ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສໍານັກງານຊັບພະຍາກອນນໍ້າຂອງລັດຖະບານໄທ ບໍ່ເຫັນດີກັບໂຄງການກໍ່ສ້າງເຂື່ອນຊະນະຄາມ ໃສ່ແມ່ນໍ້າຂອງ ໃນລາວ


ຮູບແຜນທີ່ກ່ຽວກັບການສ້າງເຂື່ອນຊະນະຄາມ ຢູ່ໃນແມ່ນໍ້າຂອງ
ຮູບແຜນທີ່ກ່ຽວກັບການສ້າງເຂື່ອນຊະນະຄາມ ຢູ່ໃນແມ່ນໍ້າຂອງ

ສໍານັກງານຊັບພະຍາກອນນໍ້າຂອງລັດຖະບານໄທ ບໍ່ເຫັນດີກັບໂຄງການກໍ່ສ້າງເຂື່ອນຊະນະຄາມເທິງແນວນໍ້າຂອງໃນລາວ ເພາະວ່າບໍ່ໝັ້ນໃຈການປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານສຸຣະສີ ກິດຕິມົນທົນ, ເລຂາທິການສໍານັກງານຊັບພະຍາກອນນໍ້າ ແຫ່ງປະເທດໄທ ໃນຖານະທີ່ເປັນຜູ້ແທນຂອງຄະນະລັດຖະບານໄທຢູ່ໃນຄະນະກໍາມາທິການແມ່ນໍ້າຂອງຫຼື MRC ຢືນຢັນວ່າ ທາງການໄທ-ກໍາປູເຈຍ-ຫວຽດນາມ ຍັງບໍ່ເຫັນດີກັບໂຄງການກໍ່ສ້າງເຂື່ອນຊະນະຄາມເທິງແນວນໍ້າຂອງ ທີ່ຢູ່ໃນເຂດປະເທດລາວ ເພາະວ່າຍັງບໍ່ໝັ້ນໃຈໃນແຜນການປ້ອງກັນຜົນກະທົບຕໍ່ສິ່ງແວດ ລ້ອມທໍາມະຊາດທີ່ກຸ່ມຜູ້ລົງທຶນໃນໂຄງການ ແລະທາງການລາວໄດ້ສະເໜີຕໍ່ກອງປະຊຸມ MRC ເມື່ອເດືອນກັນຍາ 2021 ນັ້ນ ໂດຍທາງການໄທ-ກໍາປູເຈຍ-ຫວຽດນາມ ຕ້ອງການຂໍ້ມູນເພີ້ມເຕີມກ່ຽວກັບແຜນປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ຈຶ່ງໄດ້ສະເໜີໃຫ້ເລື່ອນກໍານົດການກໍ່ສ້າງເຂື່ອນຊະນະຄາມອອກໄປກ່ອນ ດັ່ງທີ່ທ່ານສຸຣະສີ ໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາເວົ້າຢ່າງແຈ່ມແຈ້ງໄປແລ້ວວ່າ ຈະໃຫ້ສິ້ນສຸດໃນວັນທີ 19 ມັງກອນ 2565 (2022) ຕາມທີ່ເປັນຄວາມເຫັນເມື່ອວັນທີ 13 ກັນຍາ 2565 ນີ້ບໍ່ໄດ້ ເພາະວ່າ ຂໍ້ມູນທີ່ທາງ ສປປ ລາວ ໄດ້ໃຫ້ເຮົານີ້ກໍຍັງບໍ່ຄົບຖ້ວນຕາມທີ່ເຮົາຮ້ອງຂໍໃນການທີ່ຈະມາພິຈາລະນາໃນທາງວິຊາການໃຫ້ຄົບຖ້ວນ ນະບ່ອນນີ້ກໍເຫັນສົມຄວນທີ່ຈະຂະຫຍາຍ ຫຼືເລື່ອນໃນເລື້ອງຂອງວັນທີ່ສິ້ນສຸດໃນວັນທີ 19 ມັງ ກອນ 2565 ໄປ ໂດຍທີ່ພວກເຮົາໄດ້ມີການປະຊຸມແລ້ວກໍມີການຫາລືກັບທາງກະຊວງການຕ່າງປະເທດ ໃນທາງຂອງກົດໝາຍດ້ວຍ.”

ສ່ວນເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມນໍ້າຂອງກໍໄດ້ອອກຖະແຫຼງການ ເພື່ອຄັດຄ້ານການຕົກລົງຂອງລັດຖະບານໄທທີ່ຈະຮັບຊື້ພະລັງງານໄຟຟ້າຈາກລາວເພີ້ມຂຶ້ນຈາກ 9,000 ເມກາວັດເປັນ 10,500 ເມກາວັດເມື່ອບໍ່ດັນມານີ້ ເພາະວ່າປະເທດໄທມີພະລັງງານໄຟຟ້າສໍາຮອງເກີນຄວາມຕ້ອງການໂຕຈິງເຖິງ 19,000 ເມກາວັດ ເຊິ່ງຄິດເປັນ 51 ເປີເຊັນຂອງພະລັງງານໄຟຟ້າທັງໝົດທີ່ໄທນໍາໃຊ້ໃນປັດຈຸບັນ ຈຶ່ງບໍ່ມີຄວາມຈໍາເປັນທີ່ຈະຕ້ອງຊື້ໄຟຟ້າຈາກລາວເພີ້ມຂຶ້ນແຕ່ຢ່າງໃດ.

