນນະວັດ ກໍໄດ້ສະແດງຄວາມຍິນດີແກ່ພັກກ້າວ​ໄກ ຕໍ່ຜົນສຳເລັດຂອງພວກເຂົາເຈົ້າ ແລະໄດ້ກ່າວວ່າ “ພວກເຮົາສາມາດເຮັດວຽກຮ່ວມກັນໄດ້.”

ຄະນະກຳມາທິການເລືອກຕັ້ງ ມີເວລາເຖິງ 60 ວັນ ທີ່ຈະຢັ້ງຢືນການນັບຄະ ແນນສຽງຢ່າງເປັນທາງການ.

ການເລືອກຕັ້ງທົ່ວໄປ ເປັນຄັ້ງທຳອິດຂອງໄທ ນັບຕັ້ງແຕ່ປີ 2019 ແລະຜົນການອອກມາໃຊ້ສິດປ່ອນບັດ ແມ່ນມີປະມານ 39.5 ລ້ານຄົນ ຫຼື ເທົ່າກັບ 75 ເປີເຊັນ ຂອງປະຊາຊົນຜູ້ມີສິດອອກສຽງ ຫຼາຍກວ່າ 52 ລ້ານຄົນທີ່ໄດ້ລົງທະ ບຽນ.

Thailand woke up to the news today that the Move Forward party, backed by millions of youth voters, had won the most seats in the general election.

Pre-election polls had favored the Pheu Thai party to win a majority of seats, but in a surprise result it was the Move Forward Party that was on track to hold 151 seats compared to Pheu Thai’s 141.

Move Forward Party leader Pita Limjaroenrat said Monday his party is ready to lead Thailand’s next government and he is ready to be the country’s next prime minister.

Pita told reporters in Bangkok he has already spoken to the Pheu Thai party and other political parties about forming a coalition government that will hold over 300 seats. If that happens, then it’s up to the 250-member military-appointed Senate to decide what happens next and whether they support the coalition and the prime minister candidate.

One of the key reasons the Thai youth have supported the Move Forward Party is their vows to try to reform the Thai monarchy along with amending Thailand’s lese majeste law which prohibits criticism of the royal family and punishes those guilty with heavy prison sentences. The party has also called for annual wage increases and to reform education and curriculum.

Pheu Thai leader Paetongtarn Shinawatra congratulated MFP on their success and said "we can work together."

The Election Commission has up to 60 days to officially confirm vote counts.

The general elections were Thailand’s first since 2019 and voter turnout was about 39.5 million, or 75% of the more than 52 million registered voters.

Some material for this article came from The Associated Press, Reuters and Agence France-Presse.

XS
SM
MD
LG