ທັງນີ້ ລັດຖະບານໄທຕົກລົງຊື້ກະແສໄຟຟ້າຈາກລາວເພີ້ມຂຶ້ນຈາກ 9,000 ເມກາວັດ ເປັນ 10,500 ພາຍໃນປີ ຄ.ສ 2035 ໃນໂອກາດທີ່ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີລາວໄດ້ເດີນທາງຢ້ຽມຢາມປະເທດໄທຢ່າງເປັນທາງການເມື່ອວັນທີ 1-2 ມິຖຸນາ 2022 ເຊິ່ງເປັນສ່ວນນຶ່ງໃນການຮ່ວມມື ລາວ-ໄທ ໃນຖານະຮຸ້ນສ່ວນຍຸດທະສາດເພື່ອການຈະເລີນເຕີບໃຫຍ່ ແລະການພັດທະນາຢ່າງຍືນຍົງ.

ປັດຈຸບັນ ລາວມີແຫຼ່ງຜະລິດໄຟຟ້າ 90 ແຫ່ງທີ່ມີກໍາລັງຕິດຕັ້ງລວມເກືອບເຖິງ 11,000 ເມກາວັດ ໃນນີ້ 72 ເປີເຊັນ ເປັນພະລັງງານໄຟຟ້າທີ່ສົ່ງອອກໄປຕ່າງປະເທດ ກັບ 28 ເປີເຊັນຕອບສະໜອງການຊົມໃຊ້ໃນປະເທດ ໂດຍໃນເຂດໂຕເມືອງເຂດເທດສະບານ ແລະເຂດນະຄອນນັ້ນ ໄດ້ຮັບການຕອບສະໜອງພະລັງງານໄຟຟ້າຢ່າງຄົບຖ້ວນທັງ 100 ເປີເຊັນ ແລະ 93 ເປີເຊັນຂອງຈໍານວນບ້ານທັງໝົດ ກໍໄດ້ຊົມໃຊ້ໄຟຟ້າແລ້ວ ຈຶ່ງຍັງເຫຼືອ 7 ເປີເຊັນຂອງບ້ານທັງໝົດໃນລາວທີ່ຈະໄດ້ຊົມໃຊ້ໄຟຟ້າຢ່າງຄົບຖ້ວນໃນປີ 2025.

ແຕ່ຢ່າງໃດກໍຕາມ ລັດວິສາຫະກິດໄຟຟ້າລາວ ຫຼື EDL ກໍຍັງຕ້ອງປະເຊີນກັບການຂາດສະພາບຄ່ອງ ທາງການເງິນຢ່າງຮຸນແຮງໃນປັດຈຸບັນ ໂດຍມີສາເຫດມາຈາກການມີພາລະໜີ້ສິນສູງ ສົມທົບດ້ວຍການຂາດທຶນໃນການດໍາເນີນທຸລະກິດຢ່າງຕໍ່ເນື່ອງ ເພາະການບໍລິຫານງານທີ່ມີປະສິດທິພາບຕໍ່າ ເຮັດໃຫ້ EDL ມີໜີ້ສິນເກີນກວ່າ 2,000 ລ້ານໂດລາ ຈຶ່ງຈະຕ້ອງມີການປັບຂຶ້ນຄ່າໄຟຟ້າໃນບໍ່ດົນມານີ້.

ນອກຈາກນີ້ EDL ຍັງໄດ້ຈັດຕັ້ງບໍລິສັດໄຟຟ້າລາວ (ມະຫາຊົນ) ຈໍາກັດ ຫຼື EDL-Gen ຂຶ້ນມາ ເພື່ອລະດົມເງິນທຶນທັງພາຍໃນ ແລະຕ່າງປະເທດເມື່ອປີ 2010 ອັນເປັນແນວທາງນຶ່ງໃນການແກ້ໄຂບັນຫາໜີ້ສິນດັ່ງກ່າວ ລວມເຖິງການປັບປຸງການບໍລິຫານງານໃຫ້ຄ່ອງໂຕຫຼາຍຂຶ້ນ ເຊິ່ງຜ່ານມາ EDL-Gen ໄດ້ກູ້ຢືມຈາກຕະຫຼາດຫຼັກຊັບແຫ່ງປະເທດໄທກວ່າ 34,000 ລ້ານບາດ ສ່ວນແຫຼ່ງຜະລິດໄຟຟ້າ 90 ແຫ່ງໃນລາ ວກໍມີພຽງ 10 ແຫ່ງທີ່ເປັນຂອງ EDL-Gen ນອກນັ້ນເປັນການລົງທຶນຂອງຕ່າງຊາດ, ແລະມີອີກ 12 ໂຄງການທີ່ຈະກໍ່ສ້າງສໍາເລັດໃນປີ 2022 ເຊິ່ງຈະເຮັດໃຫ້ລາວມີແຫຼ່ງຜະລິດໄຟຟ້າ 102 ແຫ່ງ, ມີກໍາລັງຕິດຕັ້ງລວມ 13,000 ເມກາວັດ ທີ່ຜະລິດໄຟຟ້າໄດ້ເຖິງ 67,000 ລ້ານກິໂລວັດ/ໂມງຕໍ່ປີ, ໃນນີ້ 85 ເປີເຊັນກໍຈະສົ່ງອອກໄປຕ່າງປະເທດເປັນດ້ານຫຼັກ.

XS
SM
MD
LG